ໂຄງການ ໄຟຟ້າຫົງສາ ຕຣຽມຈັດສັນດິນ ໃຫ້ຜູ້ໄດ້ຮັບຜົລກະທົບ
2022.02.16

ຄະນະກັມມະການຈັດສັນໂຍກຍ້າຍບ້ານກິ່ວງິ້ວໃໝ່ ເມືອງເງິນ ແລະບໍຣິສັດເຈົ້າຂອງໂຄງການໄຟຟ້າຫົງສາ ຕຣຽມສໍາຣວດເນື້ອທີ່ດິນກະສິກັມ ໃຫ້ແກ່ຜູ້ຖືກຜົລກະທົບ ຈາກໂຮງໄຟຟ້າຫົງສາລິກໄນທ໌ ຈໍານວນ 107 ຄອບຄົວ ພາຍຫຼັງທີ່ໂຍກຍ້າຍເຂົ້າມາຢູ່ພາຍໃນບ້ານຈັດສັນ ກິ່ວງິ້ວໃໝ່ ປະມານ 3 ເຮັກຕ້າຣ໌ຕໍ່ຄອບຄົວ ໂດຍຄາດວ່າດິນດັັ່ງກ່າວ ຈະຢູ່ຫ່າງຈາກບ້ານຈັດສັນກິ່ວງິ້ວໃໝ່ ປະມານ 5-10 ກິໂລແມັດ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 16 ກຸມພາ 2022 ນີ້ວ່າ:
“ເພາະວ່າມັນຈະມີນະໂຍບາຍ ຂອງຣັຖບານ ໃຫ້ຫັ້ນນ່າ ຄອບຄົວລະ 3 ເຮັກຕ້າຣ໌ ພື້ນທີ່ ທີ່ວ່າທໍາການຜລິດຫັ້ນເນາະ ມັນຈະເປັນແຜນຢູ່ ແຕ່ວ່າຍັງບໍ່ທັນໄດ້ດໍາເນີນການເທື່ອ ຖືວ່າຄອບຄົວນຶ່ງ ມັນຈະໄດ້ 3 ເຮັກຕ້າຣ໌ ມັນຈະນອນຢູ່ໃນຫັ້ນແຫຼະ ຫ່າງໄກກໍ ການສໍາຣວດເບື້ອງຕົ້ນ ກໍປະມານ 5 ຫາ 10 ກິໂລນີ້ແຫຼະ.”
ຢ່າງໃດກໍຕາມ ເຖິງແມ່ນວ່າທາງການລາວ ແລະບໍຣິສັດຜູ້ລົງທຶນ ຈະມີແຜນຈັດສັນທີ່ດິນທໍາກິນໃຫ້ແກ່ຊາວບ້ານຜູ້ຖືກຜົລກະທົບ ປະມານ 3 ເຮັກຕ້າຣ໌ຕໍ່ຄອບຄົວນັ້ນກໍຕາມ ແຕ່ແຜນດັ່ງກ່າວນີ້ ກໍຍັງບໍ່ທັນໄດ້ມີການຈັດຕັ້ງປະຕິບັດແນວໃດເທື່ອ ເຮັດໃຫ້ຊາວບ້ານຜູ້ທີ່ຖືກຜົລກະທົບ ມີຄວາມກັງວົນກ່ຽວກັບ ການປະກອບອາຊີບ ແລະບໍ່ສາມາດວາງແຜນການໃຊ້ຊີວິດປະຈໍາວັນໄດ້.
ດັ່ງຊາວບ້ານ ຜູ້ຖືກຜົລກະທົບ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ໂອ້ຍ ມັນຍັງບໍ່ມີແຜນເທື່ອນະໂຕນີ້ ພໍ່ແມ່ປະຊາຊົນ ເຂົາກະຄອບຄົວລະ 3 ເຮັກຕ້າຣ໌ເນາະ ໂຕນີ້ກະມີແຕ່ແຜນ ແລ້ວກະຍັງ ບໍ່ໄດ້ຈັດອີ່ຫຍັງຈັກຢ່າງເທື່ອ ໂຕນີ້ນ່າ ຍັງບໍ່ຮູ້ວ່າ ສິຈັດຢູ່ທີ່ໃດທີ່ໃດ ກະຍັງບໍ່ຮູ້ເທື່ອໂຕນີ້ນ່າ ດຽວນີ້ນີ່ບໍ່ມີ ອາຊີບອີ່ຫຍັງບໍ່ມີຈັກຢ່າງເທື່ອ ເຂົາວ່າ ປີ 2022 ນີ້ແຫຼະ ເຂົາຈັດ ແຕ່ວ່າຍັງບໍ່ຮູ້ວ່າຈຸດໃດໆຈຸດໃດ ຍັງບໍ່ຮູ້ເທື່ອ.”
ຊາວບ້ານຜູ້ຖືກຜົລກະທົບ ຈາກໂຄງການດັ່ງກ່າວນີ້ໂດຍຕຣົງ ແລະໄດ້ໂຍກຍ້າຍມາຢູ່ພາຍໃນບ້ານຈັດສັນກິ່ວງິ້ວໃໝ່ ອີກຈໍານວນນຶ່ງ ຍັງບໍ່ທັນຮູ້ຣາຍລະອຽດ ກ່ຽວກັບການຊ່ອຍເຫຼືອແນວໃດເທື່ອ ທີ່ພວກຂະເຈົ້າຈະໄດ້ຮັບ ຈາກທາງໂຄງການນີ້ ບໍ່ວ່າຈະເປັນຂນາດຂອງດິນທີ່ຈະໄດ້ຮັບ ແລ້ວດິນທີ່ຈະໄດ້ຮັບນັ້ນ ຈະມີການຈັດສັນໃນມື້ໃດ ຫຼືຢູ່ບ່ອນໃດ ແລະຈະມີລະບົບຊົລປະທານ ທີ່ເໝາະສົມຕໍ່ການເຮັດໄຮ່ເຮັດນາ ຫຼືບໍ່ ຍ້ອນຍັງບໍ່ມີເຈົ້າໜ້າທີ່ກ່ຽວຂ້ອງ ມາໃຫ້ຂໍ້ມູນ.
ດັ່ງຊາວບ້ານ ຜູ້ຖືກຜົລກະທົບ ອີກທ່ານນຶ່ງ ກ່າວວ່າ:
“ໂຕນີ້ ເຮົາກໍບໍ່ຮູ້ວ່າ ທາງການເຂົາ ຈະຈັດສັນແບບໃດເນາະ ແຕ່ວ່າ ເຮົາກໍໄດ້ຮັບຜົລກະທົບ ພຽງແຕ່ເຫັນວ່າ ບ້ານໃໝ່ ບ້ານຈັດສັນໃໝ່ຫັ້ນແຫຼະ ແຕ່ເຮົາບໍ່ຮູ້ວ່າທີ່ປູກຝັງລ້ຽງສັດນີ້ ເຂົາຈະຈັດແຈງຢູ່ແຖວໃດ ອັນນີ້ເຮົາກະບໍ່ຮູ້ຂໍ້ມູນລະອຽດອັນນີ້ ຈາກໂຕເມືອງ ໄປຫາບ້ານຈັດສັດນັ້ນກໍບໍ່ເກີນ 20 ປາຍກິໂລນີ້ລະຫວາ.”
ພາຍຫຼັງທີ່ບໍຣິສັດໂຮງໄຟຟ້າຫົງສາ ໄດ້ຂຍາຍພື້ນທີ່ໂຄງການສັມປະທານບໍ່ຖ່ານຫິນ ຕື່ມອີກ 2,700 ເຮັກຕ້າຣ໌ ເຮັດໃຫ້ຊາວບ້ານບ້ານກິ່ວງິ້ວ ຈໍານວນ 100 ປາຍຄອບຄົວ ຈໍາເປັນຕ້ອງໄດ້ປະເຮືອນຊານ ແລະດິນໄຮ່ດິນນາ ເພື່ອໂຍກຍ້າຍໄປຢູ່ບ່ອນອື່ນ ເຊິ່ງຊາວບ້ານຜູ້ຖືກຜົລກະທົບນັ້ນ ຈະໄດ້ຮັບຄ່າຊົດເຊີຽ ປະມານ 30 ລ້ານກີບ ຕໍ່ເຮັກຕ້າຣ໌ ແຕ່ຢ່າງໃດກໍຕາມ ການດໍາເນີນການຊົດເຊີຽດັ່ງກ່າວນີ້ ຍັງບໍ່ທັນໄດ້ສໍາເຣັດເທື່ອ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ອີກທ່ານນຶ່ງ ກ່າວວ່າ:
“ອໍ ຄ່າຊົດເຊີຽນີ້ມັນ ວ່າມັນໄປຮອດຂັ້ນຕອນໃດຫັ້ນນ່າ ສ່ວນນຶ່ງກະ ຊົດເຊີຽໄປແລ້ວ ຄະນະຈັດສັນຍ້າຍບ້ານພຸ້ນແຫຼະ ຜູ້ອັນນ່າ ພົວພັນກັບໄຟຟ້າຫົງສາ.”
ເພື່ອຂໍຮູ້ຣາຍລະອຽດກ່ຽວກັບເຮືອນຈັດສັນ ແລະແຜນການຊ່ອຍເຫຼືອປະຊາຊົນ ທີ່ຖືກຜົລກະທົບ ຈາກໂຄງການນີ້ໃນຂັ້ນຕໍ່ໄປ ວ່າຈະເປັນແນວໃດນັ້ນ ວິທຍຸເອເຊັຽເສຣີ ໄດ້ພຍາຍາມຕິດຕໍ່ໄປຍັງ ຄະນະກັມມະການຈັດສັນໂຍກຍ້າຍ ບ້ານກິ່ວງິ້ວ ຂັ້ນເມືອງ, ຜູ້ອໍານວຍການໃຫຍ່ ແລະເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຂອງບໍຣິສັດໄຟຟ້າຫົງສາ ຈໍາກັດ ແຕ່ບໍ່ສາມາດຕິດຕໍ່ໄດ້.
ເມື່ອວັນທີ່ 14 ກຸມພາ ທີ່ຜ່ານມາ ທ່ານທອງພັນ ສຸກສະຫວັດ ຮອງເຈົ້າເມືອງ ເມືອງເງິນ ແລະທ່ານ ຄະທາຍຸດທ໌ ຊູພູນ ຜູ້ອໍານວຍການໃຫຍ່ ບໍຣິສັດໄຟຟ້າຫົງສາ ຈໍາກັດ ພ້ອມດ້ວຍທິມງານ ຄະນະກັມມະການ ຈັດສັນໂຍກຍ້າຍ ບ້ານກິ່ວງິ້ວ ຂັ້ນເມືອງ, ທິມງານໂຄງການໄຟຟ້າ ພະລັງງານຄວາມຮ້ານຫົງສາ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງຕິດຕາມຄວາມຄືບໜ້າ ການໂຍກຍ້າຍບ້ານກິ່ວງິ້ວ ພາຍຫຼັງໄດ້ມີການກໍານົດ ໄລຍະເວລາໃນການໂຍກຍ້າຍເຄື່ອງຂອງ ແລະຊັບສິນຂອງປະຊາຊົນ ຈາກບ້ານກິ່ວງິ້ວເກົ່າ ມາຍັງບ້ານຈັດສັນກິ່ວງິ້ວໃໝ່ ໃຫ້ສໍາເຣັດພາຍໃນໄລຍະເວລາ 15 ມື້ ລະຫວ່າງວັນທີ່ 1 ຫາ 15 ກຸມພາ 2022 ນີ້ ຕາມທີ່ໄດ້ລະບຸໄວ້ ໃນຂໍ້ຕົກລົງຂອງທ່ານເຈົ້າແຂວງ ສບັບເລຂທີ່ 948/ຈຂ.ຊຍ ລົງວັນທີ່ 16 ກັນຍາ 2020 ທີ່ຜ່ານມາ.
ອີງຕາມການຣາຍງານ ຂອງຄະນະກັມມະການຈັດສັນໂຍກຍ້າຍ ບ້ານກິ່ວງິ້ວ ລະບຸວ່າ ນັບແຕ່ມື້ທໍາອິດ ມີຄອບຄົວທີ່ສາມາດໂຍກຍ້າຍໄດ້ຕາມແຜນແລ້ວ 107 ຄົວ ໃນນັ້ນ ເປັນຄອບຄົວທີ່ຂຶ້ນສັມມະໂນຄົວຢູ່ບ້ານກິ່ວງິ້ວ ແລະໄດ້ຮັບເຮືອນຈັດສັນແລ້ວ ຈໍານວນ 104 ຄອບຄົວ, ຂົນຍ້າຍເຄື່ອງຂອງ ແລະຊັບສິນສໍາເຣັດ 100% ຈໍານວນ 58 ຄອບຄົວ ຍັງບໍ່ທັນສໍາເຣັດ ແລະຢູ່ລະຫວ່າງການມ້າງເຮືອນ ຈໍານວນ 46 ຄອບຄົວ ແລະອີກ 3 ຄອບຄົວ ທີ່ມາອາສັຍຢູ່ບ້ານກິ່ວງິ້ວ ແຕ່ບໍ່ທັນມີສັມມະໂນຄົວ ແມ່ນຈະໄດ້ສືບຕໍ່ມ້າງເຮືອນ, ຂົນຍ້າຍເຄື່ອງຂອງ ແລະ ຊັບສິນອື່ນໆໃຫ້ສໍາເຣັດໃນໄວໆນີ້.
ໂຄງການບ້ານຈັດສັນບ້ານກິ່ວງິ້ວ ເມືອງເງິນ ປະກອບມີເຮືອນຈັດສັນ 136 ຫຼັງ ໃນນັ້ນເປັນເຮືອນປະເພດ 1 ມີ 10 ຫຼັງ, ປະເພດ 2 ມີ 6 ຫຼັງ ແລະ ປະເພດ 3 ມີ 12 ຫຼັງ, ໂຄງສ້າງອາຄານເປັນແບບເບຕົ້ງເສີມເຫຼັກ ມີ 1 ຫ້ອງນອນ 1 ຫ້ອງນໍ້າ ແລະ 1 ຫ້ອງຄົວ ອີກທັງຍັງມີການກໍ່ສ້າງໂຮງຮຽນອະນຸບານ, ໂຮງຮຽນປະຖົມ, ຫ້ອງການບ້ານ, ກໍ່ສ້າງເສັ້ນທາງພາຍໃນບ້ານ, ລະບົບນໍ້າໃຊ້ ແລະລະບົບໄຟຟ້າ ເຊິ່ງມີມູນຄ່າການກໍ່ສ້າງທັງໝົດ 2.26 ລ້ານປາຍໂດລາສະຫະຣັຖ.
ໂຮງໄຟຟ້າຫົງສາ ເປັນໂຮງໄຟຟ້າຖ່ານຫິນລິກໄນທ໌ ຂນາດ 1,878 ເມກາວັດ ເຊິ່ງຖືເປັນໂຮງໄຟຟ້າຂນາດໃຫຍ່ ທີ່ມີຂນາດໃຫຍ່ທີ່ສຸດໃນປະເທດລາວ ຕັ້ງຢູ່ເມືອງຫົງສາ ແຂວງໄຊຍະບູຣີ ໃຫ້ກັບຊາຍແດນໄທຍ, ທັງໂຮງໄຟຟ້າແລະບໍ່ຖ່ານຫິນ ກວມເອົາເນື້ອທີ່ ປະມານ 7,600 ເຮັກຕ້າຣ໌ ສ່ວນກະແສໄຟຟ້າທີ່ຜລິດໄດ້ ຈໍານວນ 1,473 ເມກາວັດ ຈະສົ່ງຂາຍໃຫ້ແກ່ປະເທດໄທຍເປັນຫຼັກ ຜ່ານສາຍສົ່ງແຮງສູງ 500 ກິໂລໂວ່ນ ແລະຈະຂາຍໃຫ້ແກ່ຣັຖວິສາຫະກິຈໄຟຟ້າລາວ 100 ເມກາວັດ ຜ່ານສາຍສົ່ງແຮງສູງ 115 ກິໂລໂວ່ນ, ໄດ້ເລີ່ມການຜລິດຢ່າງເປັນທາງການ ໃນເດືອນພຶສຈິກາ ປີ 2015, ມີໄລຍະເວລາການສັມປະທານ ປະມານ 25 ປີ.