ຂ.ບໍຣິຄຳໄຊກວດພົບ ໃບຕາດິນ ປອມ
2019.08.05
ແຂວງບໍຣິຄຳໄຊ ກວດພົບການປອມແປງ ໃບຕາດິນຜິດກົດໝາຍ ຈຳນວນຫຼາຍ ແລະປ່ຽນເປົ້າໝາຍ ການນໍາໃຊ້ທີ່ດິນ ທີ່ບໍ່ໄດ້ຮັບອະນຸຍາດ ເຊັ່ນການຫັນເອົາທີ່ດິນກະສິກັມ ເຂດໃຈກາງເມືອງ ແລະເຂດຊົນນະບົດ ຂອງແຕ່ລະເມືອງມາເປັນປະເພດ ດິນປຸກສ້າງເພື່ອເຮັດ ທຸຣະກິດ ການຄ້າ. ດ່ັງເຈົ້າໜ້າທີ່ຜແນກຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ແຂວງບໍລິຄຳໄຊ ກ່າວຕໍ່ RFA ໃນວັນທີ 5 ສິງຫາ ວ່າ:
"ປະຊາຊົນເພິ່ນບໍ່ສຶກສາເນາະກາຍ້ອນ ຫຼືວ່າແນວໃດນັ້ນບັນຫາມັນເດ້ ວ່າດິນເຄີຍເອົາໃຫ້ນັກທຸຣະກິດ ໄປເຮັດການຄ້າ ໂດຍບໍ່ຮູ້ວ່າເພິ່ນນັ້ນ ໄປເຊັນເອກກະສານ ໃຫ້ນັກທຸຣະກິດນັ້ນ ແບບໃດຍິນຍອມໃຫ້ເພິ່ນແບບໃດ ເອົາໃບຕາດິນໄປໃຫ້ເຂົາ."
ອີກຮູບແບບນຶ່ງທີ່ເຮັດໃຫ້ ກັມມະສິດທີ່ດິນ ຖືກໂອນກໍຍ້ອນມາຈາກ ປະຊາຊົນຮູ້ເທົ່າບໍ່ເຖິງການ ທີ່ໄດ້ເອົາດິນໄປຄໍ້າປະກັນ ເພື່ອກູ້ຢືມເງິນ ກັບນັກທຸຣະກິດ ເພື່ອມາເຮັດທຸຣະກິດ ຫຼື ລົງທຶນໃສ່ການຜລິດກະສິກັມ ໂດຍເສັຽດອກເບັ້ຽຕາມການຕົກລົງ ໂດຍບໍ່ອ່ານສັນຍາ ໃຫ້ຣະອຽດ ຈຶ່ງເປັນເຫດໃຫ້ ນັກທຸຣະກິດ ເອົາໃບຕາດິນຫັນປ່ຽນ ກັມມະສິດ ເປົ້າໝາຍການນໍາໃຊ້.
"ແບບວ່າຢາກຢືມເງີນເນາະໄປເຮັດທຸຣະກິດ ຫຼື ວ່າໄປປູກຜັກ ຢືມເງິນນອກຣະບົບ ເອົາໃບຕາດິນໄປຈຳເນາະ ດອກເບັ້ຽໃຫ້ທ່ານທໍ່ນັ້ນທໍ່ນີ້ ສອງຝັນສອງຝ່າຍ ເຂົາລົມກັນການັກທຸຣະກິດ ກໍ່ບໍ່ແມ່ນນັກທຸຣະກິດ ໃຫຍ່ດອກຊອກເອົາ ຜູ້ທີ່ຄວາມຮູ້ ເຂົ້າບໍ່ເຖິງ ໂຕຄົນທີ່ບໍ່ມີຣາຍຮັບ ບ້ານນອກບ້ານນາ."
ຕໍ່ບັນຫາດັ່ງກ່າວ ທ່ານສົມສະຫງວນ ສຸວັນນະລາດ ຫົວໜ້າຜແນກຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ແຂວງບໍຣິຄຳໄຊ ໄດ້ ຣາຍງານຕໍ່ກອງປະຊຸມສມັຍຄັ້ງທີ 7 ຂອງສະພາປະຊາຊົນແຂວງ ໃນວັນທີ 30 ກໍຣະກະດາ ຜ່ານມາວ່າ ໄດ້ລົງກວດກາ 5 ເມືອງ 35 ບ້ານພົບເຫັນ ການປອມແປງໃບຕາດິນ ແລະປ່ຽນເປົ້າໝາຍ ການນໍາໃຊ້ທີ່ດິນທີ່ບໍ່ໄດ້ຮັບອະນຸຍາດ ແລະບໍ່ຖືກຕ້ອງຕາມຣະບຽບກົດໝາຍ ໃນນັ້ນມີຕອນດິນ ທີ່ປອມແປງໃບຕາດິນ ຈຳນວນ 141 ຕອນ ເນື້ອທີ່ 384,000 ແມັດກາເຣ. ແລະ ມີຕອນດິນ ທີ່ປ່ຽນເປົ້າໝາຍການ ນໍາໃຊ້ 128 ຕອນ ເນື້ອທີ່ 213,000 ແມັດກາເຣ.