ADB ຄາດຄະເນ ເສດຖະກິດລາວ ເຕີບໂຕ 4% ໃນປີ 2024
2024.10.03

ທະນາຄານພັດທະນາເອເຊັຽ ຫຼື ADB ປະຈໍາລາວ ຄາດການວ່າ ເສດຖະກິດລາວປີ 2024 ເຕີບໂຕ 4 ເປີເຊັນ ຊຶ່ງການເຕີບໂຕນີ້ ມາຈາກຂະແໜງໄຟຟ້າເຊັ່ນ ເຂື່ອນ ແລະ ພະລັງງານລົມ ສ່ວນວ່າ ຂະແໜງການລົງທຶນອື່ນໆ ຍັງບໍ່ທັນຟື້ນຕົວດີເທົ່າທີ່ຄວນ.
ເຈົ້າໜ້າທີ່ ທະນາຄານພັດທະນາເອເຊັຽ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 3 ຕຸລາ ວ່າ:
“ເຮົາປະເມີນເລື່ອງ GDP Growth ຫັ້ນນ່າ ມັນຈະບໍ່ໄດ້ ຫັ້ນນ່າ ມັນຈະບໍ່ໄດ້ ສູງເກີນໄປ ຍ້ອນປັດໃຈ ນຶ່ງເງິນເຟີ້ເນາະ ແລ້ວເວົ້າ ການອ່ອນຄ່າຂອງເງິນນີ້ອີກ ມັນຊິມີຜົນກະທົບຕໍ່ການລົງທຶນພາຍໃນ ກັບການຈັບຈ່າຍຂອງສັງຄົມ ຄື ຄົນລາວ ຊິຈ່າຍເງິນຈ່າຍຄໍານີ້ກະ ຍ້ອນວ່າ ລາຍຮັບຄືເກົ່າ ແຕ່ວ່າ ສິນຄ້າມັນແພງຂຶ້ນ ແລ້ວບາດນີ້ ເວົ້າເລື່ອງໜີ້ສິນ ກະມີການເລື່ອນການຊໍາລະອີກ.”
ທ່ານ ຍັງກ່າວອີກວ່າ ຄວາມທ້າທາຍທາງດ້ານເສດຖະກິດມະຫາພາກ ຂອງປະເທດລາວ ຖືວ່າ ຍັງມີຄວາມຫຍຸ້ງຍາກ ແລະ ຖືກຈໍາກັດໂອກາດຕໍ່ການລົງທຶນ ແລະ ການບໍລິໂພກຢູ່ພາຍໃນ ຍ້ອນວ່າ ບໍ່ມີການລົງທຶນໃນຂະແໜງການອື່ນໆ ທີ່ນອກເໜືອໄປຈາກຂະແໜງການພະລັງງານໄຟຟ້າ ນັ້ນຄືເຫດຜົນ ຜົນ ທີ່ ADB ປະຈໍາລາວຕາດຄະເນການເຕີບໂຕ ທາງດ້ານເສດຖະກິດຂອງລາວໃນປ 2025 ຖືກປັບລົງຢູ່ທີ່ 3.7%
ອີກປັດໄຈນຶ່ງ ທີ່ເຮັດໃຫ້ການເຕີບໂຕທາງດ້ານເສດຖະກິດ ຂອງລາວ ໄປໄດ້ຊ້າ ຍ້ອນອັດຕາເງິນເຟີ້ຍັງສູງ ໂດຍສະເລັ່ຍໝົດປີ 2024 ຢູ່ທີ່ 25% ສ່ວນວ່າ ປີ 2025 ອັດຕະເງິນເຟີ ຈະຢູ່ທີ່ 21.5%.
ຫົວໜ່ວຍທຸລະກິດໃນລາວ ແມ່ນໄດ້ຮັບຜົນກະທົບໜັກສົມຄວນ ໂດຍສະເພາະຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ຍ້ອນວ່າ ອັດຕະແລກ ປ່ຽນເງິນຕາຍັງບໍ່ມີຄວາມໝັ້ນຄົງ ໂດຍສະເພາະເງິນກີບຍັງອ່ອນຄ່າ ບໍ່ມີສະຖຽນລະພາບ ລວມເຖິງນະໂຍບາຍກະຕຸ້ນເສດຖະກິດຂອງພາກລັດ ບໍ່ມີຄວາມຈະແຈ້ງ ແລະ ຍືນຍົງ.
ຜູ້ປະກອບການນໍາເຂົ້າ-ສົ່ງອອກ ສິນຄ້າທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 3 ຕຸລາ ວ່າ:
“ກະທົບ ກະທົບເໝືອນກັນ ແຕ່ວ່າ ອາດຊິຮຸນແຮງຕ່າງກັນ ເພາະວ່າ ກະອີງຕາມເງື່ອນໄຂ ແລະ ນະໂຍບາຍນິຕິກໍາພາຍໃນ ກະຖືວ່າ ເລີ່ມຟື້ນຕົວໄດ້ ເຂົ້າສູ່ໂໝດປົກກະຕິ ໄດ້ລະດັບນຶ່ງ ຕາມຕົວເລກຫັ້ນແຫຼະ ເລີ່ມນໍາເຂົ້າເລີ່ມການຂາຍພາຍໃນ ກະເລີ່ມສູງຂຶ້ນ.”
ລັດຖະບານ ໃຫ້ເອກະຊົນເຂົ້າມາສໍາປະທານທີ່ດິນ ເພື່ອດໍາເນີນໂຄງການຂະ ໜາດໃຫຍ່ ນັ້ນກະທົບຕໍ່ດິນເຮັດກະສິກໍາຂອງປະຊາຊົນ ສ່ວນວ່າ ຊາວລາວ ຜູ້ທຸກຍາກ ຍັງບໍ່ມີລາຍໄດ້ ແລະ ອາຊີບທີ່ໝັ້ນຄົງ.
ຊາວແຂວງຈໍາປາສັກ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 3 ຕຸລາ ວ່າ:
“ຄືເຫັນໃນຂ່າວຫັ້ນແຫຼະວ່າ ໃຫ້ປະຊາຊົນມືອາຊີບ ຄົງທີ່ ຄົງທີ່ຈະມີແຕ່ອາຊີບວ່າງງານຫັ້ນແລ້ວ ມັນຊິຄົງທີ່ ວ່າງງານບໍມີແນວເັຮດ ເຮັດສວນກະວ່າ ເອົາດິນໄປໃຫ້ເຂົາໝົດ ມັນບໍ່ມີບ່ອນກິນ ບ່ອນໃຊ້ແຫຼະ ເງິນສອງ-ສາມແສນ ບໍ່ໄດ້ພິສັງຄູ່ມື້ນີ້ ຊີ້ນງົວກະໂລກນຶ່ງແສນສາມ ຊີ້ນໝູກະໂລນຶ່ງເກົ້າສິບພັນ.”
ໃນເວລາທີ່ ເສດຖະກິດລາວທີ່ຝືດເຄື່ອງ ປະຊາຊົນກໍບໍ່ຄ່ອຍອອກໄປຈັບຈ່າຍໃຊ້ສອຍ ຄືແຕ່ກອນ ຍົກເວັ້ນແຕ່ຊື້ອາຫານການກິນເປັນຕົ້ນເຂົ້າສານ ເຖິງວ່າ ຈະແພງແຕ່ປະຊາຊົນຈໍາເປັນຕ້ອງໄດ້ຊື້.
ຊາວລາວ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 3 ຕຸລາ ວ່າ:
“ບໍ່ຄ່ອຍຊື້ເຄື່ອງຄືແຕ່ກີ້ໄດ໋ ເຂົ້າຈ້າວໝື່ນນຶ່ງສອງແສນແປດ ເຂົ້າໜຽວໝື່ນນຶ່ງສອງແສນສາມ ເຮືອນຄົນຫຼາຍນີ້ ໝື່ນລະອາທິດ ກະຍັງບໍ່ກຸ້ມ ຍັງມີອັນປະກອບຫຼາຍໆ ອີກເດ້ ເພື່ອຊິເປັນອາຫານກິນຄາບນຶ່ງ ໄດ້ເນາະ ໂອ້ຍຫາກິນຍາກ ສົມພໍເຂົາໜີໄປໄທໝົດຈັ່ງວ່າ.”
ຜູ້ປະກອບການຄ້າຂາຍ ກໍຂາຍສິນຄ້າບໍ່ໄດ້ ຍ້ອນວ່າ ລາຄາເຄື່ອງອຸປະໂພກ ບໍລິໂພກ ແພງ ສ່ວນວ່າ ປະຊາຊົນ ກໍໍຈໍາກັດການຊື້ສິນຄ້າໂດຍບໍ່ຈໍາເປັນ.
ພະນັກງານລັດຖະກອນ ແຂວງຫລວງນໍ້າທາ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ຄືວ່າແຫຼະເນາະ ຄັນເງິນຂຶ້ນກະ ມັນກະຂຶ້ນກະຍາກຫັ້ນແຫຼະອ້າຍ ຈະລົງຫັ້ນນ່າ ເຂົາກະໄລ່ຕາມເງິນບາດ ຄືເຮົາໄປຊື້ເຄື່ອງໃຊ້ຫ້ອງການແມ່ນຫຍັງກະ ລາຄາຈະບໍ່ຄືເກົ່າຕະຫຼອດ ຫຼຸດນີ້ຈະບໍ່ມີເນາະ ມີແຕ່ເພິ່ນຂຶ້ນ.”
ປັດຈຸບັນ ເສດຖະກິດຂອງປະເທດລາວ ອີງໃສ່ການນໍາເຂົ້າປະມານ 60-70% ເຮັດໃຫ້ມີການເໜັງຕີງຂອງອັດຕາແລກປ່ຽນ ກະທົບຕໍ່ລາຄາສິນຄ້າ ຊຶ່ງຖືວ່າ ເປັນວາລະເຄັ່ງຮ້ອນສໍາລັບລັດຖະບານ ໃນການແກ້ເຂດບັນຫາ ໂດຍສະເພາະ ເງິນເຟີ້, ອັດຕາແລກປ່ຽນເງິນຕາຕ່າງປະເທດ, ລາຄາສິນຄ້າ, ໜີ້ສິນຕ່າງປະເທດ.
ຖ່າມກາງສະພາບເສດຖະກິດ-ການເງິນທີ່ີຕົກຕໍ່າ, ປະເທດລາວ ຍັງມີພາລະໜີ້ສິນສູງເຖິງ 13.8 ຕື້ໂດລ້າ ກວມເອົາ 108% ຂອງມູນຄ່າລວມຍອດຜະລິດຕະພັນພາຍໃນ ຫຼື GDP ໃນນັ້ນໜີ້ສິນຕ່າງປະເທດກວມເອົາ 10.5 ຕື້ໂດລ້າ.