ທາງການລາວ ອະນຸຍາດໃຫ້ບໍຣິສັດ ໂຮມຊັບກໍ່ສ້າງ ຈໍາກັດຂອງລາວ ກັບບໍຣິສັດ ເທັກໂນໂລຊີ ສະພາບແວດລ້ອມ ຢັງຊູ ແຊຢູ (Yangzhou Saiyu Environmental Technology) ຂອງຈີນ ສຶກສາຄວາມເປັນໄປໄດ້ ໂຄງການ ພະລັງງານໄຟຟ້າ ແສງຕາເວັນ ຂນາດ 150 ເມກາວັດ ຢູ່ບ້ານກະດັນ ເມືອງໂຂງ ແຂວງຈໍາປາສັກ.
ໂຄງການດັ່ງກ່າວ ໄດ້ມີບົດບັນທຶກຄວາມເຂົ້າໃຈກັນ ຫລື MOU ທີ່ກະຊວງ ແຜນການ ແລະການລົງທຶນ ໄດ້ເຂົ້າຮ່ວມໃນການລົງນາມ ລະຫວ່າງພາກສ່ວນທີ່ກ່ຽວຂ້ອງ ເມື່ອວັນທີ 26 ຕຸລາ 2022.
ດັ່ງເຈົ້າໜ້າທີ່ ກະຊວງແຜນການ ແລະການລົງທຶນ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີໃນມື້ວັນທີ 28 ຕຸລານີ້ວ່າ:
" ຫາກໍ່ເຣີ່ມເຊັນ MOU ຍັງບໍ່ທັນໄດ້ລົງມື ເຊັນ MOU ຕ້ອງໄດ້ສຶກສາຊະກ່ອນ ໄດ້ຫລືບໍ່ໄດ້ ຕາມກົດໝາຍກະປະມານປີກວ່າ ຖ້າວ່າສໍາເຣັດກ່ອນຫັ້ນກະເປັນໂອກາດດີ. "
ທ່ານກ່າວຕື່ມວ່າ ບໍຣິສັດທີ່ວ່ານັ້ນ ຈະໄປສໍາຣວດ-ສຶກສາ ຄວາມເປັນໄປໄດ້ ຂອງໂຄງການຢ່າງລະອຽດ. ຫລັງຈາກນັ້ນ ຈະມີການປະເມີນຜົນກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມ ໄປຕາມຂັ້ນຕອນ. ໂຄງການນີ້ຈະກວມເອົາເນື້ອທີ່ 150.47 ເຮັກຕ້າຣ໌ ຊຶ່ງສ່ວນໃຫຍ່ຈະເປັນດິນຂອງຣັຖ ແລະດິນປະຊາຊົນສ່ວນນຶ່ງ. ເຣື່ອງການຊົດເຊີຍຜົນກະທົບນັ້ນ ແມ່ນຍັງບໍ່ມີຣາຍງານເທື່ອວ່າ ຈະຊົດເຊີຍແນວໃດ.
ກ່ຽວກັບເຣື່ອງທີ່ວ່ານີ້ ຊາວບ້ານຜູ້ນຶ່ງ ເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຊາວບ້ານ ບ້ານກະດັນ ຈໍານວນນຶ່ງ ກັງວົນໃຈຫລາຍສົມຄວນ ພາຍຫລັງທີ່ໄດ້ຮູ້ຂ່າວ ວ່າຈະມີໂຄງການທີ່ວ່ານັ້ນເກີດຂຶ້ນ ຍ້ອນບໍ່ຮູ້ວ່າ ພວກຕົນຈະໄດ້ຮັບຜົນກະທົບຫລາຍສໍ່າໃດ, ແຕ່ກໍຄິດວ່າຄົງຈະບໍ່ມີຜົລກະທົບ ແຕ່ກໍຕ້ອງລໍຖ້າເບິ່ງ ວ່າມັນຈະເປັນແນວໃດ, ໃນເບື້ອງຕົ້ນນີ້ກໍເຫັນດີນໍາ.
" ໄດ້ຍິນຂ່າວຢູ່ ແຕ່ວ່າປີໃດບໍ່ຮູ້ເພິ່ນຊິເຮັດ ເຫັນດີຫັ້ນແລ້ວເພາະວ່າບໍ່ໄດ້ກະທົບ ບໍ່ໄດ້ກະທົບ ລອງເບິ່ງນີ້ແລ້ວ ເພິ່ນຊິເວົ້າແນວໃດນໍາ ປະຊາຊົນເຮົານີ້ ຄືຊິບໍ່ມີຜົນກະທົບດອກ. "
ພ້ອມດຽວກັນນັ້ນ ກໍມີຊາວບ້ານອີກຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີວ່າ ບໍ່ເຫັນດີນໍາໂຄງ ການທີ່ວ່ານັ້ນ ເນື່ອງຈາກການເຂົ້າມາລົງທຶນ ຂອງນັກທຸຣະກິດຈີນ ເປັນພຽງການຫາຜົລປໂຍດໃຫ້ແກ່ພວກເຂົາ ແລະກຸ່ມຜູ້ມີອໍານາດເທົ່ານັ້ນ, ແຕ່ສໍາລັບຊາວບ້ານໃນພື້ນທີ່ ພັດຈະບໍ່ໄດ້ຮັບຜົລປໂຍດຫຍັງ ແລະທັງຍັງມີຄວາມສ່ຽງ ທີ່ຈະສູນເສັຽດິນທໍາການຜລິຕ ແລະອາຈຖືກໃຫ້ໂຍກຍ້າຍ ອອກຈາກບ້ານເດີມ. ນອກຈາກນັ້ນ ຫາກໂຄງ ການດັ່ງກ່າວ ໄດ້ຮັບອະນຸຍາດໃຫ້ສ້າງຂຶ້ນແທ້ ກໍຈະບໍ່ສ້າງວຽກເຮັດງານ ທໍາໃຫ້ຊາວບ້ານພໍເທົ່າໃດ. ຖ້າຊາວບ້ານເຮັດວຽກນໍາ ໂຄງການ ກໍໃຫ້ຄ່າແຮງງານຖືກ 40,000-50,000 ກີບຕໍ່ມື້ເທົ່ານັ້ນ, ມັນຈະເຮັດໃຫ້ຊາວບ້ານ ທີ່ທຸກຍາຍາກຢູ່ນີ້ ທຸກຍາກຂຶ້ນຕື່ມ.
ດັ່ງທີ່ທ່ານກ່າວວ່າ:
" ເຊັນເອົາໆ ບໍ່ແມ່ນເຂົາຊິໄດ້ລົງຕົວຈິງ ຜູ້ທຸກຜູ້ຍາກແຮງຊິທຸກແຮງຊິຍາກ ບໍ່ວ່າຫັ້ນແລ້ວ ໃນທົ່ວແຂວງຈີນມາຫລາຍໆນີ້ ພໍດີເຮົາບໍ່ມີບ່ອນຢູ່ແລ້ວ ມີແຕ່ດິນຈີນຫັ້ນແລ້ວ. "
ເວົ້າເຖິງການສ້າງ ໂຄງການພະລັງງານ ໄຟຟ້າ ແສງຕາເວັນນີ້ ເຈົ້າໜ້າທີ່ຜແນກພະລັງ ງານ ແລະບໍ່ແຮ່ແຂວງຈໍາປາສັກ ເວົ້າວ່າ ຈະບໍ່ມີຜົນກະທົບຮຸນແຮງ ຕໍ່ສິ່ງແວດລ້ອມ ແລະສັງຄົມ ເມື່ອທຽບໃສ່ ໂຄງການເຂື່ອນໄຟຟ້າ ເມື່ອບໍຣິສັດຜູ້ພັທນາ ສໍາຣວດ-ສຶກສາ ຄວາມເປັນໄປໄດ້ ແລະຈະສ້າງຂຶ້ນແລ້ວ ກໍຕ້ອງໄດ້ໂອ້ລົມກັບຊາວບ້ານ ເຣື່ອງລາຍລະອຽດ ຂອງໂຄງການ ເພື່ອໃຫ້ຊາວບ້ານເຂົ້າໃຈ.
" ບໍ່ມີຫຍັງດອກໂຕນີ້ນ່າ ມັນບໍ່ຄືເຂື່ອນ ຄັນວ່າມັນໄດ້ເຮັດອີ່ຫລີ ເຮົາກໍອະທິບາຍ ສູ່ເຂົາຟັງເຂົາກະຮູ້ບາດນີ້. "
ໂຄງການດັ່ງກ່າວນີ້ ຄາດວ່າຈະສ້າງວຽກເຮັດ ງານທໍາໃຫ້ປະຊາຊົນ ຢູ່ເຂດອ້ອມແອ້ມ ໂຄງການ ແລະຈະກະຈາຍໄຟຟ້າ ໃຫ້ເຂດຊົນບົດ. ໂຄງການນີ້ ຈະໃຊ້ເວລາສໍາຣວດ-ສຶກສາ ຄວາມເປັນໄປໄດ້ປະມານ 8 ເດືອນ, ມູນຄ່າການລົງທຶນ ຂອງໂຄງການນີ້ ປະ ມານ 130 ລ້ານໂດລ້າຣ໌ສະຫະຣັຖ. ໄຟຟ້າທີ່ຜລິຕໄດ້ ຈະສນອງໃຫ້ເຂດພັທນາເສຖກິຈ ໃໝ່ສີທັນດອນ ເຂດເສຖກິຈ ພິເສດຂອງກຸ່ມບໍຣິສັດ ລົງທຶນ ລາວມະຫານາທີ ສີທັນດອນ ຮົງກົງ (Laos Maha Nathi Sithandone Hong Kong Investment) ທີ່ໄດ້ຮັບສັມປະທານ ຈາກຣັຖບານລາວໃນເນື້ອທີ່ 9,848 ເຮັກຕ້າຣ໌ ແລະສ່ວນນຶ່ງຈະສນອງ ໃຫ້ຣັຖວິສາຫະກິຈ ໄຟຟ້າລາວ ເພື່ອຂາຍໃຫ້ປະເທດກັມພູຊາ.
ກ່ອນໜ້ານີ້ ດຣ. ດາວວົງ ພອນແກ້ວ ຣັຖມົນຕຣີ ກະຊວງພະລັງງານ ແລະບໍ່ແຮ່ ກໍເຄີຍປະກາດວ່າ ປະເທດລາວ ມີທ່າແຮງ ໃນເຣື່ອງການພັທນາ ພະລັງງານໄຟຟ້ານໍ້າຕົກ, ຖ່ານຫິນ, ພະລັງງານ ແສງຕາເວັນ, ພະລັງງານລົມ, ລະບົບສາຍສົ່ງໄຟຟ້າ ເຊື່ອມຕໍ່ກັບບັນດາ ປະເທດພາກພື້ນ ແມ່ນໍ້າຂອງ ຊຶ່ງອາຈມາລົງທຶນ ໃນຮູບແບບລົງທຶນ 100% ຫລືຮ່ວມລົງທຶນ ກັບບໍຣິສັດພາຍໃນລາວກໍໄດ້.
ພ້ອມກັນນັ້ນ ທ່ານກໍໄດ້ເຊີນຊວນ ໃຫ້ນັກທຸຣະກິຈ, ນັກລົງທຶນຈາກປະເທດຈີນ ເຂົ້າມາລົງທຶນ ດ້ານພະລັງງານຢູ່ລາວໃຫ້ຫລາຍຂຶ້ນກວ່າເກົ່າ ໃນຂະນະທີ່ ປະຊາຊົນລາວສ່ວນນຶ່ງ ຢາກໃຫ້ທາງການລາວ ຢຸດເຊົາການລົງທຶນດ້ານພະລັງງານ ໄຟຟ້າ ໃນປະເທດ ຍ້ອນວ່າ ມີຈໍານວນຫລາຍເກີນ ໄປແລ້ວ.