ຊາວດອນສະໂຮງຈະໄດ້ຄ່າ ຊົດເຊີຍ
2016.04.08
ເຈົ້າຫນ້າທີ່ ຄຸ້ມຄອງ ການໂຍກຍ້າຍ ຊາວບ້ານ ທ່ານນຶ່ງ ເວົ້າວ່າ ໂຄງການ ເຂື່ອນ ດອນສະໂຮງ ຈະເລີ້ມຈ່າຍ ຄ່າຊົດເຊີຍ ໃຫ້ແກ່ ຊາວບ້ານ 14 ຄອບຄົວ ທີ່ໄດ້ຮັບ ຜົລກະທົບ ຫລັງຈາກ ປີໃຫມ່ ລາວ ປີນີ້, ພາຍຫລັງທີ່ ຣັຖບານ ໄດ້ມີ ອະນຸມັດ ໃຫ້ແລະ ຢຶນຢັນວ່າ ຄນະ ກັມມະການ ຈະຈ່າຍຄ່າ ຊົດເຊີຍ ໃຫ້ຊາວບ້ານ ຢ່າງສົມເຫດ ສົມຜົລ. ດັ່ງທ່ານ ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 7 ເມສາ ນີ້ວ່າ:
"ພວກທີ່ຖືກ ຜົລກະທົບ ໃນ 14 ຄອບຄົວ ນີ້ ເຮົາຈະເບີ່ງ ໃຫ້ເງິນ 20 ໂດລາ ຕໍ່ຄົນຕໍ່ເດືອນ ຈົນກວ່າ ໂຄງການ ເຮົາແລ້ວເສັດ ໃນປີ 2020 ແລ້ວ ເຮົາຈະ ຟື້ນຟູ ອາຊີບ ໃຫ້ເຂົາອີກ ແຕ່ເງິນນີ້ ເຮົາ ຈະບໍ່ໃຫ້ ເປັນກ້ອນ ໃນຜ່ານມາ ເວົ້າຄວາມ ເສັຽຫາຍນະ, ສົມມຸດວ່າ ມີບາງ ຄອບຄົວ ຫັ້ນນະ ເອົາເງີນ ໄປຈ່າຍ ແບບບໍ່ມີເຫດ ມີຜົນ ເອົາ ໄປກິນ ເຫລົ້າ ຫມົດຫັ້ນນະ ເຮົາ ບໍ່ຢາກໃຫ້ ເຂົາທຸກ ຄືເກົ່າ".
ທ່ານ ກ່າວຕື່ມວ່າ ທາງໂຄງການ ຈະສົ່ງເສີມ ໃຫ້ ປະຊາຊົນ ປະກອບ ອາຊີບ ທີ່ຫມັ້ນຄົງ ຕາມ ຄວາມຕ້ອງການ ຂອງ ພວກຂະເຈົ້າ ໂດຍຈະໃຫ້ ປະຊາຊົນ ສເນີຄໍາ ເຫັນມາ ໃຫ້ ເຈົ້າຫນ້າທີ່ ສິ່ງທີ່ ຂະເຈົ້າ ຕ້ອງການ ຢາກປະກອບ ອາຊີບ ທາງໂຄງການ ກໍຈະ ປະຕິບັດ ຕາມ.
ຊາວບ້ານ ຫົວສະດຳ ທ່ານນຶ່ງ ກ່າວວ່າ ຕົນຍັງ ບໍ່ຮູ້ວ່າ ຄ່າຊົດເຊີຍ ນັ້ນ ຈະຫຼາຍໜ້ອຍ ປານໃດ ແຕ່ຢາກໃຫ້ ທາງການ ເອົາໃຈໃສ່ ນໍາ ປະຊາຊົນ ຜູ້ທີ່ໄດ້ຮັບ ຜົລກະທົບ ເປັນຢ່າງດີ ບໍ່ຢາກໃຫ້ ປະຖິ້ມ ພວກຂະເຈົ້າ.
ປັດຈຸບັນ ຊາວບ້ານ ຜູ້ທີ່ໄດ້ຮັບ ຜົລກະທົບ ກຳລັງ ປັບຕົວເຂົ້າກັບ ສະພາບ ການປ໋ຽນແປງ ຂອງຊີວິດ ຍ້ອນຫາປາ ບໍ່ໄດ້ ຄືເກົ່າ, ປະຊາຊົນ ບາງຄົນ ກໍເຂົ້າໄປ ເຮັດວຽກ ອອກແຮງງານ ໃນໂຄງການ ດັ່ງກ່າວ ຊຶ່ງ ເປັນວຽກທີ່ ບໍ່ເຄີຍເຮັດ ມາກ່ອນ ແລະ ປັດຈຸບັນ ຊາວບ້ານ ກໍໄດ້ເຮືອນ ຫຼັງໃຫມ່ ແລະ ໄດ້ຍ້າຍເຂົ້າ ໄປຢູ່ແລ້ວ ຕັ້ງແຕ່ ເດືອນ ກຸມພາ ປີນີ້.