ຊາວບ້ານ ຢູ່ຊຽງຂວາງ ເປັນຫ່ວງຜົນກະທົບ ສ້າງເຂື່ອນໄຟຟ້າ ນ້ຳເນີນ 1
2023.03.08

ບໍຣິສັດ ຄອງຊັບພັທນາເຂື່ອນໄຟຟ້າ ນໍ້າເນີນ 1 ແລະ ນໍ້າເນີນ 3 ຈໍາກັດ ຂອງນັກລົງ ທຶນວຽດນາມ ຕຣຽມຈະກໍ່ສ້າງເຂື່ອນໄຟຟ້ານໍ້າເນີນ 1 ຂນາດ 124 ເມກາວັດ ຊຶ່ງຈະເລີ່ມຮ່າງສັນຍາຮັບເໝົາກໍ່ສ້າງໃນໄວໆນີ້. ຊາວບ້ານຜູ້ນຶ່ງຢູ່ບ້ານພຽງຮຸ່ງ ເມືອງໜອງແຮດ ແຂວງຊຽງຂວາງ ເວົ້າຕໍ້ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ມີນານີ້ວ່າ ປະຊາຊົນ ບ້ານພຽງຮຸ່ງ ປະມານ 100 ຄອບຄົວ ທີ່ຈະໄດ້ຮັບຜົລກະທົບ ຈາກໂຄງການເຂື່ອນໄຟຟ້າ ນໍ້າເນີນ 1 ຕ່າງກໍກັງວົນໃຈຫລາຍ ທີ່ຈະຖືກໃຫ້ໂຍກຍ້າຍ ອອກຈາກບ້ານເກົ່າ ຍ້ອນບໍ່ຢາກໂຍກຍ້າຍ ອອກໄປຢູ່ເຂດອື່ນ ແລະຈະບໍ່ມີທີ່ດິນທໍາກິນຄືເກົ່າ.
“ຂະເຈົ້າເວົ້າຢູ່ວ່າ ເຂົາຕຽມໄດ້ຍ້າຍ ຍ້າຍຢູ່ທາງລຸ່ມຫັ້ນ ຍ້າຍໝົດຫັ້ນນ່າ ເຂົາກະມາຊອກບ່ອນເຮືອນໃໝ່ ເພາະວ່າບໍ່ມີບ່ອນເຮືອນ ຫຍຸ້ງຍາກຫັ້ນແຫລະ ແຕ່ກະບໍ່ຢາກຍ້າຍ ຂະເຈົ້າກະເລີຍວ່າຈໍາເປັນ.”
ພ້ອມດຽວກັນນັ້ນ ຊາວບ້ານອີກຜູ້ນຶ່ງກໍເວົ້າວ່າ ໄລຍະຜ່ານມາ ເຫັນບໍຣິສັດຜູ້ລົງທຶນ ເຂົ້າມາປະເມີນຜົລກະທົບ ດ້ານສິ່ງແວດລ້ອມ ແລະສັງຄົມ ແລະບອກໃຫ້ຮູ້ພຽງແຕ່ວ່າ ຈະໂຍກຍ້າຍຊາວບ້ານ ອອກຈາກບ້ານເກົ່າ ໄປຢູ່ບ້ານຈັດສັນໃໝ່, ແຕ່ຣາຍລະອຽດ ຮວມທັງການອອກແບບເຮືອນຈັດສັນ, ການຈ່າຍເງິນຄ່າຊົດເຊີຍ ແລະການຟື້ນຟູຊີວິດ ການເປັນຢູ່ ຂອງຊາວບ້ານນັ້ນ ຊາວບ້ານຍັງບໍ່ທັນຮູ້ເທື່ອ.
“ກະຢາກໃຫ້ເຂົາຊ່ວຍເບິ່ງ ອັນສະເພາະການຊົດເຊີຍນີ້ ເພາະວ່າເຂື່ອນໄຟຟ້າ ເຂົາຢາກໃຫ້ໜ້ອຍນຶ່ງ ຢ້າຊິມີຜົນກະທົບ ອັບປໂຍດໃຫ້ປະຊາຊົນນີ້ນ່າ.”
ບໍຣິສັດຜູ້ພັທນາໂຄງການ ມີແຜນທີ່ຈະເລີ່ມທົດແທນ ຄ່າເສັຽຫາຍ, ການຈັດສັນບ່ອນຢູ່ ແລະຟື້ນຟູຊີວິດການເປັນຢູ່ຂອງຊາວບ້ານ ບ້ານພຽງຮຸ່ງ ປະມານ 100 ຄອບຄົວ ທີ່ຈະໄດ້ຮັບຜົລກະທົບ ຈາກໂຄງການສ້າງເຂື່ອນໄຟຟ້າ ນໍ້າເນີນ 1 ນັ້ນ ແຕ່ຍັງບໍ່ທັນມີການເປີດເຜີຍ ມູນຄ່າການຊົດເຊີຍ ແລະແຜນການໂຍກຍ້າຍ ປະຊາຊົນນັ້ນຢ່າງລະອຽດ ເທື່ອ. ເຈົ້າໜ້າທີ່ຜແນກ ຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ແຂວງຊຽງຂວາງ ກ່າວຕໍ່ວິທຍຸເອເຊັຽເສຣີ ເຖິງເຣື່ອງການກໍ່ສ້າງ ເຂື່ອນໄຟຟ້ານໍ້າເນີນ 1 ຂອງບໍຣິສັດຄອງຊັບ ພັທນາເຂື່ອນໄຟຟ້ານໍ້າເນີນ 1 ແລະນໍ້າເນີນ 3 ຈໍາກັດວ່າ ເຣື່ອງນີ້ແມ່ນຂັ້ນສູນກາງ ເປັນຜູ້ດໍາເນີນການທັງໝົດ, ບໍ່ໄດ້ຜ່ານໜ່ວຍງານຂອງແຂວງ ຊຽງຂວາງ ທັງໃນເຣື່ອງສັນຍາການສຶກສາ ຄວາມເປັນໄປໄດ້ ຂອງໂຄງການ, ສັນຍາຮັບເໝົາກໍ່ສ້າງ, ການປະເມີນຜົນກະທົບ ດ້ານສິ່ງແວດລ້ອມ ແລະສັງຄົມ ແມ່ນທາງບໍຣິສັດ ເປັນຜູ້ດໍາເນີນການເອງທັງໝົດ. ທ່ານກ່າວວ່າ ສະພາບໂຕຈິງ ຜົລກະທົບດ້ານສິ່ງແວດລ້ອມ ແລະສັງ ຄົມ ຈາກໂຄງການເຂື່ອນນໍ້າເນີນ 1 ແມ່ນຂ້ອນຂ້າງຫລາຍສົມຄວນ ເນື່ອງຈາກຈະເຮັດໃຫ້ປ່າໄມ້ ໃນເຂດນັ້ນ ຖືກນໍ້າຖ້ວມຫລາຍ ແລະອັນສໍາຄັນ ຈະມີຊາວບ້ານຢູ່ບ້ານພຽງຮຸ່ງ ເມືອງໜອງແຮດ ໄດ້ຮັບຜົລກະທົບ, ຖືກໃຫ້ໂຍກຍ້າຍອອກໄປຢູ່ເຂດອື່ນ ແລະດິນທໍາການກະເສດ ກໍຈະບໍ່ມີພຽງພໍ ທີ່ຈະບຸກເບີກແທນໃຫ້ຊາວບ້ານ ແລະເຣື່ອງການໂຍກຍ້າຍ ຊາວບ້ານ ກໍຈະຕ້ອງມີແຜນການທີ່ຈະແຈ້ງ ທັງເຣື່ອງເຮືອນຈັດສັນ, ການຈ່າຍເງິນຊົດເຊີຍ, ການບຸກເບີກທີ່ດິນປູກຝັງ ແລະແຜນການຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນ ທີ່ຢ່າງໜ້ອຍຈະຕ້ອງໄດ້ໃຊ້ເວລາ 3 ປີ. ມາຮອດມື້ນີ້ ກໍຍັງບໍ່ທັນເຫັນບໍຣິສັດ ຜູ້ພັທນາໂຄງການ ມາຊີ້ແຈງຣາຍລະອຽດໃຫ້ຮູ້ເທື່ອ, ເຣື່ອງນີ້ຍັງມີຄວາມຫຍຸ້ງຍາກ.
ດັ່ງທີ່ທ່ານກ່າວວ່າ:
“ກະມີຄວາມຫຍູ້ງຍາກຢູ່ ເພາະວ່າກໍຍັງບໍ່ທັນໄດ້ໄປເບິ່ງໂຕຈິງ ວ່າມັນຊິລະດັບສໍ່າໃດ ມັນຊິໄດ້ເວົ້າເຣື່ອງປະຊາຊົນໂຍກຍ້າຍຫັ້ນ ຈັດສັນບ່ອນໃໝ່ຫັ້ນນ່າ ມັນຕ້ອງໄດ້ລົມກັນລະອຽດເນາະ.”
ເຈົ້າໜ້າທີ່ ຜແນກພະລັງງານ ແລະບໍ່ແຮ່ ແຂວງຊຽງຂວາງ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ບໍຣິສັດຄອງຊັບພັທນາ ເຂື່ອນໄຟຟ້ານໍ້າເນີນ 1 ແລະນໍ້າເນີນ 3 ຈໍາກັດຂອງນັກລົງທຶນວຽດນາມ ເຂົ້າມາລົງທຶນໃນຂແນງພະລັງງານ ຫລາຍໂຄງການ ຢູ່ແຂວງຫົວພັນ ແລະແຂວງຊຽງຂວາງ ເພື່ອສົ່ງກະແສໄຟຟ້າ ອອກໄປວຽດນາມ ຮວມທັງຈາກເຂື່ອນໄຟຟ້າ ນໍ້າເນີນ 1 ແລະນໍ້າເນີນ 3 ທີ່ຢູ່ໃນຂັ້ນຕອນ ຂອງການຕຣຽມຄວາມພ້ອມໃນການກໍ່ສ້າງ.
“2 ເຂື່ອນເຮົານີ້ ຖືວ່າກໍາລັງຈັດຕັ້ງປະຕິບັດຢູ່ ເຊັນສັນຍາກັບວຽດນາມແລ້ວ ຍັງມີຫລາຍໂຄງການຢູ່ ເພິ່ນໄດ້ເຊັນສັນຍາ ຄຸ້ມຄອງແລ້ວ ແຕ່ວ່າເພິ່ນຍັງບໍ່ທັນຈັດຕັ້ງ ປະຕິບັດ ກະຍັງມີຫລາຍ ນໍ້າເນີນກະ 2, ສາມໂຄງການແຫລະ.”
ເຂື່ອນໄຟຟ້ານໍ້າເນີນ 1 ຂນາດ 124 ເມກະວັດ ຕັ້ງຢູ່ຕອນເທິງ ຂອງສາຍນໍ້າເນີນ, ຫ່າງຈາກບ້ານພຽງຮຸ່ງໄປປະມານ 4 ກິໂລແມັດ, ຫ່າງຈາກຊາຍແດນວຽດນາມ ປະມານ 3 ກິໂລແມັດ, ເປັນເຂື່ອນທີ່ມີອ່າງກັກເກັບນໍ້າ ໃນເນື້ອທີ່ 3,764 ກິໂລຕາແມັດ, ເປັນ ເຂື່ອນເບຕົງອັດແໜ້ນ, ມີຄວາມສູງ 133 ແມັດ ແລະໂຕເຂື່ອນຍາວ 520 ແມັດ, ມູນຄ່າການລົງທຶນກໍ່ສ້າງ ປະມານ 300 ລ້ານໂດລ້າຣ໌ສະຫະຣັຖ.
ໂຄງການເຂື່ອນໄຟຟ້າ ນໍ້າເນີນ 1 ເປັນນຶ່ງໃນຫລາຍໂຄງການ ການຮ່ວມມືພັທນາໂຄງການ ໄຟຟ້າ ຂອງວຽດນາມ ຢູ່ປະເທດລາວ, ເປັນເຂື່ອນເຊື່ອມຕໍ່ ລະບົບສາຍສົ່ງ ແລະການຊື້-ຂາຍ ພະລັງງານ ລະຫວ່າງ 2 ປະເທດ ລາວ ແລະວຽດນາມ ຊຶ່ງໄດ້ເຊັນສັນ ຍາຮ່ວມກັນໃນປີ 2021 ທີ່ກຸງຮ່າໂນ່ຍ ຊຶ່ງລາວມີແຜນທີ່ຈະສົ່ງກະແສໄຟຟ້າ ຂາຍໃຫ້ວຽດ ນາມ ປະມານ 3,000 ຫາ 5,000 ເມກະວັດ ໃນໄລຍະປີ 2020-2030.