ໂຄງການພະລັງງານ, ບໍ່ແຮ່ ບໍ່ໄດ້ສ້າງປໂຍດ ໃຫ້ຊາວບ້ານ ຢ່າງທີ່ອ້າງໄວ້ ເທົ່າທີ່ຄວນ

ເມືອງກະລຶມຕັ້ງໃໝ່ ແຂວງເຊກອງ (PN).
ເມືອງກະລຶມຕັ້ງໃໝ່ ແຂວງເຊກອງ (PN). (RFA)

0:00 / 0:00

ຫລາຍໂຄງການ ລົງທຶນໃນຂແນງ ພະລັງງານ ແລະບໍ່ແຮ່ ຢູ່ແຂວງເຊກອງ ແລະອັດຕະປື ບໍ່ໄດ້ຊ່ອຍສ້າງສາ ພັທນາເສຖກິຈ-ສັງຄົມຢູ່ 2 ແຂວງນີ້ເທົ່າທີ່ຄວນ, ຄຸນນະພາບຊີວິດ ຂອງປະຊາຊົນຍັງທຸກຍາກຢູ່, ບໍ່ມີລາຍໄດ້ ແລະອາຊີບທີ່ໝັ້ນຄົງ ດັ່ງນັ້ນປະຊາຊົນ ຈຶ່ງຮຽກຮ້ອງໃຫ້ ມີການພັທນາຫລາຍຢ່າງ ຮວມທັງໂຄງຮ່າງພື້ນຖານ ແລະດ້ານການສຶກສາ ຊຶ່ງທາງພາກຣັຖ ຕ້ອງໄດ້ເບິ່ງນໍາ.

ດັ່ງຊາວບ້ານຜູ້ນຶ່ງ ຢູ່ເມືອງດາກຈຶງ ແຂວງເຊກອງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 2 ມິນານີ້ວ່າ:

“ສ່ວນທີ່ວ່າປະຊາຊົນຮ້ອງຂໍນີ້ ໂອ້... ຫລາຍຢູ່ດອກ ອັນນີ້ອັນນັ້ນນັບບໍ່ຖ້ວນ ຕ້ອງມີການພັທນາ ໂຄງສ້າງພື້ນຖານຊ່ວຍ ໂດຍສະເພາະແມ່ນຂແນງສຶກສາບໍ່ ບາງເທື່ອຂະເຈົ້າເຮັດບໍ່ໄດ້ຊໍ້າ ພາກຣັຖພວກເຮົາກະຕ້ອງໄດ້ເບິ່ງ.”

ທ່ານໄດ້ຍົກຕົວຢ່າງ ຊາວບ້ານໃນເມືອງດາກຈຶງ ທີ່ໄດ້ຮັບຜົລກະທົບ ຍ້ອນໄດ້ຖືກໃຫ້ໂຍກຍ້າຍ ອອກຈາກເຂດເຂື່ອນເຊກະໝານ 1 ຊຶ່ງທາງບໍຣິສັດເຈົ້າຂອງໂຄງການ ໄດ້ສັນຍາວ່າ ຈະຊົດເຊີຍຄວາມເສັຍຫາຍ ໃຫ້ຊາວບ້ານ, ຊ່ອຍສນັບສນູນ ປະກອບອຸປະກອນການຮຽນ, ອຸປະກອນການແພດ ແລະສົ່ງເສີມອາຊີບ ໃຫ້ຊາວບ້ານມີລາຍໄດ້ຢ່າງໝັ້ນຄົງ, ແຕ່ເມື່ອໄດ້ໂຍກຍ້າຍອອກໄປແລ້ວ ທາງບໍຣິສັດ ພັດບໍ່ໄດ້ເອົາໃຈໃສ່ ເຣື່ອງດັ່ງ ກ່າວ, ບໍ່ເອົາໃຈໃສ່ ພັທນນາບ້ານເມືອງ ແລະຄຸນນະພາບຊີວິດ ຂອງຊາວບ້ານ, ເຮັດໃຫ້ຊາວບ້ານ ຍັງຕ້ອງໄດ້ໄປຊອກຫາ ເຄື່ອງປ່າຂອງດົງ ຂາຍຕລາດຢູ່ຄືເກົ່າ.

ທີ່ເມືອງສານໄຊ ແຂວງອັດຕະປື ຊາວບ້ານຜູ້ນຶ່ງເວົ້າເຖິງ ທຸກໆໂຄງການລົງທຶນ ບໍ່ວ່າຈະເປັນໂຄງການນ້ອຍ ຫລືໃຫຍ່ວ່າ ຈະຕ້ອງຊ່ອຍເຫລືອ ຊາວບ້ານຊາວເມືອງ ໃນການປັບປຸງໂຄງຮ່າງພື້ນຖານ ຕ່າງໆ ໃຫ້ມີຄວາມສະດວກສະບາຍ ທັງໃນເຣື່ອງຂອງເສັ້ນທາງ, ນໍ້າປະປາ, ອາຊີບ, ສຸຂສາລາ ແລະໂຮງຮຽນ ເພື່ອໃຫ້ສອດຄ່ອງກັບແຜນພັທນາເສຖກິຈ-ສັງຄົມ ຂອງປະເທດ ແລະວ່າ ມັນບໍ່ເປັນໄປຕາມ ທີ່ທາງບໍຣິສັດ ເວົ້າວ່າ ລົງທຶນບ່ອນໃດ ຈະພັທນາເຂດນັ້ນ.

“ຫລາຍໆບໍຣິສັດເຂົາເຂົ້າມານີ້ ເຂົາກະເວົ້າເນາະ ມັນເວົ້າເຣື່ອງການພັທນາທ້ອງຖິ່ນຫັ້ນ ສົມມຸດວ່າໄປພັທນາເຂດທ້ອງຖິ່ນໃດ ເຮົາກະຕ້ອງໄດ້ພັທນາເຂດທ້ອງຖິ່ນນັ້ນ ປົວແປງເສັ້ນທາງບໍ່ ສໍາຄັນແມ່ນຜູ້ໃຫຍ່ພຸ້ນ ເຂົາເຮັດບົດເຈດຈໍານົງໄດ້ບໍ່.”

ເຈົ້າໜ້າທີ່ ຜແນກສຶກສາທິການ ແລະກິລາ ແຂວງເຊກອງ ກ່າວຕໍ່ວະທຍຸເອເຊັຽເສຣີ ໃນມື້ວັນທີ 2 ມີນານີ້ ເຖິງຂແນງການສຶກສາ ແລະຂແນງສາທາຣະນະສຸຂວ່າ ເປັນຂແນງການ ທີ່ມັກຈະໄດ້ຮັບຜົລກະທົບ ຈາກໂຄງການລົງທຶນເຫລົ່ານັ້ນ ຊຶ່ງໄລຍະຜ່ານມາ ກໍບໍ່ເຄີຍໄດ້ຮັບການພັທນາ, ການສນັບສນູນ ທາງດ້ານການເງິນ ແລະອື່ນໆ ເພື່ອສົ່ງເສີມຂ ແນງການດັ່ງກ່າວໃຫ້ດີຂຶ້ນ ກວ່າເກົ່າ ແລະວ່າ ສິ່ງທີ່ຄວນຈະໄດ້ຮັບຈາກ ໂຄງການລົງທຶນເຫລົ່ານັ້ນ ຄືການສ້າງໂຮງຮຽນ ຫລື ປັບປຸງໂຮງຮຽນໃຫ້ດີຂຶ້ນ, ການສົ່ງເສີມຄຣູ ແລະນັກຮຽນ ແລະການຝຶກອົບຮົມວິຊາຊີບ ໃຫ້ຊາວບ້ານ ແຕ່ບໍ່ເຄີຍໄດ້ຮັບການສນັບສນູນ.

“ແຂວງບໍ່ໃຫຍ່ ມີແຕ່ 4 ໂຕເມືອງ ກະຄືວ່າບໍ່ສູ້ເຫັນ ບໍ່ໄດ້ຮັບນ່າ ບໍ່ສູ້ເຫັນເຂົາເຮັດອີ່ຫຍັງຕ່າງໆ ມານີ້ ເຂົາກະລົງທຶນສ້າງເສຖກິຈຂອງເຂົາ.”

ເຈົ້າໜ້າທີ່ ຫ້ອງການສະຫະພັນແມ່ຍິງ ແຂວງອັດຕະປື ເວົ້າວ່າ ນັບແຕ່ອະດີດ ຈົນມາຮອດປັດຈຸບັນ ແມ່ຍິງບັນດາເຜົ່າ ຈໍານວນຫລວງຫລາຍ ຢູ່ເມືອງສານໄຊ ແລະເມືອງພູວົງ ໄດ້ຮັບຜົລກະທົບ ຈາກເຂື່ອນໄຟຟ້າ ແລະໂຄງການຂຸດຄົ້ນບໍ່ແຮ່. ເມື່ອຖືກໃຫ້ໂຍກຍ້າຍ ໄປຢູ່ເຮືອນຈັດສັນແລ້ວ ພວກເຂົາເຈົ້າ ກໍຍັງຕ້ອງໄດ້ອອກແຮງງານໜັກຢູ່ ຄືເກົ່າ ແລະທາງໂຄງການບໍ່ໄດ້ໃຫ້ການຊ່ອຍເຫລືອ ເທົ່າທີ່ຄວນ ແລະ ວ່າທາງຫ້ອງການ ສະຫະພັນແມ່ຍິງ ແຂວງອັດຕະປື ບໍ່ເຄີຍໄດ້ຮັບການສນັບສນູນ ທາງດ້ານທຶນ ຮອນຈາກໂຄງການ ລົງທຶນເຫລົ່ານັ້ນ ເພື່ອນໍາໄປສົ່ງເສີມ ອາຊີບໃຫ້ແມ່ຍິງ.

“ໄປກະແບບມີສ່ວນຮ່ວມນໍາ ແຕ່ວ່າບໍ່ໄດ້ຮັບທຶນມາເຮັດໂດຍກົງຫັ້ນນ່າ (ເຂົາຊ່ວຍດີບໍ່) ກະໄດ້ດີຢູ່ລະດັບນຶ່ງຫັ້ນແຫລະ.”

ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ ອົງການຈັດຕັ້ງ ພາກປະຊາສັງຄົມແຫ່ງນຶ່ງ ໃນແຂວງອັດຕະປື ກໍກ່າວເຖິງໂຄງການລົງທຶນວ່າ ສ່ວນຫລາຍແລ້ວ ບໍ່ວ່າຈະເປັນໂຄງການ ລົງທຶນຂນາດນ້ອຍ ຫລືຂນາດໃຫຍ່ ປະຊາຊົນລາວຈະບໍ່ໄດ້ຮັບຜົລປໂຍດ ເທົ່າທີ່ຄວນ ຍັງບໍ່ສາມາດຫລຸດພົ້ນ ອອກຈາກຄວາມທຸກຍາກ. ສ່ວນເຣື່ອງການພັທນາ ໂຄງຮ່າງພື້ນຖານຕ່າງໆ ຫາກຊາວບ້ານ ຫລືເຈົ້າໜ້າທີ່ ບໍ່ຮຽກຮ້ອງ ໃຫ້ທາງໂຄງການຊ່ອຍເຫລືອ ກໍຈະບໍ່ມີການຊ່ອຍເພື່ອການພັທນາ. ອັນນີ້ສະທ້ອນໃຫ້ເຫັນວ່າ ໂຄງການລົງທຶນເຫລົ່າ ນັ້ນ ເຂົ້າມາຫາຜົລປໂຍດ ຂອງພວກເຂົາ ບໍ່ແມ່ນເຂົ້າມາປະກອບສ່ວນ ຊ່ອຍພັທນາສ້າງສາບ້ານເມືອງ ໃຫ້ດີຂຶ້ນ.

ດັ່ງທີ່ທ່ານກ່າວວ່າ:

“ຄວາມຈິງເນາະ ກ່ຽວກັບເຣື່ອງນາຍທຶນ ທີ່ຈັດຕັ້ງປະຕິບັດ ສ່ວນຫລາຍມາສັງເກດ ເບິ່ງແລ້ວນ່າບໍ່ໄດ້ຮັບຜົລປໂຍດຫຍັງ ຫລັກໆກະເຮັດເຣື່ອງການປູກຝັງ ໃຫ້ລ້ຽງສັດນີ້ແຫລະ ແຕ່ຄັນເວົ້າເຣື່ອງຄືເວົ້າຫັ້ນ ປະຊາຊົນນີ້ກະບໍ່ໄດ້ຜົນປໂຍດຫຍັງນ່າ ມີແຕ່ວ່າໄດ້ຮັບຜົນປໂຍດ ໜ້ອຍໆນຶ່ງເນາະ.”

ເມື່ອວັນທີ 22 ກຸມພາ 2023 ນີ້ ສະພາແຫ່ງຊາຕ ໄດ້ເຮັດໜັງສືສເນີໄປຫາຫົວໜ້າ ຫ້ອງການກະຊວງສຶກສາທິການ ແລະກິລາ ເພື່ອຂໍຂໍ້ມູນ ກ່ຽວກັບການຊ່ອຍເຫລືອລ້າ ຈາກບັນດາໂຄງການ ລົງທຶນສ້າງເຂື່ອນໄຟຟ້າ, ພະລັງງານລົມ ແລະການຂຸດຄົ້ນບໍ່ແຮ່ ເນື່ອງຈາກ ຕ້ອງການຮູ້ນະໂຍບາຍ ການພັທນາວຽກງານ ຂອງຂແນງການສຶກສາທິການ ແລະກິລາ ຢູ່ແຂວງເຊກອງ ຍ້ອນທີ່ຜ່ານມາ ຍັງບໍ່ມີຣາຍງານ ກ່ຽວກັບຂໍ້ມູນນັ້ນ.

ອີງຕາມຣາຍງານຂ່າວ, ການລົງທຶນໃສ່ຂແນງການສຶກສາທິການ ແລະກິລາ, ຂແນງສາທາຣະນະສຸຂ ແລະວຽກງານພັທນາຊົນນະບົດ ຂອງຣັຖບານລາວ ຖືເປັນນະໂຍບາຍ ທີ່ຣັຖບານຈະຕ້ອງເພີ່ີມທະວີ ການເອົາໃຈໃສ່ຢ່າງຈິງຈັງ ແລະຣັຖບານລາວ ກໍພະຍາຍາມສນັບສນູນ ໃຫ້ເກີດການລົງທຶນ ເພື່ອທີ່ຈະເຮັດໃຫ້ເຂດຫ່າງໄກ ສອກຫລີກແລະທຸກຍາກ ໄດ້ຮັບການພັທນາດີຂຶ້ນ, ແຕ່ມາຮອດປັດຈຸບັນ ປະຊາຊົນຫລາຍບ້ານ ກໍຍັງບໍ່ມີໄຟຟ້າ ແລະນໍ້າສະອາດໃຊ້ຢ່າງທົ່ວເຖິງເທື່ອ. ເສັ້ນທາງຍັງມີຄວາມຫຍຸ້ງຍາກ ລໍາບາກ, ເວລາເຈັບປ່ວຍ ເຂົ້າໄປຫາໂຮງໝໍຍາກ, ແລະໂຮງຮຽນ ຍັງບໍ່ມີສິ່ງອໍານວຍຄວາມສະດວກ, ຄຣູຄົນດຽວ ຕ້ອງຮັບພາລະ ສອນຫລາຍຫ້ອງ. ເດັກນ້ອຍຕ້ອງໄດ້ຍ່າງໄປໂຮງຮຽນໄກ ມື້ນຶ່ງຫລາຍກິໂລແມັດ.