ມີການຂຶ້ນລາຄາ ຄ່າໂຮງແຮມ, ບ້ານພັກ

ອາວະຣີ
2022.11.15
ມີການຂຶ້ນລາຄາ ຄ່າໂຮງແຮມ, ບ້ານພັກ ໂຮງແຮມແຫ່ງນຶ່ງ ໃນນະຄອນຫຼວງພຣະບາງ, ເດືອນກັນຍາ ປີ 2019.
ນັກຂ່າວ ພົລເມືອງ

ເຈົ້າຂອງໂຮງແຮມ ແລະເຮືອນພັກ ທີ່ປະເທດລາວ ໂດຍສະເພາະຢູ່ ນະຄອນຫຼວງວຽງຈັນ, ເມືອງວັງວຽງ ແລະນະຄອນຫຼວງພຣະບາງ ຂຶ້ນຄ່າພັກ, ຄ່າຫ້ອງ ເພາະປັດຈຸບັນ ເຣີ່ມເປັນຣະດູການ ນັກທ່ອງທ່ຽວ ມາທ່ຽວຫຼາຍ ຫຼືຫຼາຍຄົນເອີ້ນວ່າ “High Season”; ນອກຈາກນີ້ ລາຄາສິນຄ້າ ທຸກຢ່າງກໍແພງຂຶ້ນ, ເງິນກີບ ກໍເຟີ້ ແລະມີຄ່າອ່ອນລົງເລື້ອຍໆ. ຢູ່ນະຄອນຫຼວງພຣະບາງ ຊຶ່ງເປັນເມືອງມໍຣະດົກໂລກ ແລະກໍເປັນເມືອງທ່ອງທ່ຽວ ທີ່ສຳຄັນຂອງລາວ, ເຈົ້າຂອງໂຮມແຮງ ຫຼືຜູ້ປະກອບການໂຮງແຮມ ຫຼາຍບ່ອນ ຂຶ້ນຄ່າຫ້ອງ ເຖິງ 2 ເທົ່າ ຫຼືຂຶ້ນເຖິງ 100%; ຕົວຢ່າງພະນັກງານຕ້ອນຮັບ ໂຮງແຮມແຫ່ງນຶ່ງ ໃນນະຄອນຫຼວງພຣະບາງ ທີ່ບໍ່ປະສົງບອກຊື່ ໄດ້ເລົ່າສາເຫດ ຫຼືເຫດຜົນ ໃນການຂຶ້ນລາຄາ ເປັນເງິນບາທຂອງໄທຍ ໃຫ້ວິທະຍຸ ເອເຊັຽ ເສຣີ ຟັງໃນວັນທີ່ 15 ພຶສຈິກາ 2022 ນີ້ວ່າ:

ເພາະວ່າຊ່ວງນີ້ ເປັນຊ່ວງ High-Season; ເພິ່ນກໍເລີຍຂຶ້ນລາຄາ; ໜ້າໜາວແຫຼະ ເພິ່ນມັກຂຶ້ນ; ແຕ່ວ່າຊ່ວງໜ້າຮ້ອນ, ໜ້າຝົນ ເພິ່ນກະລົງລາຄາ ປະມານ 500-600 (ບາທ); ຊ່ວງນີ້ກໍປະມານ 1,000-1,200 ກໍປະມານນີ້ ແລ້ວແຕ່ຫ້ອງ, ຕ້ອງໄດ້ຂຶ້ນ ເພາະວ່າຄ່າຄອງຊີພ ມັນກໍສູງ ເຂົ້າຂອງມັນກໍແພງຂຶ້ນ ແລ້ວກະເງິນກີບ ມັນກໍເຟີ້. ອັນນີ້ແມ່ນໂຮງແຮມເຮົາ ແມ່ນເຂົາເຈົ້າ ເຊົ່າຕໍ່ຈາກເຈົ້າຂອງ ທີ່ເປັນຄົນລາວ ຄັນບໍ່ຂຶ້ນກະບໍ່ຄຸ້ມຄ່າເຊົ່າ, ຄຸ້ມຄ່ານ້ຳ, ຄ່າໄຟ, ຄ່າພະນັກງານຈັ່ງຊິ້ ເຂົາເຈົ້າກະຢູ່ບໍ່ລອດ.

ພະນັກງານ ໂຮງແຮມ ຢູ່ນະຄອນຫຼວງພຣະບາງຜູ້ນີ້ ກ່າວອີກວ່າ ໂຮງແຮມ ແລະເຮືອນພັກ ທີ່ຂຶ້ນລາຄາພັກເຊົາ ໃນໄລຍະນີ້ ສ່ວນຫຼາຍເປັນໂຮງແຮມ ທີ່ດີໆ ຈັດຢູ່ໃນລະດັບ 1-5 ດາວ. ເຈົ້າຂອງໂຮງແຮມ ຈໍາເປັນຕ້ອງຂຶ້ນລາຄາ ຕາມຣະດູການ ຕົວຢ່າງໃນໄລຍະ ເວລານີ້ຂອງປີ ນັກທ່ອງທ່ຽວ ຈະເຂົ້າມາຢ້ຽມຢາມລາວຫຼາຍຂຶ້ນ, ລາຄາກໍແພງຂຶ້ນ; ຕຣົງກັນຂ້າມ ຄ່າໂຮງແຮມ ໃນຍາມຝົນ, ຍາມຮ້ອນ ກໍຈະຖືກລົງ.

ໃນຂະນະດຽວກັນ ເຈົ້າຂອງໂຮງແຮມ ອີກແຫ່ງນຶ່ງ ໃນນະຄອນຫຼວງພຣະບາງ ເຊັ່ນດຽວກັນ ກໍເລົ່າສາເຫດ ໃນການຂຶ້ນຄ່າໂຮງແຮມ ໃນປີນີ້ວ່າ ໂຮງແຮມ ແລະເຮືອນພັກ ເກືອບທຸກແຫ່ງຢູ່ນະຄອນຫຼວງພຣະບາງ ຂຶ້ນລາຄາ ສຳລັບໂຮງແຮມ ຂອງທ່ານເອງ ໄດ້ຂຶ້ນຄ່າພັກກວ່າ 2 ເທົ່າ ຄືຈາກ 33 ໂດລ້າຣ໌ ສະຫະຣັຖ ຂຶ້ນເປັນ 75 ໂດລ້າຣ໌ ຕໍ່ຫ້ອງຕໍ່ຄືນ.

ດັ່ງເຈົ້າຂອງ ໂຮງແຮມ ທ່ານນີ້ ໄດ້ກ່າວຕື່ມວ່າ:

ແມ່ນແລ້ວມັນເປັນ high-season; ດຽວນີ້ມັນເກັບເປັນໂດລ້າຣ໌ ໝົດເລີຍ 75 ໂດລ້າຣ໌ ຕໍ່ຄືນຕໍ່ຫ້ອງ; ແຕ່ກ່ອນເຮົາຂາຍປະມານ 33 ໂດລ້າຣ໌. ຊ່ວງໂລ ເຮົາໂປຣໂມດ ໂຮງແຮມ ເພາະລາວຫາກໍເປີດປະເທດ ແລ້ວທາງໂຮງແຮມ ກໍເລີຍວ່າໃຫ້ລາຄາພິເສດໃຫ້ ແລ້ວບັງເອີນວ່າ ລາຄາພິເສດດຽວນີ້ ມັກໝົດແລ້ວ ດຽວນີ້ມັນຂຶ້ນໝົດເລີຍ ເພາະວ່າດຽວນີ້ມັນເປັນ High ແລ້ວເນາະ; ແລະສອງມາ ຄ່າໃຊ້ຈ່າຍຫຼືວ່າຄ່າຄອງຊີພ ຄ່າຫ້ອງຈະແພງກວ່າໝູ່ຢູ່ແລ້ວ.

ສຳຣັບນັກທ່ອງທ່ຽວ, ເຖິງວ່າຄ່າໂຮງແຮມຈະແພງຂຶ້ນ ພວກເຂົາ ກໍມີທາງເລືອກຫຼາຍ ໝາຍຄວາມວ່າ ຖ້າບໍ່ສາມາດພັກໂຮງແຮມທີ່ຫຼູຫຼາ ຫຼືທີ່ແພງເກີນໄປ ພວກເຂົາກໍສາມາດ ພັກໂຮງແຮມທີ່ຖືກລົງ.

ດັ່ງນັກທ່ອງທ່ຽວ ຜູ້ນ່ຶງ ໄດ້ກ່າວກັບວິທະຍຸ ເອເຊັຽ ເສຣີ ໃນມື້ວັນທີ່ 15 ພຶສຈິກາ 2022 ນີ້ວ່າ:

ກະແມ່ນດຽວນີ້ກະຂຶ້ນຫຼາຍ ຄ່າຄອງຊີພສູງເນາະ ບ່ອງບ່ອນເຂົາເຈົ້າກະອັປຂຶ້ນເນາະ ແຕ່ວ່າມັນກໍມີໃຫ້ເລືອກບັກຫຼາຍໆ ບໍ່ຈຳເປັນວ່າຕ້ອງ 2-3 ດາວ ກະລາຄາຖືກ ບາງທີ່ມັນກະສະອາດ ແມ່ນຫຍັງກະມີ ມັນຈະມີຫຼາຍ ບໍ່ຈຳເປັນຕ້ອງພັກຮອດ 200-300 ຫຼຽນກະໄດ້ ກໍແລ້ວແຕ່ເຮົາເລືອກ ເຮົາສະດວກ ວ່າເຂົາຊິໄຫວຊ່ຳໃດ.

ສ່ວນນັກທ່ອງທ່ຽວ ອີກຄົນນຶ່ງ ກໍກ່າວໃນທຳນອງດຽວກັນວ່າ ຍາມນີ້ເປັນຍາມຄ່າພັກ ໂຮງແຮມແພງ ໂດຍສະເພາະ ໂຮງແຮມລະດັບ 2-3 ດາວ ຂຶ້ນໄປ. ບາງໂຮງແຮມ ຂຶ້ນລາຄາຄ່າພັກ ກໍເພາະເຂົາລວມທັງຄ່າບໍຣິການອື່ນໆນຳ ເຊັ່ນລວມຄ່າໄປຮັບ ໄປສົ່ງ ທີ່ສນາມບິນ ຫຼືທີ່ສະຖານນີຣົຖໄຟດັ່ງນີ້ເປັນຕົ້ນ.

ນັກທ່ອງທ່ຽວຜູ້ນີ້ ກ່າວຕື່ມວ່າ:

ຄັນຈອງກ່ອນ ມັນກໍລາຄາຖືກກວ່າ ທີ່ວ່າເຮົາໄປມາມັນຂຶ້ນ ກໍຂຶ້ນກັບບາງບ່ອນ ເພາະວ່າຊ່ວງນີ້ ມັນເປັນຊ່ວງ High ຊິ່ນ່າ ຊ່ວງແຂກຫຼາຍ ເຂົາເຈົ້າກໍໄລ່ໄປຕາມຫັ້ນນັ້ນແຫຼະ ລາຄາ 2-3 ດາວ ກໍແນວນຶ່ງ 5 ດາວ ກໍແນວນຶ່ງ ພວກຫຼວງພຣະບາງວິວ ພວກນັ້ນ ມັນກໍສູງກວ່າ ບາງທີ ພວກເຂົາຈະລວມກັບຄ່າໄປຮັບສນາມບິນ ຮັບສົ່ງຖ້ຽວຈັງຊິນ່າ.

ຕໍ່ການຂຶ້ນລາຄາ ຂອງໂຮງແຮມ ແລະເຮືອນພັກນີ້ ເຈົ້າໜ້າທີ່ ແຂວງຫຼວງພຣະບາງ ທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ແລະຕຳແໜ່ງ ກ່າວວ່າ:

ເພິ່ນແຈ້ງກັນຢູ່ວ່າ ຫ້າມບໍ່ໃຫ້ສວຍໂອກາດຂຶ້ນ ລາຄາຫັ້ນນ່າ ພວກການຄ້າ ພວກຫຍັງເຂົາເຈົ້າລົງກວດຢູ່ ກໍບາງເທື່ອ ມັນກໍສະພາບ ບ້ານເມືອງຂອງເຮົາ ທຸກມື້ນີ້ ມັນກໍປ່ຽນແປງໝົດ ອັນໃດມັນກໍເພີ່ມໝົດຫັ້ນນ່າ ເຄື່ອງຂອງ ອັນໃດກໍດາຍ ເຄື່ອງດຶ່ມແມ່ນຫຍັງກໍຂຶ້ນໝົດ ຄ່ານ້ຳມັນກະຄືກັນ ປັບຂຶ້ນຕລອດ ປັບປຸງຕລອດ.

ເຈົ້າໜ້າທີ່ທ່ານນີ້ ຊື້ແຈງຕື່ມວ່າ ທີ່ຜ່ານມາ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍໄດ້ເອີ້ນເຈົ້າຂອງໂຮງແຮມ ແລະເຮືອນພັກ ເຂົ້າປະຊຸມ ແລະເຈົ້າໜ້າທີ່ ກໍໄດ້ແຈ້ງກົດລະບຽບ ຫຼັກການກ່ຽວກັບການຂຶ້ນລາຄາ ໂຮງແຮມແລະຮ້ານອາຫານ ໃຫ້ຜູ້ປະກອບການ ຮັບຊາບແລ້ວ ແລະກ່າວເໜັ້ນວ່າ ຫ້າມສວຍໂອກາດຂຶ້ນ ລາຄາຫຼາຍເກີນໄປ.

ເຈົ້າຂອງໂຮງແຮມ ອີກແຫ່ງນຶ່ງໃນລາວ ຊີ້ແຈງເຫດຜົນນຶ່ງອີກ ໃນການຂຶ້ນລາຄາວ່າ ໂຮງແຮມ ຈຳເປັນຕ້ອງຂຶ້ນລາຄາ ເພາະສິນຄ້າ ໃຊ້ໃນໂຮງແຮມ ເກືອບທຸກຢ່າງ ຕ້ອງນຳເຂົ້າ ຈາກຕ່າງປະເທດ ແລະເງິນກີບ ຊ້ຳພັດເຟີ້ ແລະອ່ອນຄ່າລົງທຸກມື້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.