ເຂື່ອນດອນສະໂຮງຈະນໍາ ກໍາໄລ

ສົມເນ
2016.02.11
F-Don-sahong ຮູປຈໍາລອງ ຂອງເຂື່ອນດອນສະໂຮງ
Peter Hawlkins/Mega First Corporation Berhad.

ປະທານ ຄນະ ບໍຣິຫານ ບໍຣິສັດ Mega First Corp. ຂອງ ມາເລເຊັຽ, ທ່ານ ໂກນັນກີໂອ ທີ່ ເປັນເຈົ້າຂອງ ໂຄງການ ເຂື່ອນ ດອນສະໂຮງ ກ່າວຖແລງ ເຣື້ອງ ການຕລາດ ວ່າ, ເຂື່ອນ ດອນສະໂຮງ ຈະນໍາກໍາໄລ ມາໃຫ້ ບໍຣິສັດ ຫຼາຍທີ່ສຸດ ໃນ ແຕ່ລະປີ ອາດເຖິງ 100 ລ້ານ ໂດລາ ເພາະວ່າ ເປັນ ເຂື່ອນນໍ້າລົ້ນ ກໍ່ສ້າງງ່າຍ ແລະ ຣາຄາຖືກ.

ທ່ານວ່າ ເຂື່ືອນ ແຫ່ງນີ້ ມີສັກກະຍາພາບ ໃນການຜລິດ ໄຟຟ້າ 2 ລ້ານ ເມກາວັດ ຊົ່ວໂມງ ຕໍ່ປີ, ຂາຍໄຟຟ້າ ໃນຣາຄາ 6 ເຊັນ US ກ່ວາໆ ຕໍ່ 1 ກິໂລວັດ ຊົ່ວໂມງ, ປີນຶ່ງ ມີຣາຍໄດ້ ເຖິງ 120 ລ້ານໂດລາ, ຣາຍຈ່າຍ ໃນການ ປະຕິບັດ ວຽກງານ ແຕ່ລະປີ ປະມານ 2 ຫາ 3 ສ່ວນຮ້ອຍ ຂອງຣາຍໄດ້ ທັງໝົດ, ຄ່າພາສີ ໃຫ້ຫຼວງ 5 ສ່ວນຮ້ອຍ. ດັ່ງນັ້ນ ຣາຍໄດ້ ຍັງເປັນ 110 ລ້ານ ໂດລາ ກ່ອນເສັຽຄ່າ ດອກເບັ້ຽ ແລະ ອາກອນ.

ທ່ານ ແຢວ ກ່າວວ່າ ທ່ານ ມີຄວາມ ເຊື່ອໝັ້ນ ວ່າຈະສາມາດ ສ້າງເຂື່ອນນີ້ ໃນຕົ້ນທຶນ ຕໍ່າກ່ວາ 500 ລ້ານໂດລາ ທີ່ ປະເມີນໄວ້ ຄືວ່າ ປະມານ 350 ລ້ານ ຍ້ອນວ່າມີ ປະຊາຊົນ ພຽງ 11 ຄອບຄົວ ເທົ່ານັ້ນທີ່ ຈະໄດ້ຮັບ ຜົນກະທົບ, ແລະມັນ ບໍ່ແມ່ນ ການສ້າງ ເຂື່ອນ ຕັນນໍ້າ.

ອີກອັນນຶ່ງ ການຈ່າຍ ເງິນກູ້ຄືນ ກໍຈະໃຊ້ ເວລາ ພຽງ 5 ປີ ເທົ່ານັ້ນ, ຕາມ ປົກກະຕິ ການຈ່າຍ ງວດສໍາລັບ ເງິນກູ້ ສ້າງເຂື່ອນ ນີ້ຕ້ອງ 10 ປີ, ອີກອັນນຶ່ງ; ກໍານົດ ສໍາປະທານ ແມ່ນ 25 ປີ, ອັດຕຣາລາຍໄດ້ ຄືນ ມີເຖິງ 17 ສ່ວນຮ້ອຍ ຫລື ອາດສູງກວ່ານັ້ນ.

ທ່ານວ່າ ອັນທີ່ເປັນຫ່ວງ ແມ່ນ ຄ່າຕົກຕໍ່າ ຂອງເງິນ ຣິງຈິດ ຕໍ່ເງິນ ໂດລາ ສະຫະຣັຖ 30 ສ່ວນຮ້ອຍ, ແຕ່ກໍສາມາດ ແກ້ໄຂ ບັນຫາ ນີ້. ດຽວນີ້ ວຽກງານ ກໍ່ສ້າງ ກ້າວໄປ ຫຼາຍແລ້ວ, ຝາກັ້ນນໍ້າ ຊົ່ວຄາວ ທີ່ ມີຄວາມຍາວ 4 ກິໂລແມັດ ໄດ້ສໍາເຣັດ ແລ້ວ ເພື່ອເຮັດໃຫ້ ນໍ້າ ຢູ່ບໍຣິເວນ ສ້າງຖານ ເຂື່ອນ ບົກແຫ້ງລົງ.

ຄາດວ່າ ການກໍ່ສ້າງ ຈະສໍາເຣັດ ພາຍໃນປີ 2019. ບໍຣິສັດ ທີ່ປະມູນ ການກໍ່ສ້າງ ແມ່ນ ບໍຣິສັດ ຊາຍໂນ ຮາຍໂດຣ ຈາກ ປະເທດຈີນ. ມາຮອດ ປັດຈຸບັນ ທາງ ບໍຣິສັດ ໄດ້ລົງທຶນ ໄປແລ້ວ ປະມານ 30 ລ້ານ ໂດລາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.