ຊາວບ້ານຄຳຮຸ່ງ, ບ້ານຫ້ວຍຫົງ ຢູ່ນະຄອນຫຼວງ ເດືອດຮ້ອນຫຼາຍ ຖນົນສ້າງບໍ່ແລ້ວ ເກືອບ 10 ປີ
2022.10.27
ຊາວບ້ານຫລາຍຄົນ ຢູ່ບ້ານຄໍາຮຸ່ງ ເມືອງໄຊທານີ ນະຄອນຫລວງວຽງຈັນ ແລະປະຊາຊົນທີ່ຢູ່ໃກ້ຄຽງ ໄດ້ຮັບຄວາມເດືອດຮ້ອນ ຍ້ອນເສັ້ນທາງ ເຕ້ 6 ຢູ່ລະຫວ່າງບ້ານຄໍາຮຸ່ງ, ຮ່ອມ 2 ແລະບ້ານຫ້ວຍຫົງ ຮ່ອມ 23 ທີ່ມີຄວາມຍາວ ປະມານ 2 ກິໂລແມັດ ຊຶ່ງໄດ້ສ້າງມາເປັນເວລາດົນແລ້ວນັ້ນ ແຕ່ບໍ່ທັນສຳເຣັດ, ເຮັດໃຫ້ການເດີນທາງຫຍຸ້ງຍາກ ລໍາບາກ. ເສັ້ນທາງດັ່ງກ່າວ ເປັນທາງດິນແດງ ແລະເປັນຂຸມຫລາຍບ່ອນ, ເຮັດໃຫ້ມີຂີ້ຝຸ່ນໃນຣະດູແລ້ງ ແລະມີຂີ້ຕົມໃນຣະດູຝົນ ຍ້ອນການປັບປຸງເສັ້ນທາງ ໃຫ້ເປັນທາງຄອນກຣີດນັ້ນ ຍັງບໍ່ທັນແລ້ວ ແລະກໍຖືກຜູ້ຮັບເໝົາ ປະຖິ້ມໄວ້ເປັນເວລາເກືອບຮອດ 10 ປີ, ແຕ່ຕາມແຜນເວົ້າວ່າ ຈະໃຊ້ເວລາສ້າງພຽງ 2 ປີເທົ່ານັ້ນ.
ດັ່ງຊາວບ້ານຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ຕຸລານີ້ວ່າ:
“ຍາມຝົນແທ້ ມັນກໍເປື້ອນຫັ້ນນ່າ ແລ້ວກະຍາມນີ້ມັນໜາວ ຍາມໜາວມັນກະຂີ້ຝຸ່ນ ມັນຫລາຍຫັ້ນນ່າ ຕາມແຜນແທ້ ເປັນທາງຄອນກຣີດນ່າ ຍັງຄືເກົ່າ ຍັງບໍ່ຮູ້ແຜນແທ້ວ່າຊິສ້າງບໍ່ ມີແຜນແບບນີ້ແທ້ ມັນກໍຕ້ອງມີການແກ້ໄຂຫັ້ນນ່າ.”
ພ້ອມດຽວກັນນັ້ນ ຊາວບ້ານອີກຜູ້ນຶ່ງ ທີ່ມີເຮືອນຢູ່ແຄມທາງ ດັ່ງກ່າວ ກໍເວົ້າວ່າ ຕົນກໍອົດທົນຕໍ່ບັນຫາຂີ້ຝຸ່ນຢູ່ເສັ້ນທາງນີ້ ມາດົນຫລາຍປີແລ້ວ, ເຖິງແມ່ນໄດ້ໃຊ້ ນໍ້າຫົດທາງຢູ່ໜ້າເຮືອນ ແລະແປງສະພາບໜ້າທາງຢູ່ເລື້ອຍໆ ເພື່ອບໍ່ໃຫ້ມີຂີ້ຝຸ່ນຫລາຍ, ແຕ່ເຮັດໄປບໍ່ພໍເທົ່າໃດ ກໍເກີດບັນຫາຂີ້ຝຸ່ນໄງ່ຄືເກົ່າ. ມັນເປັນບັນຫາທີ່ແກ່ຍາວ ມາດົນແລ້ວ, ຊາວບ້ານຢາກໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ຊ່ອຍແກ້ໄຂໃຫ້ໄວທີ່ສຸດ, ແຕ່ກໍຍັງບໍ່ຮູ້ແຜນຂອງໂຄງການນີ້ ວ່າຈະສືບຕໍ່ ຫລືບໍ່.
“ໂອ໋ ບໍ່ຮູ້ນໍາເພິ່ນໄດ໋ ທາງດິນແດງ. ເຈົ້າ ແມ່ນມັນກະຍັງຝຸ່ນ ເຮົາເກຣດເທື່ອນຶ່ງແລ້ວ ແຕ່ວ່າດຽວນີ້ມັນກໍຍັງຝຸ່ນ.”
ຊາວບ້ານທີ່ຢູ່ໃກ້ຄຽງ ກໍເວົ້າວ່າ ຕົນກໍມັກຫລີກເວັ້ນ ບໍ່ຂັບຣົຖຜ່ານທາງສາຍນີ້ ເພື່ອປ້ອງກັນບໍ່ໃຫ້ເກີດອຸບັດຕິເຫດ ຍ້ອນວ່າ ມັນມີຂຸມຫລາຍບ່ອນ ສ່ວນຍາມແລ້ງກໍມີຂີ້ຝຸ່ນ ແລະຍາມຝົນກໍມີຂີ້ຕົມ.
“ແມ່ນແຫລະ. ເຈົ້າ ບໍ່ຄ່ອຍໄດ້ໄປ ແຕ່ວ່າເຄີຍໄປ ມັນເປັນທາງແດງ ແລະກໍທາງຂີ້ຕົມຫລາຍ ເປັນທາງແບບຂຸມຫລາຍຊີ້ນ່າ. ກະບໍ່ຄ່ອຍໄດ້ໄປດອກ ມີແຕ່ໄປເລັກໆນ້ອຍໆຊື່ໆ ເຈົ້າ.”
ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາຫ້ອງການ ໂຍທາທິການ ແລະຂົນສົ່ງ ເມືອງໄຊທານີ ເພື່ອຂໍຮູ້ຣາຍລະອຽດ ຂອງໂຄງການດັ່ງກ່າວ ແຕ່ເຈົ້າໜ້າທີ່ ບໍ່ສາມາດເວົ້າຣາຍລະອຽດ ໃຫ້ຮູ້ໄດ້, ມີພຽງແຕ່ເວົ້າວ່າ ຍັງບໍ່ທັນມີຫຍັງຄືບໜ້າ, ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຢູ່ ເມືອງໄຊທານີ ນາງນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກໍເວົ້າວ່າ ໂຄງການປັບປຸງເສັ້ນທາງ ດັ່ງກ່າວ ໄດ້ຢຸດໄປເປັນເວລາຫລາຍປີແລ້ວ ແລະມາຮອດດຽວນີ້ ກໍບໍ່ມີທ່າທີວ່າ ຈະກັບມາສືບຕໍ່ເຮັດຕື່ມ, ເຖິງແມ່ນວ່າ ຊາວບ້ານຫລາຍຄົນ ຈະໄດ້ຍື່ນຄໍາຮ້ອງທຸກ ໄປຫາສະພາປະຊາຊົນ ນະຄອນຫລວງວຽງຈັນ ເພື່ອຂໍໃຫ້ມີການກວດກາ ແລະຕິດຕາມ ແກ້ໄຂມາແລ້ວກໍຕາມ ແຕ່ຈົນຮອດມື້ນີ້ ກໍຍັງບໍ່ມີພາກສ່ວນໃດ ອອກມາຊີ້ແຈງ ຣາຍລະອຽດໃຫ້ຮູ້.
ດັ່ງທີ່ນາງກ່າວວ່າ:
“ເພິ່ນກໍວ່າ ມີໂຄງການຊິປູເບຕົງ, ປູເຂົ້າມາແຕ່ທາງເບື້ອງ ຫ້ວຍຫົງພຸ້ນແດ່ແລ້ວ ຜ່ານບ່ອນຄໍາຮຸ່ງນີ້ ຍັງບໍ່ທັນແລ້ວເທື່ອ. ປະຊາຊົນ ເພິ່ນກໍເຮັດຄໍາຮ້ອງ ຍື່ນໄປສະພາພຸ້ນ ບໍ່ເຫັນເພິ່ນຕອບຈັ່ງໃດ ໂຄງການຂອງເອກຊົນເດ໋. ຣັຖເພິ່ນໃຫ້ເອກຊົນສັມປະທານ ແຕ່ວ່າເພິ່ນຊິມີການປັບໃໝກັນ ແນວໃດເຮົາກະບໍ່ຮູ້.”
ນັກວິສະວະກອນລາວ ທ່ານນຶ່ງ ທີ່ມີຄວາມຮູ້ ເຣື່ອງການກໍ່ສ້າງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ຕຸລານີ້ວ່າ ຕາມປົກຕິແລ້ວ ໂຄງການກໍ່ສ້າງ ອັນໃດ ທີ່ຣັຖບານອະນຸຍາດ ມີການດໍາເນີນ ໂຄງການຫລ້າຊ້າ ຫລືບໍ່ສໍາເຣັດຕາມແຜນ ຜູ້ຮັບເໝົາໂຄງການ ຈະຖືກປັບໃໝ ແລະລົງໂທດ ຕາມຂັ້ນຕອນ, ແຕ່ສໍາລັບໂຄງ ການດັ່ງກ່າວນີ້ ທ່ານເອງກໍບໍ່ເຫັນວ່າ ມີການປັບໃໝ ຫລືລົງໂທດ ຜູ້ຮັບເໝົາແນວໃດເທື່ອ.
“ກະຖືກຫັ້ນແຫລະ ກະຖືກປັບໃໝຄືກັນຫັ້ນແຫລະ ແຕ່ວ່າຂຶ້ນກັບເຈົ້າຂອງ ໂຄງການຫຍຸ້ງຍາກ ຫລືງ່າຍ ໂຕນີ້ຂ້ອຍກໍບໍ່ຮູ້ຈັກ ບໍຣິສັດເຂົາເຈົ້າ. ບໍຣິສັດ ໃດ, ໜ້າຈະຜູ້ຮັບເໝົາ ຫັ້ນຄ້າງປະໄວ້.”
ເມື່ອວັນທີ 24 ຕຸລານີ້ ກໍມີຊາວບ້ານຜູ້ນຶ່ງ ໂພສຕ໌ ຮູບເສັ້ນທາງດັ່ງກ່າວ ຜ່ານສື່ສັງຄົມອອນລາຍ ຊຶ່ງເປັນທາງດິນແດງ ແລະມີຂີ້ຝຸ່ນໄງ່ຫລາຍ ແລະເວົ້າວ່າ ເປັນເສັ້ນທາງທີ່ຖືກລືມ., ມີຜູ້ໃຊ້ສື່ສັງຄົມອອນລາຍຫລາຍຄົນ ວິພາກ, ວິຈານ ພ້ອມທັງຮຽກຮ້ອງໃຫ້ ພາກສ່ວນທີ່ກ່ຽວຂ້ອງ ເລັ່ງກວດສອບ ແລະແກ້ໄຂ ເນື່ອງຈາກ ເປັນເສັ້ນທາງ ທີ່ຢູ່ໃຈກາງ ນະຄອນຫລວງວຽງຈັນ.
ນອກຈາກເສັ້ນທາງ ດັ່ງກ່າວນີ້ແລ້ວ ຢູ່ເຂດນະຄອນຫລວງວຽງຈັນ ກໍຍັງມີເສັ້ນ ທາງອີກຫລາຍສາຍ ເປ່ເພ ແລະບໍ່ມີການປັບປຸງ ແກ້ໄຂ ເຮັດໃຫ້ມີຜົລກະທົບ ຕໍ່ຜູ້ຄົນ ທີ່ເດີນທາງຜ່ານ ໄປ-ມາ, ມີຄວາມຫຍຸ້ງຍາກ, ຕ້ອງໄດ້ລະມັດລະວັງເປັນພິເສດ ເປັນຕົ້ນເສັ້ນທາງ ລະຫວ່າງບ້ານຫ້ວຍຫົງ ແລະບ້ານໜອງພະຍາ ເມືອງໄຊທານີ, ທາງຫລັກ 7 ເຂດບ້ານໜອງໜ້ຽວ-ບ້ານໜອງແຕ່ງ ເມືອງສີໂຄດຕະບອງ, ຖນົນເລກທີ 13 ເໜືອ ແລະອື່ນໆ.