ເຣື້ອງທີ່ເກັບບັນທຶກໄວ້
2022-10-18
ການເຮັດທຸຣະກິຈ ລ້ຽງງົວຢູ່ລາວ ເພື່ອສົ່ງຂາຍໃຫ້ຈີນ ບໍ່ໄດ້ຕາມມາຕຖານ ທີ່ທາງການກໍານົດ ຍ້ອນບໍ່ມີທຶນ, ເຮັດໃຫ້ ສປປ ລາວ ບໍ່ສາມາດສົ່ງອອກງົວ ໄປຈີນໄດ້ຕາມເປົ້າໝາຍ ທີ່ກໍານົດ ຄື 500,000 ໂຕຕໍ່ປີ ຂະນະທີ່ຜູ້ລ້ຽງງົວ ຊາວລາວ ກັງວົນວ່າ ນາຍທຶນຈີນ ທີ່ມີທຶນຫຼາຍ ອາຈເຂົ້າມາ ດຳເນີນທຸຣກິຈນີ້ ແທນຄົນລາວ.
2022-10-17
ລາຄາພືດຜັກ ແພງຂຶ້ນຢ່າງຕໍ່ເນື່ອງ ເພາະວ່າ ຕົ້ນທຶນການຜລິຕ ທີ່ເພີ່ມຂຶ້ນສູງ ທີ່ມີສາຍເຫດ ມາຈາກ ສະພາບເງິນກີບອ່ອນຄ່າລົງ ຍິ່ງໄປກວ່ານັ້ນ ການທີ່ປະເທດລາວ ເພິ່ງພາການນຳເຂົ້າ ເກືອບທຸກຢ່າງ ກໍເປັນປັດຈັຍນຶ່ງ ທີ່ເຮັດໃຫ້ສິນຄ້າແພງຂຶ້ນ.
2022-10-17
ພນັກງານຣັຖກອນ ແລະ ເອກຊົນ ຜູ້ຫາເຊົ້າກິນຄໍ່າ ແລະ ເພິ່ງເງິນເດືອນ ເປັນຫລັກ ແມ່ນໄດ້ຮັບຜົລກະທົບ ຢ່າງໜັກໜ່ວງ ຈາກອັດຕຣາເງິນເຟີ້ສູງ ແລະ ສະພາບເງິນກີບ ອ່ອນຄ່າລົງ ໃນໄລຍະນີ້ ຈຶ່ງເຮັດໃຫ້ຫຼາຍໆຄອບຄົວຕ້ອງໄດ້ປັບໂຕ ເພື່ອປະຄັບປະຄອງຊີວິຕ ໃຫ້ຜ່ານພົ້ນວິກິຕນີ້.
2022-10-15
ຄ່າຄອງຊີພສູງ, ຄ່າແຮງງານຕ່ຳ ເຮັດໃຫ້ ຄົນງານລາວ ເລືອກໄປເຮັດວຽກ ຢູ່ໄທຍ ຫຼາຍກວ່າ ປະເທດອື່ນ.
2022-10-14
ຕລາດແຮງງານ ເກົາຫລີໃຕ້ ເປີດໂອກາດ ໃຫ້ຄົນງານລາວ ເຂົ້າໄປເຮັດວຽກ ຫຼາຍຂຶ້ນ ເພື່ອແກ້ໄຂຄວາມຫຍຸ້ງຍາກ ດ້ານເສຖກິຈ ອັດຕຣາການຫວ່າງງານ ແລະ ຊ່ອຍຄອບຄົວ ໃຫ້ມີລາຍຮັບ ທີ່ດີຂຶ້ນພ້ອມທັງຍົກລະດັບ ທັກສະສີມີແຮງງານ.
2022-10-14
ຊາວບ້ານຄອບຄົວນຶ່ງ ຢູ່ເມືອງບໍຣິຄັນ ແຂວງບໍຣິຄໍາໄຊ ຮ້ອງຂໍຄວາມເປັນທັມ ຈາກຂັ້ນຣັຖບານ ຍ້ອນຖືກເຈົ້າໜ້າທີ່ ທະຫານ ແຂວງບໍຣິຄໍາໄຊ ຍຶດເອົາທີ່ດິນໄປຂາຍ ແລະຖືກສານຕັດສິນ ໃຫ້ເປັນຜູ້ບໍ່ຊະນະຄະດີ.
2022-10-12
ປະເທດລາວ ຂາດດຸນການຄ້າ ປະຈໍາເດືອນກັນຍາ ທີ່ຜ່ານມາ 233 ລ້ານ ໂດລ້າຣ໌ ສະຫະຣັຖ ຄືສູງທີ່ສຸດໃນຮອບປີ, ມູນຄ່າການນາໍເຂົ້າ ສິນຄ້າຂອງລາວ ປະຈໍາເດືອນກັນຍານີ້ ຢູ່ທີ່ 689 ລ້ານໂດລ້າຣ໌ ສະຫະຣັຖ ແລະການສົ່ງອອກ ຢູ່ທີ່ 456 ລ້ານໂດລ້າຣ໌ ສະຫະຣັຖ.
2022-10-11
ຄົນງານປະມົງລາວ ພາຍຫຼັງຖືກຈັບ ຢູ່ມາເລເຊັຽ ແລ້ວຕໍ່ມາ ກໍຂາດການຕິດຕໍ່ ກັບຄົນພາຍນອກ ທາງຄອບຄົວ ຈຶ່ງຮຽກຮ້ອງ ຂໍຄວາມຊ່ອຍເຫຼືອ ເພາະເປັນຫ່ວງ ບໍ່ຮູ້ວ່າ ການຖືກຈັບໂຕໄປນັ້ນ ແມ່ນຍ້ອນຫຍັງແທ້ ແລະ ຍັງມີຊີວິຕ ຢູ່ຫຼືບໍ່.
2022-10-07
ບັນຫາ ອາຊຍາກັມ ທີ່ພົວພັນກັບຄົນຈີນ ເກີດຂຶ້ນຫຼາຍ ຢູ່ປະເທດລາວ ແລະ ມີເຈົ້າໜ້າທີ່ ໃນເຄື່ອງແບບຈຳນວນນຶ່ງ ເຂົ້າໄປກ່ຽວຂ້ອງ ຊຶ່ງມັກກ່ຽວຂ້ອງກັບທຸຣກິຈ ເຮັດໃຫ້ເກີດ ຄະດີຄາຕກັມ ຄົນຈີນເກີດຂຶ້ນຕໍ່ເນື່ອງ.
2022-10-07
ຊາວບ້ານທີ່ພາ ຍາຕິພີ່ນ້ອງທີ່ເດີນທາງ ມາຈາກຕ່າງປະເທດ ຖືກເຈົ້າໜ້າທີ່ ຕຳຣວດທ່ອງທ່ຽວກ່າວຫາວ່າ ເປັນການນຳທ່ຽວທີ່ຜິດກົດໝາຍ ຫຼືໄກ໋ດ໌ເຖືອນ ຈຶ່ງຖືກປັບໃໝ ຂະນະທີ່ ກະຊວງຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ໃຫ້ຂໍ້ມູນວ່າ ການນຳຍາຕພີ່ນ້ອງ ທ່ຽວຕາມສະຖານທີ່ ທ່ອງທ່ຽວຕ່າງ ໃນລາວ ບໍ່ຖືວ່າຜິດກົດໝາຍ ແລະບໍ່ຈຳເປັນຕ້ອງສແດງຫຼັກຖານ ການເປັນພີ່ນ້ອງ.
2022-10-07
ຣັຖບານລາວ ຜ່ອນຜັນມາຕການ ແລະເງືອນໄຂ ທີ່ເຮັດໃຫ້ ການເຂົ້າ-ອອກ ປະເທດ ເປັນເຣື່ອງຫຍຸ້ງຍາກ ໃນເມື່ອກ່ອນ ມາຕອນນີ້ ຣັຖບານລາວ ໄດ້ຍົກເລີກເງືອນໄຂ ເຫຼົ່ານັ້ນແລ້ວ ແຕ່ດ່ານບໍ່ເຕັນ ແຂວງຫຼວງນ້ຳທາ ຍັງງຽບເຫງົາ ເພາະຈີນ ຍັງດຳເນີນມາຕການ ໂຄວິດເປັນສູນຢູ່.
2022-10-07
ຮອງນາຍົກຣັຖມົນຕຣີ ແລະຣັຖມົນຕຣີ ກະຊວງສາທາຣະນະສຸຂ ຂອງໄທຍ ປະຊຸມກັບ ຣັຖມົນຕຣີກະຊວງໂຍທາທິການ ແລະຂົນສົ່ງ ຂອງລາວ ຫາລືໂຄງການ ເຊື່ອມຕໍ່ເສັ້ນທາງ ຣົຖໄຟລາວ-ໄທຍ ເພື່ອການຂົນສົ່ງສິນຄ້າ ລະຫວ່າງ 2 ປະເທດ ດ້ວຍລະບົບ ທາງຣົຖໄຟ.
2022-10-07
ເງິນກີບເຟີ້ ຢ່າງຕໍ່ເນື່ອງ ໃນເດືອນກັນຍາຜ່ານມາ ເພີ່ມຂຶ້ນເປັນ 34.0% ທຽບໃສ່ເດືອນດຽວກັນ ຂອງປີທີ່ແລ້ວ ເປັນສາເຫດໃຫຍ່ ທີ່ເຮັດໃຫ້ລາຄາສິນຄ້າ ທຸກຢ່າງແພງຂຶ້ນຫລາຍ ດັນໃຫ້ຄ່າຄອງຊີພສູງ, ປະຊາຊົນເດືອດຮ້ອນ ຂະນະທີ່ທາງການລາວ ຍັງບໍ່ມີແນວທາງ ແກ້ໄຂບັນຫາ ຢ່າງເປັນຮູບປະທັມ.
2022-10-06
ບໍຣິສັດຈີນ ທີ່ບໍຣິການ ຈັດເກັບເງິນຄ່າຝາກຣົຖ ຢູ່ສະຖານີຣົຖໄຟລາວ-ຈີນ ນະຄອນຫຼວງວຽງຈັນ ໃຊ້ລະບົບຈັບເວລາ ຣົຖທຸກຄັນ ທີ່ເຂົ້າ-ອອກສະຖານີ ທີ່ໃຊ້ເວລາກາຍ 10 ນາທີຂຶ້ນໄປ ຕ້ອງໄດ້ເສັຽຄ່າ ບໍຣິການ ອີງຕາມປະເພດຣົຖ ຂະນະທີ່ຫຼາຍຄົນເຫັນວ່າ ເປັນເຣື່ອງເອົາປຽບ ຜູ້ໃຊ້ບໍຣິການເກີນໄປ.
2022-10-06
ເພື່ອແກ້ໄຂ ບັນຫາຄົນວ່າງງານ ທາງພາກສ່ວນທີ່ກ່ຽວຂ້ອງ ໄດ້ວາງແຜນ ຝຶກອົບຮົມ ເພື່ອພັທນາ ສີມີແຮງງານ ໂດຍໃນປັດຈຸບັນ ອັດຕຣາການວ່າງງານ ສູງເຖິງ 19.51% ຂະນະທີ່ຫຼາຍຄົນ ເຫັນວ່າ ການອົບຮົມ ສີມືແຮງງານ ຍາກຈະປະສົບຜົລສຳເຣັດ ເພາະຂາດງົບປະມານ ແລະບຸກຄະລາກອນ ທີ່ມີຄຸນນະພາບ.