ພນັກງານ ທີ່ຫາເຊົ້າກິນຄ່ຳ ຕົກເປັນເຫຍື່ອ ເງີນກີບເຟີ້
2022.10.17

ພນັກງານຣັຖກອນ ແລະ ພນັກງານຣັຖເອກຊົນ ທີ່ຜູ້ຫາເຊົ້າ-ກິນຄໍ່າ ແລະ ເພິ່ງເງິນເດືອນເປັນຫລັກ ແມ່ນໄດ້ຮັບຜົລກະທົບ ຢ່າງໜັກໜ່ວງ ຈາກອັດຕຣາເງິນເຟີ້ສູງ ແລະ ສະພາບເງິນກີບ ອ່ອນຄ່າລົງ ໃນໄລຍະນີ້ ເຮັດໃຫ້ພນັກງານ ຈຳນວນເຫລົ່ານັ້ນ ຕ້ອງປັບປ່ຽນ ວິຖີດຳເນີນຊີວິຕໃໝ່ ເພື່ອເຮັດໃຫ້ລາຍຮັບ ແຕ່ລະເດືອນ ສອດຄ່ອງ ກັບລາຍຈ່າຍໂຕຈິງ.
ດັ່ງ ພນັກງານຣັຖກອນຜູ້ນຶ່ງ ໃນແຂວງຈຳປາສັກ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 17 ຕຸລານີ້ວ່າ:
“ພະເຊີນຫັ້ນແລ້ວເນາະ ຄ່າໃຊ້ຈ່າຍ ຄ່າຄອງຊີບກະແພງຫັ້ນແລ້ວ ກະແມ່ນໄດ້ຖືເຂົ້າໄປກິນກັບ ຫ້ອງການເລີຍ ຄັນທຽບໃສ່ ເງິນເດືອນເຮົາ ມັນກະບໍ່ໄດ້ຫັ້ນແຫລະ ມັນກະບໍ່ພໍວ່າຊັ້ນສາ, ສ່ວນໃຫຍ່ແມ່ນອາສັຍ ແຕ່ເງິນເດືອນຢ່າງດຽວ ຄືປຣິນຍາຕຣີ ເຮົາກະໄດ້ແຕ່ ລ້ານແປດ, ລ້ານເກົ້າຫັ້ນນ່າ ບາດນີ້ຄ່າໃຊ້ຈ່າຍຊື້ກິນ ຊື້ຢາກແຕ່ລະມື້ອີກ, ຄ່ານໍ້າມັນທຽວການອີກ.”
ສູນສຖິຕິແຫ່ງຊາຕ, ກະຊວງແຜນການ ແລະ ການລົງທຶນ ໄດ້ຣາຍງານອັດຕຣາເງິນເຟີ້ ຫລ້າສຸດ ເດືອນກັນຍາ 2022 ທີ່ຜ່ານມາວ່າ ຍັງເພີ່ມສູງຂຶ້ນຕໍ່ເນື່ອງ ເຊິ່ງຢູ່ໃນລະດັບ 34.05% ແລະ ຍັງມີທ່າທີ ທີ່ຈະເພີ່ມຂຶ້ນຢ່າງຕໍ່ເນື່ອງ ສົ່ງຜົລໃຫ້ ລາຄາສິນຄ້າ ທຸກໝວດ ມີລາຄາເພີ່ມສູງຂຶ້ນ.
ຂະນະທີ່ຄ່າແຮງງານ ຂັ້ນຕໍ່າໃນລາວ ອີງຕາມແຈ້ງການ ຂອງກະຊວງແຮງງານ ແລະ ສວັດດີການສັງຄົມ ຈະຢູ່ທີ່ 1,200,000 ກີບຕໍ່ເດືອນ ຫລື ປະມານ 70 ໂດລ້າຣ໌ ສະຫະຣັຖ ຕາມອັດຕຣາແລກປ່ຽນ ໄລຍະເດືອນຕຸລາ 2022.
ນອກຈາກນີ້ ອັດຕຣາ ແລກປ່ຽນເງິນກີບ ເມື່ອທຽບໃສ່ເງິນດອນລ້າຣ໌ ສະຫະຣັຖ ແມ່ນອ່ອນຄ່າລົງ 17.28% ແລະ ເງິນກີບທຽບໃສ່ເງິນບາທ ແມ່ນອ່ອນຄ່າລົງ 16.6% ເນື່ອງຈາກ ໄດ້ຮັບຜົລກະທົບ ຈາກການຂຶ້ນດອກເບັ້ຽຂອງທນາຄານກາງ ສະຫະຣັຖ ຫລື FED ເຮັດໃຫ້ເງິນກີບ ອ່ອນຄ່າໜັກ ບວກກັບ ສະພາບເສຖກິຈ ພາຍໃນປະເທດລາວ ບໍ່ເຂັ້ມແຂງປານໃດ.
ພະນັກງານ ຣັຖກອນອີກຜູ້ນຶ່ງ ໃນແຂວງຄຳມ່ວນ ກ່າວວ່າ ປັຈຸບັນ ໄດ້ຮັບເງິນເດືອນ ປະມານ ນຶ່ງລ້ານ ສີ່ແສນປາຍກີບ ຫລືປະມານ 80 ປາຍ ໂດລ້າຣ໌ເທົ່ານັ້ນ ເຊິ່ງລາຍຮັບທີ່ໄດ້ມານັ້ນໜ້ອຍ ເຮັດໃຫ້ບໍ່ພຽງພໍ ໃນການໃຊ້ຈ່າຍຕໍ່ເດືອນ ເນື່ອງຈາກຄ່າຄອງຊີພ ຢູ່ລາວແພງຂຶ້ນຫລາຍເທົ່າໂຕ ໃນໄລຍະນີ້ ໂດຍສະເພາະລາຄານໍ້າມັນ ແລະ ເຄື່ອງອຸປໂພກ, ບໍຣິໂພກ.
ດັ່ງ ພະນັກງານ ຣັຖກອນຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຄືເອື້ອຍນີ້ພັດ ຜົວເອື້ອຍນີ້ພັດ ຍັງເປັນພນັກງານອາສາ ໄດ້ເງິນແຕ່ຫ່ວງດຽວວ່າຊັ້ນສາ, ແລ້ວເງິນເດືອນ ມີແຕ່ ລ້ານສີ່ແສນປາຍ. ມັນກະບໍ່ພໍໄດ້ຈ່າຍປານໃດ, ຄືຮູ້ເນາະ ລາຄາເຄື່ອງກະແພງ.”
ສ່ວນພະນັກງານ ຣັຖກອນອີກຜູ້ນຶ່ງ ໃນແຂວງຫລວງພຣະບາງ ກ່າວວ່າ ພະນັກງານຣັຖກອນ ທີ່ໄດ້ຮັບເງິນເດືອນບໍ່ຮອດ 2 ລ້ານກີບຕໍ່ເດືອນ ຖືວ່າ ເປັນໄລຍະທີ່ ຂ້ອນຂ້າງລຳບາກ ແລະ ຕ້ອງໄດ້ປັບຕົວ ຫລາຍສົມຄວນ, ໃນນັ້ນ ແມ່ນເຮັດອາຫານ ມາກິນຢູ່ຫ້ອງການ ຫລຸດຜ່ອນການຊື້ ເຄຶ່ອງຂອງທີ່ບໍ່ຈຳເປັນລົງ ແລະ ຫລຸດຜ່ອນການການເດີນທາງ ເພື່ອປະຫຍັດນໍ້າມັນ ເຊື້ອງເພີງ.
ຈາກສະພາບ ເສຖກິຈພາຍໃນ ປະເທດລາວ ທີ່ກຳລັງຕົກຕໍ່າແບບນີ້ ກໍຢາກໃຫ້ຣັຖບານລາວ ເລັ່ງຫາແນວທາງແກ້ໄຂບັນຫາ ເສຖກິຈ-ການເງິນ ໃຫ້ກັບມາເປັນປົກກະຕິ ໃຫ້ໄວທີ່ສຸດ ເພື່ອບໍ່ໃຫ້ເກີດຜົລກະທົບ ຮຸນແຮງຕໍ່ພນັກງານຣັຖກອນ ໃນລະດັບຊັ້ນຜູ້ນ້ອຍ.
ດັ່ງ ພນັກງານຣັຖກອນ ຜູ້ນີ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ແມ່ນແຫລະ ກະຫລຸດຜ່ອນຄ່າໃຊ້ຈ່າຍເນາະ ອັນທີ່ບໍ່ຈຳເປັນ ກະຫໍ່ເຂົ້າມາກິນນ່າ ເຄື່ອງໃຊ້ເຄື່ອງສອຍກະໄດ້ຫລຸດຜ່ອນຫັ້ນນ່າ ເພາະວ່າຄ່າຄອງຊີບມັນສູງເດ້, ຣັຖບານ ມີທາງແກ້ໄຂ ກະບໍ່ເຫັນວ່າປ່ຽນ ຕອນນັ້ນກະມີ ກະແສໂຊຊ່ຽວ ຫຍັງອອກມາ ແຕ່ວ່າ ກະບໍ່ມີການປ່ຽນແປງຫຍັງ ຫັ້ນນ່າເນາະ.”
ທາງດ້ານ ພະນັກງານ ຂອງບໍຣິສັດເອກຊົນ ໃນນະຄອນຫລວງວຽງຈັນ ສ່ວນໃຫຍ່ ກໍແມ່ນໄດ້ຮັບເງິນເດືອນຢູ່ປະມານ 2-5 ລ້ານກີບ ເຊິ່ງຖືວ່າ ໄດ້ຫລາຍກວ່າ ພະນັກງານຣັຖກອນ ໃນລະດັບຊັ້ນຜູ້ນ້ອຍ ແຕ່ ພະນັກງານຂອງບໍຣິສັດເອກຊົນ ສ່ວນໃຫຍ່ ກໍຕ້ອງປະເຊີນກັບຄ່າຄອງຊີພ ທີ່ສູງກວ່າຕ່າງແຂວງ ຫລື ເຂດທ້ອງຖິ່ນ.
ພະນັກງານ ຜູ້ນຶ່ງໃນນະຄອນຫລວງວຽງຈັນ ທີ່ເຮັດວຽກ ຢູ່ບໍຣິສັດເອກຊົນ ແຫ່ງນຶ່ງ ກ່າວວ່າ ໄລຍະຜ່ານມາ ໄດ້ເງິນເດືອນປະມານ 2 ລ້ານປາຍກີບ ແຕ່ເງິນເດືອນທີ່ໄດ້ຮັບມານັ້ນ ສາມາດກຸ້ມຢູ່-ກຸ້ມກິນໄດ້ ໂດຍບໍ່ຮູ້ສຶກລຳບາກປານໃດ, ແຕ່ປັຈຸບັນ ເງິນເດືອນ ໃນຈຳນວນດັ່ງກ່າວ ບໍ່ສາມາດກຸ້ມຢູ່ ກຸ້ມກິນ ຕລອດ 1 ເດືອນໄດ້ອີກແລ້ວ.
ນອກຈາກຄ່າຢູ່-ຄ່າກິນ ສ່ວນຕົວແລ້ວ ກໍຍັງມີຄ່າໃຊ້ຈ່າຍເພີ່ມຕື່ມ ຈາກຄົນໃນຄອບຄົວ, ເພີ່ມຂຶ້ນມາອີກ ເປັນຕົ້ນ ຄ່າອຸປກອນ ການຮຽນຂອງລູກ, ຄ່າເຈັບປ່ວຍສຸກເສີນ ກໍເຮັດໃຫ້ເກີດ ຄວາມກັງວົນໃຈຫລາຍ ຢ້ານເກີດບັນຫາໝູນເງິນບໍ່ທັນ ຈົນກາຍເປັນພາຣະ ອັນໜັກໜ່ວງໃຫ້ກັບໂຕເອງ ແລະ ຄອບຄົວ.
ດັ່ງພນັກງານ ຂອງບໍຣິສັດເອກຊົນຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ກະໄດ້ຮັບຜົລກະທົບຢູ່ ຄ່າຄອງຊີບເຮົາມັນກະສູງ ເອື້ອຍຫັ້ນມີແຕ່ເງິນເດືອນ ໄດ້ຫໍ່ເຂົ້າມາກິນແຫລະ ຊື້ກິນບໍ່ໄຫວເອື້ອຍຫັ້ນນ່າ, ບໍ່ໄດ້ເກັບຈັກກີບເລີຍ ບໍ່ໄດ້ຮອດເດືອນຊໍ້ານ່າ ໄດ້ແຕ່ 2 ທິດ 3 ທິດ ກະໝົດແລ້ວເງິນເອຶ້ອຍນ່າ ເອື້ອຍມັນຍາກແດ່ ເພາະສົ່ງລູກຮຽນແນ່ເດ້ ຄ່ານໍ້າມູກ ນໍ້າມັນ, ຄ່າຢູ່, ຄ່າກິນ. ໂອ້....ສາຣະພັດ.”
ພນັກງານ ຂອງບໍຣິສັດເອກຊົນແຫ່ງນຶ່ງ ກ່າວວ່າ ເຖິງແມ່ນວ່າ ຈະໄດ້ຮັບເງິນເດືອນ ປະມານ 5 ລ້ານກີບ ຫລືປະມານ 300 ໂດລ້າຣ໌ ແຕ່ກໍຕ້ອງຮັບພາຣະ ຄ່າໃຊ້ຈ່າຍພາຍໃນຄອບຄົວ ອີກຫລາຍຄົນ ເນຶ່ອງຈາກ ເປັນຄອບຄົວຂນາດໃຫຍ່ ກໍຈະມີຣາຍຈ່າຍຫລາຍດ້ານ ເປັນຕົ້ນຄ່າໃຊ້ຈ່າຍ ຂອງລູກ, ຄ່າອາຫານການກິນ, ເຄຶື່ອງໃຊ້ຈຳເປັນຕ່າງໆ ແລະ ຄ່ານໍ້າມັນເຊື້ອເພີງ ໃນການເດີນທາງ ໄປເຮັດວຽກ ເຊິ່ງກໍຖືວ່າສູງຫລາຍ ໃນໄລຍະນີ້ ເພາະຄ່າຄອງຊີພແພງຂຶ້ນ, ແຕ່ແນວໃດກໍຕາມ ກໍບໍ່ລຳບາກໜັກປານໃດ ເມື່ອທຽບໃສ່ ພນັກງານຣັຖກອນ ຫລື ພນັກງານ ບໍຣິສັດເອກຊົນ ໃນລະດັບຊັ້ນຜູ້ນ້ອຍເຫລົ່ານັ້ນ.
ດັ່ງ ພນັກງານ ທນາຄານຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ມື້ໃດວ່າບໍ່ໄດ້ຈ່າຍປະມານ 5-6 ແສນກີບ ມັນມີຫລາຍອັນເດ້ ຄ່ານົມ ຄ່າເປິ ອັນນີ້ຕ້ອງໃຊ້ປົກຕິເລີຍ ຄັນຖ້າຈະເປັນຄອບຄົວໃຫຍ່ເລີຍ ມັນແຮ່ງມື້ລະລ້ານກີບນີ້ບໍ່ຫລຸດລະ ຊື້ອາຫານການກິນ ນຸ້ນນີ້ນັ້ນ. ເສຖກິຈຈັ່ງຊີ້ ເຮົາກະຕ້ອງໄດ້ຊື້ອາຫານ ກັກຕຸນເຫລັກໆ ນ້ອຍໆ.”
ສຳລັບປັດຈັຍ ແລະ ສາເຫດ ຂອງອັດຕຣາເງິນເຟີ້ ເດືອນກັນຍາ 2022 ທີ່ເພີ່ມສູງຂຶ້ນ ແມ່ນມາຈາກປັດຈັຍພາຍນອກ ຄື ຜົລກະທົບ ຈາກການແຜ່ຣະບາດ ຂອງໂຄວິດ-19 ທີ່ແກ່ຍາວ ແລະ ແຜ່ລາມໄປທົ່ວໂລກ ສົ່ງຜົລເຮັດໃຫ້ ລະບົບເສຖກິຈ ຂອງຫລາຍປະເທດ ມີລັກສະນະຖົດຖອຍ, ສະພາບຄວາມບໍ່ສງົບ ທາງດ້ານການເມືອງ ແລະ ການຂັດແຍ້ງ ທາງການທະຫານ ຂອງປະເທດມະຫາອຳນາດ ໃນໂລກ ເຮັດໃຫ້ຫລາຍປະເທດ ໄດ້ຮັບຜົລກະທົບທາງຕຣົງ ແລະ ທາງອ້ອມ.
ສ່ວນປັດຈັຍ ພາຍໃນປະເທດ ຍ້ອນ ພື້ນຖານການຜລິຕພາຍໃນ ຍັງບໍ່ທັນເຂັ້ມແຂງ ສ່ວນຫລາຍ ແມ່ນການນຳເຂົ້າສິນຄ້າ ຈາກຕ່າງປະເທດ, ລາຄານໍ້າມັນເຊື້ອເພີງ ຍັງມີການເໜັ່ງຕີງ ເພີ່ມສູງຂຶ້ນ ສົ່ງຜົລກະທົບຕໍ່ຄ່າຄອງຊີພ ແລະ ໝວດສິນຄ້າອື່ນໆ, ຍ້ອນຕົ້ນທຶນ ການຜລິຕສິນຄ້າ ແລະ ບໍຣິການເພີ່ມຂຶ້ນ.
ສະພາບອັດຕຣາແລກປ່ຽນ, ການອ່ອນຄ່າຂອງເງິນກີບ ທຽບໃສ່ເງິນຕຣາ ຕ່າງປະເທດ ແມ່ນຍັງອ່ອນຄ່າລົງ ເຮັດໃຫ້ລາຄາສິນຄ້າ ປະເພດນຳເຂົ້າມີລາຄາສູງຂຶ້ນ.
ຂະນະທີ່ອັດຕຣາເງິນເຟີ້ ຂອງລາວ ໄດ້ເພີ່ມສູງຂຶ້ນໃນ 5 ເດືອນທີ່ຜ່ານມາ ຈາກເດືອນພຶສພາ 2022 ຢູ່ໃນລະດັບ 12.81%, ເດືອນມິຖຸນາ 2022 ເພີ່ມຂຶ້ນເປັນ 23.60% ເດືອນກໍຣະກະດາ ເພີ່ມຂຶ້ນເປັນ 25.56% ເດືອນສິງຫາ ເພີ່ມຂຶ້ນເປັນ 30% ແລະ ເດືອນກັນຍາ ເພີ່ມຂຶ້ນເປັນ 34.05% ແລະ ຍັງມີທ່າທີ ຈະເພີ່ມຂຶ້ນຕໍ່ເນື່ອງ.