ເຣື້ອງທີ່ເກັບບັນທຶກໄວ້
2023-03-10
ຣົຖຂົນແຮ່ທາດຂນາດໜັກ ເຮັດໃຫ້ຖນົນເປ່ເພຫລາຍ ຢູ່ແຂວງໄຊສົມບູນ ຍ້ອນວ່າຢູ່ແຂວງນີ້ ມີໂຄງການຂຸດຄົ້ນແຮ່ທາດ ປະເພດຕ່າງໆເຖິງ 7 ໂຄງການ ຂນາດໃຫຍ່ ທີ່ເປັນຂອງບໍຣິສັດຈີນ, ບໍຣິສັດປະເທດອື່ນ ແລະ ພາຍໃນລາວ ທີ່ກວມເອົາເນື້ອທີ່ ຫລາຍຮ້ອຍກິໂລຕາແມັດ.
2023-03-09
ຊາວລາວຈໍານວນຫຼວງຫຼາຍ ຮວມທັງເຈົ້າໜ້າທີ່ເວົ້າວ່າ ໂຄງການ 1 ແລວ 1 ເສັ້ນທາງຂອງຈີນ ກະທົບໃສ່ສິ່ງແວດລ້ອມ ແລະປະຊາຊົນ, ບໍ່ເປັນໄປຕາມ ຄໍາຖແລງຂອງ ທ່ານ ຈິນ ກັງ ຣັຖມົນຕຣີ ກະຊວງການຕ່າງປະເທດຈີນ.
2023-03-09
ເຈົ້າໜ້າທີ່ ແຂວງບໍ່ແກ້ວ ປະຊຸມກັນ ເພື່ອປືກສາຫາລື ເຣື່ອງຄ່າຊົດເຊີຍ ໃຫ້ປະຊາຊົນ ຢູ່ 26 ບ້ານໃນ 3 ແຂວງ ຄື ອຸດົມໄຊ, ບໍ່ແກ້ວ ແລະໄຊຍະບູຣີ ທີ່ຈະໄດ້ຮັບຜົລກະທົບ ຈາກເຂື່ອນປາກແບງ ແຕ່ຍັງຫາຂໍ້ສລຸບບໍ່ໄດ້ເທື່ອ ສ່ວນຊາວບ້ານ ມີຄວາມກັງວົນໃຈຫຼາຍ ໃນກໍຣະນີຖືກໂຍກຍ້າຍ.
2023-03-08
ຊາວບ້ານພຽງຮຸ່ງ ເມືອງໜອງແຮດ ແຂວງຊຽງຂວາງ 100 ປາຍຄອບຄົວ ທີ່ໄດ້ຮັບຜົລກະທົບ ຈາກການສ້າງເຂື່ອນນໍ້າເນີນ 1 ຂອງບໍຣິສັດ ວຽດນາມ ຂນາດ 124 ເມກະວັດ ກັງວົນເຣື່ອງຖືກໂຍກຍ້າຍ ແລະ ຄ່າຊົດເຊີຍ.
2023-03-03
ເກີດເຫດ ໄຟໄໝ້ເຮືອນ ເສັຽຫາຍທັງໝົດ 17 ຫຼັງ ຢູ່ບ້ານສະໝິງ ເມືອງປະທຸມພອນ ແຂວງຈຳປາສັກ ຊັບສິນ ເສຍຫາຍຫຼາຍກວ່າ 10 ຕື້ກີບ ສ່ວນວ່າ ທາງການ ແລະບຸກຄົນຕ່າງໆ ລົງໃຫ້ການຊ່ວຍເຫຼືອ ສ່ວນຜູ້ທີ່ຖືກໄຟໄໝ້ເຮືອນ ພັກອາສັຍ ຢູ່ສາລາວັດ ແລະໂຮງຮຽນຊົ່ວຄາວ.
2023-03-02
ຫຼາຍໂຄງການລົງທຶນ ດ້ານພະລັງງານ ແລະ ບໍ່ແຮ່ ຢູ່ແຂວງເຊກອງ ແລະອັດຕະປື ບໍ່ໄດ້ຊ່ອຍພັທນາເສຖກິຈ-ສັງຄົມຢູ່ 2 ແຂວງນີ້ເທົ່າທີ່ຄວນ, ປະຊາຊົນຍັງທຸກຍາກ, ບໍ່ມີລາຍໄດ້ ແລະບໍ່ມີອາຊີບ ທີ່ໝັ້ນຄົງ ເຊິ່ງຕ່າງຈາກທີ່ ກ່ອນໂຄງການຈະເຂົ້າໄປ ໄດ້ອ້າງວ່າ ຈະຊ່ວຍສ້າງອາຊີບ ແລະ ພັທນາເສຖກິຈ-ສັງຄົມ ໃຫ້ຊາວບ້ານ.
2023-03-01
ເປົ້າໝາຍທີ່ຣັຖບານລາວ ຈະເພິ່ມເນື້ອທີ່ປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ ທົ່ວປະເທດໃນປີ 2035 ນັ້ນ ຄົງເປັນໄປໄດ້ຍາກ ຫລື ເປັນໄປບໍ່ໄດ້ ຍ້ອນຍັງມີການລັກຕັດໄມ້ ແລະໂຄງການສັມປະທານ ຕ່າງໆທໍາລາຍປ່າໄມ້ ຫລາຍຢູ່ ຂະນະທີ່ພາກຣັຖວ່າ ເປັນຍ້ອນປະຊາຊົນ ບຸກລຸກເນື້ອທີ່ປ່າ.
2023-02-28
ມີການເຂົ້າໄປບຸກລຸກຕັດໄມ້ ຢູ່ເຂດປ່າສງວນເຊປຽນ-ເຊນ້ຳນ້ອຍ ເມືອງສນາມໄຊ ແຂວງອັດຕະປື ເພື່ອເຮັດໂຄງການກະສິກັມ.
2023-02-28
ເຣີ່ມການກໍ່ສ້າງໂຮງງານ ພະລັງງານຄວາມຮ້ອນ ຖ່ານຫິນນໍ້າພານ ຢູ່ເຂດບ້ານນໍ້າພານ ເມືອງຄູນ ແຂວງຊຽງຂວາງ ເຊິ່ງຈະກວມເນື້ອທີ່ຂຸດຄົ້ນຖ່ານຫິນ ຢູ່ເຂດບ້ານນໍ້າພານ ເມືອງຄູນ ແລະ ບ້ານຄັງພະນຽນ ເມືອງໜອງແຮດ, ປັດຈຸບັນ ຍັງບໍ່ຮູ້ວ່າມີຊາວບ້ານ ຈັກຄອບຄົວ ທີ່ຈະໄດ້ຮັບຜົລກະທົບ ແລະສູນເສັຍທີ່ດິນຈັກເຮັກຕ້າຣ໌.
2023-02-27
ໄດ້ເກີດເຫດໄຟໄຫມ້ ສນາມຂີ້ເຫຍື້ອ ຢູ່ເຂດບ້ານຫລັກ 8 ນະຄອນຫຼວງພຣະບາງ ມາຕັ້ງແຕ່ວັນທີ 13 ກຸມພາ 2023 ຈົນມາຮອດປັດຈຸບັນ ຍັງບໍ່ສາມາດມອດໄຟ ໃຫ້ດັບສະນິດໄດ້, ຍັງມີຄວັນໄຟ ແລະຍັງມີກິ່ນເຫມັນຂີວ ເຮັດໃຫ້ປະຊາຊົນ ໃນເຂດບ້ານໃກ້ຄຽງ ໄດ້ຮັບຜົນກະທົບ ຈາກມົນລະພິດທາງອາກາດ.
2023-02-27
ນັກທ່ອງທ່ຽວຈີນ ທີ່ຂີ່ຣົຖເຮືອນເຄື່ອນທີ່ ເຂົ້າມາທ່ອງທ່ຽວ ພາຍໃນ ນະຄອນຫຼວງພຣະບາງ ໄດ້ສ້າງບັນຫາ ດ້ວຍການປ່ອຍນ້ໍາເສັຍ ແລະ ຖິ້ມຂີ້ເຫຍື້ອຊະຊາຍ ຕາມສະຖານທີ່ຕ່າງໆ ແລະຈອດຣົຖ ບໍ່ເປັນລະບຽບ ສ້າງຄວາມເດືອດຮ້ອນ.
2023-02-24
ຊາວບ້ານ ບ້ານທາດອີງຮັງ ຢູ່ນະຄອນໄກສອນພົມວິຫານ ຖືກເຈົ້າໜ້າທີ່ໂອ້ລົມ ເພື່ອຈະນໍາດິນການກະເສດ ເຂດປ່າສງວນແຫ່ງນຶ່ງ ໃຫ້ກັບບໍຣິສັດເອກກະຊົນ ສັມປະທານ ເຊິ່ງມີຊາວບ້ານ ໄດ້ຮັບຜົລກະທົບ 33 ຄອບຄົວ ແລະ ທຸກຄອບຄົວບໍ່ຍອມ ຍົກດິນກະເສດ ໃຫ້ແກ່ໂຄງການດັ່ງກ່າວ.
2023-02-23
ລິ່ນເປັນສັດປ່າ ທີ່ຫວງຫ້າມ ແຕ່ກໍຍັງມີການລັກຄ້າຂາຍ ທາງອອນລາຍຢູ່ລາວ ຍ້ອນໄດ້ກໍາໄລດີ ເຊິ່ງເກັດລິ່ນລາຄາຊື້ ກິໂລລະ 1,00-2,000 ບາທ, ສ່ວນລາຄາຂາຍຕໍ່ 6,000-8,000 ບາທ ຫຼື ປະມານ 3 ລ້ານກີບ ແລະ ລິ່ນທີ່ມີນໍ້າໜັກຫລຸດ 3 ກິໂລ, ກິໂລລະ 5 ແສນກີບ, ຖ້າໜັກເກີນ 3 ກິໂລ, ກິໂລລະ 3 ແສນກີບ.
2023-02-22
ເຂດພັທນາເສຖກິຈໃໝ່ ສີພັນດອນ ເຣີ່ມກັບມາພັທນາດ້ານຕ່າງໆແລ້ວ ຂນະທີ່ຊາວບ້ານ ຢູ່ເມືອງໂຂງ ແຂວງຈໍາປາສັກ ກັງວົນໃຈຫລາຍ ທັງເຣື່ອງການຊົດເຊີຍ ແລະ ອະນາຄົດການເປັນຢູ່ ທີ່ຊາວບ້ານຈະໄດ້ຮັບຜົນກະທົບ ໂດຍສະເພາະເຣື່ອງທີ່ດິນ.
2023-02-22
ເມືອງເມິງ ແລະ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຍັງມີຊາວບ້ານຢູ່ເຂດຫ່າງໄກ ສອກຫລີກ ຈຳນວນນຶ່ງ ລັກລອບປູກຝິ່ນ ຊຶ່ງເປັນບ່ອນທີ່ເຈົ້າຫນ້າທີ່ ເຂົ້າເຖິງຍາກ ເພື່ອສ້າງລາຍໄດ້ໃຫ້ຕົນເອງ ເພາະເປັນພືດ ທີ່ປູກງ່າຍ ບໍ່ຕ້ອງໃຊ້ຕົ້ນທຶນສູງ, ສ່ວນພືດທົດແທນ ຕ້ອງໃຊ້ຕົ້ນທຶນສູງ, ໃຊ້ເວລາໃນການເບິ່ງແຍງດົນ ແລະສິ່ງສຳຄັນ ປູກພືກທົດແທນ ແຕ່ບໍ່ມີຕລາດຮອງຮັບ.