ຊາວບ້ານ ຈະໄດ້ຮັບຜົນກະທົບ ຈາກໂຄງການ ຂຸດຄົ້ນຖ່ານຫິນນ້ຳພານ

ສຸພັດຕາ
2023.02.28
ຊາວບ້ານ ຈະໄດ້ຮັບຜົນກະທົບ ຈາກໂຄງການ ຂຸດຄົ້ນຖ່ານຫິນນ້ຳພານ ພິທີວາງສີລາຣຶກໂຄງການພະລັງງານຄວາມຮ້ອນ ຖ່ານຫິນນ້ຳພານ, ວັນທີ່ 22 ກຸມພາ ປີ 2023.
ຮູບພາບຈາກ: ນັກຂ່າວ ພົລເມືອງ

ບໍຣິສັດ ບີຣິດສ໌ ໄຟຟ້າພະລັງງານ ຄວາມຮ້ອນນໍ້າພານ ຈໍາກັດຜູ້ດຽວ ຂອງນັກລົງທຶນລາວ ຮ່ວມກັບ ບໍຣິສັດ CWPC ຈໍາກັດ ຂອງນັກລົງທຶນຈີນ ເຣີ່ມກໍ່ສ້າງໂຮງງານພະລັງງານ ຄວາມຮ້ອນຖ່ານຫິນນໍ້າພານ ຂນາດກໍາລັງຕິດຕັ້ງ 660 ເມກະວັດ ຢູ່ເຂດບ້ານນໍ້າພານ ເມືອງຄູນ ແຂວງຊຽງຂວາງ ເຊິ່ງຈະກວມເນື້ອທີ່ຂຸດຄົ້ນຖ່ານຫິນ ຢູ່ເຂດບ້ານນໍ້າພານ ເມືອງຄູນ ແລະບ້ານຄັງພະນຽນ ເມືອງໜອງແຮດ ໂດຍໄດ້ມີການເຮັດພິທີວາງສີລາລຶກ ຂອງໂຄງການດັ່ງກ່າວ ໃນວັນທີ 22 ກຸມພາ ທີ່ຜ່ານມານີ້, ອີງຕາມການຣາຍງານ ຂອງສູນຂ່າວສານພະລັງງານ ແລະບໍ່ແຮ່ ເມື່ອວັນທີ 27 ກຸມພາ ປີ 2023.

ກ່ຽວກັບເຣື່ອງນີ້ ຊາວບ້ານຈໍານວນນຶ່ງທີ່ຮູ້ຂ່າວວ່າ ໄດ້ເຣີ່ມມີການກໍ່ສ້າງໂຮງງານ ພະລັງງານຄວາມຮ້ອນຖ່ານຫິນນໍ້າພານ ຢູ່ໃນຂອບເຂດບ້ານຂອງພວກເຂົາເຈົ້າ ກໍຮູ້ສຶກຢ້ານວ່າ ຈະເສັຍທີ່ດິນໃຫ້ແກ່ໂຄງການດັ່ງກ່າວ ແບບຫຼີກລ່ຽງບໍ່ໄດ້ ແລະກໍຢ້ານວ່າ ຈະໄດ້ຮັບຜົລກະທົບທາງດ້ານມົລພິດ ແລະສິ່ງແວດລ້ອມນໍາດ້ວຍ ໃນອະນາຄົດ, ແຕ່ຄັນທາງໂຄງການ ສາມາດຊົດເຊີຽໃຫ້ແກ່ພວກເຂົາເຈົ້າ ຢ່າງເໝາະສົມ ທາງຊາວບ້ານກໍຈະບໍ່ຂັດຂ້ອງ ຕໍ່ໂຄງການນີ້.

ດັ່ງຊາວບ້ານທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 28 ກຸມພາ ນີ້ວ່າ:

“ດີແທ້ນີ້ ບໍ່ຢາກໃຫ້ສ້າງໃດ໋ເຈົ້າ ເພາະວ່າ ຢູ່ໃກ້ບ້ານໃກ້ເຮືອນນີ້ ມັນບໍ່ປອດພັຍໃຫ້ຜູ້ນ້ອຍນ່າ ໂອ ກະໄດ້ຢູ່ ແຕ່ຕ້ອງໄດ້ເສັຍຄ່າທີ່ດິນຫັ້ນ ໃຫ້ປະຊາຊົນແດ່.”

ໃນຂະນະດຽວກັນ ຊາວບ້ານທີ່ຢູ່ໃນຂອບເຂດບ້ານ ທີ່ມີການສໍາຣວດເນື້ອທີ່ຂຸດຄົ້ນຖ່ານຫິນ ແລະກໍ່ສ້າງໂຮງງານພະລັງງານ ຄວາມຮ້ອນຖ່ານຫິນນໍ້າພານ ກໍຢ້ານວ່າ ຈະເສັຍທີ່ດິນລ້ຽງສັດ ແລະດິນທໍາການກະເສດໃຫ້ແກ່ໂຄງການນີ້ ແຕ່ຄັນຈໍາເປັນຕ້ອງເອົາທີ່ດິນຂອງຊາວບ້ານແທ້ໆ ກໍຕ້ອງໃຫ້ເງິນຄ່າຊົດເຊີຽ ໃນລາຄາທີ່ສູງ ແລະເໝາະສົມ ເພື່ອຄວາມຍຸຕິທັມຂອງຊາວບ້ານ, ດັ່ງທ່ານກ່າວວ່າ:

“ແຕ່ກ່ອນຫັ້ນເຄີຍມີມາສໍາຣວດ ມາອັນນັ້ນນ່າ ຄືວ່າ 200-300 ເຮັກຕ້າຣ໌ ມັນຖືກບ່ອນທໍາການຜລິດ ສົມມຸດເອົາໄດ້ນີ້ ຊົດເຊີຽມັນກະລາຄາສູງແຫຼະ ແຕ່ກ່ອນເພິ່ນໃຫ້ ໄຮ່ລະ 100,000 ບາທເບາະ ໄຮ່ລະ 7-8 ໝື່ນບາທນ່າ.”

ແຕ່ເຖິງຢ່າງໃດກໍຕາມ ມາຮອດປັດຈຸບັນ ກໍຍັງມີຊາວບ້ານອີກຫຼາຍຄອບຄົວ ທີ່ຍັງບໍ່ທັນຮູ້ຂ່າວວ່າ ຈະມີການກໍ່ສ້າງໂຮງງານພະລັງງານ ຄວາມຮ້ອນຖ່ານຫິນ ແລະຂຸດຄົ້ນຖ່ານຫິນ ໃນຂອບເຂດບ້ານຂອງພວກເຂົາເຈົ້າ ຍ້ອນຍັງບໍ່ມີພາກສ່ວນໃດອອກແຈ້ງການ ມາຍັງຊາວບ້ານເທື່ອ.

ດັ່ງຊາວບ້ານນາງນຶ່ງ ກ່າວວ່າ:

“ໂອ ບໍ່ຮູ້ນ່າ ເອີ່ຂ້ອຍຍັງບໍ່ຮູ້ນ່າ ດິນຍັງຫຼາຍບ່ອນເຕີບ ບໍ່ຮູ້ນ່າ ຈັກແມ່ນເຂົາມາຫຼືບໍ່ມາ ບໍ່ຮູ້ນ່າ.”

ສ່ວນຄົນງານລາວທ່ານນຶ່ງ ທີ່ເຄີຍເຮັດວຽກ ກ່ຽວກັບການຂຸດຄົ້ນແຮ່ທາດ ຢູ່ເຂດບ້ານນໍ້າພານ ກໍເຊື່ອວ່າ ການກໍ່ສ້າງໂຮງງານພະລັງງານຄວາມຮ້ອນຖ່ານຫິນ ແລະຂຸດຄົ້ນຖ່ານຫິນຢູ່ເຂດດັ່ງກ່າວ ຈະຕ້ອງກວມເອົາເນື້ອທີ່ຂອງຊາວບ້ານຈໍານວນຫຼາຍ ເນື່ອງຈາກເຂດທີ່ໄດ້ມີການສໍາຣວດໄວ້ແລ້ວນັ້ນ ສ່ວນນຶ່ງ ແມ່ນທີ່ດິນລ້ຽງສັດ ແລະດິນເຮັດການກະເສດຂອງຊາວບ້ານ.

ດັ່ງທ່ານກ່າວວ່:

“ກະໜ້າຈະຢູ່ໃດ໋ ເພາະວ່າເຂົາເຈົ້າຈະຜ່າຢູ່ບ້ານເຂົາເຈົ້າເລີຍ ເປັນບໍ່ໃຫຍ່ ໂຕນີ້ເຂົາເຈົ້າ ຍັງບໍ່ໄດ້ສ້າງໂຮງງານໄຟຟ້າ ກະຍັງຕິດຕາມເຂົາເຈົ້າຢູ່.”

ທາງດ້ານເຈົ້າໜ້າທີ່ ຜແນກພະລັງງານ ແລະບໍ່ແຮ່ ແຂວງຊຽງຂວາງ ທ່ານນຶ່ງ ກ່າວວ່າ ໃນເບື້ອງຕົ້ນ ພາຍຫຼັງທີ່ມີການວາງສີລາລຶກ ໂຄງການດັ່ງກ່າວແລ້ວ ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ເຣີ່ມກໍ່ສ້າງໂຮງງານພະລັງງານ ຄວາມຮ້ອນຖ່ານຫິນ ດັ່ງກ່າວແລ້ວ ແຕ່ຍັງບໍ່ມີຂໍ້ມູນຢ່າງຄັກແນ່ເທື່ອວ່າ ຈະກວມເອົາເນື້ອທີ່ດິນຂອງຊາວບ້ານຈັກຄອບຄົວ ແລະມີການຊົດເຊີຽແນວໃດແດ່. ດັ່ງທ່ານກ່າວວ່າ:

“ຫາກໍວາງສິລາລຶກ ກະເຣີ່ມລົງມືປີນີ້ແຫຼະ ບໍ່ທັນລະອຽດເທື່ອ ຍັງບໍ່ທັນເຮັດແຜນລະອຽດ ມີແຕ່ມື້ນັ້ນໄປວາງສິລາລຶກ ເອກກະສານຕ່າງໆຫັ້ນ ເຮົາຍັງບໍ່ທັນໄດ້ຮັບ.”

ຢ່າງໃດກໍຕາມ ກ່ອນໜ້ານີ້ ບໍຣິສັດ ເອດີເອັນ ຂຸດຄົ້ນຖ່ານຫິນ ຊຽງຂວາງ ຈໍາກັດ ໄດ້ຮັບອະນຸຍາດໃຫ້ມີການສໍາຣວດແຫຼ່ງວັດຖຸດິບ ໃນເຂດບ້ານນໍ້າພານ ເມືອງຄູນ ແລະບ້ານຄັງພະນຽນ ເມືອງໜອງແຮດ ເພື່ອຢັ້ງຢືນວ່າ ມີປະຣິມານຊັພຍາກອນຢ່າງພຽງພໍ ທີ່ຈະສອງໃຫ້ໂຮງງານພະລັງງານຄວາມຮ້ອນຖ່ານຫິນແຫ່ງດັ່ງກ່າວ ເຊິ່ງຄາດວ່າ ຈະສາມາດຜລິດກະແສໄຟຟ້າ ໄດ້ 3,861 ກິໂລວັດໂມງຕໍ່ປີ ໂດຍຈະນໍາໃຊ້ຖ່ານຫິນ ປະມານ 2.2 ລ້ານຕັ່ນຕໍ່ປີ ເພື່ອຜລິດເປັນພະລັງງານໄຟຟ້າສົ່ງຂາຍຢູ່ພາຍໃນ ແລະຕ່າງປະເທດ, ອີງຕາມການຣາຍງານ ຂອງທ່ານ ບຸນທ່ຽງ ດວງປະເສີດ ຜູ້ອໍານວຍການບໍຣິສັດ ບີຣິດສ໌ ໄຟຟ້າພະລັງງານຄວາມຮ້ອນນໍ້າພານ ຈໍາກັດຜູ້ດຽວ.

ສໍາລັບການກໍ່ສ້າງ ໂຮງງານພະລັງງານຄວາມຮ້ອນຖ່ານຫິນນໍ້າພານ ຂນາດກໍາລັງການຕິດຕັ້ງ 660 ເມກະວັດ ແຫ່ງນີ້ ໃຊ້ມູນຄ່າການລົງທຶນທັງໝົດ ປະມານ 592 ລ້ານໂດລ້າຣ໌ສະຫະຣັຖ ຄາດວ່າ ຈະກໍ່ສ້າງສໍາເຣັດ ແລະເປີດການຜລິດກະແສໄຟຟ້າ ພາຍໃນປີ 2026 ເຊິ່ງມີໄລຍະການດໍາເນີນຜລິດກະແສໄຟຟ້າ ເປັນເວລາ 25 ປີ, ອີງຕາມການຣາຍງານ ຂອງສູນຂ່າວສານພະລັງງານ ແລະບໍ່ແຮ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.