ເອກຊົນຈີນ ເປີດໂຄງການ ຂຸດຄົ້ນແຮ່ກາຣ໌ນັລລາຍຕ໌ ຢູ່ນະຄອນຫຼວງ

ພອນ ພູມມີທອນ
2022.10.31
ເອກຊົນຈີນ ເປີດໂຄງການ ຂຸດຄົ້ນແຮ່ກາຣ໌ນັລລາຍຕ໌ ຢູ່ນະຄອນຫຼວງ ແຜນທີ່ ເຂດບ້ານທົ່ງມັ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
ຮູບພາບ: OpenStreetMap contributors/Datawrapper

ບໍຣິສັດບໍ່ແຮ່ປຸ໋ຍ ກາລີລາວ-ຈີນ ຈຳກັດ ຂອງນັກລົງທຶນຈີນ  ເປີດໂຄງການພາກຂຍາຍ ການຂຸດຄົ້ນແຮ່ກາຣ໌ນັລລາຍຕ໌ (Carnallite) ເເລະ ປຸງແຕ່ງເປັນແຮ່ໂປແທສຊຽມ ຄລໍຣາຍດ໌ (Potassium chloride) ເພື່ອ ນຳໄປຜລິດປຸ໋ຍເຄມີ.

ໂຄງການດັ່ງກ່າວ ຕັ້ງຢູ່ບ້ານທົ່ງມັ່ງ ເມືອງໄຊທານີ ນະຄອນຫລວງວຽງຈັນ ໂດຍມີທ່ານ ດຣ. ດາວວົງ ພອນແກ້ວ ຣັຖມົນຕຣີ ກະຊວງພລັງງານ ແລະ ບໍ່ແຮ່ ພ້ອມຄະນະ ເຂົ້າຮ່ວມໃນພິທີ ໃນມື້ວັນທີ 29 ຕຸລາ 2022 ນີ້. ເຈົ້າໜ້າທີ່ ກະຊວງພລັງງານ ແລະ ບໍ່ແຮ່ ຜູ້ບໍ່ປະສົງອອກຊື່ ແລະ ສຽງ ກ່າວວ່າ ໂຄງການດັ່ງກ່າວ ເປັນການສຳຣວດ ຂອງບໍຣິສັດຈີນໂດຍຕຣົງ ເມື່ອເຫັນວ່າພື້ນທີ່ດັ່ງກ່າວ ມີແຮ່ທາຕທີ່ໃຊ້ໃນການຜລິດ ແລະ ປຸງແຕ່ງເປັນສິນຄ້າໄດ້ ທາງການລາວ ກໍອະນຸມັດໃຫ້ດຳເນີນໂຄງການທັນທີ ໂດຍບໍ່ມີການປະເມີນຜົລກະທົບ ທາງການດ້ານສິ່ງແວດລ້ອມ ແລະ ສັງຄົມຢ່າງລະອຽດ.

ດັ່ງທ່ານກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 31 ຕຸລາ ນີ້ວ່າ:

ທາງຣັຖກະບໍ່ຮູ້ຊໍ້າວ່າ ຢູ່ຫັ້ນມີປຣະມານສໍ່າໃດ ກະຍັງບໍ່ຮູ້ ເພາະວ່າ ບໍ່ໄດ້ສຳຣວດອີ່ຫຍັງເນາະ ມີແຕ່ວ່າ ບໍຣິສັດເຂົາສົນໃຈ ຈຶ່ງດຳເນີນເອກສານໃຫ້ເຂົາ, ແຮ່ໂປຕາສແມ່ນຢູ່ຄຳມ່ວນ ກັບນະຄອນ ຂະເຈົ້າຈະຂົນເຂົ້າໄປຈີນ.”

ອີງຕາມຣາຍງານ ຂອງບໍຣິສັດ ບໍ່ແຮ່ປຸ໋ຍກາລີລາວ-ຈີນ ຈຳກັດ ລະບຸວ່າ ໂຄງການດັ່ງກ່າວ ຈະມີຄວາມສາມາດໃນການຂຸດຄົ້ນ ແຮ່ກາຣ໌ນັລລາຍຕ໌ (Carnallite) ໄດ້ 4 ລ້ານຕັນຕໍ່ປີ ເເລະ ປຸງແຕ່ງເປັນ ໂປແທສຊຽມ ຄລໍຣາຍດ໌ (Potassium chloride) ໄດ້ 5 ແສນຕັນຕໍ່ປີ ກ່ອນຈະສະກັດ ແລະ ຜລິດເປັນປຸ໋ຍເຄມີ ແລ້ວນຳມາຂາຍຢູ່ລາວ ແລະ ສົ່ງອອກໄປປະເທດຈີນ.

ຂນະທີ່ ຜົລກະທົບ ທາງດ້ານສິ່ງແວດລ້ອມ ແລະ ສັງຄົມ ທີ່ອາຈເກີດຂຶ້ນ ຈາກການຂຸດຄົ້ນ ແຮ່ກາຣ໌ນັລລາຍຕ໌ (Carnallite) ແລະ ປຸງແຕ່ງເປັນແຮ່ ໂປແທສຊຽມ ຄລໍຣາຍດ໌ (Potassium chloride) ແມ່ນ ການລະຄາຍເຄືອງດວງຕາ, ກິ່ນເໝັນຂີວ ຈົນເກີດອາການວິນຫົວ ແລະ ການປົນເປື້ອນ ຂອງສານເຄມີໃນແຫລ່ງນໍ້າ ເຊິ່ງຈະກະທົບຕໍ່ສັດນໍ້າ ຊນິດຕ່າງໆ ໂດຍຜົລກະທົບ ຈະເກີດຂຶ້ນໜ້ອຍຫລາຍ ສໍ່າໃດ ແມ່ນຂຶ້ນກັບ ວິທີການຂຸດເຈາະ ຂະບວນການຍ່ອຍ ແລະ ປຸງແຕ່ງ, ການຖິ້ມເສດຂີ້ເກືອ, ປຣິມານການຂຸດເຈາະ ແລະ ໄລຍະຫ່າງຂອງບໍ່ແຮ່ກັບເຂດຊຸມຊົນ.

ຊາວລາວຜູ້ນຶ່ງ ໃນນະຄອນຫລວງວຽງຈັນ ກ່າວວ່າ ການຂຸດຄົ້ນແຮ່ທາຕ ກາຣ໌ນັລລາຍຕ໌ ແລະ ປຸງແຕ່ງເປັນແຮ່ ໂປແທສຊຽມ ຄລໍຣາຍດ໌ ເພື່ອນຳໄປຜລິດເປັນປຸ໋ຍເຄມີ ຖືວ່າ ມີຄວາມສ່ຽງສູງ ທີ່ຈະເກີດຜົລກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ທີ່ອາສັຍຢູ່ໃກ້ກັບເຂດໂຄງການ.

ສະນັ້ນແລ້ວ ທາງການລາວ ຄວນຈະມີການປະເມີນຜົລ ກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມຢ່າງລະອຽດ ເມື່ອໂຄງການດັ່ງກ່າວ ໄດ້ເຣີ່ມຕົ້ນການປຸງແຕ່ງ ກໍຄວນຈະມີການຕິດຕາມ ກວດກາເປັນໄລຍະ ເພື່ອບໍ່ໃຫ້ເກີດຜົລກະທົບຕໍ່ຊາວບ້ານ ໃນພື້ນທີ່ອ້ອມຂ້າງ.

ດັ່ງຊາວລາວຜູ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ມັນມີຜົລປໂຍດສູງສຸດ ຕໍ່ປະເທດຊາຕບໍ່ ຄັນວ່າບໍ່ສູງສຸດກະຖອຍ ມັນມີການໂຍກຍ້າຍ ບໍ່ດີກວ່າເກົ່າກະຖອຍ ຍົກໂຕຢ່າງ ມັນປະຄອງເໝືອງນໍ້າ ເຂົາເບາະ ຢ້ານດິນເຈື່ອນໃສ່ເບາະ ແລ້ວຫາງສຽງປະຊາຊົນ ວ່າແນວໃດ ເຮົາເອົາປະຊາຊົນເປັນຫລັກເດ້.”

ສ່ວນປະຊາຊົນອີກຄົນນຶ່ງ ໃນນະຄອນຫລວງວຽງຈັນ ການອະນຸຍາດໃຫ້ບໍຣິສັດຈີນ ເຂົ້າມາຂຸດຄົ້ນເອົາແຮ່ທາຕ ຫລື ຊັພຍາກອນທັມມະຊາຕອື່ນໆ ໂດຍທີ່ຊາວບ້ານ ຕ້ອງສູນເສັຽທີ່ດິນ ແລະ ບໍ່ໄດ້ຮັບຜົລປໂຍດຫຍັງ ຖືເປັນເຣຶ່ອງທີ່ບໍ່ເໝາະສົມ ແລະ ທາງການລາວ ຄວນຈະຮັບຟັງສຽງສະທ້ອນ ຂອງຊາວບ້ານຢ່າງຈິງຈັງ ແລະ ຈິງໃຈ.

ນອກຈາກນີ້ ຣັຖບານລາວ ທີ່ເປັນຜູ້ອະນຸຍາດ ແລະ ຄຸ້ມຄອງໂຄງການ ກໍຄວນຈະເປີດເຜີຍລາຍນຮັບ ທີ່ໄດ້ຮັບຈາກໂຄງການດັ່ງກ່າວ ເພື່ອໃຫ້ສັງຄົມຮັບຮູ້ ເພື່ອຄວາມໂປ່ງໃສ ແລະ ໃຫ້ເຫັນເຖິງ ຜົລປໂຍດ ທີ່ປະເທດຊາຕໄດ້ຮັບ ຈາກໂຄງການດັ່ງກ່າວ.

ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ທີ່ຈິງແລ້ວເຮັດໃຫ້ດິນ ເນື້ອທີ່ການຜລິດສູນເສັຽ ບາດນີ້ຜລິດມາແລ້ວ ກໍຍັງບໍ່ເປັນຂອງເຮົາເທຶ່ອ ມັນເປັນຂອງເຂົາຢູ່ຊັ້ນນ່າ, ກໍຍ້ອນແນວນັ້ນ ແລ້ວເຣຶ່ອງທາງຣົຖໄຟນີ້ແຫລະ ບາດນີ້ຄັນໃຊ້ໜີ້ ເງິນເຈົ້າບໍ່ມີ ເຂົາກະເອົາບ່ອນໃດທີ່ວ່າເຂົາຕ້ອງການເນາະ ກະໄດ້ໃຫ້ເຂົາ.”

ທາງດ້ານ ເຈົ້າໜ້າທີ່ຜແນກອຸຕສາຫະກັມ ແລະ ການຄ້າ ກ່າວວ່າ ການອະນຸຍາດໃຫ້ບໍຣິສັດ ບໍ່ແຮ່ປຸ໋ຍ ກາລີລາວ-ຈີນ ຈຳກັດ ຂຍາຍໂຄງການ ເພື່ອຂຸດຄົ້ນແຮ່ ການາລາຍ ແລະ ປຸງແຕ່ງເປັນແຮ່ ໂປແທສຊຽມ ຄລໍຣາຍດ໌  ເພີ່ມຂຶ້ນ ແມ່ນຈະສົ່ງຜົລກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຂ້ອນຂ້າງໜັກ ເນຶ່ອງຈາກແຮ່ທາຕ ຊນິດດັ່ງກ່າວ ຫາກບໍ່ມີການສະກັດ ແລະ ປຸງແຕ່ງ ໃຫ້ໄດ້ຕາມມາຕຖານສາກົລ ກໍ ຈະສົ່ງຜົລກະທົບ ຢ່າງຮຸນແຮງຕໍ່ສິ່ງແວດລ້ອມ ແລະ ສັງຄົມໃນອ້ອມຂ້າງ.

ດັ່ງເຈົ້າໜ້າທີ່ ທ່ານນີ້ ກ່າວຕໍ່ວິທຍຸ ເອເຊັ້ຽເສຣີ ໃນມື້ດຽວກັນນີ້ວ່າ:

“ເສຖກິຈນີ້ແລ້ວບີບບັງຄັບ ຊິໄປຈຳກັດຫລາຍເຈົ້າ (ຣັຖບານ) ກະຊິຕາຍພໍເຈົ້າໄດ້ບາດນີ້ ມັນມີຄວາມຈຳເປັນ, ບັນຫາສຳຄັນ ກະຊິເປັນນັກວິຊາການ ໃນການຄວບຄຸມນີ້ແຫລະ ນັກວິຊາການທາງດ້ານເຕັກນິກ ເຈົ້າບໍ່ເຂັ້ມແຂງນີ້ ມີຜົລກະທົບໂລດແຫລະ.”

ໃນພິທີເປີດໂຄງການດັ່ງກ່າວນີ້ ທ່ານ ດຣ. ດາວວົງ ພອນແກ້ວ ກ່າວວ່າ ໂຄງການຂຸດຄົ້ນ ແຮ່ກາຣ໌ນັລລາຍຕ໌ ແລະ ປຸງແຕ່ງເປັນ ໂປແທສຊຽມ ຄລໍຣາຍດ໌ ໃນລາວ ໄດ້ມີການສຶກສາສຳຣວດ ມາດົນສົມຄວນແລ້ວ ແລະ ຖືກກຳນົດໄວ້ໃນແຜນຍຸທສາຕ ການພັທນາວຽກງານປຸງແຕ່ງບໍ່ແຮ່ ແຕ່ນີ້ຮອດປີ 2025, ເຊິ່ງເປັນໂຄງການທີ່ນຳໃຊ້ເຕັກນິກທີ່ທັນສມັຍ, ນຳໃຊ້ທຶນກໍ່ສ້າງສູງ, ມີລັກສະນະ ຄົບວົງຈອນ ແລະ ເປັນມິດກັບສິ່ງແວດລ້ອມ ແລະ ເປັນເງືອນໄຂ ແລະ ສ່ວນປະກອບທີ່ສຳຄັນ ເຂົ້າໃນການພັທນາ ອຸຕສາຫະກັມແຮ່ທາຕ.

ສຳລັບ ບໍຣິສັດ ບໍ່ແຮ່ປຸ໋ຍ ກາລີ ລາວ-ຈີນ ຈຳກັດ ແມ່ນເປັນບໍຣະສັດ ລູກຂອງບໍຣິສັດ ພັດທະນາ ລົງທຶນບໍ່ແຮ່ລາວ-ຈີນ ຢຸນນານ ຈຳກັດ ແລະ ເປັນບໍຣິສັດພາຍໃຕ້ກຸ່ມບໍຣິສັດ ຢຸນທຽນຮວາ (Yuntianhua Group) ປະເທດຈີນ, ໂດຍ ບໍຣິສັດ ບໍ່ແຮ່ປຸ໋ຍ ກາລີ ລາວ-ຈີນ ມີໜ້າທີ່ຮັບຜິດຊອບ ໃນການຜລິດປຸ໋ຍເຄມີ ໃນລາວ ແລະ ນຳໃຊ້ແຮ່ເກືອ ໂປແທສຊຽມຂໜາດໃຫຍ່.

ປັດຈຸບັນ ບໍຣິສັດ ບໍ່ແຮ່ປຸ໋ຍ ກາລີ ລາວ-ຈີນ ຈຳກັດ ເປີດໂຄງການຂຸດຄົ້ນ ແຮ່ກາຣ໌ນັລລາຍຕ໌ ແລະ ປຸງແຕ່ງເປັນ ໂປແທສຊຽມ ຄລໍຣາຍດ໌ ຕັ້ງແຕ່ປີ 2010, ໂດຍປັຈຸບັນ ສາມາດຂຸດຄົ້ນ ແຮ່ກາຣ໌ນັລລາຍຕ໌ ໄດ້ປະມານ 650,000 ຕັນຕໍ່ປີ ແລະ ປຸງແຕ່ງໂປແທສຊຽມ ຄລໍຣາຍດ໌ ໄດ້ປະມານ 50,000 ຕັນຕໍ່ປີ.

ເມື່ອເດືອນເມສາ 2022 ທີ່ຜ່ານມາ ກະຊວງແຜນການ ແລະ ການລົງທຶນ ໄດ້ຣາຍງານວ່າ ຣັຖບານ ຣັຖບານລາວ ໄດ້ຄົ້ນຄວ້າພິຈາຣະນາ ອະນຸຍາດການລົງທຶນ ດ້ານແຮ່ທາຕ ທັງໝົດໃນທົ່ວປະເທດ ຈຳນວນ 308 ໂຄງການ ປະກອບມີ ໂຄງການປົກຕິ 262 ໂຄງການ, ໂຄງການ ແຮ່ທາດຫາຍາກ 8 ໂຄງການ ແລະ ໂຄງການ ທົດລອງ 38 ໂຄງການ,ໃນນັ້ນ ແຮ່ເຫລັກ 31 ໂຄງການ ສາມາດສ້າງລາຍຮັບ ມອບເຂົ້າງົບປະມານແລ້ວ 36 ລ້ານ ໂດລ້າ ສະຫະຣັຖ, ຫິນອ່ອນ ມາໂບ 2 ໂຄງການ, ຄຳ 4 ໂຄງການ, ຄຳຕົກຂ້ອນ 1 ໂຄງການ.

ສະເພາະນັກລົງທຶນ ຈາກປະເທດຈີນ ໄດ້ຮັບອະນຸຍາດ ຈາກຣັຖບານລາວ ລົງທຶນເຂົ້າໃນການພັທນາ ດ້ານທໍຣະນີສາຕ-ບໍ່ແຮ່ ຈຳນວນ 52 ບໍຣິສັດ ມີ 79 ໂຄງການ ໃນນີ້ ຊອກຄົ້ນມີ 11 ໂຄງການ, ສຳຣວດມີ 40 ໂຄງການ ແລະ ສຶກສາ ຄວາມເປັນໄປໄດ້ ດ້ານເສຖກິຈ-ເຕັກນິກ ເບື້ອງຕົ້ນ ມີ 28 ໂຄງການ.

ຄຽງຄູ່ກັນນັ້ນ ຣັຖບານລາວ ຍັງໄດ້ອະນຸມັດໃຫ້ ຜູ້ລົງທຶນຈາກປະເທດຈີນ ດຳເນີນການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ມີຈຳນວນ 35 ບໍຣິສັດ ລວມມີ 67 ໂຄງການ ພາຍໃຕ້ເງື່ອນໄຂສິດພິເສດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.