ທ່ານຮຸນແຊັນເຫັນພ້ອມ ເຂື່ອນ ດອນສະໂຮງ

ສິດນີ
2016.12.09
F-donsahong ຊາວບ້ານ ໃນເຂດ ສ້າງເຂື່ອນ ດອນສະໂຮງ ທີ່ຍັງຕ້ອງໄດ້ຫາປາ ລ້ຽງຊີພ
RFA

ຄໍາປະກາດ ຂອງ ນາຍົກຣັຖມົນຕຣີ ຮຸນແຊັນ ເມື່ອໄວໆມານີ້ ວ່າ ກັມພູຊາ ສນັບສນູນ ການສ້າງເຂື່ອນ ດອນສະໂຮງ ໃນແມ່ນ້ຳຂອງ ພາກໃຕ້ ຂອງລາວນັ້ນ ອາດເປັນຍ້ອນວ່າ ກັມພູຊາ ກໍຢາກສ້າງ ເຂື່ອນ ໃສ່ແມ່ນ້ຳຂອງ 2 ແຫ່ງ ຫາກບໍ່ກ່ຽວຂ້ອງ ກັບເຣື່ອງທີ່ວ່າ ລາວ ຈະຂາຍໄຟຟ້າ ໃນຣາຄາ ເປັນກັນເອງ ໃຫ້ ກັມພູຊາ ແຕ່ຢ່າງໃດ. ຕາມຄຳເວົ້າຂອງ ທ່ານ ມິກ ມຽນ ຜູ້ສັງເກດການ ສະພາບແວດລ້ອມ ແມ່ນ້ຳຂອງ ທີ່ຮູ້ເຣຶ່ອງ ເຂື່ອນ ດອນສະໂຮງ ຢູ່ເຂດ ສີພັນດອນ ນັ້ນດີ ຕໍ່ວິທຍຸ ເອເຊັຽເສຣີ ຜ່ານທາງ ໂທຣະສັບ ຈາກກັມພູຊາ ເມື່ອວັນທີ 6 ທັນວາ 2016 ນີ້:

"ກະຄຶດວ່າມັນບໍ່ກ່ຽວກັນ ເພາະວ່າດຽວນີ້ ໄຟຟ້າຢູ່ ກຳປູເຈັຽ ກໍພຽງພໍແລ້ວ ເຫລືອອີກຊ້ຳ. ນີ້ມັນຄືບໍ່ກ່ຽວກັບ ດອນສະໂຮງ ກະຄຶດວ່າ ມັນກ່ຽວນີ້ ແມ່ນວ່າ ຣັຖບານ ຢາກຫາວິທີ ຢາກໃຫ້ລາວ ສ້າງເຂື່ອນ ຕໍ່ໆໄປຫຼາຍໆ ກຳພູຊາ ເອງກໍຢາກສ້າງ ເຂື່ອນ ຕໍ່ອີກ ຢູ່ພາກໃຕ້ ຢູ່ກຳປູເຈັຽ ເອງນີ້ນະ ມັນກຳລັງ ສຶກສາ ກຳລັງເຮັດ ອີອາຍເອ".

ພ້ອມດຽວກັນ ທ່ານ ມິກ ມຽນ ຍັງເວົ້າເຖິງ ຜົລກະທົບ ທີ່ຈະເກີດຈາກ ເຂື່ອນ ດອນສະໂຮງ ນັ້ນນໍາດ້ວຍ:

"ເຂື່ອນຮູສະໂຮງ ມັນກັ້ນ ປາຂຶ້ນບໍ່ໄດ້ ປາທີ່ວາງໄຂ່ ສີພັນດອນ ປາ ບາງສ່ວນ ມັນຂຶ້ນບໍ່ໄດ້ ອົພຍົບໄປ ວາງໄຂ່ ຢູ່ພາກເໜືອ ສີພັນດອນ ຫັ້ນ ບໍ່ໄດ້ ລະກະ ຜົລກະທົບ ຄວບຄຸມ ອິຣະວະດີ dolphin ປາຂ່າຫັ້ນ ຄັນວ່າປາ ບໍ່ໄປບໍ່ມາ ປາຂ່າ ກໍອຶດອາຫານ ຄືກັນ ປາຂ່າ ກິນປາ ປາອຶດ ປາຂ່າ ກະຕາຍ ເໝືອນກັນ".

ແລະວ່າ ຫາກປາບໍ່ມີ ຄືເມື່ອກ່ອນແລ້ວ ກໍກະທົບກະເທືອນ ເຖິງ ຊີວິດການ ເປັນຢູ່ ຂອງຜູ້ຄົນ. ແລະ ການຫາຍສາບສູນໄປ ຂອງປ່າຂ່າ ກໍຈະເຮັດໃຫ້ ທັງຄົນ ກັມພູຊາ ແລະຄົນລາວ ໃນເຂດນັ້ນ ສູນເສັຽ ຜົລປະໂຫຍດ ໄປ ຍ້ອນວ່າຜູ້ຄົນ ຫລື ນັກທ່ອງທ່ຽວ ທີ່ເຄີຍໄປເບິ່ງ ປາຂ່າ ມື້ນຶ່ງ ເປັນຮ້ອຍຄົນນັ້ນ ກໍອາດຈະຫລຸດລົງ:

"ຄົນລາວໄດ້ຜົລປະໂຫຍດ ຈາກ ດໍລຟີນ ນີ້ບໍ່ແມ່ນທັມດາ ຮ້ອຍຄົນນະ ມື້ນຶ່ງ ມາເບິ່ງປາຂ່າ ມາດອນຄອນ ມາເບິ່ງນໍ້າຕົກ ເບິ່ງຫຍັງ ຢູ່ສີພັນດອນ ແຂກຄົນ ທ່ອງທ່ຽວ ສ່ວນຫຼາຍ ມາຈາກລາວ ບໍ່ແມ່ນມາທາງ ກັມປູເຈັຽ ມາທາງ ກັມປູເຈັຽ ໜ້ອຍຄົນໃດ໋".

ເມື່ອວັນທີ 28 ພຶສຈິກາ ຜ່ານມາ ຂ່າວ Khmer Times ຣາຍງານ ໂດຍອ້າງໃສ່ ຄໍາເວົ້າຂອງ ນາຍົກ ຣັຖມົນຕຣີ ຮຸນແຊັນ ວ່າ ກັມພູຊາ ສນັບສນູນ ລາວ ໃນເຣື່ອງ ການສ້າງ ເຂື່ອນ ດອນສະໂຮງ ແລະ ອະນຸຍາດ ໃຫ້ລາວ ໃຊ້ເສັ້ນທາງ ແລະ ທ່າເຮືອ ຂອງ ກັມພູຊາ ຍ້ອນ ສປປລາວ ບໍ່ມີທາງອອກ ສູ່ທະເລ.

ແລະທ່ານເວົ້າອີກວ່າ ຍານາງ ປານີ ຍາທໍ່ຕູ້ ປະທານ ສະພາ ແຫ່ງຊາດລາວ ໄດ້ຕົກລົງ ທີ່ຈະຂາຍ ໄຟຟ້າ ຈາກ ເຂື່ອນດອນສະໂຮງ ໃນຣາຄາ ເປັນກັນເອງ ໃຫ້ ກັມພູຊາ.

ທ່ານ ມິກ ມຽນ ໄດ້ເດີນທາງ ໄປຍັງເຂດ ເຂື່ອນດອນສະໂຮງ ຫຼາຍເທື່ອ ແລະ ເທື່ອລ່າສຸດ ກໍແມ່ນ ປະມານເມື່ອ 3 ເດືອນກ່ອນ ຊຶ່ງ ຕອນນັ້ນ ຂົວ ກໍສ້າງແລ້ວໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.