ກໍາພູຊາຂໍໃຫ້ສຶກສາເຣື້ອງ ເຂື່ອນ ຕື່ມອີກ

ສົມເນ
2014.12.09
F-default2 ຊາວກໍາພູຊາ ຢາກໃຫ້ ມີການສຶກສາ ຜົນກະທົບ ຂ້າມແດນ ຂອງ ເຂື່ອນ ດອນສະໂຮງ
RFA

 

ກ່ອນໜ້າ ທີ່ ກັມມາທິການ ແມ່ນໍ້າຂອງ ຈະຈັດ ກອງປະຊຸມ ປຶກ ສາ ຫາລື ແລະ ຖາມ ຂໍ້ຂັດຂ້ອງ ຂອງ ປະຊາຊົນ ເຣື້ອງການ ສ້າງເຂື່ອນ ດອນສະໂຮງ ຊຶ່ງ ຈະມີຂຶ້ນ ໃນວັນທີ 12 ທັນວາ ທີ່ ເມືອງ ປາກເຊ ນັ້ນ ທ່ານ ກົງ ຈັນທີ ຊາວປະໂມງ ຢູ່ເຂດ ເມືອງ ທ່າລາ ບາຣິວັດ ແຂວງ ຊຽງແຕງ ກໍາພູຊາ ໃຫ້ ສັມພາດ ຕໍ່ນັກ ຂ່າວ ວິທຍຸ ວີໂອເອ ວ່າ ຣັຖບານ ລາວ ຄວນສຶກສາ ຜົນກະທົບ ຂ້າມແດນ ທີ່ ເປັນໄປໄດ້ ໃຫ້ຄັກແນ່ ເສັຽກ່ອນ ກ່ອນ ຈະລົງມື ສ້າງ. ທ່ານວ່າ ເຂື່ອນ ດອນສະໂຮງ ຈະຢູ່ແປະ ກັບ ຊາຍແດນ ຈຶ່ງຢາກໃຫ້ ຣັຖບານ ກໍາພູຊາ ຫາລື ກັບ ຣັຖບານ ລາວ ຕື່ມ.

ກອງ ປະຊຸມ ປຶກສາ ຫາລື ແລະ ຖາມ ຄວາມເຫັນ ຂອງ ປະຊາ ຊົນ ກ່ຽວກັບ ການ ສ້າງເຂື່ອນ ດອນສະໂຮງ ນີ້ ເປັນ ສ່ວນນຶ່ງ ຂອງ ຂັ້ນຕອນ ການປຶກສາ ຫາລື ລ່ວງໜ້າ ຣະດັບ ພູມີພາກ. ທ່ານ ເສກ ໂສພານ ຫົວໜ້າ ຊາວ ປະໂມງ ໃນເຂດ ເມືອງ ທ່າລາ ບາຣີວັດ ເວົ້າວ່າ ມີ ຊາວ ກໍາພູຊາ 200 ກວ່າ ຄອບຄົວ ຈະໄດ້ຮັບ ຜົນກະທົບ ຈາກ ເຂື່ອນ. ທ່ານ ຂໍຮ້ອງ ໃຫ້ ອົງການ ບໍ່ຂຶ້ນກັບ ຣັຖບານ ແລະ ຣັຖບານ ກໍາພູຊາ ບໍ່ໃຫ້ ສນັບສນູນ ການສ້າງ ເຂື່ອນ ດອນສະໂຮງ ນັ້ນ.

ກໍາພູຊາ ເຄີຍຈັດ ກອງປະຊຸມ ປຶກສາຫາລື ແລະ ຖາມ ຂໍ້ຂ້ອງໃຈ ກັບ ປະຊາຊົນ ເຣື້ອງການ ສ້າງເຂື່ອນ ດອນສະໂຮງ ໃນລາວ ຣະດັບ ທ້ອງຖິ່ນ ແລະ ຣະດັບ ຊາດ 3 ຄັ້ງແລ້ວ. ທ່ານ ດວງ ໂປວ ເຈົ້າແຂວງ ແຂວງ ຊຽງແຕງ ເວົ້າວ່າ ປະຊາຊົນ ກໍາພູຊາ ທີ່ອາໄສ ຢູ່ຕາມ ແຄມຂອງ ຕິດຊາຍແດນ ລາວ ບໍ່ຕ້ອງການ ໃຫ້ ເຂື່ອນນີ້ ເກີດຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.