ຜູ້ຮັບໝາກຜົນຈາກເຂື່ອນ

ອຸ່ນແກ້ວ ສຸກສະຫວັນ
2016.03.24
F-stock ຕະຫລາດຫຼັກຊັພ ສປປລາວ ທີ່ ນະຄອນຫຼວງວຽງຈັນ
RFA

ການເອົາ ຣັຖວິສາຫະກິຈ ໄຟຟ້າ ເຂົ້າ ຕະຫລາດຮຸ້ນ ນັ້ນ ກໍໝາຍຄວາມວ່າ ເອກກະຊົນ ແລະ ສ່ວນບຸກຄົນ ເຂົ້າມາ ທີ່ເປັນ ຕ່າງປະເທດ ເຂົ້າມາ ຖືຮຸ້ນໃນ ຣັຖວິສາຫະກິຈ ໄຟຟ້າລາວ ແລະ ສ່ວນໃຫຍ່ ກໍມີແຕ່ ຂາຮຸ້ນ ຕ່າງປະເທດ ມາເປັນ ເຈົ້າຂອງ, ແລະ ຍັງບໍ່ຮູ້ວ່າ ຣາຍຮັບ ທີ່ເປັນ ຜົນປະໂຫຍດ ຂອງ ຄົນລາວ ແທ້ໆ ມີເທົ່າໃດ.

ເຂື່ອນ ສ່ວນຫຼາຍ ແມ່ນ ຕ່າງປະເທດ ເຂົ້າມາ ລົງທຶນ ຢູ່ໃນແຜນດິນ ແລະ ແມ່ນໍ້າຂອງ ລາວ ແຕ່ ຜົນປະໂຫຍດ ແລະ ກໍາໄລ ເກືອບທັງໝົດ ແມ່ນໄປເຂົ້າ ຖົງ ຂອງ ບໍຣິສັດ ຕ່າງຊາດ.

ເມື່ອ ເປັນແນວນັ້ນ ກໍຄືກັນກັບ ເອົາດິນເຮົາ ເຮັດນາ ແລ້ວເອົາເປືອກ ໃຫ້ຄົນອື່ນ ແລະ ຜູ້ ທີ່ເປັນ ເຈົ້າຂອງນາ ບໍ່ໄດ້ ຮອດ ຄ່າເຊົ່ານາ ແລະ ຍິງໄປກວ່ານັ້ນ ເຈົ້າຂອງນາ ຍັງໄດ້ຊື້ ເຂົ້າ ກິນອີກ.

ສະນັ້ນເມື່ອ ກັບເຂົ້າມາ ເລື້ອງການສ້າງ ຢູ່ ປະເທດລາວ, ພວກເຮົາ ຍັງຈະກ້າ ເວົ້າວ່າ ມັນເປັນ ຜົນປະໂຫຍດ ຂອງ ສາທາຣະນະ ແລະ ເຮັດໃຫ້ ປະຊົນຊົນ ຫລຸດພົ້ນ ອອກຈາກ ຄວາມທຸກຍາກ ໄດ້ ອີກຢູ່ບໍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.