ບັນຫາທີ່ດິນ ລະຫວ່າງຊາວບ້ານ-ເຈົ້າໜ້າທີ່ລັດ ແຂວງອັດຕະປື

ພອນ ພູມມີທອນ
2024.04.09
ບັນຫາທີ່ດິນ ລະຫວ່າງຊາວບ້ານ-ເຈົ້າໜ້າທີ່ລັດ ແຂວງອັດຕະປື ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ, ຕິດຕາມ ແລະຊຸກຍູ້ວຽກງານ ຢູ່ແຂວງອັດຕະປີ. ວັນທີ 3 ເມສາ 2024.
Credit Photo Lao National Radio

ປະຊາຊົນລາວຈໍານວນນຶ່ງ ຢູ່ບ້ານມັດກາ, ບ້ານໜອງກິນ, ບ້ານໄຊດອນໂຂງ ແລະ ບ້ານຫາດຊາຍດໍາ ເມືອງສະໜາມໄຊ ແຂວງອັດຕະປື ຖືກທາງການລາວ ຍຶດເອົາທີ່ດິນທໍາການກະເສດ ເປັນຈໍານວນຫລາຍເຮັກຕ້າ ເພື່ອໃຫ້ນາຍທຶນຈີນ ສໍາປະທານ ແລະຈັດສັນແບ່ງເຊົ່າ ໃຫ້ກັບຊາວບ້ານໃນພື້ນທີ່ ໃນລາຄາປະມານ 10 ລ້ານກີບຕໍ່ເຮັກຕ້າຣ໌. 

ກ່ຽວກັບເລື້ອງນີ້ ຊາວບ້ານທ່ານນຶ່ງ ໃນເມືອງສະໜາມໄຊ ແຂວງອັດຕະປື ກ່າວວ່າ ພື້ນທີ່ທໍາການກະເສດ ທີ່ຊາວບ້ານ ເຂົ້າໄປທໍາການກະເສດ, ປູກມັນຕົ້ນ ແລະ ລ້ຽງສັດ ແມ່ນເປັນພື້ນທີ່ ຂອງປ່າໄມ້ທໍາມະຊາດ ທີ່ເຄີຍທໍາມາຫາກິນ ຢ່າງຍາວນານມາແລ້ວ ແຕ່ບໍ່ມີໃບຕາດິນ, ເມື່ອລັດຖະບານລາວ ອະນຸຍາດ ໃຫ້ບໍຣິສັດຈີນ ເຂົ້າມາສໍາປະທານ ຍຶດເອົາໄປໝົດ. 

ດັ່ງ ຊາວບ້ານທ່ານນີ້ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 9 ເມສາ ນີ້ວ່າ
ມັນເປັນດິນແຫ່ງຊາດ ດິນທໍາມະດານີ້ແຫລະ ປະຊາຊົນເຮັດນ່າ ພາກລັດກະໄປຍຶດເອົານໍາປະຊາຊົນຫັ້ນນ່າ. ຂາຍໃຫ້ຈີນ ແມ່ນພວກບໍຣິສັດ ກັບ ອົງການຈັດຕັ້ງທີ່ດິນ ແລະຊັບຫັ້ນແຫລະ ເປັນຜູ້ເຮັດນ່າ ຈັກເພິ່ນປູກກ້ວຍ ປູກອ້ອຍ. 
ຊາວບ້ານທ່ານນີ້ກ່າວອີກວ່າ ທັງດິນປ່າໄມ້, ດິນປ່າສະຫງວນ, ເຂດທົ່ງພຽງ ແມ່ນໃຫ້ສໍາປະທານໄປຈົນໝົດ ເຮັດໃຫ້ຊາວບ້ານຈໍານວນນຶ່ງ ທີ່ຖືກຍຶດເອົາທີ່ດິນ ເຂົ້າໄປບຸກລຸກຖາງປ່າ ເພື່ອທໍາການກະເສດ ຢູ່ໃນເຂດປ່າສະຫງວນແຫ່ງຊາດ ເຊປຽນ ເພາະບໍ່ມີພື້ນທີ່ທໍາການກະເສດເຫລືອໃຫ້ ຊາວບ້ານແລ້ວ. 
ຂະນະດຽວນີ້ ກໍມີຊາວບ້ານບາງຄົນ ທີ່ບໍ່ຍອມໃຫ້ທາງການລາວ ຍຶດເອົາທີ່ດິນທໍາການກະເສດໄປ ຈຶ່ງໄດ້ມີການຂັດຂືນຄໍາສັ່ງ ຈົນນໍາໄປສູາການຂົ່ມຂູ່ ແລະ ຈັບຕົວໄປກັກຂັງ ເຊິ່ງປັດຈຸບັນ ຍັງບໍ່ຮູ້ຊະຕາກໍາ ຂອງຊາວບ້ານເຫລົ່ານັ້ນ. ສາເຫດທີ່ຊາວບ້ານ ບໍ່ຍອມຍົກທີ່ດິນ ໃຫ້ກັບທາງການລາວນັ້ນ ກະຍ້ອນ ບໍ່ໄດ້ຮັບເງິນຊົດເຊີຍ ຫາກຍົກທີ່ດິນ ໃຫ້ທາງການລາວໄປແລ້ວ ຊາວບ້ານເຫລົ່ານັ້ນ ກໍຈະບໍ່ມີທີ່ດິນ ທໍາການກະເສດແບບຖາວອນ.

ດັ່ງ ຊາວບ້ານທ່ານດຽວກັນນີ້ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ວ່າ: 
ຄືນາຍບ້ານມັດກາ ບ້ານໜອງຫີນ ບ້ານໄຊດອນໂຂງນີ້ ຈັກຊິເປັນຮູບການໃດ ນາຍບ້ານມັດກາ ທ້າວວິຊຽນ ເຂົາກະເອົາໄປກັກຂັງແຫລະ ການຈັດຕັ້ງເມືອງ 2-3 ຄົນໄປນໍາ ກັກຂັງໄວ້ ຈັກເປັນແນງໃດ. 

ຊາວບ້ານອີກທ່ານນຶ່ງ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ກ່າວວ່າ ເມື່ອປີ 2023 ທີ່ຜ່ານມາ ໄດ້ມີລົດ ແມັກໂຄ ຈໍານວນ 4 ຄັນ ເຂົ້າມາບຸກເບີກພື້ນທີ່ ປ່າໄມ້ ເປັນຈໍານວນຫລາຍພັນເຮັກຕ້າ ໃກ້ກັບເຂດປ່າສະງວນແຫ່ງຊາດ ເຊປຽນ ໂດຍເຂດປ່ານັ້ນ ມີຊາວບ້ານຈໍານວນຫລາຍຄອບຄົວ ເຂົ້າໄປທໍາການກະເສດ,ປູກມັນຕົ້ນ ແລະລ້ຽງສັດ ເພາະໃກ້ກັບເຂດບ້ານ ທີ່ອາສັຍຢູ່. 
ພາຍຫລັງທີ່ລັດຖະບານລາວ ອະນຸຍາດ ໃຫ້ບໍລິສັດຈີນ ເຂົ້າມາສໍາປະທານ ພື້ນທີ່ຫລາຍພັນເຮັກຕ້າຣ໌ ກະໄດ້ບຸກເບີກປ່າໄມ້ອອກຈົນໝົດ ລວມເຖິງ ພື້ນທີ່ທໍາການກະເສດ ຂອງຊາວບ້ານ ໃນພື້ນທີ່ນໍາດ້ວຍ ຈົນນໍາໄປສູ່ການຂັດແຍ່ງ ແລະເຮັດໃຫ້ທາງການລາວ ໃຊ້ອໍານາດ ຍຶດເອົາພື້ນທີ່ ທໍາການກະເສດ ຈາກ ຊາວບ້ານທັງໝົດ. 

ຫາກຊາວບ້ານ ບໍ່ມີທີ່ດິນທໍາການກະເສດ ກະໃຫ້ເຊົ່າ ກັບທາງການລາວ ປີລະ 10 ລ້ານປາຍ ຕໍ່ເຮັກຕ້າຣ໌ ແຕ່ຊາວບ້ານສ່ວນຫລາຍຍັງທຸກຍາກ ຍັງທຸກຍາກ ບໍ່ມີເງິນພຽງພໍ ຈຶ່ງໄດ້ເຂົ້າໄປບຸກລຸກຖາງປ່າ ເພື່ອທໍາການກະເສດ ຢູ່ໃນເຂດປ່າສະຫງວນແຫ່ງຊາດ ເຊປຽນ. 

ດັ່ງ ຊາວບ້ານທ່ານນີ້ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ: 
ມີລົດເມັກໂຄ 4 ຄັນນ່າ ເຂົ້າມາປີກາຍ ຈັກແມ່ນເປັນບໍຣິສັດ ຈັກແມ່ນເປັນໂຄງການ ເອົາເຂົ້າມາ ມັນເປັນພັນເຮັກຕ້າພຸ້ນ ຢູ່ເຫລົ່າຫລວງເຂົາເບີກ, ມີຈໍານວນນຶ່ງ ກະເຂົ້າປ່າສະງວນ ຄູ່ມື້ນີ້ນິ ມັນບໍ່ມີແລ້ວເດ້ ດິນໃຫ້ຊົມໃຊ້ ມັນບໍມີແຫລະ ຄັນບໍ່ຖາງ ບໍ່ເຮັດ ມັນກະບໍ່ມີດິນ ເຮັດຈັ່ງໃດ ເພິ່ນຢາກໄດ້ບ່ອນໃດ ເພິ່ນຊີ້ເອົາ ບໍ່ໃຫ້ ເພິ່ນກະຈັບ ນາຍບ້ານ ບ້ານຂ້າງກັນເພິ່ນກະເອົາໄປແຫລະ ປາກກະບໍ່ໄດ້. 

ທາງດ້ານ ເຈົ້າໜ້າທີ່ທ້ອງຖິ່ນ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ທ່ານນຶ່ງ ກ່າວວ່າ ຕົ້ນຕໍ່ ແມ່ນມາຈາກ ລັດຖະບານລາວ ໄດ້ອະນຸຍາດ ໃຫ້ບໍລິສັດ ຮົງກົງທຽນຊື່ (Hongkong Tianchi) ປະເທດຈີນ ເຂົ້າມາສໍາປະທານພື້ນທີ່ ຈໍານວນ 5,000 ເຮັກຕ້າຣ໌ ເພື່ອປູກໄມ້ອຸດສາຫະກໍາ ແລະ ໂຄງການຜະລິດກະສິກໍາ ຕິດພັນກັບການທ່ອງທ່ຽວ ເຊິ່ງມີການເຊັນສັນຍາ ສໍາປະທານ ແຕ່ປີ 2022 ທີ່ຜ່ານມາ. 
ພາຍຫລັງທີ່ບໍລິສັດ ດັ່ງກ່າວ ໄດ້ຮັບສໍາປະທານຈາກລັດຖະບານລາວ ກະໄດ້ມາບຸກເບີກພື້ນທີ່ ຢູ່ເຂດເຫລົ່າຫລວງ ແລະເຂດປ່າສະງວນແຫ່ງຊາດ ເຊປຽນ ໂດຍໃນເຂດດັ່ງກ່າວ ໄດ້ມີຊາວບ້ານຈໍານວນນຶ່ງ ເຂົ້າໄປທໍາການກະເສດຢູ່ແລ້ວ ແລະຊາວບ້ານກະບໍ່ຍອມຍົກທີ່ດິນຈໍານວນນັ້ນ ໃຫ້ກັບທາງການລາວ ແລະບໍຣິສັດຈີນ ຈົນນຳໄປຊູ່ ການໃຊ້ອຳນາດເດັດຂາດ.

ສ່ວນເລື້ອງການຂົ່ມຂູ່ ແລະຈັບຕົວຊາວບ້ານຈໍານວນນຶ່ງ ໄປກັກຂັງນັ້ນ ເຈົ້າໜ້າທີ່ທ່ານນີ້ ບໍ່ຂໍໃຫ້ຂໍ້ມູນ ແລະລາຍລະອຽດ ເນື່ອງຈາກກັງວົນ ເລື້ອງຄວາມປອດໄພ.

ດັ່ງ ເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:

ເອົານັກລົງທຶນເຂົ້າມາ ເຂົາກະເຮັດເນື້ອທີ່ປ່າຜະລິດ ມັນບໍ່ມີ ເຂົາກະເຂົ້າໄປເຮັດປ່າສະງວນໃຫ້ໝົດຫັ້ນແຫລະ ຄືວ່າ ລັດຖບານ ອະນຸມັດມາ 5 ພັນນີ້ ບາດເຂົ້າມາໃນ 5 ພັນຫ້າ ປະຊາຊົນເຂົ້າໄປເຮັດການຜະລິດກ່ອນແລ້ວ ແມ່ນດິນຕອນນັ້ນຫັ້ນນ່າ ກະໄດ້ເສັຍຄ່າ ຊົດເຊີຍໃຫ້ເຂົາ ຈໍານວນນຶ່ງ ເຂົາກະບໍ່ອອກ ເຂົາບໍ່ມີເນື້ອທີ່ການຜະລິດ.

ເມື່ອເດືອນ ມີຖຸນາ ປີ 2023 ທີ່ຜ່ານມາ ກໍມີຊາວບ້ານຜູ້ນຶ່ງ ຢູ່ບ້ານຫາດຊາຍຄໍາ ເມືອງສະຫນາມໄຊ ແຂວງອັດຕະປື ໄດ້ໂທລະສັບຮ້ອງຮຽນ ຜ່ານສາຍດ່ວນລັດຖບານ 1516 ລະບຸວ່າ ນາຍບ້ານ ບ້ານຫາດຊາຍຄໍາ ແລະເຈົ້າໜ້າທີ່ພາສີ ແຂວງອັດຕະປື ສົມຮູ້ຮ່ວມຄຶດກັນ ຍຶດເອົາທີ່ດິນປະຊາຊົນ ທີ່ຈັບຈອງທໍາການກະເສດ ຈໍານວນ 10 ເຮັກຕ້າ ປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ໄດ້ບຸກເບີກ ແລະຈັດສັນເນື້ອທີ່ແບ່ງເຊົ່າ ໂດຍໃຫ້ປະຊາຊົນ ເຂົ້າໄປນໍາໃຊ້ທີ່ດິນຕອນດັ່ງກ່າວ.
ຫລ້າສຸດນີ້ ໃນມື້ວັນທີ 3 ເມສາ 2024 ທີ່ຜ່ານມາ ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີຣລາວ ໄດ້ລົງເຄື່ອນໄຫວວຽກງານ ຢູ່ແຂວງອັດຕະປື ກໍໄດ້ຊີ້ນໍາໃຫ້ ທາງການແຂວງອັດຕະປື ສືບຕໍ່ແກ້ໄຂ ບັນຫາການບຸກລຸກ ທີ່ດິນປ່າໄມ້ ເຂດເມືອງສະໜາມໄຊ, ເຂັ້ມງວດຕາມລະບຽບກົດໝາຍ ແລະ ສຸມໃສ່ຈັດສັນທີ່ດິນ ທໍາການກະເສດ ໃຫ້ປະຊາຊົນຄືນໃໝ່, ກໍານົດເຂດດິນສະງວນຂອງລັດ ເພື່ອຟື້ນຟູປ່າ ແລະເຂດເຊົ່າ-ສໍາປະທານ ໃຫ້ນັກລົງທຶນ ເພື່ອທໍາການພັດທະນາ ຢ່າງມີຈຸດສຸມ.
ປັດຈຸບັນ ເມືອງສະໜາມໄຊ ແຂວງອັດຕະປື ມີໂຄງການສໍາປະທານ ຫລັງຈາກພາຍໃນ ແລະຕ່າງປະເທດ ເຂົ້າມາລົງທຶນ ຈໍານວນຫລາຍໂຄງການ ເປັນຕົ້ນ ເມື່ອປີ 2021 ທີ່ຜ່ານມາ ທາງການແຂວງອັດຕະປື ກໍໄດ້ອະນຸຍາດໃຫ້ບໍຣິສັດ ເຈ່ຍລັນ ພັດທະນາກະສິກໍາ ຂອງຈີນ ເຂົ້າມາປູກໝາກໄມ້ ປະເພດຕ່າງໆ ເປັນຕົ້ນ ໝາກກ້ວຍ ໝາກຖົ່ວລຽນ ໃນຮູບແບບ 2+3 ລວມເນື້ອທີ່ທັງໝົດ 162 ເຮັກຕ້າ ຢູ່ບ້ານຫິນລາດ ແລະຕາມະຫຍອດ ເມືອງສະໜາມໄຊ ອາຍຸສໍາປະທານ 30 ປີ ມູນຄ່າການລົງທຶນ 10 ຕື້ກີບ ໂດຍຈີນລົງທຶນເອງ 100%.

ກ່ອນໜ້ານີ້ ກະມີບໍຣິສັດ ຄູນທະວີຊັບ ຮ່ວມມືພັດທະນາ ຄົບວົງຈອນ ຈໍາກັດຜູ້ດຽວ ຂອງນັກລົງທຶນຈີນ ທີ່ຕັ້ງຢູ່ບ້ານຕາມະຍອດ ເມືອງສະໜາມໄຊ ເຂົ້າມາລົງທຶນ ປູກກ້ວຍ, ໝາກຖົ່ວຣຽນ, ໝກສົ້ມໂອ, ໝາກມີ້ ໃນເນື້ອທີ່ ປະມານ 200 ເຮັກຕ້າ ໃນປີ 2021 ທີ່ຜ່ານມາ ແລະເມື່ອປີ 2023 ທີ່ຜ່ານມາ ກໍໄດ້ມີການຂໍຂະຍາຍພື້ນທີ່ເພີ່ມອີກ 103 ເຮັກຕ້າ ຈາກທາງການ ແຂວງອັດຕະປື.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.