ດິນ ຂອງຊາວບ້ານຄົນນຶ່ງ ຢູ່ບໍຣິຄັນ ຖືກຍຶດ, ຂາຍຕໍ່

ສຸພັດຕາ
2022.10.14
ດິນ ຂອງຊາວບ້ານຄົນນຶ່ງ ຢູ່ບໍຣິຄັນ ຖືກຍຶດ, ຂາຍຕໍ່ ແຜນທີ່ ເມືອງບໍຣິຄັນ ແຂວງບໍຣິຄໄຊ.
ຮູບພາບ: OpenStreetMap contributors/Datawrapper

ເມື່ອວັນທີ 13 ຕຸລາ ທີ່ຜ່ານມານີ້ ຊາຍສູງວັຍ (ພໍ່ຕູ້ຄົນນຶ່ງ) ອາຍຸປະມານ 70 ປາຍປີ ຢູ່ບ້ານນໍ້າປາ ເມືອງບໍຣິຄັນ, ແຂວງບໍຣິຄໍາໄຊ ໄດ້ຮ້ອງຂໍຄວາມເປັນທັມ ຈາກຂັ້ນຣັຖບານ ຜ່ານທາງສື່ສັງຄົມ ອອນລາຍນ໌ ຍ້ອນເມື່ອ 10 ປີກ່ອນ ເຈົ້າໜ້າທີ່ ທະຫານຄົນນຶ່ງ ທີ່ສັງກັດກອງບັນຊາການ ທະຫານແຂວງບໍຣິຄໍາໄຊ ແຕ່ປັດຈຸບັນ ໄດ້ເປັນນາຍທະຫານ ອອກຮັບບໍານານແລ້ວນັ້ນ ໃຊ້ອໍານາດຍຶດ ເອົາທີ່ດິນຂອງພໍ່ຕູ້ຄົນດັ່ງກ່າວ ແລ້ວເອົາທີ່ດິນດັ່ງກ່າວ ຂາຍໃຫ້ກັບຊາວບ້ານນາງນຶ່ງ ແຕ່ເມື່ອທາງຄອບຄົວ ໄດ້ແລ່ນເອກສານ ຮ້ອງຂໍຄວາມເປັນທັມ ຈາກພາກສ່ວນທີ່ກ່ຽວຂ້ອງ ຂັ້ນເມືອງ ແລະສານ ປະຊາຊົນແຂວງ ບໍຣິຄໍາໄຊ ໄປຈົນຮອດ ສານປະຊາຊົນ ພາກກາງ ແຕ່ສຸດທ້າຍ ກໍຖືກສານຕັດສິນ ໃຫ້ເປັນຜູ້ບໍ່ຊະນະຄະດີ ແລະບໍ່ມີສິທ ເອົາທີ່ດິນດັ່ງກ່າວຄືນ.

ດັ່ງພໍ່ຕູ້ ຄົນທີ່ຮ້ອງຂໍຄວາມເປັນທັມ ຈາກຂັ້ນຣັຖບານ ໄດ້ກ່າວຜ່ານວິດິໂອ ທີ່ເຜີຍແຜ່ໃນສື່ສັງຄົມ ອອນລາຍນ໌ ໃນຕອນນຶ່ງວ່າ:

“ໃຫ້ຊ່ອຍຂ້ານ້ອຍ ມາເວົ້າມາຕັດສິນເຣື່ອງນີ້ ມາຊ່ອຍສືບສວນເຣື່ອງນີ້ ມັນມາສໍ້ໂກງເອົາດິນຂ້ານ້ອຍ ເຂົາຕັດສິນແລ້ວເນາະ ຫວ່າງນຶ່ງນີ້ ບໍ່ໄດ້ເອີ້ນຂ້ານ້ອຍໄປ ອັນນີ້ມັນຖືກຕ້ອງບ່ອນໃດ ດິນລະແມ່ນດິນຂ້ານ້ອຍແລ້ວໄປຂາຍ ຟ້ອງໄປຫຼາຍສານຫັ້ນນ່າ ສານສູງບໍ ສານພາກກາງບໍ.”

ຂະນະທີ່ ຜູ້ທີ່ຮູ້ເຫດການດັ່ງກ່າວ ໃນເຂດບ້ານທີ່ເກີດເຫດນີ້ທ່ານນຶ່ງ ທີ່ຂໍສງວນຊື່ ແລະສຽງ ກ່າວວ່າ ເຫດການດັ່ງກ່າວ ເກີດຂຶ້ນແຕ່ປີ 2011 ໂດຍເຈົ້າໜ້າທີ່ທະຫານ ແຂວງບໍຣິຄໍາໄຊຄົນນຶ່ງ ໃນສໄມນັ້ນ ໄດ້ມາປ່ອຍເງິນກູ້ ນອກລະບົບໃຫ້ແກ່ຊາວບ້ານ ແລ້ວໄດ້ຂໍໃຫ້ລູກຊາຍ ຂອງພໍ່ຕູ້ຄົນດັ່ງກ່າວ ຊ່ອຍເກັບເງິນກູ້ທີ່ຊາວບ້ານ ໄດ້ກູ້ຢືມໄປນັ້ນ ແລ້ວສົ່ງເງິນທີ່ເກັບໄດ້ ໃຫ້ແກ່ເຂົາເຈົ້າ ແຕ່ລາວບໍ່ໄດ້ສົ່ງເງິນ ໃຫ້ຕາມທີ່ກໍານົດ ເຮັດໃຫ້ເຈົ້າໜ້າທີ່ ທະຫານຄົນດັ່ງກ່າວ ບໍ່ພໍໃຈ ຈຶ່ງໄດ້ເອີ້ນທັງລູກຊາຍ ແລະພໍ່ຕູ້ ມາຮັບຟັງບົດບັນທຶກ ຢູ່ເຮືອນຂອງເຈົ້າໜ້າຂັ້ນບ້ານ ເຊິ່ງໄດ້ມີການລະບຸວ່າ ລູກຊາຍຂອງພໍ່ຕູ້ ເປັນໜີ້ເຂົາເຈົ້າ ຈໍານວນປະມານ 16,000,000 ກີບ, ແຕ່ເມື່ອຄອບຄົວ ຂອງຜູ້ກ່ຽວ ບໍ່ສາມາດຊໍາ ລະໜີ້ໄດ້ຕາມເວລາ ທີ່ກໍານົດ ເຮັດໃຫ້ເຈົ້າໜ້າທີ່ ທະຫານຄົນດັ່ງກ່າວ ໄດ້ໃຊ້ອໍານາດ ຍຶດທີ່ດິນຂອງພໍ່ຕູ້ໄປ ພ້ອມທັງຮ່ວມມື ກັບເຈົ້າໜ້າທີ່ຂັ້ນເມືອງ ເພື່ອຂາຍທີ່ດິນ ບ່ອນດັ່ງກ່າວ ໃຫ້ຊາວບ້ານນາງນຶ່ງ.

ທ່ານກ່າວຕື່ມວ່າ ຫຼັງຈາກນັ້ນ ພໍ່ຕູ້ຄົນດັ່ງກ່າວ ໄດ້ປະກອບເອກສານ ເພື່ອຮ້ອງຂໍຄວາມເປັນທັມ ຕໍ່ເຈົ້າໜ້າທີ່ຂັ້ນເມືອງ ເມືອງບໍຣິຄັນ ຈົນໃນທີ່ສຸດ ກໍມີຄໍາຕັດສິນ ໃຫ້ເຈົ້າໜ້າທີ່ທະຫານຄົນດັ່ງກ່າວ ຄືນທີ່ດິນໃຫ້ແກ່ພໍ່ຕູ້ ແລະລູກຊາຍຂອງພໍ່ຕູ້ ຕ້ອງຈ່າຍເງິນຄືນ ໃຫ້ແກ່ເຂົາເຈົ້າ ແຕ່ຜ່ານມາໄດ້ 2 ເດືອນ ເຈົ້າໜ້າທີ່ທະຫານຜູ້ນັ້ນ ກໍໄດ້ບອກວ່າ ກາຍກໍານົດທີ່ຈະສົ່ງເງິນຄືນແລ້ວ ຈຶ່ງໄດ້ຍຶດເອົາທີ່ດິນຂອງພໍ່ຕູ້ ອີກຄືເກົ່າ ແລະຫຼັງຈາກນັ້ນ ເປັນຕົ້ນມາ ພໍ່ຕູ້ ແລະຄອບຄົວ ກໍໄດ້ແລ່ນເອກສານ ໄປຍັງສານຫຼາຍແຫ່ງ ທັງສານປະຊາຊົນແຂວງບໍຣິຄໍາໄຊ ແລະສານປະຊາຊົນພາກກາງ ແຕ່ກໍມີຄໍາຕັດສິນ ໃຫ້ທີ່ດິນເປັນຂອງຊາວບ້ານ ຜູ້ທີ່ຊື້ທີ່ດິນ ຈາກທະຫານຄົນດັ່ງກ່າວ ແລະໃນຂະນະດຽວກັນ ທາງຄອບຄົວຂອງພໍ່ຕູ້ ກໍໄດ້ໄປຮ້ອງຮຽນຕໍ່ສະພາແຫ່ງຊາຕ ເພື່ອໃຫ້ພິຈາຣະນາຊ່ອຍເຫຼືອ ແຕ່ກໍໄດ້ຮັບການປະຕິດເສດ ທີ່ຈະຊ່ອຍ ໂດຍໃຫ້ເຫດຜົລວ່າ ກາຍກໍານົດທີ່ຈະພິຈາຣະນາແລ້ວ.

ໃນຂະນະທີ່ ຊາວບ້ານທີ່ຮູ້ເຫດການດັ່ງກ່າວ ຜ່ານທາງສື່ສັງຄົມ ອອນລາຍນ໌ຫຼາຍຄົນ ກໍບໍ່ຮູ້ທີ່ມາທີ່ໄປ ຂອງບັນຫາ ຢ່າງຄັກແນ່ ແຕ່ກໍໄດ້ສະແດງຄວາມເປັນຫ່ວງ ພໍ່ຕູ້ຄົນດັ່ງກ່າວ ແລະຢາກໃຫ້ພາກສ່ວນທີ່ີກ່ຽວຂ້ອງ ມີການຊີ້ແຈງຣາຍລະອຽດເພີ່ມຕື່ມ ເພື່ອໃຫ້ຄວາມເປັນທັມ ຕໍ່ຜູ້ຮ້ອງທຸກ.

ດັ່ງຊາວບ້ານ ຢູ່ແຂວງບໍຣິຄໍາໄຊ ທ່ານນຶ່ງ ກ່າວວ່າ:
“ຕູ້ອັນນຶ່ງຫັ້ນ ລົງອັນນັ້ນຕິເບາະ ກະຕິດຕາມຢູ່ ກະເຫັນເຂົາເອົາລົງ ເຫັນຫຼາຍຄົນຢູ່ ທີ່ວ່າເຂົາແຊຣ໌ລົງມາ ກໍເປັນຕາອີ່ຕົນລາວຫັ້ນນ່າ ແຕ່ວ່າຄວາມຈິງ ແທ້ ເຮົາກະຟັງຄວາມຝ່າຍດຽວ ເຮົາກະບໍ່ທັນຮູ້ລະອຽດເນາະ ເຫັນເຮົາລົງມາເຮົາກະເລີຍແຊຣ໌ໃຫ້ຫັ້ນນ່າ ລະອຽດແທ້ກໍລໍຖ້າເບິ່ງທາງຂັ້ນເທິງ ເພິ່ນລົງມາແກ້ໄຂ.”

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາຫຼາຍພາກສ່ວນ ທີ່ກ່ຽວຂ້ອງຂອງເມືອງບໍຣິຄັນ ແລະແຂວງບໍຣິຄໍາໄຊ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ ແຕ່ກໍໄດ້ຮັບຄໍາຊີ້ແຈງ ພຽງແຕ່ວ່າ ຄະດີດັ່ງກ່າວໄດ້ຕັດສິນໄປຕັ້ງແຕ່ດົນແລ້ວ ແລະບໍ່ເຫັນພາກສ່ວນໃດ ຊີ້ແຈງວ່າ ຈະມີການຮື້ຟື້ນຄະດີ ດັ່ງກ່າວຄືນໃໝ່ໃນມໍ່ໆນີ້.

ດັ່ງເຈົ້າໜ້າທີ່ຫ້ອງການ ອັຍການປະຊາຊົນ ແຂວງບໍຣິຄໍາໄຊ ນາງນຶ່ງ ກ່າວວ່າ:
“ເຮົາກໍບໍ່ຮູ້ ເພາະວ່າພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ຕັດສິນໄປແລ້ວເດ້ ຄະດີໂຕນີ້ ມັນແລ້ວແຕ່ດົນລະໃດ໋ລະ.”

ທາງດ້ານນັກກົດໝາຍທ່ານນຶ່ງ ກ່າວວ່າ ສໍາລັບຄະດີ ທີ່ສານໄດ້ຕັດສິນໄປແລ້ວນັ້ນ ຫາກຜູ້ທີ່ອັບປໂຍດເຫັນວ່າ ບໍ່ໄດ້ຮັບຄວາມເປັນທັມ ຕໍ່ການຕັດສິນຂອງສານ ກໍສາມາດປະກອບເອກສານ ແລະຫຼັກຖານ ເພື່ອຍື່ນຂໍອຸທອນ ໃຫ້ມີການຮື້ຟື້ນ ແລະພິຈາຣະນາຄະດີຄືນໃໝ່ໄດ້ ແຕ່ຈະຕ້ອງໃຊ້ຫຼັກຖານໃໝ່ ທີ່ບໍ່ເຄີຍນໍາໃຊ້ໃນຄະດີມາກ່ອນ ເພື່ອປະກອບການພິຈາຣະນາຄະດີ ຖ້າບໍ່ດັ່ງນັ້ນ ພາກສ່ວນທີ່ກ່ຽວຂ້ອງ ກໍຈະບໍ່ຮັບພິຈາຣະນາຄືນໃໝ່.

ດັ່ງທ່ານກ່າວວ່າ:

“ຕ້ອງເຮັດໜັງສືຫາອັຍການສູງ ສິດທິຊິຮື້ຟື້ນຄະດີມີ ແຕ່ອັຍການສູງກວດກາ ຈຶ່ງສົ່ງມາໃຫ້ສານຂັ້ນຕົ້ນ ເປັນຄົນດໍາເນີນຄືນໃໝ່ ມັນກະມີຊ່ອງຫວ່າງໃຫ້ຢູ່ ເພາະວ່າບາງທີອາຈຕັດສິນໄປ ໃນແນວນັ້ນ ຂໍ້ມູນຫຼັກຖານບໍ່ຖືກ ຄັນມີຫຼັກຖານໃໝ່ເຂົາຮື້ຟື້ນ.”

ແລະໜ້າສຸດນີ້ ສໍາລັບຄຣິບວິດິໂອ ກ່ຽວກັບການຮ້ອງຂໍ ຄວາມເປັນທັມ ຂອງພໍ່ຕູ້ຄົນດັ່ງກ່າວ ທີ່ຖືກເຜີຍແຜ່ທາງສື່ສັງຄົມ ອອນລາຍນ໌ນັ້ນ ກໍໄດ້ຖືກລຶບອອກໄປແລ້ວ, ໂດຍຜູ້ທີ່ໂພສວິດີໂອດັ່ງກ່າວ ໄດ້ຊີ້ແຈງຜ່ານສື່ສັງຄົມ ອອນລາຍນ໌ວ່າ ກ່ຽວກັບຄລີບວິດີໂອ ທີ່ຍານາງ ໄດ້ເອົາລົງສື່ສັງຄົມ ອອນລາຍນ໌ນັ້ນ ບໍ່ໄດ້ມີເຈຕນາ ເຮັດໃຫ້ອົງກອນ ຫຼືບຸກຄົນໃດເສັຍຫາຍ ພຽງແຕ່ພໍ່ຕູ້ຄົນດັ່ງກ່າວ ມາຂໍໃຫ້ຍານາງເອົາລົງ ເພາະຢາກໃຫ້ ສັງຄົມຊ່ອຍພິຈາຣະນາ ແລະ ຢາກໃຫ້ຜູ້ທີ່ມີຄວາມຮູ້ ແລະຄວາມສາມາດ ຫາແນວທາງຊ່ອຍເຫຼືອເຂົາເຈົ້າ ໃຫ້ໄດ້ຮັບຄວາມເປັນທັມຊື່ໆ.
ກ່ອນໜ້ານີ້ ກໍຣະນີຂໍ້ຂັດແຍ້ງເຣື້ອງທີ່ດິນ ທີ່ມີການຕັດສິນ ແລ້ວມີການລໍາອຽງ ເຮັດໃຫ້ຜູ້ອັບປໂຍດ ສົງສັຍ ໃນການຕັດສິນ ກໍມີຫຼາຍຄະດີ ເປັນຕົ້ນວ່າ ຄະດີຂໍ້ຂັດແຍ້ງທີ່ດິນ ຢູ່ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເມື່ອປີ 2018 ໂດຍໃນເບື້ອງຕົ້ນ ສານຂັ້ນຕົ້ນ ຕັດສິນໃຫ້ຜູ້ອັບປໂຍດ ຊະນະຄະດີ ແຕ່ຕໍ່ມາ ໄດ້ມາປີ້ນຄໍາຕັດສິນ ໃຫ້ຄູ່ກໍຣະນີ ຊະນະຄະດີ ແລະເຫດການ ຂອງທ່ານ ທິດໄພ ທໍາມະວົງ ທີ່ຖືກເຈົ້າໜ້າທີ່ ຕໍາຣວດເມືອງປາກກະດິງ ແຂວງບໍຣິຄໍາໄຊ ຈັບໂຕເມື່ອເດືອນ ກັນຍາ ປີ 2019 ຍ້ອນບໍ່ຍອມເຊັນມອບດິນ ໃຫ້ແກ່ບໍຣິສັດ ຢາງພາຣາ ຂອງວຽດນາມ ພ້ອມທັງຮຽກຮ້ອງ ຂໍຄ່າຊົດເຊີຽ, ເຊິ່ງຕໍ່ມາ ເຈົ້າເມືອງ ເມືອງປາກກະດິງ ໄດ້ຊີ້ແຈງວ່າ ດິນຕອນດັ່ງກ່າວ ຂອງຜູ້ກ່ຽວນັ້ນ ເປັນດິນສງວນ ຂອງຣັຖ ແຕ່ເຈົ້າໜ້າທີ່ ຂັ້ນບ້ານໂຕ້ແຍ້ງວ່າ ດິນດັ່ງກ່າວ ແມ່ນດິນຂອງທ່ານ ທິດໄພ ທີ່ໄດ້ຮັບມໍຣະດົກ ມາຈາກພໍ່ແມ່ ມາຕັ້ງແຕ່ປີ 1985.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.