ບໍຣິສັດຈີນ ສັມປະທານ ແຫຼ່ງທ່ອງທ່ຽວ ນ້ຳຕົກຕາດ ຄອນພະເພັງ, ສົມພະມິດ

ແຫຼ່ງທ່ອງທ່ຽວ ນໍ້າຕົກຕາດ ຄອນພະເພັງ ແຂວງຈໍາປາສັກ.
ແຫຼ່ງທ່ອງທ່ຽວ ນໍ້າຕົກຕາດ ຄອນພະເພັງ ແຂວງຈໍາປາສັກ. (RFA)

0:00 / 0:00

ທາງການແຂວງຈໍາສັກ ໃຫ້ບໍຣິສັດ ຮ່ວມພັທນາສີທັນດອນ ຈໍາກັດ ຂອງນັກລົງທຶນຈີນ ເຂົ້າສັມປະທານແຫຼ່ງທ່ອງທ່ຽວ ຍອດນິຍົມ 2 ແຫ່ງ ຢູ່ເມືອງໂຂງ ຄື ນໍ້າຕົກຕາດ ຄອນພະເພັງ ແລະນໍ້າຕົກຕາດສົມພະມິດ ກວມເອົາເນື້ອທີ່ 1,000 ເຮັກຕ້າຣ໌ ໂດຍບໍຣິສັດດັ່ງກ່າວນີ້ ມີເປົ້າໝາຍ ທີ່ຈະພັທນາແຫຼ່ງທ່ອງທ່ຽວ ທັງ 2 ແຫ່ງ ໃຫ້ມີຄວາມທັນສໄມ ແລະສິ່ງ ອໍານວຍຄວາມສະດວກ ຕ່າງໆຄົບວົງຈອນ.

ດັ່ງເຈົ້າໜ້າທີ່ ຜແນກແຜນການ ແລະການລົງທຶນ ແຂວງຈໍາປາສັກ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 13 ຕຸລາ ນີ້ວ່າ:

“ເພິ່ນກະເປີດເປັນທຸຣະກິຈ ຂອງເພິ່ນຫັ້ນປແຫຼະ ລໍຖ້າແຕ່ວ່າ ເພິ່ນຈະມີຄໍາສັ່ງແບບໃດ ຈະມີເປົ້າໝາຍແນວອື່ນ ທີ່ຈະສ້າງຫັ້ນນ່າ ສະຖານທີ່ທ່ອງທ່ຽວນີ້ ເພິ່ນໄປເຮັດເພື່ອປັບປຸງ ໃຫ້ມັນມີສີສັນຂຶ້ນ ຫຼາຍຕື່ມຫັ້ນນ່າ.”

ການເຂົ້າສັມປະທານ ແຫຼ່ງທ່ອງທ່ຽວທັງ 2 ແຫຼ່ງ ຂອງບໍຣິສັດຈີນ ແມ່ນຈະເຣີ່ມດໍາເນີນການ ນັບຕັ້ງແຕ່ວັນທີ 11 ຕຸລາ 2022 ນີ້ເປັນຕົ້ນໄປ ຄືຈະເຣີ່ມເຂົ້າໄປປັບປຸງພື້ນທີ່ ແລະສິ່ງອໍານວຍຄວາມສະດວກຕ່າງໆທີ່ມີຢູ່ແລ້ວ ເພື່ອໃຫ້ນໍ້າຕົກຕາດ ຄອນພະເພັງ ແລະນໍ້າຕົກຕາດສົມພະມິດ ໃຫ້ກັບມານໍາໃຊ້ໄດ້ເປັນປົກກະຕິ.

ພ້ອມກັນນີ້ ກໍຈະບຸກເບີກເນື້ອທີ່ ປະມານ 51 ເຮັກຕ້າຣ໌ ໃຫ້ເປັນບ່ອນຈອດຣົຖ ສໍາລັບແຂກຂອງຮ້ານອາຫານ, ໂຮງແຮມ ແລະສ້າງສິ່ງ ອໍານວຍຄວາມສະດວກ ຄົບວົງຈອນອື່ນໆ ເຊິ່ງຄາດຄະເນວ່າ ຈະໃຊ້ເງິນລົງທຶນ ປະມານ 500,000 ໂດລ້າຣ໌ສະຫະຣັຖ ແລະສາມາດຮອງຮັບ ນັກທ່ອງທ່ຽວ ທັງພາຍໃນ ແລະຕ່າງປະເທດ ໄດ້ 5,000 ຄົນຕໍ່ມື້.

ນອກຈາກນີີ້ ຍັງໄດ້ບຸກເບີກ ເນື້ອທີ່ອີກ 125 ເຮັກຕ້າຣ໌ ເພື່ອຈະສ້າງ ເປັນສວນສະນຸກ, ຫໍພິພິທະພັນ, ຫໍວິທະຍາສາຕ, ເຮືອນພັກຕາກອາກາດ ເຊິ່ງປັດຈຸບັນ ແມ່ນຍັງຢູ່ໃນຂັ້ນຕອນ ຊອກຫານັກລົງທຶນ.

ກ່ຽວກັບເຣື່ອງນີ້ ຜູ້ປະກອບການ ຮ້ານອາຫານແຫ່ງນຶ່ງ ທີ່ຕັ້ງຢູ່ໃນເຂດ ນໍ້າຕົກຕາດ ຄອນພະເພັງ ກ່າວວ່າ ປັດຈຸບັນ ໄດ້ຫຍັບຍ້າຍ ຮ້ານອາຫານ ອອກຈາກນໍ້າຕົກຕາດ ຄອນພະເພັງແລ້ວ ພາຍຫຼັງທີ່ ບໍຣິສັດຮ່ວມພັທນາ ສີທັນດອນ ຈໍາກັດ ຂອງຄົນຈີນ ໄດ້ເຂົ້າມາສໍາຣວດ ແລະສຶກສາ ຄວາມເປັນໄປໄດ້ ເພື່ອສັມປະທານ ພື້ນທີ່ດັ່ງກ່າວ.

ພາຍຫຼັງ ທີ່ໄດ້ຫຍັບຍ້າຍຮ້ານ ອອກຈາກເຂດ ສັມປະທານແລ້ວ ກໍຍັງບໍ່ເຫັນ ບໍຣິສັດຜູ້ພັທນາ ແລະທາງການແຂວງ ຈໍາປາສັກ ເວົ້າເຖິງເຣື່ອງ ທີ່ຜູ້ປະກອບການ ຕ້ອງປິດກິຈການ ວ່າຈະຫາທາງ ໃຫ້ເຂົາເຈົ້າ ສືບຕໍ່ ຫາກິນແນວໃດ ຫຼືເມື່ອຫຍັບຍ້າຍ ອອກຈາກພື້ນທີ່ແລ້ວ ຈະມີການຊົດເຊີຽ ຄ່າເສັຍໂອກາດ ໃຫ້ເຂົາເຈົ້າ ແບບໃດ.

ດັ່ງເຈົ້າຂອງ ຮ້ານອາຫານຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ແມ່ນບໍຣິສັດຈີນ ເພິ່ນມາ ກະປິດໄປຫຼາຍຮ້ານຢູ່ ວ່າງຫັ້ນ ຮ້ານເຮົາຢູ່ຄອນພະເພັງ ດຽວນີ້ເຮົາອອກມາຢູ່ທາງເຂົ້າ 3 ແຍກເດ້. ເພິ່ນໃຫ້ຫຍັບອອກເດ້ ຍັງ ຮ້ານເກົ່າເຮົາກະຍັງຢູ່ ເພິ່ນບໍ່ໃຫ້ເຂົ້າໄປຫັ້ນນ່າ.”

ສ່ວນເຈົ້າຂອງ ເຮືອນພັກແຫ່ງນຶ່ງ ທີ່ຕັ້ງຢູ່ໃກ້ ກັບນໍ້າຕົກຕາດ ສົມພະມິດ ກ່າວວ່າ ເປັນເຣື່ອງທີ່ ໜ້າກັງວົນໃຈ ຫຼາຍສົມຄວນ ພາຍຫຼັງທີ່ທາງການ ແຂວງຈໍາປາສັກ ອະນຸຍາດໃຫ້ບໍຣິສັດ ຮ່ວມພັທນາສີທັນດອນ ຈໍາກັດ ຂອງຄົນຈີນ ເຂົ້າມາສັມປະທານ ເອົາເນື້ອທີ່ແຫຼ່ງທ່ອງທ່ຽວ ຍອດນິຍົມ ແລະເຂດອ້ອມຂ້າງໄປຈົນໝົດ.

ດັ່ງເຈົ້າຂອງ ເຮືອນພັກຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

"ແມ່ນໆ ໃຫ້ຈີນສັມປະທານ ເຂົາເອົາໄປໝົດແລ້ວເດ້ ເຂົາເຊົ່າເອົາໝົດແລ້ວເດີ້ ຢູ່ໃຕ້ຫັ້ນ (ເຮືອນພັກ) ຍັງແຕ່ຂອງຂ້ອຍ ຮັກສາໄວ້ຢູ່."

ຂະນະທີ່ ຊາວບ້ານໃນເມືອງໂຂງ ແຂວງຈໍາປາສັກ ກ່າວວ່າ ແຫຼ່ງທ່ອງທ່ຽວ ທັງ 2 ແຫ່ງ ຖືເປັນແຫຼ່ງທ່ອງທ່ຽວ ຍອດນິຍົມ ສໍາລັບນັກທ່ອງທ່ຽວ ທັງພາຍໃນ ແລະຕ່າງປະເທດ ເນື່ອງຈາກ ເປັນແຫຼ່ງທ່ອງທ່ຽວ ທີ່ມີຄວາມຍິ່ງໃຫຍ່ ແລະສວຍງາມ ຕາມທັມມະຊາຕ ເຊິ່ງຫາກບໍຣິສັດ ຂອງຄົນຈີນ ເຂົ້າມາພັທນາພື້ນທີ່ແລ້ວ ກໍເປັນກັງວົນວ່າ ທັມມະຊາຕ ຂອງແຫຼ່ງທ່ອງທ່ຽວ ທີ່ມີຄວາມສວຍງາມ ຈະຄ່ອຍໆໝົດ ສະເນ່ໄປ ຈົນເຮັດໃຫ້ນັກທ່ອງທ່ຽວ ຕ່າງປະເທດ ຫຼຸດລົງ.

ດັ່ງຊາວບ້ານ ຜູ້ນີ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

"ບໍ່ ! ບໍ່ ໄດ້ໆ ບໍ່ມັກໆ, ແມ່ນແຫຼະ ເຂົາກະເວົ້າເດ້ ພວກທ່ອງທ່ຽວ ເມືອງລາວນີ້ ເຂົາກະເວົ້າວ່າ ເຂົາມາຢາກເບິ່ງທັມມະຊາຕ ເຂົາກະເວົ້າເດ້."

ຊາວບ້ານອີກຄົນນຶ່ງ ໃນເມືອງໂຂງກ່າວວ່າ ປັດຈຸບັນ ກໍເຣີ່ມເຫັນວ່າ ມີຜູ້ປະກອບການ ຮ້ານອາຫານ ແລະເຮືອນພັກ ພາກັນຫຍັບຍ້າຍກິຈການ ອອກຈາກພື້ນທີ່ ນໍ້າຕົກຕາດຄ ອນພະເພັງ ແລະນໍ້າຕົກຕາດສົມພະມິດ ກັນແລ້ວ ເນື່ອງຈາກຖືກໂຄງການ ສັມປະທານ ຂອງບໍຣິສັດຈີນ ແລະສ່ວນນຶ່ງ ກໍປິດກິຈການໄປແບບຖາວອນ ຍ້ອນບໍ່ມີພື້ນທີ່ ບ່ອນໃໝ່ເພື່ອເປີດ ກິຈການຄືນ.

ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ປັດຈຸບັນນີ້ ກະຍັງມີບາງຮ້ານ ຂະເຈົ້າເປີດຢູ່ ແຕ່ບາງຮ້ານ ທີ່ຂະເຈົ້າຖືກໂຄງການ ຂະເຈົ້າກະຕ້ອງໄດ້ຍ້າຍອອກບ່ອນໃໝ່ ຍົກເລີກກິຈການໄປ, ແຕ່ວ່າ ຢູ່ເຂດແຖວດອນຄອນ ດອນເດດ ເຂດຂອງເຮົານີ້ ຖືວ່າບໍ່ຖືກເນາະ ມັນເປັນເຂດຍົກເວັ້ນ.”

ອີງຕາມ ການຣາຍງານ ຂອງທາງການແຂວງ ຈໍາປາສັກ ທີ່ໄດ້ຣາຍງານ ໃນພິທີເຊັນສັນຍາ ສັມປະທານ ໃນມື້ວັນທີ 30 ກັນຍາ 2022 ທີ່ຜ່ານມາ ລະບຸວ່າ ເຂດສັມປະທານ ແຫຼ່ງທ່ອງທ່ຽວ ທັງ 2 ແຫ່ງ ຢູ່ເມືອງໂຂງ ຈະມີຊາວບ້ານ ແລະຜູ້ປະກອບການ ຈໍານວນນຶ່ງ ໄດ້ຮັບຜົລກະທົບ ເຊິ່ງທາງບໍຣິສັດ ຜູ້ພັທນາໂຄງການ ໄດ້ປະເມີນເງິນຊົດເຊີຽ ໄວ້ປະມານ 18 ຕື້ກີບ ແຕ່ຍັງບໍ່ມີການ ຣາຍງານວ່າ ຈະຊົດເຊີຽເງິນ ໃຫ້ກັບຜູ້ທີ່ໄດ້ຮັບ ຜົລກະທົບ ໃນມື້ໃດ.

ສໍາລັບບໍຣິສັດ ຮ່ວມພັທນາ ສີທັນດອນ ຈໍາກັດ ແມ່ນເປັນບໍຣິສັດ ຂອງຄົນຈີນ ທີ່ຢູ່ໃນກຸ່ມບໍຣິສັດ ລາວ ມະຫາ ນາທີ ສີທັນດອນ (Laos Maha Nathi Sithandone, Hong Kong Investment) ທີ່ໄດ້ຮັບສັມປະທານ ເນື້ອທີ່ຈາກທາງການລາວ ຈໍານວນ 9,848 ເຮັກຕ້າຣ໌ ເຊິ່ງຄອບຄຸມທັງດິນ, ດອນ ແລະແມ່ນໍ້າຂອງ ເພື່ອພັທນາໂຄງການ “ເຂດພັທນາ ເສຖກິຈໃໝ່ ສີທັນດອນ” ທີ່ມີມູນຄ່າ ການລົງທຶນ ປະມານ 9 ຕື້ໂດລ້າຣ໌ສະຫະຣັຖ.

ປັດຈຸບັນ ໂຄງການດັ່ງກ່າວ ຢູ່ລະຫວ່າງ ການດໍາເນີນການ ກໍ່ສ້າງໄລຍະທໍາອິດ ຈາກທັງໝົດ 6 ໄລຍະ ເຊິ່ງໃນໄລຍະທໍາອິດ ເຣີ່ມດໍາເນີນການ ມາຕັ້ງແຕ່ ເດືອນພຶສຈິກາ ປີ 2019 ໂດຍມີການກໍ່ສ້າງ ເສັ້ນທາງ, ລະບົບນໍ້າປະປາ, ໄຟຟ້າ, ອາຄານ ສໍານັກງານ ແລະປັບປຸງ ໂຮງແຮມ ໄປແລ້ວຈໍານວນນຶ່ງ ເຊິ່ງຈະສໍາເຣັດ ໃນປີ 2025 ຕາມແຜນການ ໂດຍຈະນໍາໃຊ້ ເງິນລົງທຶນ ປະມານ 5.5 ຕື້ປາຍກີບ.