ເກົາຫຼີໃຕ້ ຊ່ອຍສ້າງໂຄງການ ໄຟຟ້າແສງຕາເວັນ
2022.10.11
ສະຖາບັນ ເພື່ອຄວາມກ້າວໜ້າ ທາງເທັກໂນໂລຢີ ປະເທດເກົາຫຼີໃຕ້ ໄດ້ຊ່ອຍສ້າງໂຄງການໄຟຟ້າ ແສງຕາເວັນ ຢູ່ບ້ານນາຫາວ, ນາວາງ ເຂດອຸທິຍານແຫ່ງຊາຕ ນາກາຍ, ນໍ້າເທີນ ເມືອງນາກາຍ ແຂວງຄຳມ່ວນ ເພື່ອໃຫ້ຊາວບ້ານ ຜູ້ທຸກຍາກໃນເຂດດັ່ງດ່າວ ມີໄຟຟ້າໃຊ້.
ພາຍຫຼັງໂຄງການດັ່ງກ່າວ ໄດ້ສຳເຣັດໃນປີ 2022 ນີ້ ກໍໄດ້ມີພິທີມອບຮັບ ໂຄງການເພື່ອເປີດໃຊ້ ຢ່າງເປັນທາງການ ໃນມືຶ້ວັນທີ 07 ຕຸລາ 2022 ທີ່ຜ່ານມາ ໂດຍມີ ດຣ ດາວວົງ ພອນແກ້ວ ຣັຖມົນຕຣີກະຊວງພລັງງານ ແລະບໍ່ແຮ່ ແລະ ທ່ານ ບີຢຸງ ໂຊກ ຢູ (Byung Seok Yoo) ອຸປະທູຕ ສະຖານເອກອັກຄະຣັຖທູຕ ເກົາຫຼີໃຕ້ ປະຈຳລາວ ພ້ອມດ້ວຍຄະນະ ເຂົ້າຮ່ວມໃນພິທີ.
ດັ່ງເຈົ້າໜ້າທີ່ ຜແນກພລັງງານ ແລະບໍ່ແຮ່ແຂວງຄຳມ່ວນ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 11 ຕຸລາ ນີ້ວ່າ:
“ດຽວນີ້ຫັ້ນຂະເຈົ້າ ຫາກໍເປີດໂຊລ້າເຊລ (Solar Cell) ຫວ່າງກີ້ ຣັຖບານລາວ ໄດ້ເອົາໄຟຟ້າ ແສງຕາເວັນໃຫ້ຂະເຈົ້າເນາະ ຫັ້ນນ່າ ຣັຖບານລາວ ໃຫ້ຂະເຈົ້າຢູ່ໃນອຸທິຍານເລີຍ ມັນມີ 13 ບ້ານຢູ່ໃນເຂດອຸທິ ຍານຫັ້ນ ແລ້ວກາຍັງຊິຂຍາຍໄປບ່ອນອື່ນຢູ່.”
ເຈົ້າໜ້າທີ່ ໄດ້ກ່າວຕື່ມວ່າ ສຳລັບໂຄງການໄຟຟ້າ ແສງຕາເວັນ ຢູ່ບ້ານນາຫາວ, ນາວາງ ທີ່ປະເທດເກົາຫຼີໃຕ້ ເຈົ້າມາຊ່ອຍສ້າງ ໃຫ້ນັ້ນແມ່ນຖືເປັນໂຄງການ ຕົ້ນແບບຊຶ່ງຫຼັງຈາກນີ້ ທາງການລາວ ຈະສືບຕໍ່ສ້າງໂຄງການ ໄຟຟ້າແສງຕາເວັນ ໃຫ້ກັບຊາວບ້ານເຂດອື່ນໆ ທີ່ຍັງບໍ່ມີໄຟຟ້າໃຊ້.
ທາງການລາວ ມີຄວາມພະຍາຍາມ ທີ່ສຸດທີ່ຈະເຮັດໃຫ້ ຊາວບ້ານບັນດາເຜົ່າ ຜູ້ທຸກຍາກໃນເຂດອຸທິຍານແຫ່ງຊາຕ ນາກາຍ, ນໍ້າເທີນ ມີໄຟຟ້າໃຊ້ຢ່າງທົ່ວເຖິງ ເພື່ອຊີວິຕການເປັນຢູ່ ແລະ ສະພາບເສຖກິຈ-ສັງຄົມ ແລະດ້ານອື່ນໆ ປ່ຽນແປງໄປ ໃນທິດທາງທີ່ດີຂຶ້ນ ຕາມແຜນພັທນາ ເສຖກິຈ-ສັງຄົມ ຂອງປະເທດ.
ຊາວບ້ານຜູ້ນຶ່ງທີ່ອາສັຍຢູ່ ໃນເຂດອຸທິຍານແຫ່ງຊາຕ ນາກາຍ, ນໍ້າເທີນ ໃນເມືອງນາກາຍ ແຂວງຄຳມ່ວນກ່າວວ່າ ໂຄງການໄຟຟ້າ ແສງຕາເວັນຢູ່ບ້ານນາຫາວ, ນາວາງ ແມ່ນເປັນພຽງໂຄງການ ພັທນາພຽງຈຸດຽວເທົ່ານັ້ນ ແຕ່ປັດຈຸບັນ ຍັງມີຊາວບ້ານທີ່ອາສັຍຢູ່ ເຂດອຸທິຍານແຫ່ງຊາຕ ແຫ່ງນີ້ຈຳນວນຫຼາຍ ບ້ານຍັງທຸກຍາກ ແລະບໍ່ມີໄຟຟ້າ ໃຊ້ຊຶ່ງໄລຍະຜ່ານມາ ກໍເຫັນວ່າຄົນເຂົ້າມາສຳຣວດ ເພື່ອຈະສ້າງໂຄງການແຕ່ສຸດທ້າຍ ກໍມິດໄປ.
ດັ່ງຊາວບ້ານຜູ້ນີ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຍັງໆ ມີໄຟປະມານ 20 ປາຍຄອບຄົວ ໄຟຟ້າຢູ່ບ້ານເຮົານີ້ ຍັງຫຼາຍຄອບຄົວ ເພາະວ່າໄປ-ມາ ບໍ່ຢາກສະດວກ ສະບາຍ ຄົນມາແຕ່ນະຄອນຫຼວງວຽງຈັນ ຈັກບໍຣິສັດ ອີ່ຫຍັງເຂົ້າມາ.”
ທາງດ້ານເຈົ້າໜ້າທີ່ ທ້ອງຖິ່ນໃນເມືອງນາກາຍ ແຂວງຄຳມ່ວນ ກ່າວວ່າ ສຳລັບບ້ານຕ່າງໆ ທີ່ອາສັຍຢູ່ ໃນເຂດອຸທິຍານແຫ່ງຊາຕ ນາກາຍ, ນໍ້າເທີນ ແມ່ນເປັນບ້ານທຸກຍາກ ຍັງບໍ່ໄດ້ຮັບການພັທນາ ເທົ່າຄວນເນື່ອງຈາກ ການເດີນທາງ ເຂົ້າໄປຫາບ້ານດັ່ງກ່າວ ຈະຕ້ອງເດີນທາງ ດ້ວຍເຮືອເຂົ້າໄປເທົ່ານັ້ນ ປະມານ 3-4 ຊົ່ວໂມງ ຊຶ່ງເຮັດໃຫ້ການພັທນາ ໂຄງຮ່າງພື້ນຖານ ທີ່ຈຳເປັນບໍ່ສາມາດປະຕິບັດໄດ້ ຕາມເປົ້າໝາຽ. ດັ່ງເຈົ້າໜ້າທີ່ ທ່ານນີ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເຂດເທິງ ມັນຈະເປັນເຂດ ທຸລະກັນດານແດ່ໜ້ອຍນຶ່ງ ເພາະວ່າໄຟຟ້າກາ ຍັງບໍ່ທັນເຖິງ ມັນກາມີຫຼາຍບ້ານ ທາງເທິງ ກາຍັງໄດ້ຍ່າງໄປ.”
ຂະນະທີ່ເຈົ້າໜ້າທີ່ ຫ້ອງການຣັຖວິສາຫະກິຈ ໄຟຟ້າລາວ ສາຂາແຂວງຄຳມ່ວນ ກ່າວວ່າ ມາຮອດປັດຈຸບັນ ທຸກບ້ານໃນເມືອງນາກາຍ ແຂວງຄຳມ່ວນ ຊາວບ້ານສາມາດເຂົ້າເຖິງ ໄຟຟ້າໄດ້ໝົດແລ້ວ ຍົກເວັ້ນແຕ່ຊາວບ້ານ ບັນດາເຜົ່າ ໃນເຂດອຸທິຍານແຫ່ງຊາຕ ນາກາຍ ນໍ້າເທີນ ຊຶ່ງຢູ່ຕິດກັບຊາຍແດນວຽດນາມ ທີ່ຍັງບໍ່ທັນມີໄຟຟ້າໃຊ້ ແບບຖາວອນ ເນື່ອງຈາກບໍ່ສາມາດ ສ້າງລະບົບສາຍສົ່ງ ເຂົ້າໄປເຖິງພື້ນທີ່ໄດ້.
ເພື່ອເຮັດໃຫ້ຊາວບ້ານ ເລົ່ານັ້ນ ໄດ້ມີໄຟຟ້າໃຊ້ຢ່າງທົ່ວເຖິງ ຈຶ່ງໄດ້ມີໂຄງການ ໄຟຟ້າແສງຕາເວັນ ຈາກປະເທດເກົາຫຼີໃຕ້ ເຂົ້າມາສ້າງເປັນໂຄງການຕົ້ນແບບ ແລະຫຼັງຈາກນີ້ ກໍຈະມີການສ້າງໂຄງການ ໄຟຟ້າແສງຕາເວັນ ໃຫ້ກັບບ້ານຕ່າງໆ ຕາມຄວາມພ້ອມ ຂອງງົບປະມານ ຂອງຣັຖບານ.
ດັ່ງເຈົ້າໜ້າທີ່ ທ່ານນີ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຄັນວ່າເຂດເທສບານເຮົາ ໄປເຂດນີ້ມັນກາໄດ້ໝົດຄູ່ບ້ານ ແລ້ວຫັ້ນນ່າ ຍັງແຕ່ວ່າເຂດພຸ້ນແຫຼະ ຕິດຊາຍແດນວຽດນາມ ພຸ້ນແຫຼະ ຟາກນໍ້າເທີນໄປພຸ້ນໃດ ກາມີໂຄງການແລ້ວເດ່ ໂຊລ້າຣ໌ ຟາມເພິ່ນກາຫາໄປເປີດ ຫວ່າງ 4-5 ມື້ກ່ອນນີ້ເນາະ.”
ສຳລັບໂຄງການ ໄຟຟ້າແສງຕາເວັນ ຢູ່ບ້ານນາຫາວ-ນາວາງ ທີ່ປະເທດເກົາຫຼີໃຕ້ ເຂົ້າມາຊ່ອຍສ້າງ ໃນຄັ້ງນີ້ ແມ່ນບໍ່ມີການເປີດເຜີຍ ຣາຍລະອຽດ ແລະຂໍ້ມູນໃດໆ ກ່ຽວກັບໂຄງການດັ່ງກ່າວ ວ່າເຣີ່ມກໍ່ສ້າງໃນປີໃດ ແລະໃຊ້ງົບປະມານເທົ່າໃດ ໃນການກໍ່ສ້າງ ຊຶ່ງວິທຍຸ ເອເຊັຽເສຣີ ພະຍາຍາມຕິດຕໍ່ ໄປຫາສະຖານທູຕເກົາຫຼີໃຕ້ ປະຈຳລາວ ເພື່ອສອບຖາມຂໍ້ມູນ ແຕ່ບໍ່ສາມາດຕິດຕໍ່ໄດ້.
ອີງຕາມການຣາຍງານ ຂອງກະຊວງພລັງງານ ແລະບໍ່ແຮ່ໃນວັນທີ 10 ຕຸລາ 2022 ນີ້ ລະບຸວ່າທົ່ວປະເທດລາວ ມີໂຄງການພັທນາ ໄຟຟ້າແສງຕາເວັນ ທີ່ໄດ້ຮັບອະນຸມັດແລ້ວ ຈຳນວນ 25 ໂຄງການໃນນີ້ສູນກາງ ອະນຸມັດມີຈໍານວນ 18 ໂຄງການ ແລະ ທ້ອງຖິ່ນອະນຸມັດ ມີຈຳນວນ 7 ໂຄງການ.
ມາຮອດປັດຈຸບັນໄດ້ສຳເຣັດການກໍ່ສ້າງແລະເປີດດຳເນີນການຜລິດກະແສໄຟຟ້າແລ້ວ ຈຳນວນ 7 ໂຄງການດ້ວຍກຳລັງການຕິດຕັ້ງ 56 ເມກາວັຕ ແລະ ກຳລັງຢູ່ລະຫວ່າງການສຶກສາ-ຄົ້ນຄ້ວາອີກຈຳນວນ 25 ໂຄງການ.
ສະເພາະໂຄງການພັທນາໄຟຟ້າແສງຕາເວັນໄດ້ເຮັດໃຫ້ຊາວບ້ານໃນເຂດຊົນນະບົດຫ່າງໄກສອກຫຼີກໄດ້ເຂົ້າເຖີງການໃຊ້ໄຟຟ້າແສງຕາເວັນແລ້ວ 1,155 ຄອບຄົວໃນທົ່ວປະເທດ.
ປັດຈຸບັນປະຊາຊົນລາວປະມານ 530 ບ້ານ ເກືອບ 50,000 ຄົວເຮືອນຫຼືຄິດເປັນ 5% ຂອງຈຳນວນຄົວເຮືອນທັງໝົດໃນທົ່ວປະເທດຍັງບໍ່ມີໄຟຟ້າໃຊ້ແບບຖາວອນໂດຍສະເພາະ ຄອບຄົວທຸກຍາກທີ່ອາສັຍຢູ່ຕາມເຂດຫ່າງໄກສອກຫຼີກແລະຣັຖບານລາວມີເປົ້າໝາຽທີ່ຈະເຮັດໃຫ້ປະຊາຊົນທຸກຄອບຄົວໃນທົ່ວປະເທດເຂົ້າເຖີງໄຟຟ້າໃຊ້ແບບຖາວອນພາຍໃນປີ 2030.