ນັກລົງທຶນຈີນ ຕຣຽມພັທນາ ເຂດເສຖກິຈໃໝ່ ສີພັນດອນ, ຊາວບ້ານຢ້ານບໍ່ມີດິນຢູ່
2023.02.22

ບໍຣິສັດຜູ້ພັທນາ ເຂດພັທນາເສດຖກິຈໃໝ່ ສີພັນດອນ ຫລື Four thousand islands ຂອງນັກລົງທຶນຈີນ ຕຽມທີ່ຈະເຣີ່ມກໍ່ສ້າງ ອາຄານອະເນກປະສົງ ຄົບວົງຈອນ ຫລື ຕືກແຄນຄູ່, ກໍ່ສ້າງສນາມກ໋ອຟ, ໂຮງງານປຸງແຕ່ງປາ ແລະ ສາງສິນຄ້າ, ໂຮງແຮມ ແລະ ອີກຫລາຍໆໂຄງການ ນັບແຕ່ເດືອນ ກຸມພາ ນີ້ເປັນຕົ້ນໄປ.
ດັ່ງ ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ຢູ່ໃນແຂວງຈໍາປາສັກ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ ວັນທີ 21 ກຸມພາ ນີ້ວ່າ:
“ໂຄງການຂອງຈີນ ເພິ່ນຈະເນັ່ນໄປພວກ ສູນການຄ້າ ໂຮງແຮມ ອີ່ຫຍັງຕ່າງໆ ເປັນການກໍ່ສ້າງແບບນັ້ນເຈົ້າ ສຖານທີ່ທ່ອງທ່ຽວນີ້ ເພິ່ນຈະມອບໃຫ້ບໍຣິສັດທ່ອງທ່ຽວ ເຂົ້າໄປເຮັດ ເພື່ອປັບປຸງ ໃຫ້ມັນມີສີສັນຂຶ້ນຫລາຍຕື່ມ ຫັ້ນແຫລະເຈົ້າ.”
ໃນເບື້ອງຕົ້ນ ເຂດພັທນາເສຖກິຈໃໝ່ ສີພັນດອນ ທັງໜົດ 8 ບ້ານ ໃນເມືອງໂຂງ ແຂວງ ຈໍາປາສັກ ໄດ້ຮັບຜົລກະທົບສູນເສັຍທີ່ດິນ ທໍາການກະເສດ ຫລື ຖືກໂຍກຍ້າຍອອກຈາກພື້ນທີ່ ເຊິ່ງຄາດວ່າຈະເຣີ່ມດໍາເນີນການບຸກເບີກເນື້ອທີ່ ແລະ ກໍ່ສ້າງເຮືອນຈັດສັນໄດ້ ໃນໄລຍະກາງປີ 2023 ນີ້.
ໂດຍບ້ານທໍາອິດ ທີ່ໄດ້ສູນເສັຍທີ່ດິນທໍາການກະເສດ ໃຫ້ກັບໂຄງການ ຄືບ້ານທ່າຄໍ້ ທີ່ມີຢູ່ປະມານ 200 ຄອບຄົວ ເຊິ່ງເປັນຈຸດສໍາຄັນ ທີ່ຈະມີການກໍ່ສ້າງຕືກແຄນຄູ່ ແລະ ອາຄານຕ່າງໆ ແຕ່ປັດຈຸບັນ ກໍຍັງບໍ່ມີທ່າທີວ່າຈະໄດ້ຮັບເງິນຄ່າຊົດເຊີຍ ແລະ ຍັງບໍ່ຮູ້ອີກວ່າ ຈະໄດ້ຮັບເງິນຊົດເຊີຍ ໜ້ອຍຫລາຍປານໃດ ແຕ່ສິ່ງທີ່ຊາວບ້ານກັງວົນໃຈ ໃນຕອນນີ້ ແມ່ນເຣື່ອງການຈ່າຍເງິນຄ່າຊົດເຊີຍ ເນື່ອງຈາກ ມີການຮິບໂຮມຂໍ້ມູນໄປແລ້ວ ແຕ່ພາກສ່ວນທີ່ກ່ຽວຂ້ອງ ພັດບໍ່ໄດ້ລົງມາຊີ້ແຈງ ຣາຍລະອຽດການຈ່າຍເງິນຄ່າຊົດເຊີຍ ໃຫ້ກັບຊາວບ້ານໄດ້ຮັບຮູ້ເທື່ອ ຈຶ່ງມີການກັງວົນໃຈວ່າ ຈະໄດ້ຮັບເງິນຄ່າຊົດເຊີຍ ທີ່ບໍ່ສົມເຫດສົມຜົລ.
ດັ່ງ ຊາວບ້ານຜູ້ນຶ່ງ ຢູ່ເມືອງໂຂງ ແຂວງຈໍາປາສັກ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 21 ກຸມພາ ນີ້ວ່າ.
“ຕອນນີ້ຫັ້ນ ຖືກດິນນາ ດິນຫຍັງໄປກ່ອນ ປີໜ້າພຸ້ນ ຖືກແຖວເຮືອນແຖວຊານ ແຕ່ວ່າ ຍັງບໍ່ທັນຖືກໄລ່ເນາະ ດຸດໄຮ່, ດຸດນາ ເຂົາແລ້ວ ຍັງເງິນບໍ່ທັນໄດ້ຢູ່ນີ້ ຄົນເຂົາດິນຫລາຍຫັ້ນຕິ້ ເຂົາບໍ່ໄຫວໄດ້.”
ຊາວບ້ານຜູ້ນີ້ຍັງກ່າວຕື່ມອີກວ່າ ຫລັງຈາກທີ່ຊາວບ້ານສ່ວນໃຫຍ່ ໄດ້ສູນເສັຍທີ່ດິນທໍາການກະເສດໄປແລ້ວ ກໍພາກັນຫັນໄປເຮັດອາຊີບອື່ນທົດແທນ ເຊັ່ນ ຫາປາໄປຂາຍຕາມຕະຫລາດ, ຫາເຄື່ອງປ່າຂອງດົງໄປຂາຍ, ບາງຄອບຄົວ ກໍໄປເຮັດທໍາການກະເສດ ກັບຍາດພີ່ນ້ອງ ແລະ ບາງຄອບຄົວ ກໍຍ້າຍຕົວເອງໄປຢູ່ນະຄອນປາກເຊ ເພື່ອໄປເປັນກັມມະກອນ ອອກແຮງງານ.
ສ່ວນເຣື່ອງການໂຍກຍ້າຍ ເພື່ອຫລີກທາງໃຫ້ກັບໂຄງການ ພັທນາດັ່ງກ່າວນັ້ນ ກໍຄາດວ່າຈະຖືກ ໂຍກຍ້າຍ ອອກຈາກພື້ນທີ່ໃນປີ 2024 ແຕ່ກະຕ້ອງ ເບິ່ງຄວາມພ້ອມຫລາຍໆຢ່າງ ທັງເຮືອນຈັດສັນ, ການອອກແບບເຮືອນ, ລະບົບພື້ນຖານໂຄງຮ່າງ ເຊິ່ງປັດຈຸບັນ ກໍຍັງບໍ່ມີພາກສ່ວນທີ່ກ່ຽວຂ້ອງ ມາຊີ້ແຈງຣາຍລະອຽດໃດໆ.
ຊາວບ້ານອີກຜູ້ນຶ່ງ ໃນເມືອງໂຂງ ກ່າວວ່າ ເຂດພັທນາເສດຖກິຈໃໝ່ ສີພັນດອນ ນັບມື້ຈະມີການພັທນາຂຶ້ນເລື້ອຍໆ ແຕ່ຊີວິຕການເປັນຢູ່ຂອງຊາວບ້ານ ແລະ ການສູນເສັຍທີ່ດິນ ທໍາການກະເສດ ຍັງບໍ່ມີທ່າທີວ່າຈະໄດ້ຮັບເງິນ ຄ່າຊົດເຊີຍເທື່ອ ແລະເປັນກັງວົນໃຈຫລາຍ ເນື່ອງຈາກ ບໍ່ຮູ້ວ່າອະນາຄົດຂອງໂຕເອງ ແລະ ຄົນໃນຊຸມຊົນ ຈະເປັນແນວໃດຕໍ່ໄປ.
ດັ່ງ ຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຍຣີ ໃນມື້ດຽວກັນນີ້ວ່າ:
“ຖືກໝົດແຫລະຢູ່ໃນບ້ານ ໃນເຂດນີ້ນ່າ ຄອນພະເພັງຫັ້ນນ່າ ແມ່ນໄດ້ຮັບຜົລກະທົບຈາກນີ້ໝົດ ເຂົາກະວ່າ ເຂົາຊິຊົດເຊີຍໃຫ້ ກະຍັງບໍ່ທັນໄດ້ຮູ້ ຈັກຊິເປັນຈັ່ງໃດຕໍ່ ເສັຍດາຍຄືກັນແລ້ວ.”
ທາງດ້ານເຈົ້າຂອງເຮືອນພັກ ຢູ່ໃນເມືອງໂຂງ ກ່າວວ່າ ຢາກໃຫ້ທາງການລາວ ໄດ້ທົບທວນ ແລະ ພິຈາຣະນາ ການໃຫ້ສັມປະທານທີ່ດິນເພື່ອ ພັທນາ ເຂດພັທນາເສດຖກິຈໃໝ່ສີພັນດອນ ເນື່ອງຈາກ ມີຫລາຍບັນຫາທີ່ຊາວບ້ານ ແລະ ຜູ້ປະກອບນັກທ່ອງທ່ຽວ, ບໍຣິການ ຍັງບໍ່ເຂົ້າໃຈເລິກເຊິ່ງ ຕໍ່ ໂຄງການພັທນາດັ່ງກ່າວ ແລະ ຍັງເປັນກັງວົນອີກວ່າ ຫາກການສືກສາຜົລກະທົບດ້ານສັງຄົມບໍ່ລະອຽດ, ຮອບດ້ານ ອາຈສົ່ງຜົລໃຫ້ ໃນອະນາຄົດຕໍ່ໜ້າ ການທ່ອງທ່ຽວ ໃນຮູບແບບອະນຸຮັກທັມມະຊາຕ, ວັທນະທັມ, ປະເພນີທ້ອງຖິ່ນ ແລະ ວິຖີການດໍາເນີນຊີວິຕຂອງຄົນໃນພື້ນທີ່ ຈະໄດ້ຮັບຜົລກະທົບຮຸນແຮງ ແລະ ເສື່ອມຫາຍໄປເລື້ອຍໆ.
ດັ່ງ ເຈົ້າຂອງເຮືອນພັກຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ເຂດ ມຫານະທີ ສີພັນດອນຫັ້ນ ມັນເປັນເຂດພິເສດເນາະ ກໍຕ້ອງໄດ້ສືກສາລະອຽດຫັ້ນແຫລະ ວ່າຜົລໄດ້ ຜົລເສັຍ ແມ່ນຫຍັງແດ່ ປະສິດທິຜົລ ມັນຊິສ່ໍາໃດຫັ້ນນ່າ ແນວໂນມ ການທ່ອງທ່ຽວ ເຮົາຊິເຮັດແນວໃດ.”
ກ່ຽວກັບໂຄງການພັທນາ ເຂດພັທນາເສດຖກິຈໃໝ່ສີພັນດອນ ຂອງນັກລົງທຶນຈີນນີ້, ເຈົ້າໜ້າທີ່ວິຊາການທ່ານນຶ່ງ ຢູ່ກະຊວງຖແຫລງຂ່າວ ວັທນທັມ ແລະ ທ່ອງທ່ຽວ ກ່າວວ່າ ເປົ້າໝາຍຂອງເຂດພັທນາເສຖກິຈ ໃໝ່ສີພັນດອນ ກໍຈະຄ້າຍຄືກັນກັບ ເຂດເສຖກິຈພິເສດສາມຫລ່ຽມຄໍາ ທີ່ມີການພັທນາແບບຄົບວົງຈອນ ໂດຍສະເພາະ ການຄ້າຄົບວົງຈອນ, ຄາສິໂນ, ໂຮງແຮມ, ສນາມບິນ ແລະ ອີກຫລາຍໆໂຄງການ.
ເຖິງແນວໃດກໍຕາມ ເຂດພັທນາເສຖກິຈໃໝ່ສີພັນດອນ ກໍຍັງມີຄວາມສ່ຽງຫລາຍດ້ານ ທີ່ຈະເກີດປະກົດການຫຍ້ໍທໍ້ ແລະ ການປ່ຽນແປງຂອງສະພາບພື້ນທີ່ ເຊັ່ນດຽວກັບ ຊາວບ້ານໃນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທີ່ຖືກກະທົບ ຈາກໂຄງການ ພັທນາເຂດເສຖກິຈພິເສດ ສາມຫ່ລຽມຄໍາ ເປັນຕົ້ນ ວິຖີຊີວິຕການເປັນຢູ່ຊາວບ້ານ, ວັທນະທັມ, ການສູນເສັຍ ແຫລ່ງທໍາມາຫາກິນ ກໍຈະເສື່ອມຫາຍ ໄປເທື່ອລະໜ້ອຍ ໂດຍບໍ່ສາມາດຫລີກລ້ຽງໄດ້.
ສໍາລັບເປົ້າໝາຍ ຂອງນັກລົງທຶນຈີນ ທີ່ເຂົ້າມາພັທນາເມືອງໂຂງ ໃຫ້ເປັນເຂດ ພັທນາເສຖກິຈໃໝ່ສີພັນດອນ ກໍເນື່ອງຈາກ ພື້ນທີ່ເມືອງໂຂງ ແມ່ນເປັນຈຸດຍຸທສາຕສໍາຄັນ ອີກແຫ່ງນຶ່ງ ໃນພາກພື້ນ ຫລື ສາມຫລ່ຽມມໍຣະກົດ ດ້ວຍການມີຊາຍແດນ ຕິດກັບປະເທດ ກັມພູຊາ, ໄທຍ ແລະ ອອກໄປປະເທດວຽດນາມໄດ້ ເຊິ່ງຈະຊ່ວຍອໍານວຍຄວາມສະດວກ ໃນການສົ່ງສິນຄ້າ, ຄົນງານແລະ ການທ່ອງທ່ຽວໄດ້ເປັນຢ່າງດີ.
ດັ່ງ ທ່ານກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ຜົລກະທົບແນວໃດໆນ່າ ກະຍັງບໍ່ເຫັນເພິ່ນເວົ້າຫຍັງເດ້ ມີທັງເສດຖກິຈ ມີທັງວັທນະທັມ ມີທັງກສິກັມ ຄືວ່າບໍ່ເຫັນ ເຂົາເວົ້າ ເຣື່ອງການປະເມີນຜົລນີ້, ເປັນເຂດເສຖກິຈພິເສດ ແບບດຽວກັນກັບເມືອງຕົ້ນເຜິ້ງນີ້ແຫລະ ມັນຄົບວົງຈອນໝົດເດ້ ມັນກະຕິດກັບກັມພູຊາແດ່ ແລ້ວກະຕິດກັບໄທຍແດ່ ເຂົາເອີ້ນວ່າ ສາມຫລ່ຽມ ມໍຣະກົດ ຫັ້ນນ່າ.”
ຫລ້າສຸດນີ້ ໃນມື້ວັນທີ 9 ກຸມພາ 2023 ທີ່ຜ່ານມາ ບໍຣິສັດ ການພັທນາການທ່ອງທ່ຽວ ລາວສາກົລ ຈໍາກັດ ເຊິ່ງຕັ້ງຢູ່ໃນເຂດ ພັທນາເສຖກິຈໃໝ່ສີພັນດອນ ໄດ້ເຊັ່ນລົງນາມ ຂໍ້ຕົກລົງການເຊົ່າເໝົາລໍາເຮືອບິນ ຢ່າງເປັນທາງການ ກັບບໍຣິສັດ ຣັຖ ວິສາຫກິຈ ການບິນລາວ ທີ່ນະຄອນຫລວງວຽງຈັນ.
ພ້ອມກັນນັ້ນສາຍການບິນລາວ ຍັງເປິດໃຫ້ບໍຣິການຖ້ຽວບິນ ຈາກນະຄອນປາກເຊ ໄປຍັງ ຮ່ອງກົງ, ເມືອງ Haikou, ເມືອງ Sanya, ເມືອງ Chengdu ແລະ ເມືອງອື່ນໆ ໃນປະເທດຈີນ ໄລຍະກາງປີ 2023 ນີ້ ແລະ ຈະມີການສືກສາຄວາມເປັນໄປໄດ້ ຂອງຖ້ຽວບິນຕຣົງ ຈາກນະຄອນປາກເຊ-ສິງກະໂປຣ໌, ນະຄອນປາກເຊ-ກຣຸງໂຊລ ປະເທດເກົາຫລີໃຕ້, ນະຄອນປາກເຊ-ຟຸກຸໂອກະ ປະເທດຍີ່ປຸ່ນ ເພື່ອດຶງດູດການລົງທຶນ ແລະ ທ່ອງທ່ຽວ ໃຫ້ເພີ່ມຂຶ້ນ.
ສໍາລັບ ການພັທນາ ເຂດພັທນາເສຖກິຈໃໝ່ ສີພັນດອນ ແມ່ນຢູ່ລະຫວ່າງໄລຍະທໍາອິດ ຈາກທັງໝົດ 6 ໄລຍະ ເຊິ່ງດໍາເນີນການໃນໄລຍະທໍາອິດ ຕັ້ງແຕ່ເດືອນ ພຶສຈິກາ ປີ 2019 ເປັນຕົ້ນມາ ໂດຍມີການກໍ່ສ້າງ ເສັ້ນທາງ, ນ້ໍາປະປາ, ໄຟຟ້າ, ອາຄານສໍານັກງານ ແລະ ປັບປຸງໂຮງແຮມໄປເປັນຈໍານວນນຶ່ງ ເຊິ່ງຈະສໍາເຣັດ ໃນ ປີ 2025 ຕາມແຜນການ ໂດຍຈະນໍາໃຊ້ເງິນລົງທຶນ ປະມານ 5.5 ຕື້ປາຍກີບ.
ເຂດພັທນາເສຖກິຈໃໝ່ ສີພັນດອນ ແມ່ນເປັນການພັທນາຕາມຂໍ້ລິເຣີ່ມ “ນຶ່ງແຫ່ງ ນຶ່ງເສັ້ນທາງ” ຂອງຣັຖບານຈີນ ເຊິ່ງເປັນການລົງທຶນ ຂນາດໃຫຍ່ ທີ່ມີການສັມປະທານເນື້ອທີ່ ໄປທັງໝົດ ເກືອບ 10,000 ເຮັກຕ້າຣ໌ ທີ່ຄອບຄຸມທັງດິນ, ດອນ ແລະ ແມ່ນ້ໍາໂຂງ ໂດຍມີບໍຣິສັດ Laos Maha Nathi Sithandone (Hong Kong) investment ແລະ ບໍຣິສັດ LTV Road and Bridge Construction Sole ໄດ້ມີການເຊັ່ນສັນຍາ ເພື່ອພັທນາໂຄງການ ເຂດພັທນາເສຖກິຈໃໝ່ ສີພັນດອນ ທີ່ເມືອງໂຂງ ແຂວງຈໍາປາສັກ ໃນວັນທີ 30 ມີຖຸນາ 2018 ໂດຍມີມູນຄ່າການລົງທຶນສູງເຖິງ 9 ຕື້ໂດລ້າຣ໌ ສະຫະຣັຖ ແລະ ມີໄລຍະເວລາສັມປະທານ 50 ປີ ແລະສາມາດຕໍ່ສັນຍາ ສັມປະທານໄດ້ຕື່ມອີກ.