ໄຊສົມບູນ ເປັນແຂວງ ທີ່ມີການຂຸດຄົ້ນ ແຮ່ທາດຫຼາຍ

ຈຳປາທອງ
2023.03.10
ໄຊສົມບູນ ເປັນແຂວງ ທີ່ມີການຂຸດຄົ້ນ ແຮ່ທາດຫຼາຍ ທ່ານ ຈະເລີນ ເຍັຍປາວເຮີ, ຮອງປະທານ ສະພາແຫ່ງຊາດ, ປະທານກັມມາທິການກົດໝາຍ ຮ່ວມກັບສະພາປະຊາຊົນ ແຂວງໄຊສົມບູນ ລົງຕິດຕາມ, ກວດກາ ການຂຸດຄົ້ນແຮ່ທາດ ຢູ່ເຂດເມືອງລ້ອງແຈ້ງ. ວັນທີ່ 4 ມີນາ ປີ 2023.
ຮູບພາບຈາກ: ຈົດໝາຍຂ່າວ ໄຊສົມບູນ

ຢູ່ແຂວງໄຊສົມບູນ ຣົຖຂົນແຮ່ທາດຂນາດໜັກ ເຮັດໃຫ້ຖນົນຫົນທາງເປ່ເພຫລາຍ. ຢູ່ແຂວງນີ້ ມາຮອດປັດຈຸບັນ ກໍມີໂຄງການຂຸດຄົ້ນແຮ່ທາດປະເພດຕ່າງໆເຖິງ 7 ໂຄງການ (ຂນາດໃຫຍ່) ຮວມທັງໂຄງການທີ່ເປັນຂອງບໍຣິສັດຈີນ, ບໍຣິສັດປະເທດອື່ນ ແລະພາຍໃນລາວ ເປັນຕົ້ນໂຄງການຂຸດຄົ້ນແຮ່ທອງເຂັ້ມຂຸ້ນ, ໂຄງການຂຸດຄົ້ນແຮ່ເງິນ-ແຮ່ຄໍາ, ໂຄງການຂຸດຄົ້ນແຮ່ເຫລັກ, ແຕ່ລະໂຄງການນັ້ນ ໄດ້ຂຸດຄົ້ນ ແລະສົ່ງແຮ່ທາດ ອອກໄປຕ່າງປະເທດ ຈໍານວນຫລາຍລ້ານຕັນ ໃນແຕ່ລະປີ, ອີງຕາມການຣາຍງານ ຂອງທ່ານ ນະລົງສອນ ຈັນທະບຸນລີ ຮອງຫົວໜ້າຜແນກ ພະລັງງານ ແລະບໍ່ແຮ່ ແຂວງໄຊສົມບູນ ຕໍ່ກອງປະຊຸມ ສລຸບ ການຈັດຕັ້ງປະຕິບັດ ແຜນພັທນາເສຖກິຈ-ສັງຄົມ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023 ເມື່ອວັນທີ 7 ມິນານີ້.

ຊາວບ້ານຈໍານວນນຶ່ງ ຢູ່ແຂວງໄຊສົມບູນ ທີ່ຢູ່ໃກ້ກັບເຂດໂຄງການ ຂຸດຄົ້ນແຮ່ທາດນັ້ນ ຕ່າງກໍເວົ້າວ່າ ພວກເຂົາເຈົ້າ ຍັງບໍ່ໄດ້ຮັບຜົລປໂຍດ ຫລື ໄດ້ຮັບໂຄງການພັທນາແນວໃດ ຈາກເຈົ້າຂອງໂຄງການ ຂຸດຄົ້ນບໍ່ແຮ່ແຕ່ລະແຫ່ງເທື່ອ. ຊໍ້າບໍ່ໜໍາ ໂຄງການຂຸດຄົ້ນບໍ່ແຮ່ບາງແຫ່ງ ຍັງໄດ້ສົ່ງຜົລກະທົບ ຕໍ່ຊາວບ້ານນໍາອີກ ໂດຍສະເພາະ ຣົຖບັນທຸກແຮ່ທາດ ຂນາດໜັກ ເຮັດໃຫ້ຖນົນຫົນທາງເປ່ເພ ອັນເປັນສາເຫດນຶ່ງສໍາຄັນ ທີ່ເຮັດໃຫ້ຊາວບ້ານ ມັກເກີດອຸບັດຕິເຫດຫລາຍ.

ດັ່ງຊາວບ້ານຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 10 ມິນານີ້ວ່າ:

“ໂອ໋ ດຽວ ນີ້ໆ ຜົນກະທົບນີ້ກໍຫລາຍເພາະວ່າ ຣົຖແຮ່ນີ້ກໍຫລາຍເນາະ ກະເກີດອຸບັດຕິເຫດນີ້ ກະມີຫລາຍແດ່ຍາມນີ້ນ່າ ມີຣົຖແຮ່ນີ້ຫລາຍເນາະ ຣົຖຂົນແກ່ແຮ່ ທາງເພແດ່ ແລ້ວກະເຮັດໃຫ້ຊາວບ້ານນີ້ ພົບຄວາມຫຍຸ້ງຍາກ ຣົຖນີ້ເຂົາແລ່ນທັງຄືນເນາະ.”

ຊາວບ້ານຢູ່ແຂວງໄຊສົມບູນ ອີກຜູ້ນຶ່ງ ກໍເວົ້າຄືກັນວ່າ ຣົຖບັນທຸກແຮ່ທາດ ຈໍານວນຫລາຍ ໄດ້ເຮັດໃຫ້ເສັ້ນທາງເປ່ເພແທ້ ມັນມັກເຮັດໃຫ້ເກີດອຸບັດຕິເຫດ ຢູ່ບໍຣິເວນທາງໂຄ້ງ ແລະທາງຂຶ້ນພູ ທີ່ເປັນເຂດອັນຕະລາຍຢູ່ກ່ອນແລ້ວ. ມັນ ອັນຕະລາຍສໍາລັບຜູ້ຂັບຂີ່ຣົຖໄປມາ.

“ເປ່ເພເພາະວ່າເຂົາເຈົ້າຂົນນ່າ ເຂົາເຈົ້າຂົນແຮ່ເດ້ ແຮ່ຄໍາແຮ່ຫຍັງ ມັນເປັນເສັ້ນ ທາງເດີມ ແລະກະມັນຍັງບໍ່ໄດ້ມາຕຖານ ມັນມີບ່ອນຄົດຫລາຍ ມັນເປັນພູເດ້ ເປັນພູເປັນຜາ ແລ້ວມັນຄົດຫລາຍຈັ່ງໄດ້ຄ່ອຍໄປ.”

ຊາວບ້ານອີກຜູ້ນຶ່ງ ກໍເວົ້າເຖິງບັນຫາຫົນທາງເປ່ເພ ຍ້ອນຣົຖບັນທຸກຂອງໂຄງການຂຸດຄົ້ນ ແຮ່ທາດນັ້ນວ່າ ເປັນບັນຫາ ທີ່ຍັງແກ້ໄຂບໍ່ທັນໄດ້ເທື່ອ ເຮັດໃຫ້ຊາວບ້ານ ຕ້ອງໄດ້ລະມັດລະວັງຫລາຍ ເມື່ອຂັບຂີ່ຣົຖໄປມາ ແລະພາກສ່ວນທີ່ກ່ຽວຂ້ອງ ກໍຍັງບໍ່ທັນມາກວດກາ ແລະແກ້ໄຂໃຫ້ເທື່ອ.

“ໂອ້ ຍັງຍາກກໍ໋ ເພາະວ່າດຽວນີ້ຣົຖແກ່ແຮ່ມາຫລາຍເນາະ ມັນເພຢູ່ແຖວໃກ້ສິຮອດແຖວເມືອງ ໄຊສົມບູນນີ້ນ່າ ຣົຖແກ່ແຮ່ຫລາຍນ່າ ເປື້ອນແດ່ ທາງເພຫລາຍ.”

ເຣື່ອງຣົຖບັນທຸກແຮ່ທາດ ເຮັດໃຫ້ຫົນທາງເປ່ເພນີ້ ຜູ້ທີ່ມີຄວາມຮູ້ ດ້ານການຂຸດຄົ້ນບໍ່ແຮ່ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 10 ມິນານີ້ວ່າ ມັນກໍເປັນບັນຫາທີ່ເກີດຂຶ້ນ ຢູ່ເລື້ອຍ ຢູ່ຫລາຍບ່ອນໃນລາວ ແລະຍັງບໍ່ສາມາດແກ້ໄຂໄດ້ໝົດເທື່ອ. ເວົ້າສະເພາະບັນຫາ ຢູ່ໃນແຂວງໄຊສົມບູນນີ້ ທ່ານເອງກໍບໍ່ໄດ້ຕິດ ຕາມ.

“ໂອ໋ ໂຕນັ້ນຊ່ວງນີ້ເຂົາເຈົ້າມີແຕ່ຂຸດ ບໍ່ໄດ້ຕິດຕາມບໍ່ຢູ່ພຸ້ນ ບໍ່ໄດ້ຮູ້ວ່າເຂົາເຈົ້າຂຸດຄົ້ນ ເຂົາເຈົ້າໃຊ້ຣົຖບັນທຸກໃຊ້ຣົຖຂຸດອີ່ຫຍັງນ່າ ບໍ່ຮູ້ວ່າມັນເປ່ເພຈັ່ງໃດໆ ບໍ່ໄດ້ຕິດຕາມເດ໋.”

ເພື່ອຂໍຮູ້ຣາຍລະອຽດ ກ່ຽວກັບເຣື່ອງການແກ້ໄຂ ບັນຫາດັ່ງກ່າວ ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ ໄປຍັງຜແນກພະລັງງານ ແລະບໍ່ແຮ່, ແລະ ຜແນກໂຍທາທິການ ແລະຂົນສົ່ງ ແຂວງໄຊສົມບູນ, ແຕ່ກໍຍັງບໍ່ສາມາດຕິດຕໍ່ ຫາເຈົ້າໜ້າທີ່ ທີ່ກ່ຽວຂ້ອງໂດຍກົງໄດ້.

ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ທ່ານນຶ່ງ ທີ່ເຄີຍເຮັດວຽກ ຢູ່ແຂວງໄຊສົມບູນ ກ່າວເຖິງບັນຫາ ທີ່ຣົຖບັນທຸກແຮ່ທາດ ເປັນຕົ້ນເຫດເຮັດໃຫ້ຫົນທາງ ເປ່ເພນັ້ນວ່າ ອີງຕາມສັນຍາລະຫວ່າງ ບໍຣິສັດຂຸດຄົ້ນແຮ່ທາດ ກັບທາງການລາວແລ້ວ ແມ່ນວ່າ ຖ້າບໍຣິສັດໃດ ເຮັດໃຫ້ຫົນທາງເປ່ເພ ບໍຣິສັດນັ້ນ ຫລື ບໍຣິສັດທີ່ມີສ່ວນຮ່ວມ ໃນການເຮັດໃຫ້ຫົນທາງເປ່ເພ ຈະຕ້ອງໄດ້ສ້ອມແປງຫົນທາງນັ້ນ ໃຫ້ດີຄືນ.

“ໃຫ້ພາກສ່ວນບໍຣິສັດຫັ້ນ ລົງຮັບຜິດຊອບແກ້ໄຂໃຫ້ ເພິ່ນໃຊ້ຣົຖຖ້ຽວເດ້ ຂຶ້ນກັບສັນຍາລະຫວ່າງຣັຖບານກັບບໍຣິສັດເນາະ ບໍ່ຮູ້ວ່າສະຖານະການປັດຈຸບັນ ມັນເປັນແນວໃດເນາະ.”

ໃນຈໍານວນໂຄງການ ຂຸດຄົ້ນແຮ່ທາດທັງ 7 ແຫ່ງ ຢູ່ແຂວງໄຊສົມບູນນັ້ນ, ໂຄງການໃຫຍ່ ແມ່ນໂຄງການຂຸດຄົ້ນແຮ່ເຫລັກ ຂອງບໍຣິສັດບໍ່ແຮ່ ໄທຊານ ມິງຈີນ ລາວ ຂອງນັກລົງທຶນຈີນ ຢູ່ບ້ານນໍ້າຍອນ ເມືອງອະນຸວົງ ມີເນື້ອທີ່ປະມານ 102 ກິໂລຕາແມັດ, ໂຄງການສໍາຣວດແຮ່ຄໍາ ແລະແຮ່ຕິດພັນ ຂອງບໍຣິສັດ ລາວຍູນນານ ຫວູຖ່ານ ຂວາງເຍ່ ຂອງນັກລົງທຶນຈີນ ຢູ່ບ້ານພູກະທະ ເມືອງຮົ່ມ ມີເນື້ອທີ່ປະມານ 74 ກິໂລຕາແມັດ ແລະໂຄງການຊອກຄົ້ນ, ສໍາຣວດ, ຂຸດຄົ້ນ ແລະປຸງແຕ່ງແຮ່ຄໍາ ຂອງບໍຣິສັດ ໂຈ້ບຸນມີ ພັທນາແຮ່ທາດ ຈໍາກັດຜູ້ດຽວ ຢູ່ບ້ານນາຕີ ເມືອງລ້ອງແຈ້ງ ໃນເນື້ອທີ່ປະມານ 234 ກິໂລຕາແມັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.