ຊາວບ້ານຈາກເຂື່ອນດອນສະໂຮງ ລໍາບາກ

ສິດນີ
2016.02.17
F-Don sahong ແມ່ນໍ້າຂອງ ເຂດ ເຂື່ອນ ດອນສະໂຮງ
RFA

ປະຊາຊົນ ທີ່ ຖືກ ໂຍກຍ້າຍ ຈາກ ໂຄງການ ເຂື່ອນ ດອນສະໂຮງ ໄປຢູ່ ບ້ານຈັດສັນ ໃຫມ່ນັ້ນ ໃນ ປັດຈຸບັນ ປະສົບກັບ ບັນຫາ ນ້ຳໃຊ້ ບໍ່ພໍ ແລະ ບໍ່ມີດິນ ສຳລັບ ປູກຝັງ ເຮັດສວນຄົວ. ຊາວບ້ານ ຕ້ອງ ໄປຢູ່ໄກ ຈາກ ແມ່ນ້ຳຂອງ ບໍ່ສະດວກ ຫາປາ ມາລ້ຽງ ຄອບຄົວ ໄດ້ ຄືເກົ່າ. ດັ່ງ ຊາວບ້ານ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນ ວັນທີ 16 ກຸມພາ ນີ້ວ່າ:

"ໄດ້ເຮືອນແລ້ວ ກໍບໍ່ມີ ເນື້ອທີ່ ທຳການຜລິດ ແລ້ວກໍນ້ຳ ກໍບໍ່ພຽງພໍ  ຟັງສຽງ ປະຊາຊົນ ເຂົາກະຊີ່ວ່າ ບໍ່ຢາກຍ້າຍ ຈາກເຮືອນ ຈາກຊານ ເຮືອນເຄີຍຢູ່ ອູ່ເຄີຍນອນ ຂະເຈົ້າ ການທຳມາ ຫາກີນ ກໍຢູ່ໃກ້ໆ ບ່ອນໃຫມ່ນີ້ ກໍຫ່ຽວແຫ້ງ ໄປຮອດນ້ຳ ມາໃຊ້ ມາກິນ ໄປພຸ້ນ ມັນບໍ່ໃກ້ ຄື ຣະຍະ ກິໂລປາຍ ສອງກິໂລ ເຈິ່ງຈະຮອດ ນ້ຳ".

ໃນ ປັດຈຸບັນ ຄນະ ກັມມະການ ໂຍກຍ້າຍ ບ້ານ ກຳລັງ ສເນີໃຫ້ ໂຄງການ ເຈາະ ນ້ຳບາດານ ເພີ້ມອີກ ບ່ອນນຶ່ງ ເພື່ອໃຫ້ ປະຊາຊົນ ມີນ້ຳກິນ ແລະໃຊ້ ພຽງພໍ. ນອກຈາກນີ້ ປະຊາຊົນ ຜູ້ທີ່ຖືກ ໂຍກຍ້າຍ ຍັງບໍ່ມີ ດິນ ໃນການ ປູກຝັງ ເພື່ອລ້ຽງ ຄອບຄົວ. ທາງໂຄງການ ຈະສົ່ງ ນັກ ວິຊາການ ມາຝຶກ ອົບຮົມ ອາຊີພຖາວອນ ໃຫ້ ຊາວບ້ານ. ສຳລັບ ຄ່າຊົດເຊີຍ ໃຫ້ແກ່ ປະຊາຊົນ ນັ້ນ ຍັງບໍ່ມີ ແຈ້ງການ ຈາກ ທາງການ ເທື່ອ. ທ່ານກ່າວ ເພີ້ມວ່າ:

"ບໍ່ທັນ ໄດ້ວ່າຫັຍງ ຄືເກົ່າ ຫັ້ນແຫຼະ ຄືໄຮ່ຄືນາ ກໍຍັງຄືເກົ່າ ບໍ່ທັນໄດ້ ຊົດເຊີຍ ບໍ່ທັນໄດ້ ຕົກລົງ ອີ່ຫຍັງ ກໍເວົ້າ ກັນຢູ່ ແຕ່ວ່າ ແຈ້ງຣະອຽດ ບໍ່ທັນໄດ້ ແຈ້ງເພີ້ມ ມີແຕ່ວ່າ ຢາກແຈ້ງການ ໃຫ້ທັນ ເດືອນ ທີສອງ ນີ້ແຫຼະ".

ໂຄງການ ເຂື່ອນ ດອນສະໂຮງ ມີຊາວບ້ານ 85 ຄົນຈາກ 14 ຄອບຄົວ ຖືກໂຍກຍ້າຍ ຈາກບ້ານ ດອນສະໂຮງ ຫາ ບ້ານ ຫາງສະດຳ ແລະ ບ້ານ ຫົວສະດຳ ໃນວັນທີ 15 ກຸມພາ ຜ່ານມາ. ຊາວບ້ານ ໄດ້ເຮືອນໃຫມ່ ເປັນ ບ້ານຈັດສັນ ຫ່າງຈາກ ເຂື່ອນ ດອນສະໂຮງ ປະມານ 1 ກິໂລແມັດ. ຂນະນີ້ ທາງການ ກຳລັງ ສ້າງ ໂຮງຮຽນ ມັທຍົມ ແຕ່ບໍ່ໄດ້ ສ້າງ ສຸຂສາລາ ຫລື ໂຮງຫມໍ ໃຫ້ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.