ການກໍ່ສ້າງເຂື່ອນດອນສະໂຮງ ຄືບໜ້າ
2017.10.19

ການກໍ່ສ້າງເຂື່ອນດອນສະໂຮງ ຢູ່ເມືອງໂຂງ ແຂວງຈຳປາສັກ ທີ່ມີມູນຄ່າການກໍ່ສ້າງ ໃນຣະຍະທຳອິດປະມານ 48 ລ້ານໂດລາສະຫະຣັຖ ນັ້ນຄືບໜ້າໄປໄດ້ 30 ປາຍ ສ່ວນຮ້ອຍ ແລະຄາດວ່າ ໝົດປີ 2017 ນີ້ຄົງຈະສ້າງໄດ້ເຖິງ 45% ມີການສ້າງທາງລະບາຍ ນ້ຳເຂົ້າເຂື່ອນ ກໍ່ສ້າງສັນເຂື່ອນ ແລະສາຍສົ່ງໄຟຟ້າ ທີ່ຈະໃຊ້ພາຍໃນ ເຂື່ອນນັ້ນ ກໍເລີ້ມຕິດຕັ້ງ ໄປນຳແລ້ວ. ດັ່ງເຈົ້າໜ້າທີ່ຜູ້ ຮັບຜິດຊອບ ໂຄງການສ້າງ ເຂື່ອນດອນສະໂຮງ ແຂວງຈຳປາສັກ ເວົ້າໃນມື້ວັນທີ 18 ຕຸລາ ນີ້ວ່າ:
"ແມ່ນແຫລະ ສ້າງໄປໄດ້ຫລາຍເປີເຊັນ ແລ້ວເດ 30 ກວ່າແລ້ວເບາະ ຫາກໍ່ສ້າງໄດ້ ແຕ່ຕົ້ນປີ ພຸ້ນແຫລະ ມີ 11 ຫລັງຄານີ້ແຫຼະບໍ່ຫຼາຍ ປານໃດມັນມີຮ່ອມນຶ່ງ ຂອງນ້ຳຂອງ ແລ້ວມັນກໍເປັນດອນ ດອນນຶ່ງທີ່ວ່າມີປະຊາຊົນ ໂຍກຍ້າຍໄປຢູ່ບ່ອນ ເຮົາເຮັດນີ້ແຫຼະ ນອກນັ້ນກໍບໍ່ ໄດ້ໂຍກຍ້າຍ ບ້ານເຂົາຢູ່ນີ້ ໂຍກຍ້າຍ ບ່ອນເກົ່າ ແລ້ວຂຶ້ນມາເທິງ ໜ້ອຍນຶ່ງຊື່ໆໜ່າ".
ທ່ານກ່າວຕື່ມວ່າ ເຂື່ອນດອນສະໂຮງ ຈະເຮັດໃຫ້ປະຊາຊົນ ທີ່ເຄີຍຢູ່ອາສັຍ ແລະທຳມາຫາກິນ ຢູ່ໃນເຂດນັ້ນມາຕັ້ງແຕ່ ດົນນານຈຳນວນ 11 ຄອບຄົວ ຢູ່ບ້ານດອນສະໂຮງ ຈະຕ້ອງໄດ້ໂຍກຍ້າຍ ອອກໄປຢູ່ບ້ານເທິງຂຶ້ນມາ ຊຶ່ງທາງໂຄງການີ້ໄດ້ປຸກເຮືອນ ໃຫ້ຄອບຄົວລະຫຼັງ ເປັນຄ່າຊົດເຊີຍ.
ເວົ້າເຖິງຜົລກະທົບຈາກ ເຂື່ອນດອນສະໂຮງ, ອົງການອະນຸຮັກ ສິ່ງແວດລ້ອມ, ປະຊາຊົນ ໃນປະເທສເຂດລຸ່ມ ແມ່ນ້ຳຂອງ ຮວມທັງປະ ຊາຊົນລາວ ທີ່ຢູ່ໃນເຂດດອນສະໂຮງ ຕ່າງກໍມີຄວາມກັງວົນ ນຳຜົລກະທົບຕໍ່ ທັມຊາດ ແລະສິ່ງແວດລ້ອມ ແລະການທຳມາຫາກິນ ຂອງ ປະຊາຊົນ ເປັນຕົ້ນແມ່ນ ເຣຶ່ອງເຂື່ອນຈະຕັນບໍ່ໃຫ້ ພວກໝູ່ປາຂຶ້ນ-ລ່ອງໄດ້ ຍ້ອນວ່າ ຮູສະໂຮງ ເປັນທາງປາຂຶ້ນ-ລ່ອງ ຫລາຍກວ່າຮູນ້ຳ ອື່ນໆໃນແມ່ນ້ຳ ຂອງຢູ່ເຂດນັ້ນ ແລະທັງກັງວົນນຳ ປາຂ່າ ທີ່ຢູ່ໃນແມ່ນ້ຳຂອງ ຕອນລຸ່ມໄກ້ໆນັ້ນ ຍ້ອນຢ້ານວ່າມັນ ຈະສູນພັນ.
ດັ່ງນັ້ນຈຶ່ງພຍາຍາມຮຽກຮ້ອງ ໃຫ້ທາງການ ສປປລາວ ທົບທວນເຣຶ່ອງ ໂຄງການສ້າງເຂື່ອນ ດອນສະໂຮງ ນີ້ຄືນໃໝ່ ແຕ່ທາງການລາວ ກໍບໍ່ຟັງ, ເດີນໜ້າສ້າງຕໍ່ໄປ ຈົນວ່າສ້າງໄດ້ 30 ປາຍ ສ່ວນຮ້ອຍ ຄືທີ່ວາມານັ້ນ.
ເຂື່ອນດອນສະໂຮງ ມີມູນຄ່າການກໍ່ສ້າງ ທັງໝົດ 417 ລ້ານໂດລາ ສະຫະຣັຖ, ຈະມີກຳລັງ ການຜລິດໄຟຟ້າໄດ້ 260 MW. ບໍຣິສັດ Sinohydro ຂອງຈີນເປັນຜູ້ຮັບເໝົາກໍ່ສ້າງ ແລະເລີ້ມກໍ່ສ້າງ ມາແຕ່ທ້າຍປີ 2016 ໂຄງການນີ້ເປັນໂຄງການຫຸ້ນສ່ວນ ບໍຣິສັດເມກາເຟິສ ຂອງມາເລເຊັຍ ຖືຫຸ້ນໃຫຍ່ 80% ແລະຣັຖວິສາຫະກິດ ໄຟຟ້າລາວ ຖືຫຸ້ນພຽງ 20%. ມີກຳນົດ ສຳປະທານ 25 ປີ.