ເກັບເງິນຣົຖ ເຂົ້າສະຖານີຣົຖໄຟ ນະຄອນຫຼວງ ແບບໃໝ່
2022.10.06
ໃນວັນທີ 5 ຕຸລາ ທີ່ຜ່ານມານີ້ ບໍຣິສັດ ສ່ຽນຝົງ ການບໍຣິການ ບໍ່ເຕັນ ຈໍາກັດ ຂອງນັກລົງທຶນຈີນ ໄດ້ແຈ້ງວ່າ ທາງບໍຣິສັດ ມີການເກັບເງິນຄ່າ ບໍຣິການຝາກຣົຖ ຢູ່ສະຖານີຣົຖໄຟ ນະຄອນຫຼວງວຽງຈັນ ໃນຮູບແບບລະບົບຈັບເວລາ ຣົຖທີ່ແລ່ນ ເຂົ້າ-ອອກ ສະຖານີ ໂດຍຣົຖຄັນໃດ ທີ່ມາ ຮັບ-ສົ່ງ ຜູ້ໂດຍສານ ບໍ່ເກີນ 10 ນາທີ ແມ່ນຈະບໍ່ເກັບຄ່າບໍຣິການ ແຕ່ຫາກເຂົ້າໄປຈອດກາຍ 10 ນາທີ ກໍຈະມີການເກັບຄ່າບໍຣິການຕາມປະເພດຣົຖ ເປັນຕົ້ນ ຣົຖ ຕໍ່າກວ່າ 7 ບ່ອນນັ່ງ, ເສັຍຄ່າບໍຣິການ 10,000 ກີບຕໍ່ຄັ້ງ, ຣົຖຕູ້ 20,000 ກີບຕໍ່ຄັ້ງ ແລະຣົຖເມ 30,000 ກີບຕໍ່ຄັ້ງ.
ດັ່ງພະນັກງານບໍຣິສັດ ສ່ຽນຝົງ ການບໍຣິການ ບໍ່ເຕັນ ຈໍາກັດ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 6 ຕຸລາ ນີ້ວ່າ:
“ກາຍ 10 ນາທີ ເຮົາເຣີ່ມເກັບ ແຕ່ວັນທີ 1 ເດືອນ 10 ຜູ້ໃດກໍສາມາດມາເຮັດ ຝາກຢູ່ຫັ້ນໄດ້ ຣົຖຕູ້ແມ່ນ 20,000 ກີບ.”
ກ່ຽວກັບເຣື່ອງນີ້ ວິທຍຸ ເອເຊັຽເສຣີ ຍັງໄດ້ສອບຖາມ ຣາຍລະອຽດເພີ່ມຕື່ມ ກ່ຽວກັບການຄິດໄລ່ ຄ່າບໍຣິການຝາກຣົຖ ດັ່ງກ່າວ ແລະຄໍາຖາມເຣື່ອງອື່ນໆ ທີ່ກ່ຽວຂ້ອງ ເພີ່ມຕື່ມ ແຕ່ພະນັກງານຜູ້ນີ້ ບໍ່ສມາດໃຫ້ຂໍ້ມູນ ທີ່ຫຼາຍໄປກວ່ານີ້ໄດ້.
ຢ່າງໃດກໍຕາມ ເຖິງແມ່ນວ່າບໍຣິສັດດັ່ງກ່າວ ໄດ້ປັບປ່ຽນຮູບແບບ ການເກັບເງິນຄ່າບໍຣິການ ຝາກຣົຖຢູ່ສະຖານີຣົຖໄຟ ນະຄອນຫຼວງວຽງຈັນ ໃນຮູບແບບໃໝ່ແລ້ວກໍຕາມ ແຕ່ຊາວລາວຫຼາຍຄົນ ໂດຍສະເພາະ ຜູ້ທີ່ມັກຂັບຣົຖໄປຮັບ-ສົ່ງແຂກ ຫຼືຄົນຮູ້ຈັກ ຢູ່ສະຖານີຣົຖໄຟດັ່ງກ່າວ ກໍຍັງຮູ້ສຶກບໍ່ພໍໃຈ ເນື່ອງວ່າ ການໄປຮັບ-ສົ່ງ ຄົນຢູ່ສະຖານີຣົຖໄຟນັ້ນ ສ່ວນໃຫຍ່ ແມ່ນໃຊ້ເວລາກາຍ 10 ນາທີຕໍ່ຄັ້ງ ຈຶ່ງຕ້ອງເສັຍເງິນຄ່າຝາກຣົຖຢູ່ຄືເກົ່າ ຢ່າງບໍ່ຈໍາເປັນ.
ດັ່ງຜູ້ປະກອບການ ຣົຖຮັບ-ສົ່ງນັກທ່ອງທ່ຽວ ທ່ານນຶ່ງກ່າວວ່າ:
“ຄືຣົຖຕູ້ນີ້ ເພິ່ນໃຫ້ເວລາ 10 ນາທີ ເຂົ້າໄປສົ່ງລູກຄ້າ ຖ້າກາຍນັ້ນ ເພິ່ນຈະເກັບເງິນ ແບບເຮົາເຂົ້າສນາມບິນຫັ້ນແຫຼະ ສນາມບິນຍັງ 25 ນາທີເນາະ ອັນນີ້ພວກເຮົາກະວ່າ ມັນເວລາໜ້ອຍເກີນໄປ ເຮົາຂີ່ຣົຖຈາກໝ໋ອງ(ບ່ອນ) ເຂົາເຈົ້າເອົາປີ້ຣົຖໃຫ້ເຮົາຫັ້ນ ຮອດໜ້າຕຶກ ມັນກະກິນເວລາໄປຢູ່ 2-3 ນາທີແລ້ວ.”
ໃນຂະນະທີ່ ຜູ້ປະກອບການແທັກຊີ້ ອີກທ່ານນຶ່ງ ທີ່ຫາກໍໄປສົ່ງລູກຄ້າ ຢູ່ສະຖານີຣົຖໄຟ ນະຄອນຫຼວງວຽງຈັນ ກ່າວວ່າ ປັດຈຸບັນ ມີການເກັບຄ່າບໍຣິການຝາກຣົຖ ໃນຮູບແບບດັ່ງກ່າວແທ້ ແລະທ່ານເອງ ກໍໄດ້ເສັຍເງິນຄ່າບໍຣິການ ໄປນໍາແລ້ວ ເນື່ອງຈາກ ການໄປຮັບ-ສົ່ງລູກຄ້າ ຢູ່ສະຖານີຣົຖໄຟ ໃນແຕ່ລະເທື່ອ ແມ່ນໃຊ້ເວລາກາຍ 10 ນາທີ.
ດັ່ງທ່ານກ່າວວ່າ:
“ຄັນໃດເຂົ້າໄປ ເຂົາກະເກັບເລີຍ 10 ນາທີ ເກັບໝົດທຸກຄັນ ຄັນວ່າເຂົ້າໄປຮັບນີ້ ບໍ່ກາຍ 10 ນາທີ ເຂົາບໍ່ເກັບ 10 ນາທີເຂົາເກັບ ແທັກຊີ້ ເຂົາຕ້ອງເກັບຕລອດຢູ່ແລ້ວ.”
ສ່ວນຜູ້ປະກອບການ ຂັບຣົຖແທັກຊີ້ອີກທ່ານນຶ່ງ ກໍຢາກສເນີໃຫ້ມີການເກັບຄ່າ ບໍຣິການຝາກຣົຖ ສໍາລັບຣົຖທີ່ເຂົ້າໄປຈອດ ຢູ່ສະຖານີຣົຖໄຟ ເກີນ 2 ຊົ່ວໂມງຂຶ້ນໄປ ຈຶ່ງໜ້າຈະເໝາະສົມກວ່າ ສ່ວນສໍາລັບ ຣົຖທີ່ເຂົ້າໄປຮັບ-ສົ່ງລູກຄ້າ ທີ່ໃຊ້ເວລາບໍ່ເກີນ 2 ຊົ່ວໂມງ ກໍຢາກໃຫ້ມີການຍົກເວັ້ນ ການເກັບຄ່າບໍຣິການ.
ດັ່ງທ່ານ ກ່າວວ່າ:
“ຄັນຢູ່ກາຍ 2 ຊົ່ວໂມງ ເສັຍຄ່າເອົາຣົຖເຂົ້າໄປ 10,000 ຖ້າເອົາຣົຖໄປຈອດຫັ້ນ, ເອົາຣົຖໄປສົ່ງລູກຄ້າຢູ່ຫັ້ນລະແມ່ນ ເຮົາໄດ້ເສັຍຄ່າເອົາຣົຖເຂົ້າໄປ ແມ່ນ 10,000 ກີບ.”
ໃນຂະນະດຽວກັນ ຜູ້ປະກອບການຣົຖຮັບ-ສົ່ງ ນັກທ່ອງທ່ຽວ ອີກທ່ານນຶ່ງ ກໍມີຄວາມເຫັນວ່າ ຢາກໃຫ້ມີການຍົກເວັ້ນ ຄ່າບໍຣິການຝາກຣົຖ ສໍາລັບຣົຖທຸກຄັນ ທີ່ບໍ່ໄດ້ຈອດຄ້າງຄືນ ຢູ່ສະຖາຣົຖໄຟ ນະຄອນຫຼວງວຽງຈັນ ເພື່ອເປັນການເອື້ອ ອໍານວຍຄວາມສະດວກ ແກ່ຜູ້ປະກອບການຣົຖຮັບ-ສົ່ງ ນັກທ່ອງທ່ຽວ ແລະຜູ້ໂດຍສານທົ່ວໄປ ທີ່ຕ້ອງທໍາມາຫາກິນນໍາກັນ ເນື່ອງຈາກວ່າ ຄັນຜູ້ໃດເອົາຣົຖໄປຮັບ-ສົ່ງລູກຄ້າ ຢູ່ສະຖານີຣົຖໄຟດັ່ງກ່າວ ຈໍານວນຫຼາຍຄັ້ງຕໍ່ມື້ ກໍຕ້ອງເສັຍຄ່າບໍຣິການ ຕາມຈໍານວນຄັ້ງ.
ດັ່ງທ່ານກ່າວວ່າ:
“ໃຈແທ້ ບໍ່ຢາກໃຫ້ເກັບກະດີແຫຼະ ເພາະວ່າຣົຖເຂົາເຈົ້າເຂົ້າໄປ ກະບໍ່ແມ່ນວ່າເຂົາເຈົ້າໄປຫຼີ້ນ ໄປສົ່ງອີ່ຫຍັງບໍ ບາງເທື່ອກໍພີ່ນ້ອງເຂົາ ຄັນເກັບກະເກັບແຕ່ຄ່າຝາກຣົຖ ແບບຄ້າງຄືນບໍ ຄືສນາມບິນຫັ້ນ ບາງເທື່ອແບບຄົນທີ່ເອົາຣົຖໄປໃຊ້ບໍຣິການນ່າ ເຂົ້າໄປປຸບແປບນຶ່ງ ເຂົາອອກມາໄປຮັບລູກຄ້າ ກັບໄປອີກກະໄດ້ເສັຍອີກ ເສັຍໄປຕລອດ ບາງເທື່ອກະໝົດມື້.”
ໃນແຈ້ງການດັ່ງກ່າວ ຂອງບໍຣິສັດ ສ່ຽນຝົງ ການບໍຣິການ ບໍ່ເຕັນ ຈໍາກັດ ຍັງໄດ້ລະບຸຕື່ມວ່າ ສໍາລັບການບໍຣິການຮັບ-ຝາກຣົຖ ແບບຈອດຄ້າງຄືນ ຢູ່ສະຖານີຣົຖໄຟນະຄອນຫຼວງວຽງຈັນ ແມ່ນຍັງບໍ່ເປີດນໍາໃຊ້ເທື່ອ, ສ່ວນສໍາລັບ ຣົຖຂອງບັນດາສະມາຄົມ ຜູ້ປະກອບການຣົຖຂົນສົ່ງ ໂດຍສານຕ່າງໆ ໃນນະຄອນຫຼວງວຽງຈັນ ທາງບໍຣິສັດ ກໍມີນະໂຍບາຍ ບໍຣິການ ເກັບຄ່າຈອດຣົຖແບບເໝົາຣາຍເດືອນ ແລະສໍາລັບຄ່າບໍຣິການຫ້ອງນໍ້າ ນອກອາຄານສະຖານີ ຣົຖໄຟ ແມ່ນເກັບ 3,000 ກີບຕໍ່ຄັ້ງ ຕໍ່ຄົນ.
ກ່ອນໜ້ານີ້ ເມື່ອວັນທີ 12 ກັນຍາ ທີ່ຜ່ານມາ ບໍຣິສັດຈີນດັ່ງກ່າວ ໄດ້ເຣີ່ມທົດລອງເກັບ ຄ່າບໍຣິການຝາກຣົຖ ຢູ່ສະຖານີຣົຖໄຟ ນະຄອນຫຼວງວຽງຈັນ ທັງແບບຊົ່ວຄາວ ແລະແບບຄ້າງຄືນ ປະກອບດ້ວຍ ຣົຖຈັກລາຄາ 5,000 ກີບຕໍ່ຄັ້ງ, ຣົຖໃຫຍ່ບໍ່ເກີນ 7 ບ່ອນນັ່ງ 10,000 ກີບຕໍ່ຄັ້ງ, ຣົຖເມຂນາດກາງ ແລະຂນາດໃຫຍ່ 30,000 ກີບຕໍ່ຄັ້ງ ແລະຄ່າບໍຣິການຝາກຣົຖ ແບບຄ້າງຄືນ ມີລາຄາຢູ່ທີ່ 80,000 ກີບຕໍ່ຄືນ ທຸກປະເພດຣົຖ ແລະແມ້ແຕ່ຣົຖທີ່ເຂົ້າໄປແວ່ຮັບ-ສົ່ງ ຜູ້ໂດຍສານ ບໍ່ກາຍ 10 ນາທີ ກໍຍັງຕ້ອງໄດ້ເສັຍຄ່າບໍຣິການດັ່ງກ່າວນໍາດ້ວຍ ຕັ້ງແຕ່ລາຄາ 10,000 ຫາ 30,000 ກີບ ຈຶ່ງເຮັດໃຫ້ຊາວລາວຫຼາຍຄົນ ເກີດຄວາມບໍ່ພໍໃຈ ຈົນມາຮອດວັນທີ 16 ກັນຍາ ປີ 2022 ບໍຣິສັດດັ່ງກ່າວ ກໍໄດ້ອອກແຈ້ງການຍຸຕິ ເກັບຄ່າບໍຣິການຝາກຣົຖ ສໍາລັບຣົຖທີ່ມາແວ່ຮັບ-ສົ່ງ ນັກທ່່ອງທ່ຽວ ແລະກໍໄດ້ປັບປ່ຽນຮູບແບບ ມາເປັນ ເກັບຄ່າບໍຣິການຝາກຣົຖ ແບບໃຊ້ລະບົບຈັບເວລາ ຄືດັ່ງໃນຕົ້ນເດືອນຕຸລານີ້.