ຫຼວງພຣະບາງຕ້ອນຮັບ ທ.ໂອບາມາ
2016.09.08
ຊາວເມືອງຫຼວງພຣະບາງ ທຸກທົ່ວໜ້າ ນັບແຕ່ ປະຊາຊົນ ທັມດາສາມັນ ພໍ່ຄ້າຊາວຂາຍ ທີ່ຄອຍຖ້າ ຮັບຕ້ອນ ທ່ານ ບາຣັກ ໂອບາມາ ປະທານາທິບໍດີ ສະຫະຣັຖ ທີ່ເດີນທາງ ມາຢ້ຽຢາມ ເມືອງ ມໍຣະດົກ ໂລກ ໃນວັນທີ 7 ກັນຍາ ນີ້ ມີຄວາມຊື່ນຊົມ ຍິນດີ ທີ່ໄດ້ພາກັນເຫັນ ທ່ານ ໂອບາມາ ດ້ວຍຕາ ຂອງຕົນເອງ ແລະ ມີຜູ້ນຶ່ງ ໄດ້ເລົ່າໃຫ້ ເອເຊັຽເສຣີ ຟັງວ່າ ທຸກຄົນ ຄອງຄອຍຖ້າ ຮັບຕ້ອນ ທ່ານ ໂອບາມາ ຕັ້ງແຕ່ ຕອນເຊົ້າ ຄິດວ່າເພິ່ນ ຈະ ມາຕອນທ່ຽງ ແຕ່ກໍານົດ ການເດີນທາງ ຖືກປ່ຽນໄປ ຈົນຮອດ ຕອນ ບ່າຍໆ ເພິ່ນຈຶ່ງໄປ ຮອດ ຫຼວງພຣະບາງ.
ລາວວ່າ ມີຜູ້ຄົນຫຼວງຫຼາຍ ຢືນຢູ່ຕາມແຄມທາງ ບ່ອນຂະບວນ ຣົດຂອງທ່ານ ໂອບາມາ ຜ່ານ ຊຶ່ງມີຫນ່ວຍ ປ້ອງກັນ ຄວາມສງົບ ຢືນຢູ່ ເປັນລະຍະໆ. ໃນເວລາ ຂະບວນຣົຖ ແລ່ນຜ່ານໄປ ຕາມຖນົນ ສີສວ່າງວົງ ນັ້ນ ຫຼາຍໆຄົນ ກໍຮ້ອງຊື່ ທ່ານ ໂອບາມາ ໂອບາມາ ແລະ ກໍເຫັນ ທ່ານ ໂອບາມາ ໂບກມືໃສ່ ຝຸງຊົນຄືນ ແລະ ທ່ານ ໂອບາມາ ກ່າວວ່າ ສະບາຍດີ ສະບາຍດີ.
ປະມານ ບ່າຍໂມງກວ່າໆ ທ່ານ ໂອບາມາ ໄດ້ໄປເຖິງ ວັດຊຽງທອງ ຊຶ່ງ ເປັນອາຣາມ ເກົ່າແກ່ ແລະ ເປັນມິ່ງຂວັນ ຂອງຊາວເມືອງ ຫຼວງພຣະບາງ ເພື່ອເຂົ້່າໄປຊົມ ແລະ ສແດງ ຄວາມເຄົາລົບ. ຫລັງຈາກ ເສັດສິ້ນ ການຢ້ຽມຊົມ ວັດແລ້ວ ທ່ານ ໂອບາມາ ແລະ ຂະບວນ ໄດ້ອອກຍ່າງທ່ຽວ ຕາມສະຖານທີ່ ຕລາດແຄມຖນົນ ຊຶ່ງເປັນເຂດ ບ້ານເຮືອນ ອານຸຮັກ ມໍຣະດົກ ໂລກ ແລະ ໄດ້ເຫັນທ່ານ ກິນນໍ້າ ໝາກພ້າວສົດ ກັບ ທ່ານ ເອກອັຄຣາຊທູດ ສະຫະຣັຖ ປະຈໍາລາວ ທ່ານ ເດນຽນ ຄລູນ.
ຕໍ່ຈາກນັ້ນ ທ່ານ ໂອບາມາ ໄດ້ໄປເຖິງ ມະຫາວິທຍາໄລ ສຸພານຸວົງ ເພື່ອ ພົບປະກັບ ຜູ້ຕາງໜ້າ ຜູ້ນໍາ ຊາວຫນຸ່ມ ອາຊຽນ ແລະ ໄດ້ບັລຍາຍ ເຖິງຄວາມ ສໍາຄັນ ຂອງຊາວຫນຸ່ມ ຕໍ່ການພັທນາ ທີ່ຍືນຍົງ ຕາມໂຄງການ ທີ່ທ່ານຕັ້ງຂຶ້ນ ຊຶ່ງ ມີຊື່ຫຍໍ້ວ່າ YSEALI.
ເອເຊັຽເສຣີ ໄດ້ໂທຣະສັບ ໄປຖາມ ອາຈານ ໃນ ມະຫາວິທຍາໄລ ຊຶ່ງ ເປັນຄົນນຶ່ງ ທີ່ເຂົ້າຮ່ວມ ຟັງການ ບັລຍາຍ ຂອງ ທ່ານ ໂອບາມາ. ທ່ານ ອາຈານ ຜູ້ນີ້ບອກວ່າ ມີຫຼາຍສິ່ງ ຫຼາຍຢ່າງ ທີ່ ທ່ານ ໂອບາມາ ໄດ້ ກ່າວໄປນັ້ນ ເປັນສິ່ງ ປະທັບໃຈ ແລະ ໄດ້ສ້າງສິ່ງ ບັນດານໃຈ ໃຫ້ ແກ່ຫຼາຍໆຄົນ.
ນັ້ນຄືຄວາມປະທັບໃຈ ຂອງ ຊາວຫຼວງພຣະບາງ ຕໍ່ການຢ້ຽມຢາມ ຂອງ ປະທານາທິບໍດີ ສະຫະຣັຖ ທ່ານ ບາຣັກ ໂອບາມາ.