ສປປ ລາວ ບໍ່ບັນລຸເປົ້າໝາຍ ສົ່ງງົວອອກໄປຈີນ

ຈຳປາທອງ
2022.10.18
ສປປ ລາວ ບໍ່ບັນລຸເປົ້າໝາຍ ສົ່ງງົວອອກໄປຈີນ ຟາມລ້ຽງງົວ ຂອງຈີນ ໃນລາວ ທີ່ມີແຜນ ຈະສົ່ງໄປ ປະເທດຈີນ.
ນັກຂ່າວ ພົລເມືອງ

ມາເຖິງປັດຈຸບັນ ບັນດາຜູ້ລ້ຽງງົວ ຢູ່ປະເທດລາວ  ກໍຍັງບໍ່ສາມາດສົ່ງງົວ ໄປຂາຍໃຫ້ຈີນໄດ້ ຕາມເປົ້າໝາຍ ທີ່ທາງການຈີນກໍານົດ 500,000 ໂຕຕໍ່ປີ ຍ້ອນຜູ້ລ້ຽງ ສ່ວນຫລາຍບໍ່ມີທຶນ ສ້າງຟາມລ້ຽງງົວ ໃຫ້ໄດ້ມາຕຖານ ທີ່ທາງການວາງອອກ ເຊັ່ນສ້າງຄອກຊີເມັນ, ມີທົ່ງຫຍ້າ, ສາງເກັບຮັກສາ ອາຫານສັດ, ຄວາມສະອາດ ແລະຄວາມປອດພັຍ ຂອງສັດ, ມີຄົນງານ, ນັກວິຊາການຊັບຜິດຊອບ ແລະອື່ນໆ ທີ່ສາມາດລ້ຽງເປັນລະບົບຄົບຊຸດໄດ້. ຜູ້ລ້ຽງງົວ ສ່ວນໃຫຍ່ ຍັງລ້ຽງແບບຄອບຄົວ ຕາມທັມມະຊາຕຢູ່.

ດັ່ງຄົນລ້ຽງງົວ ຢູ່ແຂວງຫລວງພຣະບາງ ຜູ້ນຶ່ງເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 18 ຕຸລານີ້ວ່າ:

ສ່ວນຫລາຍ ກໍຍັງບໍ່ໄດ້ມາຕຖານ ລ້ຽງອາສັຍແບບທັມມະຊາຕ ການຮັກສາ ກໍຍັງບໍ່ໄດ້ມາຕຖານເທື່ອ ຄືຄັນຖ້າເຮົາເຮັດແທ້ ອັນນອງມາມັນກໍຕ້ອງໃຊ້ ຫລາຍເຕີບ ເພາະວ່າມັນຕ້ອງໃຊ້ເງິນໝົດ ຄືແຮງງານທີ່ເຮົາຈະຈ້າງມາ ຜູ້ທີ່ຈະຕັດຫຍ້າໃຫ້ມັນກິນ ສະເພາະມັນກໍຈະມີຕ່າງຫາກ ແລ້ວເຮັດເປັນລັອກເປັນຟາມ ແລ້ວເຣື່ອງຜູ້ມາຮັກສາ ສຸຂພາບສັດບໍ່ ຫລືວ່າສັກຢາອີກ ກໍຈະມີຕ່າງຫາກອີກ.

ຄົນລ້ຽງງົວ ຢູ່ນະຄອນຫລວງວຽງຈັນ ຜູ້ນຶ່ງ ກໍເວົ້າໃນມື້ດຽວກັນນີ້ວ່າ ຕົນກໍຢາກເຮັດຟາມ ລ້ຽງງົວໃຫ້ໄດ້ມາຕຖານ ຕາມທີ່ທາງການກໍານົດ ເພື່ອສົ່ງຂາຍໄປຈີນ, ແຕ່ມັນກໍຍາກ, ບໍ່ມີທຶນຮອນ. ດັ່ງນັ້ນຈຶ່ງຍັງລ້ຽງບໍ່ໄດ້ຫລາຍ, ລ້ຽງແບບຄົວຄົວ, ອາສັຍທັມມະຊາຕຢູ່, ບໍ່ມີທົ່ງປູກຫຍ້າ, ແຕ່ກໍມີຄອກງົວ, ມີເຟືອງໃຫ້ງົວກິນ ຂະນະທີ່ບາງຄົນ ລ້ຽງແບບປ່ອຍໃຫ້ງົວ ໄປຫາກິນຕາມທັມມະຊາຕ.

ທົ່ງຫຍ້ານີ້ບໍ່ມີ ກະເຮັດຄອກແບບອັນຍາວໆ ໄປເລີຍປະມານ 20 ແມັດ ແຕ່ວ່າກວ້າງນີ້ກະປະມານ 10 ນີ້ແຫລະ ກະຄິດຢູ່ ຢາກໄດ້ອັນທົ່ງຫຍ້ານ່າ ຍັງທຶນຍັງບໍ່ທັນພໍຫັ້ນນ່າ ຫລັກໆແມ່ນເອົາເຟືອງໄວ້ໃຫ້ມັນ ແລະກໍຫຍ້ານີ້ ຈະເສີມ ມີຕົ້ນກ້ວຍກະຊື້ຕົ້ນກ້ວຍມາໃຫ້ມັນແດ່ ບາງຄົນເຂົາລ້ຽງແບບທັມມະຊາຕ ປ່ອຍໃຫ້ກິນຫຍ້າ ແບບທັມມະຊາຕ ຂາດເລີຍຫັ້ນນ່າ.

ທ່ານກ່າວຕື່ມວ່າ ຕົນຄິດວ່າ ມາຕການທີ່ທາງການລາວ ກໍານົດອອກນັ້ນ ສ່ວນນຶ່ງກໍເປັນການເປີດໂອກາດໃຫ້ນັກທຸຣະກິຈ ຕ່າງປະເທດ ເຊັ່ນຈີນທີ່ມີເງິນທຶນຫລາຍ ເຂົ້າມາລົງທຶນ ສ້າງຟາມລ້ຽງງົວ ຢູ່ລາວ ເພື່ອສົ່ງອອກໄປຈີນ.

ຄືຊິແມ່ນໃຫ້ພວກຈີນ ມາລົງທຶນຫັ້ນນ່າ ເຂົາເຈົ້າມີທຶນຫລາຍແລ້ວ ມີທຸຣະກິຈ ເຂົາເຈົ້າເຮັດແບບນັ້ນຫັ້ນນ່າ ເຂົາເຈົ້າມີເງິນແລ້ວ ເຂົາເຈົ້າເຮັດເອງ.

ສໍາລັບຢູ່ແຂວງຊຽງຂວາງ ຜູ້ລ້ຽງງົວຄົນນຶ່ງເວົ້າວ່າ ຕົນລ້ຽງງົວແບບທັມມະຊາຕ, ບໍ່ສາມາດລ້ຽງເປັນຟາມໄດ້ ຕາມມາຕຖານ ທີ່ທາງການກໍານົດ ຍ້ອນບໍ່ມີເງິນທຶນຫລາຍ ແຕ່ກໍໄດ້ປູກຫຍ້າໃຫ້ງົວກິນຢູ່, ແລະມີຄົນລ້ຽງທົ່ວໄປ ພາກັນລ້ຽງງົວ ແບບຄອບຄົວຕາມທັມມະຊາຕ ຢູ່ຫລາຍ, ແຕ່ກໍເຫັນຄົນຈີນ ເຂົ້າມາສ້າງຟາມລ້ຽງງົວ ຂນາດໃຫຍ່ຢູ່ໃນແຂວງນີ້.

ຄົນຈີນເຂົາເຮັດໃຫຍ່ໆນ່າມີ. ເຮົາຫັ້ນລ້ຽງບໍ່ເຮັດໃຫຍ່ຄືຄົນຈີນ ເຮັດຫັ້ນນ່າ ເຮົານີ້ທຶນໜ້ອຍ ແລະກໍມີສວນປູກຫຍ້າ ໃຫ້ມັນກິນ ກ່ຽວຫຍ້າເອົານໍ້າໃຫ້ມັນກິນ ບາງເທື່ອກໍປ່ອຍໄປສວນຫຍ້າ.

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກະຊວງກະສິກັມ ແລະປ່າໄມ້ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ເວົ້າຕໍ່ວິທຍຸ ເອເຊັຽເສຣີໃນມື້ວັນທີ 18 ຕຸລານີ້ວ່າ ເປັນເຣື່ອງຈິງ ທີ່ການລ້ຽງງົວໃນລາວ ເພື່ອສົ່ງອອກໄປຈີນ ຍັງບໍ່ໄດ້ມາຕຖານ ທີ່ທາງການກໍານົດ. ດັ່ງນັ້ນຈຶ່ງເຮັດໃຫ້ ບໍ່ສາມາດສົ່ງໄປ ໄດ້ຕາມເປົ້າໝາຍ 500,000 ໂຕຕໍ່ປີ. ອີງຕາມການຣາຍງານ ຂອງທາງການເມືອງສິງ ປີ 2019 ສາມາດສົ່ງງົວ ໄປຈີນໄດ້ພຽງ 3,000 ໂຕ ຊຶ່ງຖືວ່າໄກຄວາມຈິງ ທີ່ຈະໄດ້ຕາມຈໍານວນ ທີ່ທາງການຈີນໄດ້ ກໍານົດໃຫ້ນັ້ນຫລາຍ.

ດັ່ງທີ່ທ່ານກ່າວວ່າ:

ແມ່ນ ຍ້ອນແນວນັ້ນແຫລະ ເຂົາມີມາຕຖານແບບສາກົລ ໂພດນ່າ ມັນມີມາຕຖານສູງຫລາຍ ມັນກໍເອົາອອກຍາກ 5 ແສນໂຕ ສົ່ງໄດ້ອອກແຕ່ 3,000 ມັນໄກຄວາມຈິງໂພດ ກໍາລັງສຶກສາກັນຢູ່ ວ່າຈະເຈຣະຈາແບບໃດ ເພື່ອໃຫ້ມັນງ່າຍຂຶ້ນກວ່ານີ້ນ່າ.

ອີງຕາມການຣາຍງານ ຂອງ ທ່ານ ຄໍາມີ ທິລາພອນ ຫົວໜ້າຂແນງລ້ຽງສັດ ແລະການປະມົງ ແຂວງບໍ່ແກ້ວ ເມື່ອເດືອນກຸມພາ 2020 ແຂວງບໍ່ແກ້ວ ບໍ່ສາມາດ ສນອງງົວໃຫ້ຈີນໄດ້ ເພາະງົວບໍ່ໄດ້ມາຕຖານ, ໂຕນຶ່ງມີນໍ້າໜັກພຽງ 170-180 ກິໂລ. ດັ່ງນັ້ນທາງແຂວງ ຈຶ່ງອະນຸຍາດໃຫ້ນໍາງົວໄທ ເຂົ້າມາ ເພາະມັນມີນໍ້າໜັກກາຍ 350 ກິໂລ ຄືໄດ້ຕາມມາຕຖານ ຂອງຈີນ ແລະໄດ້ນໍາເຂົ້າມາເດືອນລະ 5,000 ໂຕ.

ແລະເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜແນກກະສິກັມ ແລະປ່າໄມ້ ແຂວງຫລວງພຣະບາງ ທ່ານນຶ່ງກໍເວົ້າວ່າ ການສົ່ງງົວຂອງລາວ ອອກໄປຈີນ ບໍ່ໄດ້ຕາມເປົ້າໝາຍ ເພາະທາງການຈີນ ວາງມາຕຖານສູງເກີນໄປ, ເປັນເຣື່ອງຍາກ ທີ່ຈະປະຕິບັດໄດ້ ເພາະການປູກຫຍ້າ ໃຫ້ງົວກິນ ກໍຍັງບໍ່ໄດ້ຫລາຍເທົ່າທີ່ຄວນ, ປະຊາຊົນຍັງລ້ຽງຕາມ ທັມມະຊາຕຢູ່.

ແມ່ນແຫລະຊ່ວງດຽວນີ້ ໄປບໍ່ໄດ້ຫັ້ນ ສົ່ງອອກໄປບໍ່ໄດ້ຫັ້ນ ກໍເນື່ອງມາຈາກວ່າ ມາຕຖານຫັ້ນບໍ່ຜ່ານ ຄວາມສາມາດ ຂອງພໍ່ແມ່ປະຊາຊົນລາວເຮົານີ້ນ່າ ເຮັດບໍ່ໄດ້ເນາະ ຍົກຕົວຢ່າງງ່າຍໆ ເພິ່ນວ່າງົວ 3 ປີໃຫ້ໄດ້ງົວ 300 ໂລ ແຕ່ຕ້ອງເປັນງົວລາດ ເຣື່ອງອາຫານ ຕ້ອງມີຄຸນນະພາບຈັ່ງຊີ້ຈັ່ງຊັ້ນ ບາດນີ້ປະຊາຊົນ ເຂົາເຈົ້າ ລະລ້ຽງແບບທີ່ເຂົາເຈົ້າເຄີຍລ້ຽງ ແຕ່ເດີມມາ ມັນກໍຕ້ອງບໍ່ໄດ້ເນາະ.

ອີງຕາມ ຄໍາແນະນໍາ ຂອງກົມລ້ຽງສັດ ແລະການປະມົງ ກະຊວງກະສິກັມ ແລະປ່າໄມ້ ໃນມື້ວັນທີ 7 ເມສາ 2020 ວ່າດ້ວຍມາຕຖານສັດໃຫຍ່ ແລະມາຕຖານຟາມ ລ້ຽງສັດໃຫຍ່ ທີ່ຈະສົ່ງອອກ ຈາກລາວໄປຈີນ ຊຶ່ງໃນນັ້ນໄດ້ກໍານົດ ມາຕຖານຟາມລ້ຽງສັດໃຫຍ່ໄວ້ 19 ຂໍ້ ແລະກໍານົດເອົາໄວ້ວ່າ ສັດນັ້ນຕ້ອງມີນໍ້າໜັກບໍ່ຫລຸດ 350 ກິໂລ ແລະມີອາຍຸບໍ່ເກີນ 4 ປີ.

ຟາມລ້ຽງສັດໃຫຍ່ ຕ້ອງຕັ້ງຢູ່ສະຖານທີ່ເໝາະສົມ, ບໍ່ລົບກວນສັງຄົມ, ມີເຂດລ້ຽງສັດທີ່ເໝາະສົມ, ຄອກຕ້ອງເປັນພື້ນຊີເມັນ, ຮັກສາຄວາມສະອາດ, ຂ້າເຊື້ອພະຍາດ, ຮົ້ວຄອກສູງຢ່າງໜ້ອຍ 150 ຊັງຕີແມັດ, ມີບຸກຄະລາກອນ ສັຕວະແພດ ແລະອື່ນໆອີກຫລາຍຢ່າງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.