ເຣື້ອງທີ່ເກັບບັນທຶກໄວ້
2014-12-29
ໂຄງການ ສ້າງທາງ ຣົຖໄຟ ສວັນ ລາວບາວ ຍັງຈະບໍ່ ເລີ້ມ ໃນປີນີ້ ແຕ່ ອາຈເປັນ ປີໜ້າ ແລະ ເວລາ ບໍ່ກໍບໍ່ ແນ່ນອນ.
2014-12-28
ໂຮງໄຟຟ້າ ຫົງສາ ລິກໄນ ຢູ່ແຂວງ ໄຊຍະບູຣີ ຂອງລາວ ຄາດວ່າ ຈະຜລິດ ກະແສ ໄຟຟ້າ ໄດ້ ໃນກາງ ປີ 2015. ຕາມຄໍາເວົ້າ ຂອງ ບໍຣິສັດ ໄຟຟ້າ ຫົງສາ ລິກໄນ ໃນ ວັນທີ 26 ທັນວາ.
2014-12-25
ເຂື່ອນ ໄຟຟ້າ ດອນສະໂຮງ ຈະຕັນ ຜັນປ່ຽນ ແລວນໍ້າ ໃນ ແມ່ນໍ້າຂອງ. ຕາມ ຣາຍງານ ຂ່າວ ຂອງ ໜັງສືພິມ ວຽດນາມ.
2014-12-22
ອະດີດ ພໍ່ຄ້າໄມ້ ໃນລາວ ທ່ານ ນາຍພົລ ແຈ້ງ ໄຊຍະວົງ ໄດ້ ເສັຽຊີວິດ ແລ້ວ ຢູ່ ບ້ານພັກ ທີ່ ນະຄອນ ຫລວງ ວຽງຈັນ.
2014-12-22
ຜູ້ນໍາ 6 ປະເທດ ລຸ່ມ ແມ່ນໍ້າຂອງ ຈະ ຮ່ວມມືກັນ ພັທນາ ເສຖກິດ ແບບ ຍືນຍົງ.
2014-12-21
ເຈົ້າໜ້າທີ່ ລາວ ເວົ້າວ່າ ຊາວ ດອນ ສະໂຣງ ລໍຖ້າ ເວລາ ໂຄງການ ສ້າງ ເຂື່ອນ ດອນສະໂຮງ ຈະ ເລີ້ມ ລົງມື.
2014-12-21
ຈີນ ຈະ ໃຫ້ ເງິນ ຊ່ວຍເຫລືອ ແກ່ 5 ປະເທດ ໃນເຂດ ອ່າງ ແມ່ນ້ຳຂອງ ເປັນ ຈໍານວນ ເຖິງ 11.5 ຕື້ ດອນລາ ສະຫະຣັດ.
2014-12-21
ຣັຖບານ ລາວ ວາງ ເປົ້າໝາຍ ວ່າ ເສຖກິດ ຈະ ຂຍາຍຕົວ ຕໍ່ໄປ ຢ່າງໜ້ອຍ 7.5 ສ່ວນຮ້ອຍ ທຸກໆປີ ໃນຣະຍະ ແຜນ ພັທນາ ເສຖກິດ-ສັງຄົມ 5 ປີ ຄັ້ງທີ່ 8 ຊຶ່ງ ຈະເລີ້ມ ແຕ່ ປີ 2016 ຈົນເຖິງ ປີ 2020.
2014-12-18
ປັດຈຸບັນ ຣັຖບານ ສປປ ລາວ ກຳລັງ ປະຕິບັດ ມັດຕິ 9 ຂອງ ພັກ ໂດຍສະເພາະ ວຽກງານ ”ສາມສ້າງ” ທີ່ມີຜົນ ປະກົດ ໄປ ໃນທາງລົບ ຕາມການ ບອກເລົ່າ ຂອງ ຊາວບ້ານ ໃນ ທ້ອງຖິ່ນ.
2014-12-14
ປະເທດ ໃນ ພາກ ລຸ່ມ ແມ່ນ້ຳຂອງ ສະແດງ ຄວາມ ວິຕົກ ກັງວົນ ເປັນຫ່ວງ ໃນ ໂຄງການ ສ້າງ ເຂື່ອນ ດອນ ສະໂຮງ ຂອງ ສປປ ລາວ.
2014-12-10
ຜູ້ ປະກອບ ການ ທຸຣະກິດ ແມ່ຍິງ ມີ ຄວາມ ສໍາຄັນ ຍິ່ງ ສໍາລັບ ຄວາມ ຫຼາກຫຼາຍ ຂອງ ເສຖກິດ ປະເທດ ໂດຍສະເພາະ ຢູ່ ຊົນນະບົດ.
2014-12-10
ໂຄງການ ປູກພືດ ແທນ ຝິ່ນ ຂອງ ອົງກອນ ຈາກ ປະເທດ ໄທ ໃນເຂດ ພາກເຫນືອ ຂອງລາວ ເລີ້ມ ເຫັນໝາກ ເຫັນຜົນ ແກ່ ຊາວ ກະສິກອນ.
2014-12-09
ວຽກງານ ກໍ່ສ້າງ ສນາມບິນ ສາກົນ ໜອງຄ້າງ ຢູ່ ເມືອງ ຊໍາເໜືອ ແຂວງ ຫົວພັນ ຄືບໜ້າ ໄປໄດ້ 16 ສ່ວນຮ້ອຍ, ແຕ່ ກໍຍັງ ຖືວ່າ ຫລ້າຊ້າ ເກືອບ 20 ສ່ວນຮ້ອຍ ຂອງ ແຜນການ.
2014-12-09
ຊາວບ້ານ ໃນ ກໍາພູຊາ ຢາກໃຫ້ ມີການ ສຶກສາ ຜົນກະທົບ ຂ້າມແດນ ຈາກ ເຂື່ອນ ດອນສະໂຮງ ຢ່າງ ຄັກແນ່.
2014-12-07
ປະຊາຊົນ ໃນເຂດ ເຂື່ອນ ນໍ້າເທີນ 2 ບໍ່່ມີ ທີ່ດິນ ທໍາການ ຜລິດ ພໍກຸ້ມ ຄອບຄົົວ ໄດ້.