ຊາວບ້ານ ບ້ານທາດອີງຮັງ ຖືກເຈົ້າໜ້າທີ່ໂອ້ລົມ ຍ້ອນບໍ່ຍອມຍົກດິນ ກະເສດໃຫ້

ສຸພັດຕາ
2023.02.24
ຊາວບ້ານ ບ້ານທາດອີງຮັງ ຖືກເຈົ້າໜ້າທີ່ໂອ້ລົມ ຍ້ອນບໍ່ຍອມຍົກດິນ ກະເສດໃຫ້ ແຜນທີ່ ແຂວງສວັນນະເຂດ.
RFA

ປະມານວັນທີ 21 ກຸມພາ 2023 ທາງການແຂວງສວັນນະເຂດ ພ້ອມກັບເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄດ້ເອີ້ນຊາວບ້ານ ບ້ານທາດອີງຮັງ ຢູ່ນະຄອນໄກສອນພົມວິຫານ ມາໂອ້ລົມ ເພື່ອຈະນໍາດິນການກະເສດ ທີ່ໃຫ້ກັບເຂດປ່າສງວນແຫ່ງນຶ່ງ ໃນເຂດບ້ານດັ່ງກ່າວ ໄປໃຫ້ສັມປະທານ ກັບບໍຣິສັດເອກກະຊົນ ທີ່ມີຄົນຕ່າງປະເທດມາຮ່ວມລົງທຶນ ເພື່ອໄປສ້າງໂຄງການລ້ຽງງົວນົມ ເຊິ່ງມີຊາວບ້ານໄດ້ຮັບຜົລກະທົບ 33 ຄອບຄົວ ເຊິ່ງທຸກຄອບຄົວບໍ່ພໍໃຈ ແລະບໍ່ຍອມ ທີ່ຈະຍົກດິນການກະເສດຂອງຕົນເອງ ທີ່ໄດ້ທໍາການປູກຝັງ ສ້າງຜົລຜລິດລ້ຽງຄອບຄົວ ມາແຕ່ຮຸ່ນພໍ່ຮຸ່ນແມ່ໃຫ້ກັບພາກຣັຖ ເພາະບໍ່ຮູ້ວ່າຈະໄປທໍາມາຫາກິນຢູ່ບ່ອນໃດ.

ດັ່ງຊາວບ້ານຫຼາຍຄົນ ໃນບ້ານທາດອີງຮັງ ໃນນະຄອນໄກສອນພົມວິຫານ ກ່າວໃນກອງປະຊຸມ ກັບເຈົ້າໜ້າທີ່ແຂວງສວັນນະເຂດວ່າ:

“ອໍານາດມາຂູ່ ຄວບຄຸມເຮົາຢູ່ນີ້ ມັນບໍ່ຖືກ ປະຊາຊົນບໍ່ຍອມໃຫ້ ຍັງວ່າມື້ອື່ນຈະລົງດຸດ ລົງກວດຢູ່ເນາະ ວ່າບໍ່ນາບບໍ່ຂູ່ ບໍ່ໄດ້ຍອມແຫຼະປະຊາຊົນນີ່ ບໍ່ຍອມແມ່ນບໍ່ ຍອມບໍ່ ຫຼືບໍ່ຍອມ ບໍ່ຍອມໆ ບໍ່ຍອມ.”

ຂະນະທີ່ ຊາວບ້ານ ບ້ານທາດອີງຮັງ ທ່ານນຶ່ງກ່າວວ່າ ເຣື່ອງດັ່ງກ່າວນີ້ ຊາວບ້ານ ແລະພາກຣັຖ ມີຂໍ້ຂັດແຍ້ງເຣື່ອງດິນ ມາດົນແລ້ວ ຄາດວ່າປະມານ 2-3 ປີ ເຊິ່ງພາກຣັຖຈະເອົາດິນຊາວບ້ານ ທີ່ທໍາການກະເສດມາດົນ ໄປໃຫ້ບໍຣິສັດເອກກະຊົນແຫ່ງນຶ່ງ ທີ່ເຂົ້າມາສັມປະທານ ເພື່ອສ້າງຟາມລ້ຽງງົວນົມ ແຕ່ຊາວບ້ານກໍບໍ່ຍອມຍົກດິນໃຫ້ເທື່ອ ເພາະບໍ່ຮູ້ວ່າ ຈະໄປທໍາມາຫາກິນຢູ່ບ່ອນໃດ ເນື່ອງຈາກໄດ້ທໍາມາຫາກິນມາດິນແລ້ວ ຕັ້ງແຕ່ຮຸ່ນພໍ່ຮຸ່ນແມ່  ແລະສ່ວນນຶ່ງ ການຈ່າຍຄ່າຊົດເຊີຽຂອງພາກຣັຖ ກໍບໍ່ສົມເຫດສົມຜົລ ໜ້ອຍເກີນໄປ ເຊິ່ງທ່ານເອງ ກໍບໍ່ຮູ້ໂຕເລຂການຊົດເຊີຽ ແລ້ວຜ່ານມາ 2-3 ມື້ນີ້ ທາງເຈົ້າໜ້າທີ່ແຂວງສວັນນະເຂດ ກໍມາໂອ້ລົມກັບຊາວບ້ານອີກເທື່ອນຶ່ງ.

ດັ່ງທ່ານກ່າວວ່າ:

“ມີມາດົນແລ້ວ ແຕ່ວ່າເຂົາບໍ່ຍອມ ແລ້ວກໍມາອີກຮອບໃໝ່ນີ້ ຮອບ 2-3 ມື້ຫຼັງ ເຂົາຈະເອົາຊຸດກ່ອນ ກໍເອົາບໍ່ໄດ້ ຍ້ອນເຂົາປະທ້ວງນີ້ແຫຼະ ເຂົາບໍ່ຍອມແຫຼະ ເພາະວ່າດິນແຕ່ພໍ່ແຕ່ມແມ່ເຂົາເດ້ ເຂົາເຈົ້າເອົາໝົດເລີຍ ມີຮອດນາກໍມີ ເປັນສວນເປັນໄຮ່ ມັນຕິດກັບຂອງຣັຖ ຂອງຣັຖອອກມານອກ ຂອງຣັຖຢູ່ໃນພຸ້ນ ບໍ່ຮູ້ວ່າບໍຣິສັດຫຍັງເດ້ ມາສັມປະທານແຫຼະ ມີແຕ່ເຂົາວ່າ ເຂົາຈະເຮັດຟາມງົວນົມ.”

ທ່ານກ່າວຕື່ມວ່າ ສ່ວນໃຫຍ່ ຊາວບ້ານທີ່ໄດ້ຮັບຜົລກະທົບເຣື່ອງດິນນີ້ ບໍ່ໄດ້ມີໃບຕາດິນຖາວອນ ຫຼື ໃບຕາດິນຂອບຄໍາ ມີແຕ່ພຽງໃບນໍາໃຊ້ທີ່ດິນ ທີ່ຊາວບ້ານເສັຽພາສີໃຫ້ພາກຣັຖທຸກປີ ແລະທີ່ຜ່ານມາ ເຈົ້າໜ້າທີ່ພາກຣັຖ ໃນແຂວງສວັນນະເຂດ ໄດ້ມາຂົ່ມຂູ່ຊາວບ້ານ ໂດຍເອົາຣົຖມາຈົກດິນ ມາຂຸດສິ່ງປູກຝັງຂອງຊາວບ້ານ ເສັຽຫາຍໄປສ່ວນນຶ່ງ ແຕ່ຊາວບ້ານກໍບໍ່ຍອມໄດ້ມາປະທ້ວງ ເອົາມີດ ເອົາໄມ້ ມາໄລ່ເຈົ້າໜ້າທີ່ ທີ່ຂຸດດິນໄປ ເຈົ້າໜ້າທີ່ກໍຢ້ານເກີດການຖົກຖຽງກັນ ຮຸນແຮງ ຈຶ່ງຕ້ອງໄດ້ກັບໄປ:

“ເອົາແມັກໂຄ ມາບຸກແຕ່ກ່ອນນີ້ໜ້ອຍນຶ່ງ ດິນພວກປູກ ພວກອັນນນີ້ເຂົ້າຫັ້ນແຫຼະ ຊາວບ້ານເຂົາກໍບໍ່ໄດ້ຍອມ ເຂົາບໍ່ໄດ້ຢ້ານຄືກັນ ຊາວບ້ານເຂົາປະທ້ວງ ຖືໄມ້ຖືພ້າແຫຼະເຂົາຊິຟັນ ພໍດີເຂົາກໍກັບຄືນ ເຂົາກໍຢ້ານຄືກັນເນາະ ເພາະມັນຢູ່ເຂດປ່າ ເຂົາຢ້ານມີການປະທະກັນ ຮຽກຮ້ອງໄປກະຄືເກົ່າແຫຼະ ມັນຊິບໍ່ໄດ້ກໍບໍ່ຮູ້ແຫຼະໂຕນີ້ ກະອີງຕາມຊົດເຊີຽກັນ ໃຫ້ມັນສົມເຫດສົມຜົລຫັ້ນແຫຼະ.”

ຂະນະດຽວກັນ ຊາວບ້ານ ບ້ານທາດອີງຮັງ ອີກທ່ານນຶ່ງ ກໍກ່າວວ່າ ການທີ່ພາກຣັຖ ຈະມາເອົາດິນການກະເສດຂອງຊາວບ້ານ ໄປໃຫ້ບໍຣິສັດເອກກະຊົນ ໄປສ້າງໂຄງການລ້ຽງງົວນົມນັ້ນ ກໍຕ້ອງຈ່າຍຄ່າຊົດເຊີຽໃຫ້ຊາວບ້ານ ຢ່າງສົມເຫດສົມຜົລ ບໍ່ໜ້ອຍເກີນໄປ ຍ້ອນວ່າເຂົາເຈ້າໄດ້ທໍາມາຫາກິນລ້ຽງຄອບຄົວ ມາຕັ້ງແຕ່ຮຸ່ນພໍ່ຮຸ່ນແມ່ ສ່ວນໃຫຍ່ເຮັດການກະເສດລ້ຽງຊີບເປັນຫຼັກ ຖ້າໃຫ້ການຊົດເຊີຽໜ້ອຍເກີນໄປ ຫຼາຍຄົນກໍບໍ່ຢາກໄດ້ ເພາະໄປຊື້ດິນບ່ອນອື່ນກໍບໍ່ໄດ້ ທໍາມາຫາກິນກໍບໍ່ໄດ້ ເພາະການເຣີ່ມຕົ້ນໃໝ່ ຕ້ອງໃຊ້ຕົ້ນທຶນສູງ:

“ມັນກໍບໍ່ໄດ້ແຫຼະ ມັນເປັນດິນຂອງປະຊາຊົນຫັ້ນນ່າ ມາໄລ່ເຂົາອອກ ກະບໍ່ໄດ້ແລະ ເຂົາເຈົ້າກະຕ້ອງໄດ້ຕອບແທນໃຫ້ປະຊາຊົນ ເຂົາກໍຕ້ອງຢາກໄດ້ຫຼາຍ ເພາະວ່າເຂົາກໍຢູ່ມາແຕ່ໃດ ເຂົາກໍຫາກິນຢູ່ນີ້ຫັ້ນນ່າ ຊິມາສັມປະທານເນາະ ຊິຕອບແທນເຂົາໜ້ອຍນຶ່ງ ເຂົາກໍບໍ່ເອົາແຫຼະ ຄົນເຮົາມັນກະບໍ່ຍອມຫັ້ນເນາະ ເຂົາກໍປະທ້ວງຄືນຫັ້ນແຫຼະ ຖືກໃຜ ໃຜກໍບໍ່ຢາກຍອມຮັບຫັ້ນແຫຼະ.”

ກ່ຽວກັບເຣື່ອງດັ່ງກ່າວນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ທ່ານນຶ່ງ ໃນນະຄອນໄກສອນພົມວິຫານ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວວ່າ ທ່ານເອງກໍຍັງບໍ່ຮູ້ຣາຍລະອຽດ ຂອງບໍຣິສັດເອກກະຊົນ ທີ່ຈະມາສັມປະທານ ໂຄງການລ້ຽງງົວນົມ ລະອຽດດີປານໃດ ເຊິ່ງເບື້ອງຕົ້ນຄິດວ່າ ອາຈເປັນຄົນຈີນ ຫຼືຄົນວຽດນາມຮ່ວມລົງທຶນ ທີ່ຜ່ານມາ ຊາວບ້ານບໍ່ຍອມຍົກທີ່ດິນໃຫ້ ພາກຣັຖເທື່ອ ເພາະມັນກະທົບກັບການທໍາມາຫາກິນຂອງຊາວບ້ານ ເຊິ່ງທາງຂັ້ນເມືອງ ກໍຕ້ອງໄດ້ແຈ້ງໄປຍັງທາງຂັ້ນແຂວງ ເພື່ອໃຫ້ມາຊີ້ແຈງ ກ່ຽວກັບໂຄງການດັ່ງກ່າວ ແລະໄກ່ເກັ່ຽກັນຕື່ມກ່ອນ ຍັງບໍ່ທັນຈະເອົາດິນຂອງຊາວບ້ານໄປໂດຍລ້າໆ.

“ໂຕນີ້ ຍັງບໍ່ຮູ້ລະອຽດ ເພາະວ່າຂັ້ນແຂວງ ເປັນຜູ້ໃຫ້ສັມປະທານ ຄົນລາວແດ່ ຄົນຕ່າງປະເທດແດ່ ໂຕນີ້ ມັນເວົ້າເຣື່ອງການກະທົບ ເຣື່ອງທີ່ຢູ່ອາສັຍ ທີ່ທໍາມາຫາກິນຂອງເພິ່ນຫັ້ນແຫຼະ ແຕ່ພວກເຮົາຈະໄດ້ສເນີຫາ ຄະນະຄຸ້ມຄອງການລົງທຶນຂັ້ນແຂວງ ເພື່ອໃຫ້ເພິ່ນຊ່ວຍຊີ້ແຈງ ອະທິບາຍກ່ຽວກັບໂຄງການ ແກ້ໄຂບັນຫາໂຕນີ້.”

ດ້ານເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງສວັນນະເຂດອີກທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກໍກ່າວວ່າ ກ່ຽວກັບໂຄງການລ້ຽງງົວນົມນີ້ ເບື້ອງຕົ້ນເຫັນວ່າ ດິນທີ່ຣັຖຈະເອົາ ຢູ່ເຂດບ້ານທາດອີງຮັງ ໃນນະຄອນໄກສອນພົມວິຫານນັ້ນ ເປັນດິນຂອງຣັຖມາກ່ອນ ທາງຣັຖ ກໍມີສິດຢູ່ແລ້ວ ສ່ວນຣາຍລະອຽດວ່າ ມີຈັກເຮັກຕ້າຣ໌ ຕ້ອງສໍາຣວດຢ່າງລະອຽດອີກເທື່ອນຶ່ງ ຍັງບໍ່ຮູ້ລະອຽດ ຖ້າຫາກຊາວບ້ານບໍ່ຍອມຍົກດິນໃຫ້ພາກຣັຖ ກໍຕ້ອງຈໍາເປັນ ຍົກໃຫ້ພາກຣັຖຄືເກົ່າ ແລະທາງຄະນະກັມມະການທີ່ກ່ຽວຂ້ອງ ກໍຕ້ອງຊົດເຊີຽໃຫ້ຊາວບ້ານຕາມກົດໝາຍ.

ດັ່ງທ່ານກ່າວວ່າ:

“ເພິ່ນກໍລົງໄປກວດ ໃຫ້ຄະນະກັມມະການລົງໄປອັນນ່າ ກວດເບິ່ງເນື້ອທີ່ຢູ່ເດ້ ຍັງບໍ່ທັນໄດ້ອະນຸມັດດອກ ສັມປະທານມັນກໍຕ້ອງເປັນຂອງຣັຖ ຄັນບໍ່ຍອມ ກະບໍ່ໄດ້ແຫຼະ ເພິ່ນຈະຕ້ອງໄດ້ເອົາຕາມກົດໝາຍຢູ່ແລ້ວ ກົດໝາຍເພິ່ນກະຄົ້ນຄວ້າກັນ ລະເດ້ ຕ້ອງປະຕິບັດຕາມກົດໝາຍຫັ້ນແຫຼະ.”

ຢ່າງໃດກໍຕາມ ຣາຍລະອຽດ ກ່ຽວກັບໂຄງການລ້ຽງງົວນົມ ທີ່ພາກຣັຖໃຫ້ສັມປະທານກັບບໍຣິສັດເອກກະຊົນ ຢູ່ບ້ານທາດອີງຮັງ ໃນນະຄອນໄກສອນພົມວິຫານ ແຂວງສວັນນະເຂດນີ້ ທາງການ ກໍຍັງບໍ່ທັນເປີດເຜີຍຣາຍລະອຽດເທື່ອ ຈຶ່ງຍັງບໍ່ຮູ້ວ່າ ມີເນື້ອທີ່ຂອງຊາວບ້ານ ທີ່ຖືກຜົລກະທົບ ວ່າມີຈັກເຮັກຕ້າຣ໌ ແລະຊື່ບໍຣິສັດຫຍັງ ເນື່ອງຈາກຍັງມີບັນຫາຂໍ້ຂັດແຍ້ງ ທີ່ດິນກັບຊາວບ້ານ ຈໍານວນ 33 ຄອບຄົວ ທີ່ບໍ່ຍອມຍົກດິນ ທໍາການກະເສດໃຫ້ພາກຣັຖເທື່ອ.

ບັນຫາເຣື່ອງຂໍ້ຂັດແຍ່ງທີ່ດິນ ຂອງຊາວບ້ານ ແລະພາກຣັຖ ໃນລາວ ເກີດຂຶ້ນມາຢ່າງຕໍ່ເນື່ອງໃນຫຼາຍແຂວງ ຫຼາຍເມືອງ ເນື່ອງຈາກຊາວບ້ານສ່ວນໃຫຍ່ ບໍ່ມີໃບຕາດິນຖາວອນ ເກີດເປັນຊ່ອງວ່າງ ທີ່ເຈົ້າໜ້າທີ່ຣັຖ ຈະສາມາດເອົາດິນຂອງຊາວບ້ານ ໃຫ້ນັກລົງທຶນສັມປະທານໄດ້ ແລະເຮັດໃຫ້ຊາວບ້ານ ບໍ່ມີບ່ອນທໍາມາຫາກິນ.

ເຊັ່ນ ຢູ່ບ້ານຍຶບ ເມືອງທ່າແຕງ ແຂວງເຊກອງ ທີ່ນາຍບ້ານ ແລະເຈົ້າໜ້າທີ່ຂັ້ນເມືອງ ຂັ້ນແຂວງ ເຊັນຂາຍດິນໃຫ້ກັບບໍຣິສັດ ຢາງພາຣາວຽດນາມ ຊາວບ້ານບໍ່ມີດິນທໍາກິນ ຈໍາເປັນຕ້ອງໄດ້ເຊົ່າດິນນໍາບໍຣິສັດ ເພື່ອມາຜລິດກະສິກັມເພື່ອລ້ຽງຊີບ ຈາກແຕ່ກ່ອນເປັນເຈົ້າຂອງດິນ ແຕ່ປັດຈຸບັນ ຊາວບ້ານຈໍານວນນຶ່ງ ຕ້ອງໄດ້ເຊົ່າດິນນໍາຄົນຕ່າງປະເທດ.

ກ່ອນໜ້ານີ້ ປະມານຕົ້ນເດືອນ ກຸມພາ 2023 ພາກຣັຖ ກໍມີບັນຫາຂໍ້ຂັດແຍ້ງເຣື່ອງທີ່ດິນກັບຊາວບ້ານ ຢູ່ບ້ານຂັນລາຍ ບ້ານກວາງຊີ ແລະບ້ານແກ້ງເກັ່ຍ ທີ່ຢູ່ໃນຄຸ້ມບ້ານເພັຍລາດ ໃນເມືອງ ບາຈຽງຈະເຣີນສຸຂ ແຂວງຈໍາປາສັກ ຈໍານວນ 100 ປາຍຄອບຄົວ ໂດຍສັ່ງໃຫ້ຊາວບ້ານ ຢຸດທໍາການຜລິດການກະເສດ ໃນປີ 2023 ນີ້ ຈໍານວນ 190 ເຮັກຕ້າຣ໌ ເພາະພາກຣັຖ ໄດ້ໃຫ້ສັມປະທານ ແກ່ບໍຣິສັດ ເອໄອດີຊີ (AIDC Trading)  ການຄ້າ ໄປແລ້ວ ເພື່ອຈະສ້າງຕັ້ງໂຮງງານປຸງແຕ່ງແປ້ງມັນຕົ້ນ ໂດຍໄດ້ມີພິທີເຊັນສັນຍາຮ່ວມມືພັທນາທີ່ດິນ ຂອງກອງບັນຊາການທະຫານ ແຂວງຈໍາສັກ ກັບບໍຣິສັດ ເອໄອດີຊີ ການຄ້າ ຈໍາກັດຜູ້ດຽວ ຕັ້ງແຕ່ວັນທີ 17 ເດືອນກຸມພາ 2022 ທີ່ແຂວງຈໍາປາສັກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.