ໂຄງການປູກພືດແທນຝິ່ນ ຂອງ ອົງກອນ ໄທ

ສິດນີ
2014.12.10
F-default2 ໂຄງການປູກພືດແທນຝິ່ນ ຂອງ ອົງກອນ ໄທ
RFA

 

ນາງສາວ ຣັຊນິກອຣ ສອຣສິຣິ ຮອງ ເລຂາທິການ ປ.ປ.ສ ເຈົ້າ ໜ້າທີ່ ຈາກ ໜ່ວຍງານ ປາບປາມ ແລະ ປ້ອງກັນ ຢາເສບ ຕິດ ຂອງໄທ ເວົ້າວ່າ ໂຄງການ ປູກພືດ ທົດແທນ ການ ປູກຝິ່ນ ໃນ ເຂດ ພາກເຫນືອ ຂອງລາວ ຈາກ ອົງກອນ ໄທ ນັ້ນ ປະສົບ ຜົລ ສຳເຣັດ ຍ້ອນ ປະຊາຊົນ ໃນເຂດ ປູກຝິ່ນ ມີການ ເປັນຢູ່ດີ ຂຶ້ນ. ດັ່ງ ຍານາງ ກ່າວວ່າ:

"ໜ່ວຍງານ ທີ່ ເຂົ້າມາ ລາວ ຕອນນີ້ ຄືມູນນິທິ ໂຄງການ ຫລວງ ຊຶ່ງເຂົ້າ ເຮັດວຽກ ຮ່ວມກັບ ຫ້ອງການ ອາຊຍາກັມ ແລະ ຢາເສບ ຕິດ ສະຫະ ປະຊາຊາດ ໄປເຮັດ ຢູ່ພື້ນທີ່ ແຂວງ ຜົ້ງສາລີ, ອຸດົມ ໄຊ, ໂຄງການ ຫຼວງ ກໍແຈ້ງມາ ວ່າ ໂຄງການ ນີ້ ໄດ້ຮັບຜົລ ດີ ຄືເປັນການ ຊ່ອຍ ພັທນາ ພື້ນທີ່ ແລະ ຊ່ອຍພັທນາ ຄວາມເປັນຢູ່ ຂອງ ປະຊາຊົນ".

ຍານາງ ກ່າວອີກວ່າ ວຽກງານ ຂອງຫ້ອງການ ປ້ອງກັນ ແລະ ປາບປາມ ຢາເສບຕິດ ຂອງໄທ ທີ່ ມີການພົວພັນ ກັບ ລາວ ນັ້ນ ໄດ້ເຮັດ ວຽກ ຮ່ວມກັນ ປາບປາມ ຢາເສບຕີດ ຕາມແນວ ຊາຍແດນ ລາວ-ໄທ ກັບ ເຈົ້າຫນ້າທີ່ ລາວ ຢູ່ ທັງທາງ ບົກ ແລະ ທາງນ້ຳ ແລະ ພ້ອມ ທີ່ຈະ ຮ່ວມມືກັນ ໄປເລື້ອຍໆ ໃນ ອະນາຄົດ.

ເຈົ້າຫນ້າທີ່ ລາວ ທ່ານນຶ່ງ ເວົ້າວ່າ ໂຄງການ ປູກພືດ ທົດແທນ ການ ປູກຝິ່ນ ໃນເຂດ ພາກເຫນືອ ຂອງລາວ ໂດຍການ ຊ່ອຍເຫລືອ ຂອງ ທາງການໄທ ນັ້ນ ໄດ້ຜົລດີ ເພາະເຮັດໃຫ້ ປະຊາຊົນ ໃນເຂດ ທ້ອງຖິ່ນ ມີການເປັນຢູ່ ດີຂື້ນ ຊາວບ້ານ ປ່ຽນໄປ ປູກພືດ ທົດແທນ ແບບ ຖາວອນ ແຕ່ກໍຍັງມີ ກຸ່ມ ຊາວບ້ານ ຈຳນວນນຶ່ງ ຍັງກັບໄປ ປູກຝິ່ນ, ຍ້ອນ ພວກພໍ່ຄ້າ ຄົນກາງ ຈ້າງໃຫ້ປູກ ຈຶ່ງ ເຮັດໃຫ້ ການປູກ ຝິ່ນ ໃນ ບາງແຂວງ ພາກເຫນືອ ຂອງລາວ ເພີ້ມຂຶ້ນ ໃນ ຣະຍະ 8 ປີ ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.