ທະນາຄານ ເປີດໃຊ້ແອັບແລກປ່ຽນ ເງິນຕາຕ່າງປະເທດ 3 ສະກຸນ
2024.10.09
ກ່ອນໜ້ານີ້ ໃນວັນທີ 22 ສິງຫາ 2024 ທະນາຄານ ແຫ່ງ ສປປ ລາວ (ທຫລ) ໄດ້ຮ່ວມທຶນກັບ 7 ທະນາຄານທຸລະກິດ ເພື່ອສ້າງຕັ້ງບໍລິສັດ ຕະຫລາດແລກປ່ຽນເງິນຕາຕ່າງປະເທດລາວຈໍາກັດ ໂດຍໄດ້ມີ ການເປີດທົດລອງ ນໍາໃຊ້ ລະບົບແລກປ່ຽນເງິນຕາ ຕ່າງປະເທດ ຜ່ານແອບພລິເຄຊັນ (Application) ໃນໂທລະສັບມືຖື ເຊິ່ງສາມາດແລກປ່ຽນໄດ້ 3 ສະກຸນ ຄື ໂດລ້າສະຫະລັດ, ບາດ ແລະ ຢວນ, ແລະ ລັດຖະບານເຫັນວ່າ ໄດ້ຮັບຄວາມສົນໃຈຈາກສັງຄົມ ເພີ່ມຂຶ້ນຕໍ່ເນື່ອງ.
ຕໍ່ມາ ໃນວັນທີ 7 ຕຸລາ 2024 ທະນາຄານແຫ່ງ ສປປ ລາວ ກໍໄດ້ມີການເຊັນສັນຍາ ຮ່ວມທຶນ ກັບທະນາຄານທຸລະກິດເພີ່ມເປັນ 11 ແຫ່ງ ໃຫ້ສາມາດເຊື່ອມຕໍ່ໄດ້ຫລາຍຂຶ້ນ. ໂດຍການສ້າງຕັ້ງ ບໍລິສັດ ຕະຫລາດແລກປ່ຽນເງິນຕາຕ່າງປະເທດລາວ ຈໍາກັດ ຜ່ານແອບພລິເຄຊັນ ໃນທະນາຄານນີ້ ກໍເພື່ອແກ້ໄຂບັນຫາ ການແລກປ່ຽນ ເງິນຕາຕ່າງປະເທດນອກລະບົບ ທີ່ເປັນບ່ອນເຮັດໃຫ້ຄ່າເງິນກີບບໍ່ຄົງທີ່ ກັບເຂົ້າສູ່ລະບົບ ທະນາຄານ, ດັ່ງ ເຈົ້າໜ້າທີ່ທະນາຄານ ແຫ່ງ ສປປ ລາວ ຍານາງນຶ່ງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 9 ຕຸລາ ນີ້ວ່າ:
“ໃຊ້ມາໄດ້ໄລຍະນຶ່ງແລ້ວ ມັນຈະມີແຕ່ 7 ທະນາຄານຜ່ານມາຫັ້ນ ແລ້ວໂຕເຊັນສັນຍາຫວ່າງກີ້ນີ້ ເພິ່ນເພີ່ມຂຶ້ນເປັນ 11 ທນາຄານມາເຊື່ອມກັນ ຄືເອື້ອຍມີ ແອບ BCEL ONE ຂອງທະນາຄານການຄ້າ ເອື້ອຍກໍເຂົ້າໄປແອບ BCEL One ເນາະ ແລ້ວມັນຊິມີ ໂລໂກ້ນ້ອຍໆ ຢູ່ໃນຫັ້ນເນາະ ຂຽນວ່າ LFX ກໍເຂົ້າໂຕ ໂລໂກ້ຫັ້ນເລີຍ ສາມາດໄປແລກໄດ້ເລີຍ ເພິ່ນຢາກເອົາເງິນເຂົ້າລະບົບ ແລະ ແລກປ່ຽນ ໃຫ້ຜ່ານຕະຫລາດນີ້ ເພື່ອໃຫ້ມີຄວາມໂປ່ງໃສ ເປັນລະບຽບ.”
ຂະນະທີ່ເຈົ້າໜ້າທີ່ ທະນາຄານສົ່ງເສີມກະສິກໍາ ກໍກ່າວວ່າ ສໍາລັບຄົນຈະແລກປ່ຽນເງິນຕາຕ່າງປະເທດ ຜ່ານແອບພິເຄເຊິນຂອງທະນາຄານ ຜ່ານລະບົບ LFX ຕ້ອງມີບັນຊີ ເປັນສະກຸນເງິນບາດ, ເງິນໂດລ້າ ແລະ ເງິນຢວນ ຂອງທະນາຄານທຸລະກິດໃນລາວ ກ່ອນ ຈຶ່ງສາມາດແລກປ່ຽນ ຊື້-ຂາຍໄດ້.
“ຖ້າວ່າຢາກແລກປ່ຽນເງິນບາດ ກໍຕ້ອງມີ ສະກຸນເງິນບາດ ທີ່ວ່າມີບັນຊີເງິນຝາກຢູ່ສົ່ງເສີມ ຖ້າວ່າເປັນໂດລ້າ ກໍຕ້ອງໄດ້ເປບັນຊີໂດລ້າ ທີ່ໂອນແລກປ່ຽນຜ່ານລະບົບ ຂອງ LFX ທີ່ມີບັນຊີ ຜູກກັບທະນາຄານສົ່ງເສີມ.”
ໃນຂະນະດຽວກັນ ເຈົ້າໜ້າທີ່ ທະນາຄານພັດທະນາລາວ ນາງນຶ່ງ ກໍກ່າວເຖິງເລື້ອງນີ້ວ່າ ການສ້າງຕັ້ງບໍລິສັດ ຕະຫລາດແລກປ່ຽນເງິນຕາຕ່າງປະເທດລາວ ຈໍາກັດນີ້ ເປັນຂອງທະນາຄານແຫ່ງ ສປປ ລາວ ທີ່ຮ່ວມທຶນກັນກັບ ທະນາຄານທຸລະກິດໃນລາວ ຜ່ານແອບພິເຄເຊິນ ໃຫ້ສາມາດແລກປ່ຽນເງິນຕາຕ່າງປະເທດ ໄດ້ສະດວກຂຶ້ນ ແຕ່ຖ້າປະຊາຊົນຈະນໍາເງິນກີບ ໄປແລກເອົາເງິນຕາຕ່າງປະເທດ ຢູ່ຈຸດບໍລິການຂອງທະນາຄານ ຍັງບໍ່ສາມາດເຮັດໄດ້ເທື່ອ.
“ຄວາມໝາຍໂຕ LFX ນ່າໂຕນີ້ ແມ່ນລ້ອກອິນຜ່ານລະບົບເຮົາຊື່ໆນ່າ ແຕ່ວ່າເຂົ້າໄປໃນຕະຫລາດ ໂຕນັ້ນເປັນຂອງ ທະນາຄານກາງ ຄືແບບລູກຄ້າຈະເອົາ ເງິນບາດ, ເງິນໂດລ້າ ມາຂາຍໃຫ້ທະນາຄານ ມາຂາຍຢູ່ ເຄົ້າເຕີ້ ບໍລິການໄດ້ ເປັນເງິນສົດໄດ້ ແຕ່ວ່າຊື້ບໍ່ໄດ້.”
ກ່ຽວກັບເລື້ອງດັ່ງກ່າວນີ້ ຊາວຄ້າຂາຍ ໃນນະຄອນຫລວງວຽງຈັນ ນາງນຶ່ງກໍກ່າວວ່າ ປັດຈຸບັນ ກໍຍັງບໍ່ຮູ້ຈັກລະບົບແອບພິເຄເຊິນ ແລກປ່ຽນເງິນຕາຕ່າງປະເທດ ວ່າເຮັດແນວໃດ ເພາະບໍ່ໄດ້ສືກສາ ທ່ານກໍຍັງໄປແລກປ່ຽນນອກລະບົບ ຄືເກົ່າ. ເພາະຖ້າຫາກໄປແລກຢູ່ທະນາຄານ ເຂົາເຈົ້າກໍບໍ່ມີເງິນໃຫ້ແລກປ່ຽນ ຄືເກົ່າ.
“ຍັງບໍ່ຮູ້ຈັກເລີຍ ແອບພິເຄເຊິນຫັ້ນ ບໍ່ໄດ້ສືກສາ ໄດ້ໄປແລກນອກ ສູງກໍໄດ້ແລກຫັ້ນນ່າ ຄວາມເຮົາຕ້ອງການ ແລກປ່ຽນຕາມອັນ ທະນາຄານແລ້ວມັນແລກບໍ່ໄດ້ ເຂົາບໍ່ມີເງິນໃຫ້ ເຣທກໍຕ່ໍາ ຄັນເອົາເງິນບາດໄປແລກ ເຂົາມີເງິນກີບໃຫ້ໝົດ ແຕ່ວ່າເອົາເງິນກີບໄປແລກເງິນບາດ ນີ້ເຂົາບໍ່ມີ.”
ພ້ອມດຽວກັນນີ້ ຊາວລາວນາງນຶ່ງ ໃນນະຄອນຫລວງວຽງຈັນ ກໍກ່າວວ່າ ໄດ້ຍິນຂ່າວຢູ່ ເລື້ອງການໃຊ້ແອບພິເຄເຊິນ ແລກປ່ຽນເງິນຕາຕ່າງປະເທດ ແຕ່ວ່າ ທ່ານເອງກໍບໍ່ໄດ້ໃຊ້ ມັນຫຍຸ້ງຍາກ ຫລາຍຂັ້ນຕອນ. ກໍຍັງໄປແລກປ່ຽນ ນອກລະບົບຄືເກົ່າ ເພາະຖ້າໄປແລກປ່ຽນ ຢູ່ທະນາຄານ ທະນາຄານກໍຍັງ ບໍ່ມີເງິນຕາຕ່າງປະເທດໃຫ້ແລກປ່ຽນເທື່ອ
“ມີ ແຕ່ກໍບໍ່ໄດ້ໃຊ້ ເຮົາເຮັດບໍ່ເປັນ ຍາກຫລາຍຂັ້ນຕອນ ລັດຖະບານ ເພິ່ນກໍບໍ່ໄດ້ມີເງິນໃຫ້ແລກຄືເກົ່າຫັ້ນລະ ເພິ່ນບໍ່ໄດ້ຂາຍເງິນບາດ ເງິນດອນບໍ່ຂາຍ ຂາຍແຕ່ເງິນກີບ ແລກນອກ ຊ່ວງນີ້ກໍລົງແດ່ 67.”