ໄຟໄໝ້ເຮືອນ ຢູ່ເມືອງປະທຸມພອນ 17 ຫຼັງ ເສັຽຫາຍ 10 ຕື້ກີບ

ອຸ່ນແກ້ວ
2023.03.03
ໄຟໄໝ້ເຮືອນ ຢູ່ເມືອງປະທຸມພອນ 17 ຫຼັງ ເສັຽຫາຍ 10 ຕື້ກີບ ເຮືອນທີ່ຖືກໄຟໄໝ້ ບ້ານສະໝິງ ເມືອງອຸທຸມພອນ ແຂວງຈຳປາສັກ.
ຮູບພາບຈາກ: ປກສ

ເກີດເຫດໄຟໄໝ້ເຮືອນ ​ເສັຽຫາຍທັງໝົດ 17 ຫຼັງ ຢູ່ບ້ານສະໝິງ ເມືອງປະທຸມພອນ ແຂວງຈຳປາສັກ ຊັບສິນເສຍຫາຍ ຫຼາຍກວ່າ 10 ຕື້ກີບ ສ່ວນວ່າ ທາງການ ແລະບຸກຄົນຕ່າງໆ ລົງໃຫ້ການຊ່ວຍເຫຼືອ.

ໃນວັນທີ 2 ມີນາ 2023 ໄດ້ເກີດເຫດໄຟໄໝ້ ເຮືອນປະຊາຊົນໝົດ​ກ້ຽງ 17 ຫຼັງ ຢູ່ເຂດບ້ານສະໝິງ ເມືອງປະທຸມພອນ ແຂວງຈຳປາສັກ.

ອຳນາດການປົກຄອງບ້ານ ແລະປະຊາຊົນ ພາກັນຊ່ວຍມອດໄຟ ກ່ອນທີ່ຣົຖດັບເພີງ ຂອງຜແນກຕຳຣວດສະກັດກັ້ນ ແລະຕ້ານອັກຄີພັຍ ແຂວງຈຳປາສັກ ຈຳນວນ 2 ຄັນ ຈະເຂົ້າມາສົມທົົບ ແລະ ​ເຈົ້າໜ້າທີ່ຕ້ອງໃຊ້ເວລາ 3 ຊົ່ວໂມງ ຈຶ່ງສາມາດຄວບຄຸມເພີງໄວ້ໄດ້.

ນອກ​ຈາກນີ້ ຍັງມີເຮືອນຂອງປະຊາຊົນອີກ 11 ຫຼັງ ໄດ້ຮັບຄວາມເສັຽຫາຍບໍ່ຫຼາຍປານໃດ , ແຕ່ ເຫດການນີ້ບໍ່ມີຜູ້ເສັຽຊີວິດ ແລະ ຜູ້ເຈັບເປັນແຕ່ຢ່າງໃດ. ປະຊາຊົນຜູ້ທີ່ເຮືອນຖືກໄຟໄໝ້ ໄດ້ເຂົ້າມາອາສັຍຢູ່ສາລາວັດ ບ້ານສະໝິງ ແລະໂຮງຮຽນປະຖົມສົມບູນ ບ້ານສະໝິງ ເປັນການຊົ່ວຄາວ. ໃນເບື້ອງຕົ້ນ, ອຳນາດການປົກຄອງ ເມືອງປະທຸນພອນ ໄດ້ນຳເອົາເຄື່ອງບັນເທົາທຸກ ຈຳນວນນຶ່ງມາຊ່ວຍເຫຼືອ. ນອກຈາກນີ້, ຍັງມີອົງການຈັດຕັ້ງ ແລະ ບຸກຄົນອີກຈຳນວນນຶ່ງ ໃຫ້ການອຸປະຖັມເງິນຊ່ວຍເຫຼືອ ແລະເຄື່ອງບັນເທົາທຸກຕື່ມ.

ເຫດການໄຟໄໝ້ ເຣີ່ມຂຶ້ນໃນເວລາປະມານ 10 ໂມງ 55 ນາທີ ຂອງມື້ວັນທີ 2 ມີນາ 2023. ສາເຫດທີ່ໄຟໄໝ້ ມີຄວາມຮຸນແຮງ ຍ້ອນວ່າເຮືອນຢູ່ໃນບ້ານ ຕັ້ງຢູ່ຕິດກັນເປັນຈຳນວນຫຼາຍ ​ເຮັດໃຫ້ໄຟຈາກເຮືອນຕົ້ນເພີງລຸກລາມ ໄປຕິດເຮືອນອ້ອມແອ້ມຢ່າງໄວວາ ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ກ່ຽວຂ້ອງ.

ອຳນາດການປົກຄອງບ້ານ ໄດ້ແຈ້ງຂໍຣົຖດັບເພີງ ຈາກນະຄອນປາກເຊ ເຊິ່ງມີໄລຍະທາງ ຈາກບ້ານສະໝິງປະມານ 70 ກິໂລແມັດ ໃຊ້ເວລາເດີນທາງປະມານ 1 ຊົ່ວໂມງເຄິ່ງຈຶ່ງມາຮອດ.

ເຈົ້າໜ້າທີ່ທ່ານນຶ່ງ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງ ໄດ້​ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 3 ມີນາ ວ່າ:

“10 ໂມງ 55 ນາທີນີ້ນາ ມັນແອອັດນໍ ເຮືອນມັນຕິດກັນໆ ເລີຍ ພໍມັນຊິເສັຽຫາຍໄວ ດັບໄຟນີ້ສ່ວນຫຼາຍກະມີແຕ່ວ່າ ເອົາຕົ້ນຊ່ວງນຶ່ງກະໄຟບໍ່ທັນດັບນໍ ຊ່ອຍກັນນີ້ແຫຼະ. ປະຊາຊົນແຕ່ລະບ້ານ ຢູ່ໃນຂອບເຂດໃກ້ ໆ ກໍ່ມາຊ່ອຍກັນນ່າ. ທັງໂຮງຮຽນມັທຍົມຫຍັງນີິ້ກໍ່ມາຊ່ອຍ. ພາຍຫຼັງທີ່ຫັ້ນປະມານຊົ່ວໂມງປາຍ ຊົ່ວໂມງເຄິ່ງນີ້ແຫຼະ ມາຮອດນ່າ. ໂອ! ເພິ່ນມາຊ່ອຍຫຼາຍ. ທັງອົງການຈັດຕັ້ງ ທຸກພາກສ່ວນກະຖືວ່າ ທະຍອຍກັນມາຫຼາຍ.”

ຜູ້ເສັຽຫາຍທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ໄດ້​ປະເມີນວ່າ ເຫດການໄຟໄໝ້ເທື່ອນີ້ ຈະມີຊັບສິນເສຍຫາຍລວມມູລຄ່າຫຼາຍກວ່າ 10 ກວ່າຕື້ກີບ ເພາະປະຊາຊົນເກັບມ້ຽນ ເງິນຄຳໄວ້ຢູ່ເຮືອນ ບໍ່ໄດ້ໄປຝາກທະນາຄານ ຍ້ອນວ່າຢູ່ຫ່າງໄກເຂດເທສະບານເມືອງ. ໃນເບື້ອງຕົ້ນ ຊາວບ້ານໃຫ້ການວ່າ ສາເຫດຂອງໄຟໄໝ້ ແມ່ນມາຈາກຊາວບ້ານຜູ້ນຶ່ງ ເຊິ່ງເສບຢາ ໄດ້ຈູດເຮືອນຂອງຕົນເອງ ກ່ອນຈະລາມໄປເຮືອນຫຼັງອື່ນໃນຂົງເຂດບ້ານ, ແຕ່ ກໍຕ້ອງລ້ຳການສືບສວນ ສອບສວນຂອງເຈົ້າໜ້າທີ່.

ຊາວ​ບ້ານ ໄດ້ກ່າວຕໍ່ເອເຊັຽເສຣີ ໃນມື້ວັນດຽວກັນນີ້ວ່າ:

“ແມ່ນ ເຮືອນເຮົາກໍ່ຖືກໄຟໄໝ້ຄຶກັນ. ຜົລກະທົບຊຸດນີ້ນິຮ້າຍກາດແຫຼະ ທີ່ວ່າເຮົາບໍ່ເຄີຍພໍ້ໃນປວັດສາດໃນຈັກບ້ານບໍ່ເຄີຍເຈີ. ຄາດວ່ານີ້ຄັນວ່າເປັນເງິນກີບນໍ ກະຊີປະມານລະດັບ 10 ກວ່າຕື້ນີ້ແຫຼະ. ເພາະວ່າແຕ່ລະຄົວເຮືອນກະ ເງິນຄຳເອົາໄວ້ເຮືອນນໍ ບາງຄົນກໍ່ 400-500 ລ້ານ ສາເຫຕທີ່ແທ້ຈິງກະບໍ່ແນ່ຊັດ ເພາະວ່າມັນມີຄົນທີ່ວ່າ ລູກຫຼານເຂົາເຈົ້າກິນຢາ ກະບໍ່ແນ່ໃຈວ່າມັນຈູດແທ້ບໍ່.

ຜູ້ເສັຽຫາຍທ່ານນີ້ກ່າວຕື່ມວ່າ ຊາວບ້ານທີ່ຖືກຜົລກະທົບໄຟໄໝ້ ມີສະພາບທີ່ໜ້າອີຕົນຫຼາຍ. ເຖິງແມ່ນວ່າ, ທ່ານຈະເປັນຜູ້ເສັຽຫາຍຄົນນຶ່ງ ແຕ່ທ່ານກໍ່ໄດ້ປະກອບສ່ວນ ໃນການຊ່ວຍເຫຼືອຊາວບ້ານ ເຊິ່ງກໍ່ເປັນຍາດຕິພີ່ນ້ອງຂອງທ່ານ ເຊັ່ນດຽວກັນ.

ດັງທີ່ທ່ານກ່າວຕື່ມວ່າ:

“ມື້ຄືນນີ້ກະໂອ! ຄົນນຶ່ງກະເບິ່ງ ບໍ່ຢາກໄຫ້ກະນ້ຳຕາຕົກ ເພາະວ່າຂ້າພະເຈົ້າໄດ້ໄປຕິດຕາມເອົາຂໍ້ມູນເກັບກຳ ເອົາເງິນຄຳໄປຊ່ວຍເຫຼືອ ພີ່ນ້ອງຜູ້ທີ່ຖືກປະສົບພັຍ ບາງຄົນກະບໍ່ມີເສື້ອຜ້ານຸ່ງນໍ ບາງຄົນກະບໍ່ມີເທື່ອບ່ອນຢູ່ບ່ອນນອນ ເພາະວ່າຖືກໄຟໄໝ້ເໝິດຊັ້ນນ່າ ບາງຄົນກະໄດ້ແຕ່ເສື້ອຄາຄີງ ສົ້ງຄາຄີງຈັງຊີ້ນ່າ ມັນບໍ່ເຫຼືອຫຍັງ ຣົຖຣາງກໍ່ໄໝ້ຖິ້ມໄປຫຼາຍຄັນນ່າ ຜົລເສັຽຫາຍກະຫຼາຍເຕີບ.”

ຜູ້ເສັຽຫາຍທ່ານນີ້ກ່າວຕື່ມວ່າ ການຄວບຄຸມເພີງລ່າຊ້າ ຍ້ອນຫຼາຍປັດຈັຍ ເປັນຕົ້ນ ນ້ຳທີ່ໃຊ້ດັບເພີງ ກ່ອນທີ່ຣົຖດັບເພີງຈະມາຮອດນັ້ນ ແມ່ນນ້ຳບາດານ, ຊາວບ້ານສ່ວນຫຼາຍອອກໄປເກັບກ່ຽວມັນຕົ້ນ ແລະຣົຖດັບເພີງໃຊ້ເວລາເດີນທາງມາດົນ ຍ້ອນທາງແດງເປ່ເພ ອີກທັງຍັງບໍ່ທັນມີຣົຖດັບເພີງປະຈຳຢູ່ທີ່ເມືອງປະທຸມພອນ ຕ້ອງເອົາຣົຖດັບເພີງມາ ແຕ່ນະຄອນປາກເຊ. ນອກຈາກນີ້ແລ້ວ, ສຳລັບການຊ່ອຍເຫຼືອຈາກທາງການຂອງເມືອງ ໄດ້ມີການສົ່ງນ້ຳດື່ມ ແລະເຂົ້າສານຈຳນວນ 10 ກະສອບ ມາໄວ້ທີ່ວັດບ້ານສະໝິງ ເຊິ່ງເປັນສູນພັກຜູ້ປະສົບພັຍ.

ກ່ຽວກັບເຣື່ອງນີ້, ທາງເຈົ້າໜ້າທີ່ປ້ອງກັນຄວາມສງົບ ເມືອງປະທຸມພອນ ໄດ້ຄວບຄຸມໂຕທ້າວ ລັ່ງ ພົມມະວົງ ຫຼື ຈູມ ອາຍຸ 19 ປີ ຊາວບ້ານສະໝິງ ເມືອງປະທຸມພອນ ໃນວັນທີ 2 ມີນາ 2023 ໃນຂໍ້ຫາທຳລາຍຊັບ (ຈູດເຮືອນ) ແລະເສບຢາເສບຕິດ ໂດຍກັກຂັງໄວ້ຢູ່ກອງບັນຊາການ ປກສ ເມືອງປະທຸມພອນ, ອີງຕາມຂ່າວຈາກເຟສບຸກ ວາຣະສານປ້ອງກັນຄວາມສງົບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.