ເອກຊົນຈີນ ຈະສຶກສາ ໂຄງການ ພລັງງານ ສະອາດ ຢູ່ 3 ແຂວງ

ໄຊຍາ
2022.10.19
ເອກຊົນຈີນ ຈະສຶກສາ ໂຄງການ ພລັງງານ ສະອາດ ຢູ່ 3 ແຂວງ ຮູບໂຕຢ່າງ: ແຜງໂສລ້າຣ໌ ໃຊ້ເພື່ອຜລິຕ ພລັງງານໄຟຟ້າ ຈາກແສງຕາເວັນ.
RFA

ບໍຣິສັດ ຊີຈີເອັນ ເອັນເນີ້ຣ໌ຈີ ເທັກໂນໂລຈີ ລາວ (CGN Energy Technology Laos) ຈຳກັດ ຈະສຶກສາ, ສຳຣວດ ຄວາມເປັນໄປໄດ້ ໂຄງການພັທນາ ພລັງງານສະອາດ ແບບຄົບວົງຈອນ ປະກອບມີພລັງງານລົມ, ພລັງງານແສງຕາເວັນ ແລະ ເຂື່ອນໄຟຟ້າ ຢູ່ 3 ແຂວງພາກເໜືອ ຂອງປະເທດລາວຄື ແຂວງຜົ້ງສາລີ, ຫລວງນໍ້າທາ ແລະ ອຸດົມໄຊ.

ບໍຣິສັດ ດັ່ງກ່າວ ໄດ້ມີການເຊັນບົດບັນທຶກ ຄວາມເຂົ້າໃຈ ຫລື MOU ຮ່ວມກັບກະຊວງ ແຜນການ ແລະການລົງທຶນ. ຕາງໜ້າຣັຖບານລາວ ໃນມື້ວັນທີ 17 ຕຸລາ 2022 ທີ່ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍຈະໃຊ້ໄລຍະເວລາ ສຶກສາ, ສຳຣວດ ຄວາມເປັນໄປໄດ້ ເປັນເວລາ 6 ເດືອນ.

ດັ່ງເຈົ້າໜ້າທີ່ ຜູ້ກ່ຽວຂ້ອງ ກັບວຽກງານນີ້ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 19 ຕຸລານີ້ວ່າ:

ຂະເຈົ້າ ເຂົ້າມາສຳຣວດ ຄວາມເປັນໄປໄດ້ສື່ໆເນາະ, ສຳຣວດເບື້ອງຕົ້ນສື່ໆນ່າ. ກາຢາກໃຫ້ເຮັດຫັ້ນແຫລະ ເພາະວ່າໄດ້ພັທນາ ໃຫ້ທາງຣັຖບານຫັ້ນແຫລະເນາະ ເຂົ້າມາລົງທຶນ ແລ້ວຫາກມັນເກີດ ມັນກາຕ້ອງມີການພັທນາ.”

ທ່ານກ່າວຕື່ມວ່າ ການເຂົ້າມາສຶກສາ-ສຳຣວດ ຄວາມເປັນໄປໄດ້ ໂຄງການພັທນາ ພລັງງານສະອາດແບບຄົບວົງຈອນ ໃນຄັ້ງນີ້ ຍັງຕ້ອງລໍຖ້າອີກ 6 ເດືອນ ຫລັງຈາກນີ້ ເຖິງຈະຮູ້ວ່າ ບໍຣິສັດຈີນແຫ່ງນີ້ ຈະພັທນາໂຄງການໃດແດ່ ແຕ່ລະໂຄງການ ຈະກວມເອົາເນື້ອທີ່ ໜ້ອຍຫລາຍປານໃດ ໂຄງການຈະຕັ້ງຢູ່ແຂວງໃດ ແລະໂຄງການເລົ່ານັ້ນ ຈະມີຜົລກະທົບ ທາງດ້ານສິ່ງແວດລ້ອມ, ສັງຄົມແນວໃດ ກໍຍັງຕ້ອງລໍຖ້າ ຜົລການສຶກສາ ຄວາມເປັນໄປໄດ້ ແລະຣາຍງານ ການປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມເພີ່ມຕື່ມ.

ຂະນະທີ່ເຈົ້າໜ້າທີ່ ກະຊວງພລັງງານ ແລະບໍ່ແຮ່ທ່ານນຶ່ງ ກ່າວວ່າ ກໍເປັນບໍຣິສັດ ແຫ່ງທຳອິດ ທີ່ໄດ້ຮັບອະນຸຍາດ ຈາກຣັຖບານລາວ ໃຫ້ສຶກສາ, ສຳຣວດ ໂຄງການພັທນາ ພລັງງານສະອາດ ແບບຄົບວົງຈອນໂດຍທີ່ບໍ່ໄດ້ລະບຸ ແບບຈະແຈ້ງວ່າ ຈະສ້າງໂຄງການ ພັທນາພລັງງານ, ໂຄງການພັທນາພລັງງານແສງຕາເວນ ຫຼືໂຄງການເຂື່ອນໄຟຟ້າ.

ການປະເມີນ ຄວາມເປັນໄດ້ ເຣື່ອງການພັທນາ ພລັງງານໄຟຟ້າ ຂອງກະຊວງ ພລັງງານ ແລະບໍ່ແຮ່ລະບຸວ່າ ພື້ນທີ່ແຂວງພາກເໜືອ ຂອງລາວ ບໍ່ເໝາະສົມ ຫາກຈະພັທນາໂຄງການ ພລັງງານ ແສງຕາເວນ ສ່ວນໂຄງການ ພລັງງານລົມ ອາຈພັທນາໄດ້ ໃນບາງພື້ນທີ່, ສ່ວນເຂື່ອນໄຟຟ້າ ກໍຍັງຕ້ອງສຶກສາເພີ່ມຕື່ມ.

ດັ່ງເຈົ້າໜ້າທີ່ ກະຊວງພລັງງານ ແລະບໍ່ແຮ່ທ່ານນີ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ມາສຳຣວດ ຫລືວ່າ ມາຈອງເນື້ອທີ່ ແບບໃດກາບໍ່ຮູ້ ບໍ່ແນ່ໃຈຄືກັນ ແຕ່ວ່າ ຂະເຈົ້າຊິໄປທຽບໃສ່ ທາງພາກເໜືອເນາະ ໂຊລ້າຣ໌ນີ້ ມັນໜ້າຈະຍາກ ຄັນເປັນພລັງງານລົມນີ້ ພໍໄດ້ຢູ່ຫລັກໆແລ້ວ ເຂດເໜືອມັນຈະບໍ່ປານໃດຫັ້ນນ່າ ເພາະສະພາບມັນບໍ່ໃຫ້.

ກ່ຽວກັບເຣື່ອງນີ້ ຊາວລາວຜູ້ນຶ່ງ ໃນແຂວງຜົ້ງສາລີກ່າວວ່າ ຍັງບໍ່ຮູ້ວ່າ ບໍຣິສັດຈີນດັ່ງກ່າວ ຈະເຂົ້າມາສຶຶກສາ, ສຳຣວດ ຄວາມເປັນໄປໄດ້ ໃນເຂດເມືອງໃດ ແຕ່ກໍເຫັນດີ ໂຄງການພັທນາ ດັ່ງກ່າວ ຫາກບໍຣິສັດ ຈະເຂົ້າມາລົງທຶນ ກໍຄວນຈະຕ້ອງສຶກສາ, ສຳຣວດ ຄວາມເປັນໄປໄດ້ ແລະປະເມີນ ຜົລກະທົບ ທາງດ້ານສິ່ງແວດລ້ອມ, ສັງຄົມຢ່າງລະອຽດ ເພື່ອບໍ່ໃຫ້ເກີດ ຜົລກະທົບ ຕໍ່ສັງຄົມ ໃນໄລຍະຍາວ.

ດັ່ງຊາວບ້ານ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ບໍ່ຮູ້ວ່າ ຊິເອົາຢູ່ໃສເນາະ ກາເໝາະສົມໄດ໋ ບ້ານເຮົາມັນກາຢູ່ເຂດ ພູສູງເນາະ ມັນກາສາມາດ ມີລົມມີຫຍັງ ຊິໄດ້ຢູ່ຕາມຄວາມຄິດນີ້ ກໍຢາກໃຫ້ມາສຶກສາ ເບິ່ງຫັ້ນແຫລະ ຊອກຫາວິທີການ ແກ້ໄຂເນາະ ບັນຫາຜົລກະທົບ ສິ່ງແວດລ້ອມຕ່າງໆ.

ຊາວບ້ານອີກຜູ້ນຶ່ງ ໃນແຂວງອຸດົມໄຊ ກ່າວວ່າຫາກໂຄງການ ພັທນາພລັງງານລົມ ແລະພລັງງານແສງຕາເວັນ ກໍເຫັນດີ ໃຫ້ມີການພັທນາ ເນື່ອງຈາກຜົລກະທົບ ທາງດ້ານສິ່ງແວດລ້ອມ, ສັງຄົມ ບໍ່ຮຸນແຮງ ແລະຍັງຊ່ອຍໃຫ້ຊາວບ້ານ ຜູ້ທຸກຍາກ ທີ່ອາສັຍຢູ່ຕາມເຂດ ຫ່າງໄກສອກຫລີກ ມີໄຟຟ້າໃຊ້ ຢ່າງທົ່ວເຖິງ. ຫາກເປັນໂຄງການ ພັທນາຂອງບໍຣິສັດຈີນ ທາງການລາວ ກໍຄວນເຂັ້ມງວດ ໃນການຕິດຕາມ ກວດກາ ເຣື່ອງຂອງມາຕຖານ ແລະຜົລກະທົບ ຕໍ່ສິ່ງແວດລ້ອມ, ສັງຄົມ ຢ່າງລະອຽດ ເພື່ອບໍ່ໃຫ້ເກີດຜົລກະທົບ ຕໍ່ຊາວບ້ານໃນພື້ນທີ່.

ດັ່ງຊາວບ້ານ ຜູ້ນີ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ພວກໂຊລ້າຣ໌ ພວກຫຍັງນີ້ ຫລາຍຄົນກາ ມັນກາຕ້ອງການຫັ້ນແຫລະ ຄືຢູ່ຊົນນະບົດບໍ່ ຢູ່ທ້ອງຖິ່ນຢູ່ຫຍັງນ່າ ຂະເຈົ້າກາຕ້ອງ ຂອງຈີນຫັ້ນ ມາເຮັດມັນກາບໍ່ມີ ວິຊາການ ທີ່ຄວາມໝັ້ນໃຈ ມັນບໍ່ສູງ.

ສ່ວນຊາວບ້ານ ອີກຄົນນຶ່ງ ໃນແຂວງຫລວງນໍ້າທາ ກ່າວວ່າ ບໍ່ວ່າຈະເປັນໂຄງການ ພັທນາໃນຮູບແບບໃດ ແລະມີຂນາດນ້ອຍ ຫລືຂນາດໃຫຍ່ ກໍເປັນກັງວົນ ເຣື່ອງຂອງຜົລກະທົບ ຕໍ່ສິ່ງແວດລ້ອມ, ສັງຄົມ ເນື່ອງຈາກຫລາຍໂຄງການ ພັທນາໄລຍະຜ່ານມາ ໄດ້ສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ, ສັງຄົມ ແບບຮຸນແຮງ ແຕ່ກໍບໍ່ໄດ້ຮັບການແກ້ໄຂ ໄດ້ດີເທົ່າທີ່ຄວນ.

ດັ່ງຊາວບ້ານ ຜູ້ນິ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ຜົລກະທົບ ມັນຫລາຍຢ່າງຢູ່ ກາກັງວົນຢູ່ ແຕ່ວ່າມັນເປັນໄປບໍ່ໄດ້ ຢ້ານພາກຣັຖ ເພິ່ນຕ້ານ ແລ້ວເຮົາກາບໍ່ຊ່າງວ່າຫຍັງ ແຫລະ.

ຍານາງ ພອນວັນ ອຸທະວົງ ຮອງຣັຖມົນຕຣີ ກະຊວງແຜນການ ແລະການລົງທຶນ ກ່າວໃນພິທີ ເຊັນບົດບັນທຶກ ຄວາມເຂົ້າໃຈ ໃນມື້ວັນທີ 17 ຕຸລາວ່າ ການເຊັນບົດບັນທຶກ ຄວາມເຂົ້າໃຈ ໃນຄັ້ງນີ້ ແມ່ນເປັນບາດກ້າວ ສຳຄັນ ເພື່ອໃຫ້ບໍຣິສັດ ໄດ້ປະສານສົມທົບ ກັບຂແນງການ ທີ່ກ່ຽວຂ້ອງ ທັງໃນລະດັບສູງ ແລະທ້ອງຖິ່ນ ຮ່ວມກັນກຳນົດ ຂອບເຂດພື້ນທີ່ ທີ່ມີຄວາມເປັນໄປໄດ້ ເພື່ອກ້າວໄປສູ່ ບົດບັນທຶກ ຄວາມເຂົ້າໃຈ ສະບັບສົມບູນ ໃນການສຶກສາ ສຳຣວດຄວາມເປັນໄປໄດ້ ໃນການພັທນາ ໂຄງການດັ່ງກ່າວ.

ສ່ວນທ່ານ ຫລີ ອີ ຫລຸນ ຜູ້ອຳນວຍການ ບໍຣິສັດ ຊີຈີເອັນ ເອັນເນີ້ຣ໌ຈີ ອິນເຕີ້ຣ໌ເນຊັນເນລ ໂຮນດິງສ໌ (CGN Energy International Holdings) ສຳນັກງານ ປະເທດຈີນ ກ່າວວ່າ ປັດຈຸບັນ ບໍຣິສັດ CNG ປະເທດຈີນ ໄດ້ພັທນາໂຄງການ ພລັງງານສະອາດ ມີສາຂາ 5 ແຫ່ງ ມູນຄ່າການລົງທຶນ ທັງໝົດ 900 ຕື້ຢວນ, ກຳລັງການຜລິຕ 72 ລ້ານກິໂລວັດ ມີກຳລັງການຕິດຕັ້ງ 30 ປາຍລ້ານກິໂລວັດ.

ການເຊັນບົດບັນທຶກ ຄວາມເຂົ້າໃຈ ຮ່ວມກັນໃນຄັ້ງນີ້ ແມ່ນເປັນໄປຕາມ ຍຸທສາຕພາຍໃຕ້ ຄູ່ຮ່ວມສະຕາກັມດຽວກັນ ຂອງສອງປະເທດ ລາວ-ຈີນ ໃຫ້ປະສົບຜົລ ສຳເຣັດເປັນຈິງ ໂດຍສະເພາະ ແມ່ນການເຊື່ອມໂຍງ ຕາຂ່າຍໄຟຟ້າ ລະຫວ່າງ 2 ປະເທດ ແມ່ນມີຄວາມສຳຄັນຫລາຍ ຊຶ່ງຈະຊ່ອຍປ່ຽນ ແຜນການໃຫ້ເປັນ ການຈັດຕັ້ງ ປະຕິບັດ ແລະປ່ຽນແນວຄິດ ໃຫ້ເປັນຮູບປະທັມ.

ສຳລັບໂຄງການ ຂນາດໃຫຍ່ ທີ່ນັກລົງທຶນຈີນ ເຂົ້າມາລົງທຶນໃນລາວ ກໍຈະປະກອບໄປດ້ວຍ ໂຄງການເຂື່ອນໄຟຟ້າ, ໂຄງການພັທນາ ເຂດເສຖກິຈພິເສດ, ໂຄງການທາງຣົຖໄຟ ລາວ-ຈີນ, ໂຄງການທາງດ່ວນ ລາວ-ຈີນ ແລະ ເສັ້ນທາງສາຍຕ່າງໆ ໂຄງການຂຸດຄົ້ນແຮ່ທາຕ ແລະ ທຸຣະກິຈໂຮງຈັກ ໂຮງງານ  ທີ່ກະຈາຍຢູ່ທົ່ວປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.