ຊ້າວບ້ານ ບ້ານກິ່ວງິ້ວ ຍັງລໍຖ້າ ດິນທຳການກະເສດ
2022.03.09
ການໂຍກຍ້າຍຊາວບ້ານ ບ້ານກິ່ວງິ້ວ ເມືອງເງິນ ແຂວງໄຊຍະບູຣີ ຈຳນວນ 138 ຫລັງຄາເຮືອນ, 108 ຄອບຄົວ, ພົລເມືອງ 625 ຄົນ ທີ່ໄດ້ຮັບຜົລກະທົບ ຈາກໂຄງການຂຍາຍເນື້ອທີ່ ສັມປະທານ ຂອງໂຮງໄຟຟ້າຫົງສາ ໄດ້ສຳເຣັດໝົດແລ້ວ 100% ເມື່ອທ້າຍເດືອນກຸມພານີ້.
ຂະນະຊາວບ້ານທ່ານນຶ່ງກ່າວວ່າ ພາຍຫລັງທີ່ໂຍກຍ້າຍ ເຂົ້າມາຢູ່ເຮືອນຈັດສັນໃໝ່ ກໍພົບຄວມຫຍຸ້ງຍາກ ເຮຶ່ອງນໍ້າດື່ມ-ນໍ້າໃຊ້ ທີ່ຍັງຂາດໆ ເຂີນໆ ບໍ່ພຽງພໍໃຊ້ ເຮັດໃຫ້ຊາວບ້ານ ດຳເນີນຊີວິດບໍ່ສະດວກ ເເຕ່ກະໄດ້ແຈ້ງບັນຫາ ໃຫ້ທາງຜູ້ພັທນາໂຄງການຮັບຮູ້ແລ້ວ. ສ່ວນພື້ນຖານໂຄງການດ້ານອື່ນໆ ກໍສະດວກສະບາຍ ຍັງບໍ່ທັນພົບເຫັນ ບັນຫາໃດໆເກີດຂື້ນເທຶ່ອ.
ດັ່ງຊາວບ້ານ ບ້ານກິ່ວງິ້ວ ເມືອງເງິນ ແຂວງໄຊຍະບູຣີ ກ່າວວ່າຕໍ່ວິທະຍຸເອເຊັຽເສຣີ ໃນມື້ວັນທີ່ 1 ທີ່ຜ່ານມານີ້ວ່າ:
“ຖ້າເວົ້າເຣຶ່ອງນໍ້າ ກໍຍັງຂາດໆເຂີນໆຢູ່. ທຸກຢ່າງນີ້ ສະບາຍຢູ່, ຄືວ່າ ເຂົາຍັງບໍ່ແບ່ງດິນແບ່ງດອນໃຫ້ ແລ້ວກະ ຍັງຊິໄປເຮັດຢູ່ບ້ານເກົ່າ ແບບວ່າ ທີ່ບ່ອນທີ່ວ່າ ເຂົາຍັງບໍ່ໄດ້ເຮັດຫັ້ນ.”
ຊາວບ້ານຜູ້ນີ້ ກ່າວອີກວ່າ ຍັງມີຊາວບ້ານ ອີກຈຳນວນນຶ່ງ 10 ປາຍຄອບຄົວ ທີ່ຍັງບໍ່ໄດ້ຮັບເງິນຊົດເຊີຍ ປະເພດ “ຕົ້ນໄມ້ໃຫ້ໝາກ” ເຊິ່ງຜູ້ພັທະນາໂຄງການ ຢູ່ລະຫວ່າງ ດຳເນີນການ.
ຊາວບ້ານທີ່ໄດ້ຮັບຜົລກະທົບອີກຜູ້ນຶ່ງ ກ່າວວ່າ ຕາມຂໍ້ຕົກລົງ ບໍຣິສັດຜູ້ພັທະນາໂຄງການ ກໍຍັງຢັ້ງຢືນວ່າ ຈະຈັດສັນດິນການກະເສດ ໃຫ້ກັບຊາວບ້ານ ແຕ່ກໍຍັງບໍ່ຮູ້ວ່າຈະໄດ້ຮັບການທົດແທນມື້ໃດ. ແຕ່ກໍມີຄວາມອຸກໃຈຫລາຍ ເພາະຈຸດທີ່ຕັ້ງບ້ານຈັດສັນໃໝ່ ຢູ່ເຂດພູສູງ ພື້ນທີ່ ແລະ ດິນ ບໍ່ເໝາະສົມປານໃດໃນການເຮັດກະເສດ.
ດັ່ງຊາວບ້ານ ບ້ານກິ່ວງິ້ວອີກຜູ້ນຶ່ງ ກ່າວຕໍ່ວິທະຍຸເອເຊັຽ ໃນມື້ດຽວກັນນີ້ວ່າ:
“ເພິ່ນກະຍັງຊິຊ່ວຍຢູ່ ກະຫາກບໍ່ຫລາຍປານໃດດອກ. ເບິ່ງປັດຈຸບັນນີ້ ກະຫຍຸ້ງຍາກພໍສົມຄວນເດິ້. ອັນນີ້ເປັນພູຜາ ດິນກໍບໍ່ງາມປານໃດ ຄິດເບິ່ງ ກໍໜັກໃຈ ຊາວບ້ານນ່າ”
ກ່ຽວກັບເຣຶ່ອງນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງໃນເມືອງເງິນ ແຂວງໄຊຍະບູຣີ ກ່າວວ່າ ພາຍຫລັງ ທີ່ຊາວບ້ານ ບ້ານກິ່ວງິ້ວໂຍກຍ້າຍມາຢູ່ ບ້ານຈັດສັນໃໝ່ແລ້ວນັ້ນ ທາງບໍຣິສັດຜູ້ພັທະນາໂຄງການ ຈະມີການຊ່ວຍເຫລືອເຂົ້າສານ ໃຫ້ກັບແຕ່ລະຄອບຄົວ ເປັນໄລຍະເວລາ 3 ປີ ໃນລະຫວ່າງ ທີ່ລໍຖ້າ ການຈັດສັນທີ່ດິນທຳການກະເສດນີ້.
ພ້ອມກັນນັ້ນ ທາງຜູ້ພັທະນາໂຄງການ ຈະມີການຈັດຫາອາຊີບ ໃຫ້ກັບແຕ່ລະຄອບຄົວ ເພຶ່ອຄວາມຢືນຢົງ ໃນການດຳລົງຊີວິດຕໍ່ໄປໃນອານາຄົດ ເຊັ່ນ ປູກພືດນາໆຊນິດ ແລະ ລ້ຽງສັດປະເພດຕ່າງໆ.
ສ່ວນການຈັດສັນທີ່ດິນ ທຳການກະເສດໃຫ້ກັບຊາວບ້ານ ໄດ້ຮັບຜົລກະທົບນັ້ນ ປັດຈຸບັນ ຍັງຢູ່ໃນຂັ້ນຕອນ ຊອກຫາເນື້ອທີ່ ທີ່ເໝາະສົມ ເຊິ່ງຈະຂ້ອນຂ້າງຫຍຸ້ງຍາກ ເພາະເປັນເຂດພູສູງ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນເມືອງເງິນ ແຂວງໄຊຍະບູຣີ ກ່າວຕໍ່ວິທະຍຸເອເຊັຽ ໃນມື້ດຽວກັນນີ້ວ່າ:
“ເຂົ້າກິນ ທາງບໍຣິສັດເຂົາຊິລ້ຽງ ລ້ຽງປະມານ 3 ປີ. ບາດນັ້ນຈະມາຈັດສັນອາຊີບເນາະ ເບິ່ງດິນທຳການຜລິດຄືນ. ທາງບໍຣິສັດຫົງສານີ້ ບໍ່ໄດ້ບຸກເບີກ ມີແຕ່ຈັດສັນໃຫ້ເລີຍ.”
ທາງດ້ານເຈົ້າໜ້າທີ່ ດ້ານສິ່ງແວດລ້ອມ ໃນແຂວງໄຊຍະບູຣີ ທ່ານນຶ່ງກໍກ່າວວ່າ ເມື່ອຊາວບ້ານຍອມຫລີກທາງ ໃຫ້ກັບໂຄງການພັທະນາແລ້ວ ຜູ້ພັທະນາໂຄງການດັ່ງກ່າວ ກໍຄວນຈະເລັ່ງຈັດສັນ ທີ່ດິນທຳການກະເສດ ໃຫ້ກັບຊາວບ້ານ ທີ່ໄດ້ຮັບຜົລກະທົບ ໃຫ້ໄວທີ່ສຸດ ເທົ່າທີ່ຈະເປັນໄປໄດ້ ເພຶ່ອເຮັດໃຫ້ຊີວິດການເປັນຢູ່ຂອງຊາວບ້ານ ມີອາຊີບ ແລະ ສາມາດສ້າງລາຍໄດ້ ຢ່າງຢືນຢົງ ແລະ ມີຄວາມໝັ້ນຄົງໃນຊີວິດ.
ດັ່ງເຈົ້າໜ້າທີ່ ດ້ານສິ່ງແວດລ້ອມ ແຂວງໄຊຍະບູຣີ ຜູ້ສຫງວນຊື່ ແລະ ຕໍ່າແຫນງ ກ່າວຕໍ່ວິທະຍຸເອເຊັຽ ໃນມື້ດຽວກັນນີ້ວ່າ:
“ຫົງສາລິກໄນ້ ກະເບື້ອງຕົ້ນຄືວ່າ ກະຕ້ອງໄດ້ຈັດສັນທີ່ດິນໃຫ້ເຂົາຫັ້ນແຫລະ ໃຫ້ມັນມີຊີວິດການເປັນຢູ່ ທີ່ດີຂື້ນກວ່າເກົ່າເນາະ. ຈັດສັນໃຫ້ມັນພຽງພໍ ຕາມກົດໝາຍທີ່ດິນ.”
ໂຄງການກໍສ້າງ ເຮືອນຈັດສັນ 138 ຫລັງຄາເຮືອນ, ໂຮງຮຽນອານຸບານ 1 ຫລັງ ໂຮງຮຽນປະຖົມ 1 ຫລັງ, ຫ້ອງການບ້ານ 1 ຫລັງ ແລະ ໂຄງຮ່າງພື້ນຖານຕ່າງໆທີ່ຈຳເປັນ ລວມມູນຄ່າ 2.2 ລ້ານໂດຣາ ສະຫະຣັຖ ນັ້ນ ປັດຈຸບັນນີ ສຳເຣັດແລ້ວ 100% ໂດຍ ບໍຣະສັດ “ສິກັນໄຈ” ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍສ້າງ.
ສຳລັບຜົນກະທົບ ທີ່ເກີດຂື້ນທັງໝົດນີ້ ແມ່ນເປັນຜົນກະທົບມາຈາກ ໂຄງການຂະຫຍາຍເນື້ອທີ່ ສັມປະທານ ບໍ່ຖ່ານຫີນ ຂອງໂຮງງານໄຟຟ້າຫົງສາ ກວມເອົາຈຳນວນ 2,700 ເຮັກຕ້າຣ໌.
ໂຮງໄຟຟ້າຫົງສາ ເປັນໂຮງໄຟຟ້າຖ່ານຫີນລິກໄນ້ ທີ່ໃຫຍ່ທີ່ສຸດ ໃນປະເທດລາວ ຕັ້ງຢູ່ເມືອງຫົງສາ ແຂວງໄຊຍະບູຣີ ໃກ້ກັບຊາຍແດນໄທຍ ມີເນື້ອທີ່ ສັມປະທານ ປະມານ 7,600 ເຮັກຕ້າຣ໌ ທີ່ມີກຳງລັງຜລິດໄຟຟ້າ1,878 ເມກາວັຕ, ໂດຍສົ່ງຂາຍໄຟຟ້າໃຫ້ແກ່ໄທຍ ເປັນຫລັກ ຈຳນວນ 1,473 ເມກະວັຕ ຜ່ານສາຍສົ່ງແຮງສູງ 500ກິໂລວັຕ ແລະ ຂາຍໃຫ້ຣັຖວິສະຫະກິຈໄຟຟ້າລາວ ຈຳນວນ 100 ເມກະວັຕ. ສ່ວນໄຟຟ້າທີ່ເຫລືອຢູ່ ແມ່ນໄດ້ນຳໃຊ້ພາຍໃນໂຮງງານໄຟຟ້າ, ເລີ່ມເປີດໃຊ້ຢ່າງເປັນທາງການ ໃນເດືອນພຶສພາ ປີ 2015 ແລະ ມີໄລຍະເວລາສັມປະທານ 25 ປີ.