ມ.ງອຍຢາກໃຫ້ຣັຖບານ ຊ່ອຍ ເຣື້ອງ ອາຊີບ

ສິດນີ
2017.05.21
F-Nam-ou2 ເຂື່ອນນ້ຳອູ 2 ສ້າງໃສ່ລຳນ້ຳອູ ທີ່ເມືອງງອຍ ແຂວງຫຼວງພຣະບາງ ສ້າງສໍາເລັດແລ້ວ ເປີດທົດລອງແລ້ວ ມີກຳລັງການຜລິດ 120 ເມກກະວັດ
RFA/NY

ປະຊາຊົນ ຜູ້ທີ່ອາສັຍຢູ່ຕາມແຄມນ້ຳອູ ເມືອງງອຍ ແຂວງຫລວງພຣະບາງ ຢາກໃຫ້ ຣັຖບານ ເຂົ້າມາຊ່ອຍເຫລືອ ກ່ຽວກັບ ການປະກອບ ອາຊີບ ລ້ຽງຄອບຄົວ ຫລັງຈາກ ບໍ່ສາມາດ ຫາປາ ມາໄດ້ຫຼາຍປີແລ້ວ ຍ້ອນຜົລກະທົບ ຈາກການສ້າງ ເຂື່ອນ ນຳອູ 2 ແລະ 3. ດັ່ງເຈົ້າ ຫນ້າທີ່ ທ້ອງຖິ່ນ ຜູ້ບໍ່ປະສົງອອກຊື່ ທ່ານນຶ່ງກ່າວ ໃນມື້ວັນທີ 18 ພຶສພາ ນີ້ວ່າ:

"ເອີ ແຕ່ກ່ອນ ກ່ອນທີ່ຕົວທີສາມ ຈະເກີດຂຶ້ນນີ້ ຊາວບ້ານກໍໄດ້ ຮັບຜົລກະທົບ ຕົວທີສອງ ຢູ່ແລ້ວ ຊາວບ້ານ ທີ່ອາສັຍ ດຳຣົງຊີວິດ ຫັ້ນ ແມ່ນຢູ່ ຕາມຮ່ອງ ນ້ຳອູເລີຍ ຈະມີຊາວບ້ານ ອາສັຍ ຢູ່ແບບຕັ້ງແຕ່ ຕົ່ນແລ້ວ ຫັ້ນນະ 4-5 ປີ ຜ່ານມານີ້ ກໍໄດ້ຮັບ ຜົລກະທົບ ບໍ່ສາມາດ ໄປເອົາປາໄດ້ ຫລາຍເທົ່າທີ່ຄວນ ແທບຈະບໍ່ພໍກິນເລີຍ ດ້ວຍຊ້ຳໄປ".

ທ່ານວ່າສຳລັບປະຊາຊົນ ທີ່ໄດ້ຮັບຜົລກະທົບ ນັ້ນມີປະມານ 3-4 ບ້ານ ໃນນັ້ນມີບ້ານສົບຄານ ບ້ານສົບແຈ້ງ ແລະ ອີກສອງບ້ານ ແຕ່ລະ ບ້ານ ຕັ້ງຫ່າງກັນ ເລັກນ້ອຍ ມີປະຊາກອນ ໂດຍຮວມ ປະມານ 200 ຄອບຄົວ.

ເຖິງວ່າຈະບໍ່ມີ ປະຊາກອນຫຼາຍ ແຕ່ກໍເປັນກຸ່ມຊາວບ້ານດັ້ງເດີມ ຫາຢູ່ຫາກິນຕາມລຳນ້ຳອູ ມາແຕ່ດຶກດຳບັນ. ໃນຍາມລະດູການ ທີ່ສວນ ຢາງພາລາ ບໍ່ທັນມີ ຜົລຜລິດ ກຸ່ມຊາວບ້ານ ກໍໄປຫາປາ ຈາກນ້ຳອູ ມາຂາຍແລະກິນ ໃນຄອບຄົວ ແຕ່ເມື່ອມີການ ສ້າງເຂື່ອນນ້ຳອູ ສອງ ແລະສາມ ຣະດັບນ້ຳ ຈະຕ່ຳແລະຂຸ່ນ ຍ້ອນດິນຕະກອນ ແລະ ຊິເມັນ ເຮັດໃຫ້ປາ ບໍ່ສາມາດ ອາສັຍຢູ່ໄດ້, ໜ່ວຍງານທີ່ກ່ຽວຂ້ອງ ກໍບໍ່ໄດ້ ລົງມາກວດກາ:

"ບໍ່ໄດ້ມີການລົງມາກວດແກ້ຢ່າງ ເອົາຈິງເອົາຈັງ ວ່າຈະຊ່ອຍເຫລືອ ຊາວບ້ານແບບໃດ ເພາະວ່າ ທີ່ໄດ້ຍິນ ຈາກຊາວບ້ານບອກວ່າ ແຖວນີ້ ຫັ້ນ ບໍ່ຄອ່ຍມີ ຄົນມາໂອ້ລົມ ຫຼາຍເທົ່າໃດ ບໍ່ມີຫນ່ວຍງານໃດ ມາຖາມຄວາມສຸກທຸກ ຂະເຈົ້າເລີຍ ຫັ້ນນະ".

ທ່ານກ່າວຕື່ມວ່າ ນອກຈາກຈຳນວນ ປາໄດ້ຫລຸດລົງ ຈົນແທບ ບໍ່ເຫລືອແລ້ວ ໄຄຫີນ ກໍບໍ່ສາມາດ ຫາໄດ້ ຍ້ອນເສດເຫລືອ ດິນຕະກອນ ແລະຊິເມັນ ຈາກການສ້າງເຂື່ອນ ໄຫລລົງນ້ຳອູ.

ໃນປັດຈຸບັນ ເຂື່ອນນ້ຳອູສອງ ໄດ້ເປີດໃຊ້ ແລ້ວໃນປີ 2016 ສ່ວນເຂື່ອນນ້ຳອູ ສາມ ນັ້ນ ສ້າງແລ້ວ 40 ສ່ວນຮ້ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.