ການຄ້າຂາຍລິ່ນ ທາງອອນລາຍນ໌ ຣະບາດ ຢູ່ປະເທດລາວ

ລູກລິ່ນກຳລັງຂີ່ຫຼັງແມ່, ສວນສັດບາລີ, ປະເທດອິນໂດເນເຊັຽ. ເກັດລິ່ນເປັນສິ່ງທີ່ຕ້ອງການຫຼາຍ ໃນເອເຊັຽ ເພື່ອໃຊ້ການປຸງຢາໂບຣານຈີນ.
ລູກລິ່ນກຳລັງຂີ່ຫຼັງແມ່, ສວນສັດບາລີ, ປະເທດອິນໂດເນເຊັຽ. ເກັດລິ່ນເປັນສິ່ງທີ່ຕ້ອງການຫຼາຍ ໃນເອເຊັຽ ເພື່ອໃຊ້ການປຸງຢາໂບຣານຈີນ. (AP Photo/Firdia Lisnawati, File)

0:00 / 0:00

ວັນທີ 18 ກຸມພາ ຖືເປັນວັນລິ່ນສາກົນ. ແຕ່ສໍາລັບຢູ່ປະເທດລາວ ເຖິງແມ່ນວ່າ ລິ່ນຈະຢູ່ໃນບັນຊີສັດນໍ້າ ແລະສັດປ່າທີ່ຫວງຫ້າມຂອງລາວ ແຕ່ການລ່າ ແລະການລັກລອບຄ້າຂາຍລິ່ນ ແລະຊິ້ນສ່ວນຂອງລິ່ນຢູ່ລາວ ກໍຍັງມີຫລາຍ ຊຶ່ງປັດ ຈຸບັນ ມີທັງການຄ້າຂາຍລິ່ນທາງອອນລາຍນໍາດ້ວຍ.

ຣາຍງານຈາກເຄືອຂ່າຍ ສໍາຣວດກວດກາການຄ້າສັດປ່າ ຫລື TRAFFIC ລະບຸວ່າ ປະເທດລາວ ເປັນ 1 ໃນ 10 ປະເທດ ທີ່ມີການລັກລອບຄ້າຂາຍລິ່ນຫລາຍ ແລະລາວ ກໍເປັນປະເທດທາງຜ່ານ ເພື່ອສົ່ງລິ່ນອອກໄປຍັງຕລາດ ທີ່ມີຄວາມຕ້ອງການສູງ ເຊັ່ນຈີນ ແລະວຽດນາມ ທີ່ຕ້ອງການລິ່ນໄປເຮັດຢາບໍາຣຸງ.

ພໍ່ຄ້າຮັບຊື້ເກັດລິ່ນຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 23 ກຸມພານີ້ ເຖິງລາຄາຮັບຊື້ເກັດລິ່ນ ເປັນວ່າ ຢູ່ທີ່ກິໂລລະ 1-2 ພັນບາດ, ສ່ວນລາຄາຂາຍຕໍ່ແມ່ນກິໂລລະ 6,000-8,000 ບາທ ຫລື ປະມານ 3 ລ້ານກີບ. ສ່ວນຫລາຍ ເກັດລິ່ນ ຈະຖືກນໍາມາຈາກປະເທດພະມ້າ ແລະໄທຍ ແລ້ວສົ່ງຕໍ່ໄປຍັງປະເທດຈີນ ແລະວຽດນາມ ເພື່ອນໍາໄປຕົ້ມເປັນກາວ ແລະເຮັດເປັນຢາ.

“ຢູ່ລາວນີ້ສ່ວນຫລາຍຈະເປັນພໍ່ຄ້າ ຄົນກາງນະ ຈະສົ່ງອອກຈີນ ອອກວຽດນາມ. ເຂົາເຈົ້າກໍເອົາໄປເຮັດຢາ ຕົ້ມກາວ ເຮັດຢາຈີນຢາອີ່ຫຍັງ. ສ່ວນຫລາຍເກັດຢູ່ລາວກໍບໍ່ຫລາຍດອກ ສ່ວນຫລາຍເກັດເລັກໆນ້ອຍໆ ສ່ວນຫລາຍເອົາມາແຕ່ໄທຍແລະພະມ້າ ສ່ວນລາວນີ້ຂາຍເປັນໂຕເລີຍ ເປັນໆເລີຍ ໂຕມີຊີວິດຢູ່ຫັ້ນແຫລະ.”

ການຮັບຊື້ເກັດລິ່ນຂອງພໍ່ຄ້າລາຍຍ່ອຍ ຈະໃຊ້ຊ່ອງທາງທາງອອນລາຍເປັນຫລັກ ເຊັ່ນດຽວກັນກັບກຸ່ມຊື້ຂາຍເຄື່ອງປ່າຂອງດົງຕ່າງໆທາງເຟສບຸກຄ໌. ເມື່ອຕົກລົງລາຄາກັບຜູ້ຂາຍເກັດລິ່ນ ໄດ້ແລ້ວ ກໍຈະໂອນເງິນໄປໃຫ້ຜູ້ຂາຍ ແລ້ວຜູ້ຂາຍຈະສົ່ງເກັດລິ່ນ ມາໃຫ້ທາງໄປສະນີ. ເມື່ອຊື້ໄດ້ຫລາຍແລ້ວ ກໍຈະສົ່ງໃຫ້ພໍ່ຄ້າລາຍໃຫຍ່ອີກຕໍ່ນຶ່ງ. ໃນປັດຈຸບັນ ຕລາດມີຄວາມຕ້ອງການ ລິ່ນໂຕນ້ອຍຫລາຍກວ່າລິ່ນໂຕໃຫຍ່ ເຮັດໃຫ້ລິ່ນທີ່ມີນໍ້າໜັກຫລຸດ 3 ກິໂລ ມີລາຄາ 500,000 ກີບຕໍ່ກິໂລ, ແລະລິ່ນທີ່ມີນໍ້າໜັກເກີນກວ່າ 3 ກິໂລ ມີລາຄາ 300,000 ກີບຕໍ່ກິໂລ. ສ່ວນລາຄາເກັດລິ່ນ ພໍ່ຄ້າຈີນຈະໃຫ້ສູງກວ່າວຽດນາມ ຄືສົ່ງໄປຈີນຈະໄດ້ກິໂລລະ 3 ລ້ານປາຍຫາ 4 ລ້ານກີບ.

ດັ່ງພໍ່ຄ້າຮັບຊື້ເກັດລິ່ນ ອີກຜູ້ນຶ່ງເວົ້າໃນມື້ດຽວກັນນີ້ວ່າ:

“ມັນຈະມີຢູ່ 2 ຕລາດນະ ຕລາດນຶ່ງມັນຈະເອົາແຕ່ເກັດ ຕລາດນຶ່ງມັນຈະເອົາໂຕເອົາໂຕເປັນເລີຍ ຕລາດຕ້ອງການຕົວນ້ອຍ ເຂົາເອົາໄປຈີນ ເພາະຕົວນ້ອຍມັນຈະໄດ້ລາຄາ, ວຽດ ຈະເປັນເກັດມັນ ຊ່ວງໃດຫັ້ນນ່າ ຄົນຈີນເອົາແພງເຮົາກໍສົ່ງໄປຈີນ ຄັນວຽດເອົາແພງເຮົາກໍສົ່ງໄປວຽດ.”

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຂແນງກະສິກັມ ແລະປ່າໄມ້ ແຂວງອຸດົມໄຊ ກ່າວຕໍ່ວິທຍຸເອເຊັຍເສຣີວ່າ ໃນໄລຍະໂຄວິດ-19 ຣະບາດ ການລັກລອບຄ້າລິ່ນ ໄດ້ຫລຸດລົງ ແຕ່ກ່ອນໂຄວິດ-19 ຣະບາດ ອຸດົມໄຊ ເປັນແຂວງນຶ່ງ ທີ່ມີການກວດກາ ແລະສາມາດຈັບຜູ້ລັກລອບຄ້າລິ່ນ ເປັນໂຕໄດ້ ຍ້ອນເປັນແຂວງທີ່ຕ້ອງໄດ້ຜ່ານໄປແຂວງຫລວງນໍ້າທາ ຊຶ່ງເປັນຈຸດໝາຍ. ທີ່ຜ່ານມາ ຈະກວດພົບການລັກລອບຄ້າລິ່ນທີ່ຍັງເປັນ ຫລາຍກວ່າເປັນຊິ້ນສ່ວນຂອງລິ່ນ.

“ເຮົາບໍ່ກວດພົບເຫັນ ຫຍັງຊ່ວງນີ້ນ່າ ໄລຍະຕັ້ງແຕ່ໂຄວິດມານີ້ຍັງບໍ່ທັນສັງເກດເຫັນ ກ່ຽວກັບໂຕລິ່ນບໍ່ທັນເຫັນບໍ່ທັນມີ ສ່ວນຫລາຍເປັນໂຕ ເປັນໂຕຍັງມີຊີວິດ ເພາະປີກ່ອນໂຄວິດມາເຂົາເຈົ້າຍຶດໄດ້ ແລ້ວເຂົາເຈົ້າກໍໄປປ່ອຍຄືນ ຕົວປະເພດທີ່ເປັນຊິ້ນສ່ວນນີ້ບໍ່ຄ່ອຍເຫັນເທື່ອ.”

ເວົ້າເຖິງແນວທາງການປ້ອງກັນ ແລະແກ້ໄຂບັນຫາການລັກລອບຄ້າລິ່ນ ແລະສັດປ່າອື່ນໆ ເຈົ້າໜ້າທີ່ທ່ານນີ້ເວົ້າວ່າ ທາງຜແນກກະສິກັມ ແລະປ່າໄມ້ ໄດ້ຮ່ວມມືກັບໜ່ວຍງານທີ່ກ່ຽວຂ້ອງ ເປັນຕົ້ນຮ່ວມມືກັບຕໍາຣວດ ແລະພາສີເປັນຫລັກ ຍ້ອນເປັນໜ່ວຍງານ ທີ່ມີກໍາລັງໃນການກວດກາ ແລະມີການຕັ້ງຈຸດກວດກາຕາມເສັ້ນທາງ ຫລາຍແຫ່ງ. ນອກຈາກນີ້ ທາງການຍັງໄດ້ຮັບທຶນ ຈາກກອງທຶນສັດປ່າໂລກ ຫລື WWF Laos ທີ່ໃຫ້ທຶນສນັບສນູນໃນການກວດກາຕລາດ, ຮ້ານອາຫານ, ບ້ານພັກ-ໂຮງແຮມ ແລະເຮັດໂພສເຕີ ແຜ່ນພັບໃຫ້ໂຮງຮຽນ, ໃຫ້ບ້ານປະຊາຊົນ ແລະຈຸດກວດກາຕ່າງໆ ເພື່ອໃຫ້ຄວາມຮູ້ກ່ຽວກັບຜົລຮ້າຍຈາກການລັກຄ້າສັດປ່າ ແລະກົດໝາຍຕ້ານການລັກລອບຄ້າສັດປ່ານໍາດ້ວຍ.

ເຖິງແມ່ນວ່າ ເຈົ້າໜ້າທີ່ຈະບໍ່ກວດພົບການລັກລອບຄ້າສັດປ່າຫລາຍ ແຕ່ກໍຍັງມີການລັກລອບຊື້ຂາຍກັນຢູ່ທາງສື່ສັງຄົມອອນລາຍ ຍ້ອນທາງການລາວຍັງບໍ່ມີໜ່ວຍງານ ທີ່ຮັບຜິດຊອບເຣື່ອງນີ້.

ດັ່ງເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງຄໍາມ່ວນນາງນຶ່ງ ກ່າວໃນມື້ວັນທີ 23 ກຸມພານີ້ວ່າ:

นหน่วย“ບໍ່! ບໍ່. ບໍ່ມີ ທາງອອນລາຍນ໌ ເພາະວ່າເພິ່ນບໍ່ໄດ້ເຮັດແນວນັ້ນ ເພິ່ນຍັງບໍ່ສ້າງເດ້ ທາງອອນລາຍນ໌ ດຽວນີ້ເພິ່ນກໍາລັງສຶກສາ ອິຫຍັງຢູ່.”

ກ່ຽວກັບຜົລຮ້າຍ ຈາກການລັກລອບລ່າ ແລະຄ້າຂາຍລິ່ນນີ້ ນັກອະນຸຮັກສັດປ່າທ່ານນຶ່ງກ່າວວ່າ ຈະເຮັດໃຫ້ຄວາມສົມດູນ ຂອງທັມມະຊາຕ ບໍ່ດີປານໃດ ແລະເຖິງແມ່ນວ່າ ລາວຈະເປັນປະເທດ ສະມາຊິກອານຸສັນຍາ ສາກົນວ່າດ້ວຍການຄ້າສັດປ່າ ແລະພືດພັນທີ່ຫາຍາກ, ໃກ້ຈະສູນພັນ ຫລື CITES ມາແຕ່ປີ 2004 ພຸ້ນແລ້ວກໍຕາມ ແຕ່ຍັງມີບັນຫາ ທີ່ທາງການລາວຍັງແກ້ໄຂ ບໍ່ທັນຕົກເທື່ອ ເປັນຕົ້ນ ບັນຫາການລັກລອບຄ້າສັດປ່າ.

“ໄດ້ພະຍາຍາມເຕັມທີ່ ໃນການປະຕິບັດຕາມສົນທິສັນຍາ ໄຊເຕັສຫັ້ນແຫລະ ແຕ່ກໍຍັງມີບາງບັນຫາທີ່ແກ້ບໍ່ຕົກຄືກັນ ໂດຍສະເພາະກໍແມ່ນບັນຫາ ລັກລອບຄ້າສັດປ່ານີ້ແຫລະ ກໍຍັງມີຢູ່ ເຖິງວ່າຣັຖບານ ພະຍາຍາມປາບປາມ ແຕ່ກໍຍັງມີຍັງເຫັນຢູ່.”

ທ່ານເວົ້າຕື່ມວ່າ ນອກຈາກການຮ່ວມມື ກັບອົງການຈັດຕັ້ງສາກົນ ດ້ານການອະນຸຮັກສັດປ່າແລ້ວ ທາງການລາວ ກໍຄວນບັງຄັບໃຊ້ກົດໝາຍ ໃຫ້ມີປະສິດທິພາບສູງຂຶ້ນກວ່າເກົ່າ ເພື່ອປາບປາມ ແລະປ້ອງກັນການລັກລອບຄ້າຂາຍສັດປ່າ ຮວມທັງທີ່ຈະເກີດຂຶ້ນໃນອະນາຄົດນໍາດ້ວຍ.

ໃນທົ່ວໂລກ ມີລິ່ນຢູ່ 8 ສາຍພັນ. ສ່ວນຢູ່ລາວ ແມ່ນພົບລິ່ນ 2 ສາຍພັນ ຄືລິ່ນງົວ (Sunda Pangolin) ແລະລິ່ນຄວາຍ (Chinese Pangolin) ຊຶ່ງທັງ 2 ສາຍພັນນີ້ ແມ່ນຢູ່ໃນບັນຊີສັດນໍ້າ ແລະສັດປ່າປະເພດຫວງຫ້າມ (ບັນຊີ 1) ຂອງ ສປປລາວ ແລະຍັງເປັນສັດປ່າໃນບັນຊີແດງ (Red List) ຄືເປັນສັດ ທີ່ມີຄວາມສ່ຽງທີ່ຈະສູນພັນ ຂອງສະຫະພາບສາກົນ ເພື່ອການອະນຸຮັກທໍາມະຊາດ ແລະຊັພຍາກອນທໍາຊາດ ຫລື IUCN ນໍາດ້ວຍ.

IUCN ຣາຍງານໂດຍຄາດວ່າ ໃນຣະຫວ່າງປີ 1960 ຫາປີ 1990 ຈໍານວນລິ່ນທີ່ມີຢູ່ໃນປະເທດລາວ ຫລຸດລົງເຖິງ 90% ຍ້ອນການລ່າລິ່ນເພື່ອບໍຣິໂພກ ແລະເພື່ອການຄ້າທີ່ຫລວງຫລາຍເກີນໄປ.