ເງິນກີບເຟີ້ຫລຸດລົງມາທີ່ລະດັບ 21.7% ແຕ່ຄ່າຄອງຊີບຍັງແພງຂຶ້ນ
2024.10.03

ອັດຕາເງິນເຟີ້ຂອງ ສປປ ລາວ ໃນເດືອນກັນຍາ 2024 ຢູ່ໃນລະດັບ 21.7% ຫລຸດລົງຈາກເດືອນສິງຫາ ແມ່ນ 24.3% ແຕ່ຄ່າຄອງຊີບ ແລະ ສິນຄ້າຍັງສູງຄືເກົ່າ ບໍ່ໄດ້ມີທ່າອຽງຈະຫລຸດລົງ ເປັນຕົ້ນ ປານິນ 1 ກິໂລກຣາມ ລາຄາປະທານ 50,000 ກີບ ຈາກແຕ່ກ່ອນປະມານ 20,000 ປາຍກີບ ລວມເຖິງສິນຄ້າ ອຸບປະໂພກ ແລະ ບໍລິໂພກອື່ນໆ ກໍເຊັ່ນກັນ ກໍບໍ່ໄດ້ຫລຸດລົງ ຕາມຄ່າເງິນກີບ ການຈ່າຍເງິນ ຊື້ເຄື່ອງກິນເຄື່ອງໃຊ້ ກໍຍັງສູງ ແຕ່ຫລາຍຄອບຄົວ ກໍພະຍາຍາມປະຍັດ ອົດອອມເອົາ, ດັ່ງ ປະຊາຊົນລາວ ໃນນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 3 ຕຸລານີ້ວ່າ :
“ເງິນເຟີ້ຫລຸດລົງໜ້ອຍນຶ່ງເນາະ ແຕ່ວ່າ ຄ່າຄອງຊີບ ກໍຍັງສູງຄືເກົ່າ ມັນບໍ່ລົງຕາມເງິນດອກ ຖາມວ່າ ກະທົບນີ້ ມັນກະຍັງກະທົບຫລາຍ ຄືໂຕຢ່າງ ສົມມຸດປານິນ ດຽວນີ້ມັນກໍຊິໂລນຶ່ງ ໄລ່ກົມໆກະ ໂລນຶ່ງ 50 ພັນກີບ ກະບໍ່ທັນໄດ້ຫລຸດດອກ ຄືສົມມຸດຢູ່ ຄອບຄົວກິນແບບປະຍັດ ປະຫຍັດແດ່ ນີ້ກໍຈະຢູ່ໃນລະຫວ່າງ ກະສະເລັ່ຍ ແສນ 50 ພັນກີບ ໄລ່ວ່າ 2 ຄາບ ຖືວ່າປະຫຍັດແດ່ນີ້.”
ຂະນະທີ່ ແມ່ຄ້ານາງນຶ່ງ ກໍກ່າວວ່າ ລັດຖະບານ ຍັງບໍ່ສາມາດຄວບຄຸມລາຄາສິນຄ້າໄດ້ເທື່ອ ເຫັນວ່າເງິນກີບລົງແລ້ວ ແຕ່ສິນຄ້າ ກໍຍັງບໍ່ມີທ່າອຽງຈະລົງຕາມເທື່ອ ມີແຕ່ຈະເພີ່ມຂຶ້ນ ເຊັ່ນ ໝູຢູ່ໜ້າຟາມຕອນນີ້ 1 ກິໂລກຣາມ ລາຄາ 58,000 ກີບ ກໍຍັງຕ້ອງໄດ້ຈ່າຍເງິນຊື້ຫລາຍຂຶ້ນ ແຕ່ພັດສິນຄ້າກໍໄດ້ສ່ໍາເກົ່າ:
“ຄວບຄຸມບໍ່ໄດ້ດອກ ລັດຖະບານ ກໍຄວບຄຸມອາຫານກໍບໍ່ໄດ້ ເງິນລົງ ແຕ່ສິນຄ້າບໍ່ໄດ້ລົງ ມີແຕ່ເພີ່ມ ຊື້ລົງຕອນໃດ ກໍບໍ່ມີທ່າທີ່ຫຍັງເດ້ລະ ໝູກໍຍັງວ່າຢາກຂຶ້ນສ່ໍາ ຢູ່ໃນຟາມຫັ້ນ ຊື້ຈາກພໍ່ຄ້າ ໄປເອົາມາແຕ່ຟາມ 56-58 ນີ້ແຫລະ ຟາມເພິ່ນກໍຂຶ້ນກິໂລລະ 2 ພັນ ກິໂລລະ 5 ພັນໄປຊັ້ນລະ.”
ພ້ອມດຽວກັນນີ້ ປະຊາຊົນລາວ ອີກທ່ານນຶ່ງ ກໍກ່າວເຖິງບັນຫານີ້ ບໍ່ແຕກຕ່າງກັນ ວ່າ ກໍບໍ່ເຫັນ ສິນຄ້າຕ່າງໆໃນລາວ ຈະມີທ່າອຽງຫລຸດລົງ ຕາມລະດັບເງິນເຟີ້ທີ່ຫລຸດລົງ ສ່ວນຫລາຍສິນຄ້າ ກໍຍັງມີລາຄາແພງ ໂດຍສະເພາະ ສິນຄ້ານໍາເຂົ້າ ລວມເຖິງຄ່າຄອງຊີບ ກໍຍັງສູງ ພາກລັດ ກໍເວົ້າໄປແນວນັ້ນ ແຕ່ຄວາມຈິງ ຍັງແກ້ໄຂບັນຫາບໍ່ໄດ້ເທື່ອ:
“ເງິນລົງ ແຕ່ຂອງບໍ່ລົງ ຄ່າຄອງຊີບກະຄືເກົ່າ ກວ່າເກົ່າອີກ ສ່ວນມາກສິນຄ້ານໍາເຂົ້າຫັ້ນແຫລະ ເວົ້າແກ້ໜ້າໄປຊັ້ນແຫລະ ຄວບຄຸມບໍ່ໄດ້ ບໍ່ເຮັດເອົາຈິງເອົາຈັງ.”
ກ່ຽວກັບເລື້ອງນີ້ ເຈົ້າໜ້າທີ່ການຄ້າໃນລາວ ທ່ານນຶ່ງ ກໍກ່າວວ່າ ເຖິງແມ່ນວ່າເງິນເຟີ້ ໃນເດືອນກັນຍາ ຈະຫລຸດລົງ ກໍບໍ່ໄດ້ໝາຍວ່າ ບັນດາສິນຄ້າຈະຫລຸດລົງຕາມທັນທີ ເພາະສ່ວນໃຫຍ່ສິນຄ້າຢູ່ລາວ ຈະເປັນສິນຄ້ານໍາເຂົ້າມາ ຕ້ອງໄດ້ເອົາເງິນ ໄປແລກປ່ຽນເງິນຕາຕ່າງປະເທດ ເພື່ອໄປຊື້ມາຂາຍ ແຕ່ກ່ອນໜ້ານີ້ ການແລກປ່ຽນເງິນກີບ ຍັງອອ່ນຫລາຍ ອັດຕາແລກປ່ຽນເງິນຕາ ບໍ່ຄົງທີ່ ຜັນຜວນຢູ່ຕະຫລອດ ການນໍາສິນຄ້າເຂົ້າມາຂາຍໃນລາວ ຈຶ່ງເປັນຕົ້ນທຶນແພງ ສະນັ້ນ ບັນດາຊາວຄ້າຂາຍ ຈະບໍ່ສາມາດ ຂາຍຫລຸບທຶນໄດ້ທັນທີ:
“ອັດຕາເງິນເຟີ້ຫລຸດລົງ ກໍບໍ່ໄດ້ໝາຍຄວາມວ່າ ສິນຄ້າຈະຫລຸດລົງ ມັນຍັງບໍ່ສະຖຽນ ຕ້ອງໄດ້ໄປເຮັດໂຕຄວບຄຸມອັດຕາແລກປ່ຽນຫັ້ນຕື່ມອີກ ສິນຄ້າກໍແມ່ນນໍາເຂົ້າ ເອົາເງິນຕ່ງປະເທດດອກໄປຊື້ ສິນຄ້າທີ່ນໍາເຂົ້າມາ ຊື້-ຂາຍ ຫັ້ນນ່າ ຕອນນັ້ນ ຢູ່ໃນຊ່ວຍອັດຕາແລກປ່ຽນທໍ່ໃດ ຈໍານວນທໍ່ໃດ ທີ່ເຂົາເຈົ້າເອົາເຂົ້າມາ ຊິໄປຂາຍຫລຸດທຶນ ກໍຈະຂາຍບໍ່ໄດ້ ມັນຕ້ອງມີໄລຍະ ຈັ່ງຫວະເວລາຂອງມັນ.”
ສໍາລັບ ອັດຕາແລກປ່ຽນເງິນຕາ ໃນວັນທີ 3 ຕຸລາ 2024 1 ໂດລ່າ ສະຫະລັດ ເທົ່າກັບ 21759 ກີບ ສ່ວນ 1 ບາດ ເທົ່າກັບ 666 ກີບ ອິງຕາມການລາຍງານ ຂອງທນາຄານ ພົງສະຫວັນ
ນອກຈາກນີ້ ຫມວດສິນຄ້າ ທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນ ໃນເດືອນກັນຍາ ຄື ຫມວດຮັກສາສຸຂະພາບ ແລະ ຢາ ເພີ່ມ 34% ລອງມາແມ່ນຫມວດ ທີ່ພັກອາໄສ ນ້ໍາປະປາ ໄຟຟ້າ ແລະ ເຊື້ອເພີງ ຫຸງຕົ້ມເພີ້ມຂຶ້ນ 32.9% ຫມວດຮ້ານອາຫານ ແລະ ໂຮງແຮມເພີ່ມຂ້ນ 30.9% ຫມວດເຄື່ອງໃຊ້ໃນເຮືອນເພີ່ມຂຶ້ນ ແລະ ຫມວດການສຶກສາເພີ່ມຂຶ້ນ 29.3% ສໍາລັບຫມວດສະບຽງອາຫານ ແລະ ເຄື່ອງດື່ມ ບໍ່ມີທາເຫລົ້າເພີ່ມຂຶ້ນ 21.1%, ອີງຕາມ ການລາຍງານ ຂອງ ສູນສະຖິຕິແຫ່ງຊາດ ຂອງລາວ.