ຊາວບ້ານ ຢູ່ນະຄອນຫຼວງພຣະບາງ ເດືອດຮ້ອນ ໄຟໄໝ້ສນາມຂີ້ເຫຍື້ອ
2023.02.27
ໄດ້ເກີດເຫດໄຟໄຫມ້ ສນາມຂີ້ເຫຍື້ອ ຢູ່ເຂດບ້ານຫລັກ 8 ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ມາຕັ້ງແຕ່ວັນທີ 13 ກຸມພາ 2023 ຈົນມາຮອດປັດຈຸບັນ ຍັງບໍ່ສາມາດມອດໄຟ ໃຫ້ດັບສະນິດໄດ້, ຍັງມີຄວັນໄຟລອຍອອກມາ ແລະຍັງມີກິ່ນເຫມັນຂີວ ເປັນໄລຍະ ເຮັດໃຫ້ປະຊາຊົນ ໃນເຂດບ້ານໃກ້ຄຽງໄດ້ຮັບຜົນກະທົບ ຈາກມົນລະພິດທາງອາກາດ ໂດຍຫັນໃຈບໍ່ສະດວກ ແລະມີອາການເປັນຫວັດ ເປັນໄອໂດຍສະເພາະເດັກນ້ອຍ ແລະຜູ້ເຖົ້າ. ເຈົ້າຫນ້າທີ່ກໍບໍ່ໄດ້ມີມາຕການ ປ້ອງກັນເຣື່ອງມົນລະພິດ ທາງອາກາດ ແຕ່ຢ່າງໃດ.
ດັ່ງຊາວບ້ານທ່ານນຶ່ງ ທີ່ບ້ານຢູ່ໃກ້ກັບ ສນາມຂີ້ເຫຍື້ອ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 27 ກຸມພາ ນີ້ວ່າ:
“ເວລາມັນໄຫມ້ ທຳອິດເພິ່ນກໍໄດ້ໄປດັບ ແຕ່ທຳອິດພຸ້ນເລີຍແລ້ວ ກາມັນກໍບໍ່ດັບເນາະ ເພາະມັນຫລາຍແລ້ວກໍເລີຍບໍ່ມີຄວາມສາມາດ ຈະດັບໄດ້ຫັ້ນນ່າປັດຈຸບັນນີ້ ມັນຍັງຄວັນນ່າແລ້ວ ມັນກໍເຮັດໃຫ້ທາງ ພໍ່-ແມ່ ປະຊາຊົນ ຮັບຜົນກະທົບນີ້ແຫລະ ມົນລະພິດມັນເນາະສ່ວນຫລາຍ ແມ່ນເດັກນ້ອຍຜູ້ເຖົ້າຜູ້ແກ່ຫັ້ນເນາະ. ຄວາມຕ້ານທານ ບໍ່ຢາກມີເປັນຫວັດເປັນໄອຫນັກ ແມ່ນຕອນກາງຄືນ ຕອນອາກາດເຢັນໆ ມັນຈະມີກິ່ນຫັ້ນນ່າ.”
ຊາວບ້ານທີ່ໄດ້ຮັບຜົນກະທົບ ຈາກມົນລະພິດອີກທ່ານນຶ່ງ ກ່າວວ່າປັດຈຸບັນ ຍັງໄດ້ຮັບຜົນກະທົບ ຢູ່ໃນເຣື່ອງຄວັນໄຟ ເພາະເຈົ້າຫນ້າທີ່ຍັງມອດດັບບໍ່ສະນິດເທື່ອ ຊຶ່ງກໍມີຄວາມກັງວົນໃຈ ຢູ່ເພາະຄວັນໄຟ ທີ່ລອຍມາຈາກສນາມຂີ້ເຫຍື້ອ ເຮັດໃຫ້ຫລາຍຄົນຫາຍໃຈບໍ່ສະດວກ ເຈັບປ່ວຍຫລາຍ ໂດຍສະເພາະເປັນຫວັດ ເປັນໄອ ເຈັບຄໍ.
“2-3 ມື້ຫລັງຍັງຫນັກຢຸ່ແຕ່ວ່າມາມື້ນີ້ ກໍຍັງບໍ່ດີມັນພໍພຽງແຕ່ ຫລຸດລົງຫນ້ອຍນຶ່ງ ເຂົາເຈົ້າກາມີອາການເປັນຫວັດ ເປັນໄອ ຫລາຍ ຢູ່ສນາມຂີ້ເຫຍື້ອ ມັນໄຫມ້ເດ້ ກໍມີຄວາມກັງວົນຫັ້ນແຫລະ ອັນຄວາມຈິງກໍຢາກໃຫ້ມັນດີຂຶ້ນຫັ້ນແຫລະ ກາຍັງບໍ່ທັນດັບເທື່ອມອດເທື່ອ.”
ເຈົ້າຫນ້າທີ່ທີ່ກ່ຽວຂ້ອງ ໃນນະຄອນຫລວງພຣະບາງ ທ່ານນຶ່ງຜູ້ຂໍສງວນສື່ ແລະຕຳແຫນ່ງກ່າວວ່າ ປັດຈຸບັນກໍຍັງບໍ່ສາມາດມອດໄຟ ທີ່ໄຫມ້ຢູ່ສນາມຂີ້ເຫຍື້ອໄດ້ ສະນິດເທື່ອຄາດວ່າ ຕ້ອງໃຊ້ ເວລາເປັນເດືອນສາເຫດ ສ່ວນນຶ່ງກໍຍ້ອນວ່າ ໄຟໄຫມ້ຂີ້ເຫຍື້ອ ເລິກລົງໄປຫລາຍຊັ້ນ.
“ຍັງບໍ່ມອດເທື່ອ ມີເປວຄວັນຫລາຍຄາດວ່າ ສະກັດບໍ່ໃຫ້ມັນໄຫມ້ ລາມໄປບ່ອນອື່ນ ບໍ່ເກີນເດືອນກາຊິສຳເຣັດ ເພາະວ່າໂຕເກົ່າທີ່ໄຫມ້ ມັນມີຫລາຍຊັ້ນຫັ້ນນ່າ ມັນໄຫມ້ລົງໄປເລິກເກີນໄປ.”
ສ່ວນອີກສາເຫດນຶ່ງ ທີ່ຕ້ອງໃຊ້ເວລາດັບມອດໄຟ ຢູ່ສນາມຂີ້ເຫຍື້ອດັ່ງກ່າວ ເປັນເດືອນກໍຍ້ອນວ່າຂາດງົບປະມານ ໂດຍອີງຕາມການຣາຍງານ ຂອງ ທ່ານ ດາວັນ ສີລິວົງ ຮອງຫົວຫນ້າອົງ ການພັທນາ ແລະ ບໍຣິຫານໂຕເມືອງ ນະຄອນຫລວງພຣະບາງ ໄດ້ຣາຍງານໃນວັນທີ 23 ກຸມພາ ທີ່ຜ່ານມາວ່າການປະຕິບັດໂຕຈິງ ແມ່ນພົບຄວາມຫຍຸ້ງຍາກຫລາຍ ໂດຍສະເພາະຂາດງົບປະມານ ຈັດຊື້ນໍ້າມັນເຊື້ອເພີງ ແລະ ອຸປກອນຈຳເປັນ ພ້ອມນີ້ພາຫະນະ ທີ່ໃຊ້ຢູ່ພາຍໃນ ສນາມຂີ້ເຫຍື້ອ ກໍມີຄວາມຊຸດໂຊມ ຕ້ອງໄດ້ສ້ອມແປງເປັນໄລຍະ.
ຕໍ່ກັບບັນຫາດັ່ງກ່າວ ທາງແຂວງຫລວງພຣະບາງ ກໍບໍ່ໄດ້ປ່ອຍປະລະເລີຍ ໂດຍສະເພາະຍັງໄດ້ຮັບການຮ່ວມມື ຈາກພາກຣັຖ ແລະ ພາກທຸຣະກິຈ ສົມທົບດ້ານອຸປກອນ ແລະພາຫະນະ ເຂົ້າຊ່ອຍສືບຕໍ່ໄປ ມອບດັບໄຟໄຫມ້ ຢູ່ສນາມຂີ້ເຫຍື້ອດັ່ງກ່າວຢູ່.
ສຳລັບຄວນໄຟ ຈາກສນາມຂີ້ເຫຍື້ອ ຢູ່ເຂດບ້ານຫລັກ 8 ກໍມີໄລຍະທາງຫ່າງ ໄກຈາກໂຕເມືອງຫລາຍກິໂລແມັດ ແລະໃນໂຕເມືອງກໍບໍ່ໄດ້ມີຄັວນໄຟ ຈາກສນາມຂີ້ເຫຍື້ອ ເຂົ້າມາແລ້ວ ແຕ່ເຂດບ້ານທີ່ຈະໄດ້ຮັບຜົນກະທົບ ຢູ່ຄືບ້ານໃກ້ຄຽງກັບສນາມຂີ້ເຫຍື້ອ ອາດຈະໄດ້ຮັບມົນລະພິດ ຈາກກິ່ນ ແລະຄວັນຢູ່.
ດັ່ງຊາວບ້້ານ ໃນໂຕເມືອງນະຄອນຫລວງພຣະບາງ ກ່າວວ່າ:
“ກໍບໍ່ມົວປານໃດແລ້ວ ດີຂຶ້ນມາແລ້ວບໍ່ມີກິ່ນຫຍັງມັນຢູ່ໄກ ໂຕເມືອງບ່ອນເຂົາແຈ້ງຈຸດຫັ້ນແຫລະ ເຣື່ອງມົນລະພິດ ມັນອາດມີຢູ່ດີແລ້ວ ມັນຈະເປັນຜົນກະທົບ ໃຫ້ບ້ານຂ້າງຄຽງໄປແຖວນັ້ນ.”
ສ່ວນສະພາບອາດ ການໃນນະຄອນຫລວງພຣະບາງ ໃນວັນທີ 27 ກຸມພາ ຜ່ານມາ ຄ່າຝຸ່ນລະອອງຂນາດນ້ອຍ PM 2.5 ຢູ່ທີ່ 59.8 ໄມໂຄຣກຣາມ ຕໍ່ແມັດກ້ອນ ຊຶ່ງຖືວ່າເກີນມາຕຖານ ຄ່າສະເລັ່ຽ 24 ຊົ່ວໂມງ ທີ່ບໍ່ໃຫ້ເກີນ 50 ໂມໂຄຣກຣາມ ຕໍ່ແມັດກ້ອນ ແຕ່ເຈົ້າຫນ້າທີ່ຣາຍງານວ່າ ຢູ່ໃນລະດັບບໍ່ໄດ້ຮຸນແຮງ ຖືວ່າຫລຸດລົງກ່ວາ 2-3 ມື້ຜ່ານມາທີ່ມີຄ່າຝຸ່ນ PM 2.5 ເພີ່ມຂຶ້ນຫລາຍ ຈົນຫລາຍຄົນຮູ້ສຶກຫາຍໃຈລຳບາກ ເພາະເກີດຈາກຄວັນໄຟ ໃນສນາມຂີ້ເຫຍື້ອ ລວມເຖິງໄຟໄຫມ້ ບ່ອນອື່ນໆນຳດ້ວຍ. ຊຶ່ງທາງການກໍມີການແຈ້ງເຕືອນ ຜ່ານຂ່າວພະຍາກອນອາກາດຕາມປົກກະຕິ.
ດັ່ງເຈົ້າຫນ້າທີ່ ກົມອຸຕຸນິຍົມວິທຍາ ໃນແຂວງຫລວງພຣະບາງ ທີ່ຂໍສງວນຊື່ ແລະຕຳແຫນ່ງກ່າວວ່າ:
“ຄ່າ PM 2.5 ນີ້. ມື້ນີ້ແມ່ນອັນນ່າ 59.8 ບໍ່ຮຸນແຮງປານໃດ 2-3 ມື້ກ່ອນນີ້ ຂຶ້ນສູງຢູ່ ຮູ້ສຶກໂຕເອງຫາຍໃຈ ຍາກຫນ້ອຍນຶ່ງ ແຕ່ຄ່າຣາຍງານ 24 ຊົ່ວໂມງ ມື້ເຊົ້ານີ້ມັນຕໍ່າແລ້ວ.”
ທາງການ ແຂວງຫລວງພຣະບາງ ມີແຜນການໃນຕໍ່ຫນ້າ ຈະສຸມໃສ່ໃນການສ້າງ ແລວກັນໄຟ ໃຫ້ເປັນເສັ້ນທາງ ອ້ອມຮອບເພື່ອໃຫ້ຣົຖເຂົ້າໄປຫົດນໍ້າໄດ້ງ່າຍ ພ້ອມທັງຈະລະດົມທຶນເພື່ອຊື້ດິນຖົມ ໃສ່ຈຸດທີ່ເກີດຄວນໄຟ ເພື່ອສະກັດບໍ່ໃຫ້ເກີດຄວນໄຟ ໃນຕໍ່ຫນ້າ.
ກ່ອນຫນ້ານີ້ ໃນວັນທີ 19 ກຸມພາ 2023 ເວລາປະມານບ່າຍໂມງ ໄດ້ເກີດເຫດໄຟໄຫມ້ ປ່າສງວນພູທ້າວ ພູນາງ ຕິດກັບບ້ານຊຽງແມນ ເມືອງຈອມເພັດ ແຂວງຫລວງພຣະບາງ ໂດຍໄຟປ່າໄດ້ລຸກລາມເປັນວົງກ້ວາງ ຢ່າງຫນັກຫນ່ວງ ພາຍຫລັງເກີດເຫດ ເຈົ້າຫນ້າທີ່ ທີ່ກ່ຽວຂ້ອງ ກໍໄດ້ລະດົມກຳລັງ ຊ່ອຍກັນສະກັດກັ້ນ ດັບມອດໄຟປ່າ ເພື່ອບໍ່ໃຫ້ລຸກລາມເຂົ້າເຮືອນ ປະຊາຊົນ.
ມາຮອດປັັດຈຸບັນນີ້ ເກີດໄຟໄຫມ້ສນາມຂີ້ເຫຍື້ອ ພາຍໃນນະຄອນຫລວງພຣະບາງ ອີກ ກໍຍິ່ງເຮັດໃຫ້ສະຖານະການ ມົນລະພິດທາງອາກາດ ເພີ່ມຂຶ້ນໃນນະຄອນຫລວງພຣະບາງ. ຕໍ່ກັບບັນຫາດັ່ງກ່າວເຈົ້າຫນ້າທີ່ ຍັງບໍ່ມີມາຕການປ້ອງກັນ ຢ່າງຈິງຈັງ ມີແຕ່ພຽງແຈ້ງເຕືອນ ປະຊາຊົນໃນເວລາເກີດເຫດ ໃຫ້ປ້ອງກັນຕົນເອງ.