ອັດຕຣາເງິນເຟີ້ ໃນເດືອນກຸມພາ ຂຶ້ນຮອດ 41%

ອຸ່ນແກ້ວ
2023.03.07
ອັດຕຣາເງິນເຟີ້ ໃນເດືອນກຸມພາ ຂຶ້ນຮອດ 41% ກະຊວງແຜນການ ແລະ ການລົງທຶນ, ນະຄອນຫຼວງວຽງຈັນ. ວັນທີ່ 26 ກຸມພາ ປີ 2023.
ນັກຂ່າວ ພົລເມືອງ

ອັດ​ຕ​ຣາ​ເງິນ​ເຟີ້​ ຂອງ​ລາວ​ ໃນ​ເດືອນ​ກຸມ​ພາ​ທີ່​ຜ່ານ​ມາ ຂຶ້​ນ​ຮອດ 41% ເຖິງວ່າ ຣັ​ຖ​ບານມີ​ການ​ປະ​ຊຸມ ​ປຶກ​ສາ​ຫາ​ລື ເພື່ອ​ແກ້​ໄຂ​ບັນ​ຫານີ້ ​ກໍ​ຕາມ.

ປະ​ຊາ​ຊົນ​ເຫັນ​ວ່າ ມັນ​ເປັນ​ການ​ຍາກ ​ທີ່​ຣັ​ຖ​ບານ​ຈະ​ແກ້​ໄຂ ເຣື່ອງ​​ເງິນ​ເຟີ້ ທີ່​ເຮັດ​ໃຫ້ສິນ​ຄ້າ ​ອຸ​ປະ​ໂພກ ແລະ ບໍ​ລິ​ໂພກ ໃນ​ຊີ​ວິດ​ປະຈຳ​ວັນ ແພງ​ຂຶ້ນ. 

ຊາວ​​ແຂວງ​ສວັນ​ນະ​ເຂ​ດ ໄດ້​ກ່າວຕໍ່​ວິທຍຸ ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 7 ມີ​ນາ ວ່າ:

“ໂອ້​ໂຕນີ້ ສິນ​ຄ້າ​ມັນ​ກໍ​ບໍ່​ໄດ້​ຫຼຸດ​ລົງ​ຫັ້ນ​ແຫຼະ ຄ່າ​ເງິນ​ມັນ​ຂຶ້ນ ໝູ​ມັນ​ໂລ​ລະ​ແສນ​ພຸ້ນ ເດ້. ຊີ້ນ​ງົວ​ມັນແສນ​ປາຍ. ແຕ່​ກ່ອນ ມັນ​ກໍ 80,000-90,000 ກີບ. ໄຂ່​ໄກ່ ມັນ​ກໍ​ແຕະ​ນຶ່ງ 65-67 ພັນ​ພຸ້ນ ແຕ່​ເກົ່າ ມັນ​ກໍ 40 ປາຍ ກໍ​ແມ່ນ​ຢາກ​ໃຫ້​ແກ້​ໄຂ ​ກ່ຽວ​ກັບ​ສິນ​ຄ້ານີ້​ແຫຼະ ໃນ​ທ້ອງ​ຕ​ລາດ ປະ​ເພດ​ອາ​ຫານ ແລະ ກໍ​ນ້ຳ​ມັນ.”

ສ່ວນ​ວ່າ ຊີ້ນ​ງົວມີ​ລາ​ຄາ​ປະ​ມານ 100,000 ປາຍ​ກີບ ຕໍ່​ກິ​ໂລກຼາມ ຈາກ​ແຕ່​ກ່ອນ 80,000-90,000 ກີບ ຕໍ່​ກິ​ໂລກຼາມ ອີ​ງ​ຕາມ​ຂໍ້​ມູນ​ຈາກປະ​ຊາ​ຊົນ.

ປະ​ເທດ​ລາວ ສ່ວນ​ຫຼາຍ​ນຳ​ເຂົ້າ​ສິ້ນ​ຄ້າ​ ມາ​ຈາກຕ່າງ​ປະ​ເທດ,​ ສະ​ນັ້ນ ສິນ​ຄ້າ​ສ່ວນ​ຫຼາຍ​ ຕ້ອງ​ຊື້​ເປັນ​ເງິນ​ຕ​ຣາ​ຕ່າງ​ປະ​ເທດ ແລະ ການຄວບ​ຄຸ​ມ​ ລາ​ຄາ​ສິນ​ຄ້າ​​ ເປັນ​ໄປໄດ້​ຍາກ.

ຊາວ​ແຂວງວຽງ​ຈັນ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ​ ວ່າ:

“ຣັ​ຖ​ບານ​ຄວບ​ຄຸມບໍ່​ໄດ້​ເດ້ ມັນ​ຫຼາຍ​ປັດ​ໃຈ ນຶ່ງ​ມາ​ກະບໍ່​ມີ​ສິນ​ຄ້າ ບາດນີ້ ພວກ​ເຂົາ​ເຈົ້າ​ ໄປ​ຊື້​ເຄື່ອງ​ມາ​ແຕ່​ໄທ​ຍ, ເຂົາ​ເຈົ້າ​ຂຶ້ນ ພວກ​ຕ​ລາດ ເຂົາ​ກ​ຊ​ຂຶ້ນ​ນຳ​ ບາດນີ້ ຂຶ້ນ​ຕາມ​ອັດ​ຕ​ຣາ​ເງິນ.​ ເງິນ​ຂຶ້ນ​ກໍ​ຂຶ້ນ​ນຳ ເປີດ​ຂາຍ​ພັ​ນ​ທະ​ບັດ ກໍ​ບຶດ​ດຽວ ເຮັດ​ແນວ​ໃດ ທຳ​ໃຈ.”

ຢູ່​ຕ​ລາດ​ ນະ​ຄອນ​ຫລວງວຽງ​ຈັນ ບາງ​ແຫ່ງ ປັດ​ຈຸ​ບັນ ຊີ້ນ​ໝູ​​ມີ​ລາ​ຄາປະ​ມານ 80 ພັນ​ກີບ ຕໍ່​ກິ​ໂລກຣາມ ຈາກ​ແຕ່​ກ່ອນ ລາ​ຄາ 40 ພັນ ກີບ ຕໍ່​ກິ​ໂລກຣາມ, ໃນ​ຂ​ະນະ​ທີ່​ຊີ້ນ​ໄກ່ ປັດ​ຈຸ​ບັບ​ ລາ​ຄາ​ປະ​ມານ 60 ພັນ ກີບ ຕໍ່​ກິ​ໂລກຣາມ ຈາກ​ແຕ່​ກ່ອນ 25 ພັນ ກີບ ຕໍ່​ກິ​ໂລກຣາມ.

ຊາວ​ນະ​ຄອນ​ຫລວງວຽງ​ຈັນ ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:   

“ແມ່​ນ​ຂຶ້ນ​ໝົດ ສ່ວນ​ຫຼາຍ​ນ່າ ສ່ວນ​ຫຼາຍ​ກໍ​ແມ່ນ​ອັນ ເປັນ​ປະ​ເພດ​ຊີ້ນເນາະ ຊີ້ນ​ໝູ​ແຕ່​ກ່ອນ​ກະ 40 ປາຍ​ພັນ ດຽວນີ້ 80 [ພັນ​] ແລ້ວ​ເດ້ ໄຂ່​ໄກ່ ກໍ​ຂຶ້ນ​ຫຼາຍ​ເຕີບ​ເດ້ ດຽວນີ້ 60 ພັນ​ແລ້ວ ດຽວນີ້​ນ່າ ທີ່​ຈິງ​ກໍ​ຢາກ​ໃຫ້​ແກ້​ໄຂ ຫັ້ນ​ແຫຼະ ກະ​ແກ້​ໄຂ​ຍັງ​ບໍ່​ໄດ້​ດອກ​ດຽວນີ້ ກໍ​ຫາ​ຢູ່​ຫາ​ກິນ ໄປ​ຕາມ​ປະ​ຊາ​ຊົນ​ທຳ​ມະ​ດານີ້​ແຫຼະ.”

ນອກ​ຈາກນີ້ ຊາວ​ຄ້າ​ຂາຍ ​ໄດ້​ຮັບ​ຜົ​ລ​ກະ​ທົບ​ເຊັ່ນ​ກັນ ເພາະ​ຫຼາຍ​ຄົນ​ຈຳ​ເປັນ​ຕ້ອງ​ ໄດ້​ຂາຍ​ສິນ​ຄ້າ​ໃນ​ລາ​ຄາ​ແພງ​ຂຶ້ນ ຍ້ອນ​ວ່າ ເຂົາ​ເຈົ້າ​ຕ້ອງ​​ຊື້​ເຂົ້າ​ມາ ​ເປັນ​ສະ​ກຸນ​ເງິນ​ຕ່າງ​ປະ​ເທດ ແລະ ຕ້ອງ​ຂາຍ​ຕາມ​ອັດ​ຕ​ຣາ​ຂຶ້ນ​ລົງ​ ຂອງ​ເງິນ​ຕຣາ​ຕ່າງ​ປະ​ເທດ.

ຊາວ​ຄ້າ​ຂາຍ​ທ່ານ​ນຶ່ງ ຢູ່​ນະ​ຄອນ​ຫລວງວຽງ​ຈັນ ໄດ້​ກ່າວ​ວ່າ:

“ນ້ຳ​ມັນ​ພືດ​ຕຸກ​ນຶ່ງ ຂ້ອຍ​ຂາຍ​ຢູ່​ຮ້ານ​ຂ້ອຍ 38 ພັນ ກີບ ເກືອບ 40 ພັນ​ກີບ​ແລ້ວ ກໍ​ໄລ​ໂຕ​ຢ່າງ​ລະ 2 ພັນ ກີບ ເຂົ້າ​ມາ​ສົ່ງ​ເຄື່ອງ ຮ້ານ​ຂ​ນົມ​ແມ່ນ​ຫຍັງ​ຕ່າງໆ ເປັນ​ເງິນ​ບາດ​ໝົດ ເປັນ​ພວກ​ໝີ່ ພວກ​ຫຍັງ​ນີ້​ນ່າ ກະ​ເອົາ​ມາ​ຕີ້ ຂາຍ​ເປັນ​ເງິນ​ກີບ ເລື່ອງ​ກະ​ທົບ ກໍ​ກະ​ທົບ ເວົ້າ​ໄປ​ແລ້ວ ມັນ​ກໍ​ໄດ້​ແຕ່​ອົດ​ທົນ​ເອົາ​ຫັ້ນ​ແຫຼະ ມັນ​ຣັ​ຖ​ບານພັກ​ພວ​ກ​ດຽວ ກໍ​ໄດ້​ແຕ່​ທຳ​ໃຈ​ແຫຼະ​ເນາະ.”

IMG_3755.JPG
ການຊື້ຂາຍ ທີ່ຕລາດແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ໄລຍະທີ່ເງິນກີບເຟີ້ສູງຂຶ້ນເລື້ອຍໆ.

ສ່ວນ​ວ່າ ສິນ​ຄ້າ​ປະ​ເພດພືດ​ຜັກ ທີ່​ຊາວ​ບ້ານ​ສາ​ມາດ​ຜ​ລິດ​ໄດ້​ເອງ ກໍ​ມີ​ລາ​ຄາບໍ່​ແພງ​ຫຼາຍ, ແຕ່​ສິນ​ຄ້າ​ປະ​ເພດ​ຊີ້​ນຈະ​ແພງ​ຂຶ້ນ.

ຊາວ​ຄ້າ​ຂາຍ ​ແຂວງ​ຫຼວງ​ພ​ຣະ​ບາງ ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

“ມັນ​ກໍ​ຂຶ້ນ​ຫັ້ນ​ແຫຼະ ຖ້າ​ຫາກວ່າ ໂຕ​ໃດທີ່​ມັນ​ມີ​ຫຼາຍ​ມັນ​ກໍ​ຖືກ​ຫັ້ນ​ນ່າ ແຕ່​ທີ່​ສິ່ງ​ທີ່​ມັນ​ບໍ່​ລົງ ມັນ​ກໍ​ຄື ຊີ້ນ​ເນາະ ມັນ​ຂຶ້ນ​ມັນ​ກໍ​ບໍ່​ລົງ​ເລີຍ ເປັນ​ຊີ້ນ ເປັນ​ປາ ຈຳ​ພວກນີ້​ຫັ້ນ​ນ່າ ແຕ່​ສ່ວນ​ຜ​ລິດ​ຕະ​ພັນທີ່​ວ່າ​ນຳ​ເຂົ້າ ມັນ​ຈະ​ຂຶ້ນໆ ລົງໆ ຕາມ​ອັດ​ຕ​ຣາ​ແລ​ກ​ປ່ຽນເນາະ ໂຕ​ໃດທີ່​ວ່າ ມັນ​ບໍ່​ມີ ຫຼື​ວ່າ ນຳ​ເຂົ້າ ມັນ​ກໍ​ຊ້ອນ​ຂ້າງ ແພງ​ແດ່​ຫັ້ນ​ນ່າ.”

ຊາວ​ລາວ​ຫຼາຍ​ຄົນ ທີ່​ມີ​ຕົ້ນ​ທຶນ​ ກໍ​ຫັນ​ໄປ​ປູກ​ຜັກ, ລ້ຽງ​ໄກ່, ລ້ຽງ​ໝູ, ລ້ຽງ​ປາ ເພື່ອ​ເອົາ​ໄວ້​ກິນ​ເອງ ໂດຍ ບໍ່​ຕ້ອງ​ຕ້ອງ​ໄປ​ຊີ້​ໃຫ້​ເປືອງ​ເງິນ.

ສ່ວນ​ຄົນ​ທີ່ ບໍ່​ມີ​ຕົ້ນ​ທຶນ ບໍ່​ມີ​ເງິນ ແລະ ບໍ່​ມີ​ທີ່​ດິນ ກໍ​ຕ້ອງ​ໄປ​ເປັນ​ລູກ​ຈ້າງເຂົາ​ເຈົ້າ ເພື່ອ​​ຫາລ້ຽງ​ຊີບ. ອີງ​ຕາມ​ຂໍ້​ມູ​ນ ​ຈາກສູນ​ສະ​ຖິ​ຕິ ກະ​ຊວງ​ແຜນ​ການ​ ແລະ ການ​ລົງ​ທຶນ, ອັດ​ຕ​ຣາ​ເງິນ​ເຟີ້ ໃນ​ເດືອນ​ກຸມ​ພາ 2023 ປະ​ມານ 41% ສ່ວນ​ວ່າ ອັດ​ຕ​ຣາ​ເງິນ​ໃນ​ເດືອນມົກ​ຣາ 2023 ປະ​ມານ 40 ເປີ​ເຊັນ ແລະ ອັດ​ຕ​ຣາ​ເງິນ​ເຟີ້​ໃນ​ເດືອນ​ທັນ​ວາ 2022 ປະ​ມານ 39%.

ທາງ​ການ​ລາວ ປະ​ເມີນ​ວ່າ ທ່າ​ອຽງ​ສິນ​ຄ້າ​ໃນ​ເດືອນ​ມີ​ນາ 2023 ຈະ​ບໍ່​ມີ​ການ​ປ່ຽນ​ແປງ​ຫຼາຍ ເມື່ອ​ທຽບກັບ​ປັດ​ຈຸ​ບັນ ແຕ່ ລາ​ຄາ​ສິນ​ຄ້າ​ ຈະ​ແຕກ​ຕ່ງ​ກັນ​ຫຼາຍ ເມື່ອງ​ທຽບ​ໃສ່​ລາ​ຄາ​ສິນ​ຄ້າ ໃນເດືອນ​ມີ​ນາ 2022.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.