ຂ.ບໍຣິຄຳໄຊ ຍຶດຣົດເຖື່ອນ
2017.10.10

ແຂວງບໍຣິຄຳໄຊ ໄດ້ກວດພົບເຫັນ ແລະຍຶດຣົດຍົນ ນຳເຂົ້າແບບບໍ່ຖືກຕ້ອງ ຕາມກົດຫມາຍ ຈຳນວນ 647 ຄັນ ໃນປີນີ້ ໃນນັ້ນມີຣົດຈັກ 473 ຄັນ ຣົດໃຫຍ່ 174 ຄັນ ຣົດສ່ວນໃຫຍ່ ແມ່ນລັກເຂົ້າມາຈາກ ວຽດນາມ ໄທແລະຈີນ ແລ້ວເອົາມາປ່ຽນ ສະພາບ ແລະ ປອມແປງ ເອກສານ. ດັ່ງ ເຈົ້າຫນ້າທີ່ພາສີ ແຂວງບໍຣິຄຳໄຊ ທ່ານນື່ງ ກ່າວໃນມື້ວັນທີ 9 ຕຸລາ ນີ້ວ່າ:
"ສ່ວນຫລາຍຣົດມາຈາກວຽດນາມ ເພາະຂະເຈົ້າ ເຂົ້າມາຊື້ມາຂາຍ ພວກເຮົາກໍຈັບ ສົມມຸດວ່າ ຣົດຈັກນີ້ຂະເຈົ້າ ຈະຕິດປ້າຍວຽດນາມ ເຂົ້າມາແລ່ນເຄື່ອນໄຫວ ໃນບ້ານເຮົາ ບໍ່ໄດ້ແລ້ວເນາະ ຣົດປ້າຍວຽດນາມ ຣົດປ້າຍຫຍັງ ເຮົາກໍຈັບ ຣົດປະເພດນີ້ ມັນກໍບໍ່ມີສີດ ເຂົ້າມາ ຊົມໃຊ້ ແບບນີ້ເດ ແຕ່ຣົ້ດໃຫຍ່ ກໍຍັງມີປ້າຍ ມີຫຍັງ".
ທ່ານກ່າວຕື່ມວ່າ ຣົດທີ່ເອົາເຂົ້າມາແບບຜິດກົດຫມາຍ ຢູ່ແຂວງບໍຣິຄຳໄຊ ນີ້ 90% ແມ່ນມາຈາກວຽດນາມ ສ່ວນໄທ ແລະຈີນ ນັ້ນປະມານ 10% ໃນປັດຈຸບັນ ໄດ້ສອບສວນໄປແລ້ວ 127 ຄັນ ເປັນຣົດໃຫຍ່ 18 ຄັນແລະຣົດຈັກ 109 ຄັນສ່ວນເຫລືອຍັງບໍ່ທັນ ສອບສວນເທື່ອ ມີ ພຽງແຕ່ຍຶດໄວ້ ເພື່ອໃຫ້ເຈົ້າຂອງຣົດ ເອົາເອກສານ ແລະ ຫລັກຖານ ມາອ້າງອີງ.
ໃນຕົ້ນປີນີ້ ສຳນັກງານນາຍົກ ຣັຖມົນຕຣີ ໄດ້ອອກຄຳສັ່ງ ໃຫ້ກະຊວງການເງິນ ຕຳຣວດ ແລະແຂວງຕ່າງໆ ກວດກາແລະແກ້ໄຂບັນຫາຣົດ ທີ່ບໍ່ຖືກຕ້ອງ ຕາມກົດຫມາຍ ໃນທົ່ວປະເທດ ຊື່ງໃນປັດຈຸບັນ ຄາດວ່າ ມີທັງຫມົດປະມານ 5600 ປາຍຄັນ.
ປັດຈຸບັນຍັງມີຫຼາຍແຂວງ ຍັງບໍ່ທັນກວດກາ ຣົດ ທີ່ບໍ່ຕ້ອງຖືກຕາມກົດຫມາຍ ເປັນຕົ້ນ ນະຄອນຫລວງວຽງຈັນ ແຂວງວຽງຈັນ ແຂວງຫຼວງ ພຣະບາງ ແລະ ໃນເຂດເສຖກິດພິເສດ ໃນ ທົ່ວປະເທດ. ຣົດບາງຄັນຖືກລັກ ມາຈາກ ໄທ ວຽດນາມ ຫລືຈີນ.