ຜູ້ໄດ້ຮັບຜົລກະທົບ ຈາກໂຮງໄຟຟ້າ ຈະໄດ້ຮັບ ເຮືອນຈັດສັນ
2022.01.27

ຊາວບ້ານບ້ານກິ່ວງິ້ວ 114 ຄອບຄົວ ຢູ່ເມືອງເງິນ ແຂວງໄຊຍະບູຣີ ທີ່ໄດ້ຮັບຜົລກະທົບ ເສັຍທີ່ດິນ ແລະບ້ານເຮືອນ ຊຶ່ງຖືກໃຫ້ໂຍກຍ້າຍໄປຢູ່ເຮືອນຈັດສັນ ຍ້ອນໂຮງໄຟຟ້າຫົງສາລິກໄນທ໌ ຂຍາຍພື້ນທີ່ສໍາປະທານອອກໄປກວມເອົາ ພາກັນບໍ່ພໍໃຈ ທີ່ຈະໄດ້ເຮືອນຈັດສັນ ເປັນເຮືອນນ້ອຍເກີນໄປ ແຕ່ກໍຕ້ອງຈໍາເປັນໄດ້ຢູ່ ແລະເຣື່ອງທີ່ດິນທໍາການຜລິດ ເຮັດໄຮ່ ເຮັດສວນ ກໍຍັງຈະບໍ່ທັນໄດ້ຮັບການທົດແທນເທື່ອ.
ດັ່ງຊາວບ້ານກິ່ວງິ້ວຜູ້ນຶ່ງ ທີ່ໄດ້ຮັບ ຜົລກະທົບ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ມົກກະຣານີ້ວ່າ:
“ຄືຄັນມັນດີ ກະບໍ່ດີແຫລະ ແຕ່ວ່າເຂົາເຮັດແລ້ວກະຈໍາເປັນໄດ້ໄປຢູ່ນໍາເຂົາ ມັນບໍ່ຄັກແຫລະ ເວົ້າເຣື່ອງມັນນ້ອຍນີ້. ທີ່ດິນຖ້າວ່າບໍ່ເອົາໃຫ້ກະ ໂອ້ຍ ບໍ່ມີດິນເຮັດໄຮ່ເຮັດສວນແຫລະ.”
ຊາວບ້ານຜູ້ນີ້ເວົ້າຕື່ມວ່າ ເຮືອນຈັດສັນທີ່ເພິ່ນປຸກໃຫ້ ເປັນເຮືອນທີ່ມີຮູບແບບ ແລະຂນາດເທົ່າກັນໝົດ, ເຮືອນເກົ່າຂອງຊາວບ້ານ ບາງຄອບຄົວມີຫລັງໃຫຍ່ກວ່າ ແລະບາງຄອບຄົວກໍມີເຮືອນ 2 ຊັ້ນ. ປະຊາຊົນອີກຜູ້ນຶ່ງ ທີ່ໄດ້ຮັບຜົລກະທົບ ຄືກັນນັ້ນ ກໍເວົ້າໃນມື້ດຽວກັນນີ້ວ່າ ຈະເຣີ່ມໂຍກຍ້າຍເຂົ້າມາຢູ່ ເຮືອນຈັດສັນແລ້ວ. ບາງຄອບຄົວເວົ້າວ່າ ງາມຫລາຍ. ບາງຄອບຄົວກໍວ່າບໍ່ງາມປານໃດ. ແຕ່ເຣື່ອງຊາວບ້ານ ບໍ່ສະບາຍໃຈທີ່ສຸດ ຄືພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ທັນໄດ້ບຸກເບີກ ແລະຈັດສັນທີ່ດິນ ເຮັດການກະເສດໃຫ້ເທື່ອ.
“ໂຍກແລ້ວ ງາມວ່າ ໂອ້ ເຂົາໃຫ້ຈໍານວນນຶ່ງ ແຕ່ບໍ່ສະບາຍໃຈປານໃດ.”
ແລະຊາວບ້ານອີກຜູ້ນຶ່ງ ທີ່ໄດ້ຮັບຜົລກະທົບຄືກັນນັ້ນ ກໍເວົ້າວ່າ ເຮືອນຈັດສັນ ກໍພໍໄດ້ຢູ່ອາສັຍ, ບໍ່ໄດ້ຫລັງໃຫຍ່. ແຕ່ກໍດີກວ່າເຮືອນເກົ່າ. ແຕ່ກໍມີບັນຫາ ຄືຊາວບ້ານຕ້ອງການທີ່ດິນທົດແທນ ໃຫ້ໄວທີ່ສຸດ ເພາະຢາກເຮັດໄຮ່ ເຮັດສວນ ແລະລ້ຽງສັດ. ຫາກທົດແທນໃຫ້ຊ້າ ຊາວບ້ານກໍຈະເສັຍເວລາ ແລະໂອກາດທໍາການຜລິດໄປຊື່ໆ. ສໍາລັບບາງຄອບຄົວ ທີ່ໄດ້ຮັບເງິນຊົດເຊີຍໃນໄລຍະຜ່ານມາ ກໍໄດ້ໄປຊອກຫາຊື້ດິນ ເພື່ອເຮັດໄຮ່ ເຮັດນາ ເພາະຍັງບໍ່ຮູ້ຈະແຈ້ງວ່າ ທາງການເມືອງເງິນ ແລະບໍຣິສັດ ທີ່ເປັນເຈົ້າຂອງໂຮງໄຟຟ້າ ຈະບຸກເບີກທີ່ດິນ ແລະຈັດສັນທົດແທນໃຫ້ຊາວບ້ານເມື່ອໃດກັນແທ້.
ດັ່ງຊາວບ້ານອີກຜູ້ນຶ່ງ ທີ່ໄດ້ຮັບຜົລກະທົບ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 27 ມົກກະ ຣານີ້ວ່າ:
“ເຂົາບຸກເບີກ ມີແຕ່ເຂົາເວົ້າເອົານີ້ ເຂົາເວົ້າວ່າ ເອີ ມີຈຸດມີເຂດແລ້ວ ແຕ່ເຂົາລາຍງານຢູ່ກອງປະຊຸມນີ້ ໃຫ້ການຈັດຕັ້ງລົງໄປເບິ່ງຄັກແນ່ແລ້ວ ແຕ່ວ່າປັດຈຸບັນ ມັນ ເຮົາຍັງບໍ່ເຫັນວ່າຈຸດໃດໆ ເຮົາຍັງບໍ່ເຫັນເທື່ອເນາະ.”
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ເມືອງເງິນທ່ານນຶ່ງ ກ່າວຕໍ່ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ດຽວນີ້ກໍາລັງກຽມໂຍກຍ້າຍ ຊາວບ້ານໃຫ້ແລ້ວທັງໝົດ 114 ຄອບຄົວ ເຂົ້າໄປຢູ່ເຮືອນຈັດສັນ ຊຶ່ງຈະເລິ້ມໂຍກຍ້າຍໃນມື້ວັນທີ 1 ກຸມພານີ້ ແລະຄາດວ່າ ຈະໂຍກຍ້າຍສໍາເຣັດໃນກາງເດືອນດຽວກັນນີ້. ຫລັງຈາກນັ້ນ ກໍຈະໄດ້ມອບເງິນຊົດເຊີຍໃຫ້ ຊາວບ້ານສ່ວນທີ່ຍັງເຫລືອອີກຈໍານວນນຶ່ງ. ສ່ວນການບຸກເບີກທີ່ດິນ ແລະຈັດສັນໃຫ້ຊາວບ້ານ ເຮັດການກະເສດນັ້ນ ກໍຍັງມີຄວາມຫຍຸ້ງຍາກ ຫລາຍສົມຄວນ ເພາະຍັງທີ່ບໍ່ຮູ້ເທື່ອວ່າ ຈະຊອກບຸກເບີກທີ່ດິນສໍາລັບເຮັດໄຮ່ ເຮັດນາໃຫ້ພວກເຂົາເຈົ້າຢູ່ຈຸດໃດແທ້, ອໍານາດການປົກຄອງເມືອງເງິນ ແລະບໍຣິສັດເຈົ້າຂອງໂຮງຟ້າຟ້ານັ້ນ ຈະປະຊຸມປຶກສາຫາຣື ກັນຕື່ມກ່ຽວກັບວ່າ ຈະກໍານົດເອົາເຂດໃດແທ້ໃຫ້ ແລະຈະຈັດສັນທີ່ດິນ ໃຫ້ຊາວບ້ານໄດ້ເມື່ອໃດ.
“ດິນດອນຕອນຫຍ້າ ຫລັງຈາກຍ້າຍມາແລ້ວ ກະສິໄດ້ຈັດສັນດິນທໍາການຜະລິດ ຄືນໃໝ່ໃຫ້ຂະເຈົ້າ. ທາງການນໍາເມືອງ ຍັງບໍ່ໄດ້ກໍານົດວ່າ ສິເອົາເຂດໃດໃຫ້ຂະເຈົ້າ.”
ການສ້າງບ້ານຈັດສັນ 136 ຫລັງ ສໍາລັບປະຊາຊົນບ້ານກິ່ວງິ້ວ ສໍາເຣັດແລ້ວ ໂດຍມີພິທີມອບ-ຮັບຢູ່ຫ້ອງການບ້ານຈັດສັນ ໃນມື້ວັນທີ 26 ມົກກະຣານີ້. ຢູ່ບ້ານຈັດສັນ ມີໄຟຟ້າ, ນໍ້າໃຊ້, ຫົນທາງ, ສຸກສາລາ, ໂຮງຮຽນ, ຕລາດ.
ເພື່ອຂໍຮູ້ລາຍລະອຽດ ກ່ຽວກັບການມອບເຮືອນຈັດສັນ ແລະແຜນການຊ່ອຍເຫລືອ ປະຊາຊົນທີ່ໄດ້ຮັບຜົລກະທົບຈາກໂຄງການ ໃນຂັ້ນຕໍ່ໄປ ວ່າຈະເປັນແນວໃດນັ້ນ ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ ໄປຫາບໍຣິສັດ ເຈົ້າຂອງໂຮງໄຟຟ້າ ຫົງສາ, ແຕ່ບໍ່ສາມາດຕິດຕໍ່ໄດ້.
ໂຄງການ ຂຍາຍພື້ນທີ່ສໍາປະທານ ບໍ່ຖ່ານຫິນ ຂອງໂຮງໄຟຟ້າຫົງສາຕື່ມອີກ 2,700 ເຮັກຕາ ເຮັດໃຫ້ຊາວບ້ານບ້ານກິ່ວງິ້ວ ຈໍາເປັນຕ້ອງໄດ້ປະເຮືອນປະຊານ ປະດິນໄຮ່ ດິນນາຂອງພວກຕົນ ໂຍກຍ້າຍໄປຢູ່ບ້ານຈັດສັນ.
ໂຮງໄຟຟ້າຫົງສາ ເປັນໂຮງໄຟຟ້າຖ່ານຫິນລິກໄນທ໌ ຂນາດ 1,878 ເມກາວັດ ຄືເປັນໂຮງໃຫຍ່ທີ່ສຸດໃນປະເທດລາວ, ຕັ້ງຢູ່ເມືອງຫົງສາ ແຂວງໄຊຍະບູຣີ ໃກ້ກັບຊາຍແດນໄທ. ທັງໂຮງໄຟຟ້າ ແລະບໍ່ຖ່ານຫິນ ກວມເອົາເນື້ອທີ່ ປະມານ 7,600 ເຮັກຕາ. ກະແສໄຟຟ້າທີ່ຜລິດໄດ້ ສົ່ງຂາຍໃຫ້ໄທຍເປັນຫລັກ ຈໍານວນ 1,473 ເມກາວັດ ຜ່ານສາຍສົ່ງແຮງສູງ 500 ກິໂລໂວນ ແລະຂາຍໃຫ້ຣັຖວິສາຫະກິຈ ໄຟຟ້າລາວ 100 ເມກາວັດ ຜ່ານສາຍສົ່ງແຮງສູງ 115 ກິໂລໂວນ, ໄດ້ເຣີ່ມເປີດໃຊ້ເປັນທາງການ ໃນເດືອນພຶສຈິກາ 2015, ໄລຍະເວລາ ສໍາປະທານ 25 ປີ.