ເງິນກີບເຟີ້ຕໍ່ເນື່ອງ ກະທົບຜູ້ປະກອບການ ໃນໄລຍະຍາວ ສ່ຽງວິກິຕ
2022.11.14

ສູນສະຖິຕິແຫ່ງຊາຕ ກະຊວງແຜນການ ແລະການລົງທຶນ ໄດ້ຣາຍງານເມື່ອວັນທີ 04 ພຶສຈິກາ 2022 ຜ່ານມາຣະບຸວ່າ ອັດຕຣາເງິນເຟີ້ລວມໃນເດືອນຕຸລາ 2022 ເມື່ອທຽບໃສ່ປີຕໍ່ປີ ຫລື ທຽບໃສ່ເດືອນດຽວກັນ ຂອງປີຜ່ານມາ ຍັງມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ຢູ່ໃນລະດັບ 36.7% ເດືອນກັນຍາ ຜ່ານມາ 34.5% ໂດຍໝວດສິນຄ້າສະບຽງອາຫານເພີ່ມຂຶ້ນ 38.8% ທັງເຂົ້າສານ, ຊີ້ນ, ສັດປີກ ແລະ ອາຫານທະເລ, ໄຂ່, ນໍ້າມັນພືດ, ໝາກໄມ້, ຜັກສົດ. ສ່ວນນໍ້າມັນເຊື້ອເພີງເພີ່ມຂຶ້ນເຖິງ 95.0% ສົ່ງຜົລໃຫ້ຂົນສົ່ງເພີ່ມຂຶ້ນ 58,1% ແລະ ຍັງມີສິນຄ້າ ອີກຫລາຍປະເພດ ລາຄາມີການເໜັງຕີງ ເພີ່ມຂຶ້ນ.
ທາງບົດຣາຍງານ ລະບຸຕື່ມວ່າ ສາເຫດມາຈາກປັດຈັຍ ພາຍນອກ ແລະພາຍໃນ ໂດຍປັດຈັຍພາຍນອກ ມາຈາກຜົລກະທົບ ຂອງໂຄວິດ-19 ແລະ ສະພາບການຂອງໂລກ, ສ່ວນປັດຈັຍພາຍໃນ ຍັງແມ່ນການອ່ອນຄ່າ ຂອງເງິນກີບ ເມື່ອທຽບກັບເງິນຕຣາ ຕ່າງປະເທດ ເຮັດໃຫ້ສິນຄ້າ ນໍາເຂົ້າ ມີລາຄາສູງຂຶ້ນ. ສ່ວນລາຄານໍ້າມັນ ເຊື້ອເພີງ ຍັງເພີ່ມຂຶ້ນ ສົ່ງຜົລໃຫ້ຕົ້ນທຶນການຜລິດ ແລະການບໍຣິການ ເພີ່ມຂຶ້ນ.
ຕໍ່ກັບກໍຣະນີເງິນເຟີ້ ເພີ່ມຂຶ້ນເຈົ້າໜ້າທີ່ ທີ່ເຮັດວຽກ ກ່ຽວກັບການຄ້າ ຜູ້ຂໍສງວນຊື່ ແລະສຽງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ເມື່ອວັນທີ 09 ພຶສຈິກາ ວ່າ. ປຽບທຽບລາຄາ ໃນເມື່ອກ່ອນ ກັບປັດຈຸບັນ ລາຄາເພີ່ມຂຶ້ນຫລາຍ ໂດຍສະເພາະສິນຄ້າ ໃຊ້ໃນຊີວິຕ ປະຈຳວັນ.
“ເນື່ອງຈາກເສຖກິຈ ຫລືສະພາບບ້ານເມືອງ ປະເທດລາວປັດຈຸບັນ ການປັ່ນປ່ວນຜັນຜວນ ຫລາຍຢ່າງເນາະ ໜັກສຸດກາຄືເຮັດໃຫ້ເງິນເຟີ້ ເງິນອ່ອນຄ່າ ຈົນຣັຖບານລາວເຮົາ ອອກມາແກ້ໄຂກໍຄື ໂດຍຈຳໜ່າຽພັນທະບັດ ຣັຖບານດອກ 20% ຕໍ່ປີເນາະ ເມື່ອກ່ອນໄຂ່ແຕະນຶ່ງ 19,000 ກີບແຕ່ນະປັດຈຸບັນໄຂ່ແຕະນຶ່ງ 55,000 ກີບF ເຊັ່ນ ໝີ່ເມື່ອກ່ອນແກັດນຶ່ງ 35,000 ກີບ ແຕ່ນະປັດຈຸບັນນີ້ ໝີ່ແກັດນຶ່ງ 80,000 ກີບ. ເຊັ່ນແປ້ງນົວເມື່ອກ່ອນຖົງ 5,000 ກີບ ແຕ່ນະປັດຈຸບັນຖົງ 20,000 ກີບ. ຄວາມສາມາດໃນການຊື້ເຄື່ອງຫັ້ນໄດ້ໜ້ອຍລົງ ກໍ່ໝາຽຄວາມວ່າເງິນເຟີ້ເງິນອ່ອນຄ່າ.”
ອີກນຶ່ງຜົລກະທົບ ຂອງແມ່ຄ້າທີ່ມາຮັບເຄື່ອງ ຈາກຕລາດມືດ ໃນນະຄອນຫລວງວຽງຈັນ ໄປຂາຍຕໍ່ ໄດ້ກ່າວວ່າ ນອກຈາກສິນຄ້າ ລາຄາແພງແລ້ວ ສິນຄ້າທີ່ຂາຍປະຈຳວັນ ທີ່ນຳມາຈາກຕ່າງແຂວງ ກໍຂາດຍ້ອນລາຄານໍ້າມັນແພງຫລາຍ ເປັນເຫດໃຫ້ຊາວກະສິກອນ ທີ່ນຳເອົາຜັກມາຂາຍ ຢູ່ວຽງຈັນ ຕ້ອງໄດ້ຫລຸດຖ້ຽວນຳ ເຂົ້າມາຂາຍ.
“ເຄື່ອງບໍ່ຄ່ອຍມີເລີຍມີໜ້ອຍໆ ລະກາແພງໆ ແຕ່ລະມື້ບັນຍາກາດນີ້ ຄຶກຄື້ນ ຄົນມາຊື້ກາຫລາຍຄົນເອົາມາຂາຍກາຫລາຍ ແຕ່ວ່າມື້ນີ້ຕ່າງເກົ່າຫລາຍ ແຕ່ວ່າມື້ນີ້ເຄື່ອງບໍ່ມີເລີຍເນາະ ເຄື່ອງຫາຍາກຕລາດຫວ່າງເປົ່າ ທີ່ສຸຸດສິນຄ້າຈະບໍ່ຄ່ອຍມີເລີຍ ຄົນກາມິດໆ.”
ທັງເຈົ້າໜ້າທີ່ ແລະແມ່ຄ້າ ຮວມເຖິງການຣາຍງານ ຈາກທາງການລາວ ກໍບົ່ງຊີ້ວ່າ ປັດຈຸບັນສິນຄ້າ ໃນທ້ອງຕລາດ ທຸກປະເພດແພງຫລາຍ ແລະ ພົບກັບຄວາມຫຍຸ້ງຍາກ ເພາະທາງການລາວ ຍັງຄວບຄຸມອັດຕຣາເງິນເຟີ້ບໍ່ໄດ້. ຈົນມາເຖິງເດືອນພຶສຈິການີ້ ເງິນກໍຍັງເຟີ້ຕໍ່ເນື່ອງ ອັນໄດ້ສົ່ງຜົລກະທົບ ຕໍ່ກັບຜູ້ປະກອບການ ທີ່ເປັນຄົນລາວ ທີ່ຈຳເປັນຕ້ອງໃຊ້ເງິນຕຣາ ຕ່າງປະເທດ ໃນການສຳລະ ຊຶ່ງມັນກໍເປັນກໍຣະນີເລັ່ງດ່ວນ ທີ່ຣັຖບານ ຕ້ອງຫາທາງອອກ ໃນການສນອງເງິນຕຣາ ແລະ ປັບຫລຸດອັດຕຣາ ແລກປ່ຽນ ເພື່ອໃຫ້ສອດຄ່ອງ ກັບສະພາບເສຖກິຈ ດັ່ງຜູ້ປະກອບການ ທາງດ້ານກະສິກັມ ທີ່ບໍ່ປະສົງອອກຊື່ ແລະສຽງໄດກ່າວວ່າ:
“ຜູ້ປະກອບການທີ່ເຮັດທຸຣະກິຈ ກະສິກັມ ເຮົາຊິໄປຍົກລາຄາຂຶ້ນສູງຫລາຍ ມັນກາກະທົບຜູ້ບໍຣິໂພກ ຫລາຍໆຄັ້ງມັນຖືວ່າຂາດທຶນ ກາມີປັດຈຸບັນນີ້ ລາຄາຊີ້ນໂດຍສະເພາະ ຊີ້ນໝູນ ລາຄາໄຂ່ ພຸ້ງຂຶ້ນສູງຫລາຍ ຍ້ອນວ່າຫົວອາຫານ ຂຶ້ນບາງເທື່ອ ມື້ນຶ່ງຂຶ້ນ ສອງເທື່ອ ກາມີເນາະ ປັດຈັຍການຜລິດ ຂອງເຂົາເຈົ້າ ແມ່ນຍັງນຳເຂົ້າ ຊຶ່ງມັນກາເວົ້າເຖິງອັດຕຣາ ແລກປ່ຽນ.”
ຜູ້ປະກອບການ ທາງດ້ານບໍຣິສັດ ຂາເຂົ້າ-ຂາອອກ ສິນຄ້າບໍຣິໂພກ ໃນນະຄອນຫລວງວຽງຈັນ ໄດ້ກ່າວວ່າ. ສະພາບເງິນເຟີ້ຕໍ່ເນື່ອງ, ການດຳເນີນທຸຣະກິຈ ຍາກຂຶ້ນຫລາຍ ບໍ່ເວົ້າເຖິງກຳໄລ ເອົາພຽງແຕ່ວ່າປະຄອງໄປໄດ້ກ່ອນ ຖ້າສະພາບປົກກະຕິ ຈຶ່ງຄ່ອຍຕໍ່ຍອດ ທຸຣະກິຈໄປຕື່ມ.
“ເວລານີ້ບໍ່ແມ່ນເວລາປ່ຽນ ທຸຣະກິຈ ແຕ່ເປັນເວລາທີ່ ຈະເອົາໂຕລອດແນວໃດ ແລ້ວພວກເຮົາຄິດວ່າພະຍາຍາມ ປະຄອງສິ່ງໃດ ທີ່ພະຍາມຄິດ ແລະສິ່ງໃດ ທີ່ເຮັດທຸຣະກິຈ ໂຕນີ້ ຫລື ວ່າເຮັດໂຕປັດຈຸບັນ ຫລື ອະນາຄົຕກໍແລ້ວ ແຕ່ມັນສ້າງທຸຣະກິຈ ທີ່ສາມາດຕໍ່ຍອດໄດ້.”
ໃນວັນທີ 09 ພຶສຈິກາ ຜ່ານມາ ນັກວິຊາການທ່ານນຶ່ງ ຜູ້ຂໍສງວນຊື່ ແລະສຽງ ໄດ້ກ່າວຕໍ່ ວິທຍຸ ເອເຊັຽເສຣີ ວ່າ. ເສຖກິຈປະເທດລາວ ມາວິເຄາະຕາມຄວາມເປັນຈິງເລີຍວ່າ ກຳລັງວິກິຕຫລາຍດ້ານ ບໍ່ວ່າຈະເປັນບັນຫາເງິນກີບ ອ່ອນຄ່າ ຕ່ຳທີ່ສຸດ ໃນປວັດສາຕ ຊຶ່ງພາຍໃນປີດຽວ ອ່ອນຄ່າໄປແລ້ວ 36.7%. ບັນຫາໜີ້ສິນ ພາຍໃນ ແລະຕ່າງປະເທດ ຂອງຣັຖບານລາວ ທີ່ຢູ່ໃນລະດັບສູງ. ບັນຫາຄັງສຳຮອງເງິນຕຣາ ຕ່າງປະເທດ ຫລຸດລົງ ຢ່າງຕໍ່ເນື່ອງ ນັບຕັ້ງແຕ່ມີການຣະບາດ ຂອງໂຄວິດ-19 ແລະ ບັນຫາທີ່ກຳລັງປະເຊີນ ໃນປັດຈຸບັນນີ້ ກໍຄືນໍ້າມັນເຊື້ອເພີງ ແພງຂຶ້ນ ຢ່າງຕໍ່ເນື່ອງ ຈົນເຮັດໃຫ້ຫລາຍຄົນ ຕັ້ງຄໍາຖາມວ່າ ປະເທດລາວ ມາຮອດຈຸດນີ້ ໄດ້ແນວໃດ ຊຶ່ງບັນຫາເລົ່ານີ້ ອາຈນຳໄປສູ່ ພາວະເສຖກິຈ ທົດຖອຍໄດ້.
ຈາກບັນຫາເສຖກິຈ ຕົກຕໍ່າ ບວກກັບບັນຫາສິນຄ້າລາຄາແພງ ອາຈເຮັດໃຫ້ປະເທດລາວ ເຂົ້າສູ່ພາວະໃນທາງເສຖສາຕເອີ້ນວ່າ Stagflation ທີ່ມີຄວາມໝາຽວ່າ ເສຖກິຈຕົກຕໍ່າ ແລະແຕ່ລາຄາສິນ ຄ້າແພງ. ຖ້າບັນຫາເລົ່ານີ້ ເກີດຂຶ້ນ ເນື່ອງຈາກລາຄາອາຫານເລົ່ານີ້ ຈະແພງຂຶ້ນເລີຍ ແລ້ວບໍ່ລົງ ພາຣະຈະໄປຕົກຢູ່ທີ່ຜູ້ບໍຣິໂພກ ທີ່ມີລາຍຮັບເທົ່າເກົ່າ ແຕ່ລາຄາສິນຄ້າ ໃນທ້ອງຕລາດແພງຂຶ້ນ ເຮັດໃຫ້ເຮົາຊື້ສິນຄ້າ ໄດ້ໜ້ອຍລົງ ແລະຖ້າສະຖານະນີ້ ດຳເນີນໄປເລື້ອຍໆ ກິນໄລຍະເວລາດົນ ຜົລຕາມມາກໍຄືປະຊາຊົນ ຈະບໍ່ມີເງິນເຫລືອ ກະເປົາ ການໃຊ້ຈ່າຍ ຈະຢຸດສງັກ ຫົວໜ່ວຽທຸຣະກິຈເຈັ້ງ ເພາະແບກຮັບຕົ້ນທຶນ ບໍ່ໄຫວ ແລະບໍ່ມີຄົນຊື້ ຜົລສຸດທ້າຍລະບົບເສຖກິຈ ກໍພັງໃນທີ່ສຸດ.
ຕໍ່ກັບແກ້ໄຂບັນຫາເງິນເຟີ້ ຂອງພາກຣັຖບານ ເມື່ອ ວັນທີ 05 ພຶສຈິກາ 2022 ຜ່່ານມາ ທາງຫ້ອງວ່າການ ສຳນັກງານນາຍົກຣັຖມົນຕຣີ ກໍໄດ້ອອກແຈ້ງການ ເລກທີ 645\ຫສນຍ ໂດຍໄດ້ເຊີນ ຜູ້ອຳນວຍການ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານພັທນາລາວ, ທະນາຄານສົ່ງເສີມກະສິກັມ, ທະນາຄານ ເອັສທີແບ໊ງ ແລະ ທະນາຄານພົງສວັນ ເພື່ອມາປືກສາຫາລືກັບ 3 ເອກອັກຄະຣັຖທູຕ ປະຈຳລາວ ເຊັ່ນຈີນ, ວຽດນາມ ແລະ ຣັສເຊັຽ ພ້ອມທັງກະຊວງ ທີ່ກ່ຽວຂ້ອງ ແລະ ຜູ້ປະກອບການ ກ່ຽວກັບມາຕການ ໂຕຈິງແກ້ໄຂບັນຫາເງິນເຟີ້ ແລະ ອັດຕຣາແລກປ່ຽນ.
ກອງປະຊຸມຄັ້ງນີ້ ຜູ້ປະກອບການ ທີ່ຂໍປິດບັງຕົນເອງກ່າວເມື່ອວັນທີ 09 ພຶສຈິກາວວ່າ ການແກ້ໄຂຍັງບໍ່ເກີດຂຶ້ນ ໄດ້ໂດຍໄວ ເພາະບັນຫາຫລັກແມ່ນຣັຖບານລາວ ຍັງບໍ່ສາມາດເພີ່ມ ສຳຮອງເງິນຕຣາຕ່າງປະເທດໄດ້. ໂດຍໃນປີ້ນີ້ ເປັນປີທີ່ຕ້ອງໃຊ້ເງິນຕຣາ ຕ່າງປະເທດ ສຳລະໜີ້ ໃຫ້ກັບເຈົ້າໜີ້ ເພາະສະນັ້ນ ສະພາບຂອງຣັຖບານ ຕອນນີ້ຈະເຂົ້າ ມາແກ້ໄຂບັນຫາເງິນເຟີ້ ຂ້ອນຂ້າງຍາກ ມີແຕ່ເປີດໃຫ້ນາຍທຶນ ເຂົ້າມາສັມປະທານ ເພື່ອຈະໄດ້ເງິນທຶນ ມາໝູນວຽນ ແຕ່ນັ້ນເປັນການແກ້ໄຂ ໄລຍະສັ້ນ. ສ່ວນໄລຍະຍາວ ຣັຖບານຕ້ອງປະຕິບັດຕາມ ມາຕການຂອງເຈົ້າໜີ້ ວາງອອກ ເພື່ອປະຢັດງົບປະມານ ແລະສາມາດສຳລະໜີ້ ໃຫ້ເຈົ້າໜີ້ໄດ້.
ສ່ວນໃນກອງປະຊຸມ ລະຫວ່າງຄະນະຣັຖບານ ກັບຄະນະ ປະຈຳສະພາແຫ່ງຊາຕ ເມື່ອວັນທີ 11 ຕຸລາ 2022 ຜ່ານມານັ້ນ ທ່ານໄດ້ລະບຸວ່າ ຄວາມຄືບໜ້າກ່ຽວກັບການແກ້ໄຂ ໜີ້ສິນໂຄງການລົງທຶນ ຂອງຣັຖບ້ວງປົກກະຕິ ແລະການອວາຍໜີ້ 3 ແຈ ໂດຍສະເພາະບັນດາ ໂຄງການທີ່ຄະນະປະຈຳສະພາ ແຫ່ງຊາຕ ໄດ້ມີມະຕິ ແລະ ສເນີ ໃຫ້ຣັຖບານຈັດຕັ້ງ ປະຕິບັດນັ້ນ ກໍຍັງພົບບັນຫາ ເຣື່ອງການສຳລະໜີ້ ໃຫ້ໂຄງການຕ່າງໆ. ສ່ວນມາຕການສນອງເງິນຕຣາ ເພື່ອຮັບປະກັນ ການນໍາເຂົ້ານໍ້າມັນ ເຊື້ອເພີງ ສຳລັບໄລຍະຍກາງ ແລະ ໄລຍະຍາວ ແລະ ມາຕການແກ້ໄຂເງິນເຟີ້ ສຳລັບໄລຍະກາງ ແລະ ໄລຍະຍາວ ກໍເປັນໄປຕາມແຜນ ທີທະນາຄານ ທີ່ເປັນເຈົ້າໜີ້ໄດ້ສເນີ ຣັຖບານປະຕິບັດ ເພື່ອຈະໄດ້ຜ່ອນໜັກໃຫ້ເປັນເບົາ. ສຳລັບການຜ່ອນສຳລະໜີ້ ທາງຣັຖບານ ກໍບໍ່ໄດ້ເປີດເຜີຍ ໂຕເລຂ ຄັກແນ່ ແຕ່ແນວໃດກໍຍັງຄົງ ເປັນບັນຫາໜັກ ຕໍ່ຣັຖບານລາວ ໃນການເພີ່ມເງິນຕຣາ ສຳຮອງໃຫ້ຫລາຍກ່ວາ 13 ຕື້ໂດລ້າຣ໌ ທີ່ມີຢູ່ໃນປັດຈຸບັນ.
ທ່ານ ໄດ້ລະບຸຕື່ມວ່າ ທີ່ສຳຄັນ ໃນໄລຍະທີ່ ທ່ານ ທອງລຸນ ສີສຸລິດ ເປັນນາຍົກຣັຖມົນຕຣີນັ້ນ ໃນໄລຍະທ້າຍຂອງການຢູ່ໃນຕຳແໜ່ງ ໃນປີ 2020 ໃນກອງປະຊຸມ ສະພາທີ່ທ່ານ ອະດີຕ ນາຍົກໄດ້ຣາຍງານວ່າ ການບໍຣິຫານໜີ້ສິນ ສາທາຣະນະ, ຣັຖບານເຫັນໄດ້ສະພາບໜີີ້ສິນ ສາທາຣະນະ ໃນປັດຈຸບັນມີຄວາມໜັກໜ່ວງ ແລະ ກາຍເປັນຄວາມສ່ຽງສູງ ໃນຕໍ່ຄວາມໝັ້ນຄົງ ທາງດ້ານເສຖກິຈ.
ສະນັ້ນຈຶ່ງໄດ້ກຳນົດແຜນ ແກ້ໄຂເປັນສະເພາະໜ້າ ໄລຍະກາງ ແລະ ໄລຍະຍາວ ຢ່າງຊັດເຈັນໂດຍພະຍາຍາມ ຫລຸດການຂາດດຸນ ງົບປະມານລົງແຕ່ລະປີ, ໄດ້ແຍກການຄຸ້ມຄອງໜີ້ສິນ ອອກມາຄຸ້ມຄອງສະເພາະ ໂດຍຢຸດຕິການກູ້ຢືມ ຈາກຕ່າງປະເທດ ມາດຸ່ນດ່ຽງ ລາຍຈ່າຍງົບປະມານ ປົກກະຕິ, ການກູ້ຢືມຕ່າງປະເທດ ສາມາດກູ້ໄດ້ ສະເພາະເພື່ອມາສຳລະຕົ້ນທຶນ ເງິນກູ້ຕ່າງປະເທດ ທີ່ຄົບກຳນົດເທົ່ານັ້ນ, ສ່ວນການສຳລະໜີ້ ຣັຖບານລາວຍັງສາມາດສຳລະຢູ່ ໃນເກນປົກກະຕິ ຂອງໜີ້ຕ່າງປະເທດ.
ການແກ້ໄຂໜີ້ສິນ ໂຄງການລົງທຶນຂອງຣັຖ ໄດ້ແກ້ໄປຕາມແຜນພາກປົກກະຕິ ແລະ ຍັງໄດ້ແກ້ໄຂແບບວິທີອວ່າຍໜີ້ 3 ແຈ ແລະ ການອອກພັນທະບັດ ຊຶ່ງເຫັນວ່າມີໂຄງການ ຕ້ອງຫັກລົບມູນຄ່າ ຈຳນວນ 180 ໂຄງການ, ມູນຄ່າຫັກລົບ 1,861,59 ຕື້ກີບ ສຣຸບກໍຄື ຣັຖບານຊຸດນີ້ ນຳໂດຍ ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ກໍຮັບໄມ້ຕໍ່ ທີ່ສົ່ງມາໃຫ້ ກໍຄືການແກ້ໄຂໜີ້ສິນ ຕ້ອງດຳເນີນໄປຕາມຮູບແບບນີ້.