ຊາວບ້ານບໍ່ໄດ້ຄ່າຊົດເຊີຍ ຈາກເຂື່ອນ ນໍ້າອູ-2
2017.02.10
ໃນປະມານ 3 ປີມານີ້ ຍັງມີຊາວບ້ານໆຫາດຂິບ ຈໍານວນ 20 ຄອບຄົວ ໃນຈໍານວນທັງໝົດ ທີ່ສູນເສັຽ ພື້ນທີ່ ບ່ອນຢູ່ອາໃສ ແລະ ດິນ ປູກຝັງ ໃຫ້ໂຄງການ ເຂື່ອນນໍ້າອູ-2 ຊຶ່ງຍັງມີ ຄວາມເດືອດຮ້ອນ ຢູ່ ຍ້ອນບໍ່ໄດ້ຮັບ ຄ່າຊົດເຊີຍ ຈາກໂຄງການ ເພາະພື້ນທີ່ ດັ້ງເດີມນັ້ນ ຖືກນໍ້າຖ້ວມ ປູກຝັງບໍ່ໄດ້. ດັ່ງຊາວບ້ານ ໄດ້ກ່າວກັບ ເອເຊັຽເສຣີ ວ່າ:
"ກໍຍັງເດືອດຮ້ອນ ຢູ່ໃນປັດຈຸບັນນີ້ ຍັງແຕ່ວ່າຜົນກະທົບນີ້ ເຂົາເຈົ້າຍັງບໍ່ຊົດເຊີຍ ຕາມຄວາມເໝາະສົມເທ່ຶອ ຍັງຄ້າງຄາ ບ້າງເລັກນ້ອຍຢູ່. ຄ້າງທີ່ວ່າ ເຂົາເຈົ້າແທກ ບາງທີແທກວ່າ ບໍ່ຮອດຊີ້ນະ ນໍ້າຫັ້ນນະ ບາດວ່ານໍ້າມາແລ້ວ ມັນຮອດ ແລ້ວ ນີ້ເຂົາເຈົ້າ ຍັງບໍ່ເກັບຄືນ ຍັງບໍ່ ຊົດເຊີຍ ເທື່ອ".
ຊາວບ້ານອະທິບາຍວ່າ ເວລາເຈົ້າໜ້າທີ່ ມາແທກດິນນັ້ນ ເຂົາປະເມີນວ່າ ນໍ້າຈະບໍ່ຖ້ວມ ມາເຖິງດິນນາ ຂອງເຂົາເຈົ້າ ກໍເລີຍບໍ່ຖືກ ຈັດຢູ່ ໃນເງື່ອນ ທີ່ຕ້ອງໄດ້ ຮັບຄ່າຊົດເຊີຍ. ທ່ານເວົ້າວ່າ 3 ປີມານີ້ ພວກຕົນ ມີຄວາມຫຍຸ້ງຍາກ ຍ້ອນບໍ່ມີເງິນ ໄປຊື້ດິນແຫ່ງໃໝ່.
ວິທຍຸ ເອເຊັຽເສຣີ ໄດ້ພຍາຍາມ ສອບຖາມໄປຍັງ ເຈົ້າໜ້າທີ່ ຮັບຜິດຊອບ ໂຄງການ ແຕ່ຕິດຕໍ່ ບໍ່ໄດ້ຈັກເທື່ອ.
ເຂື່ອນໍ້າອູ-2 ສາມາດຜລິດ ໄຟຟ້າ ໄດ້ 120 ເມກາວັດ ໄດ້ເປີດໃຊ້ ແຕ່ເດືອນ ພຶສຈິກາ ປີ 2015 ເຂື່ອນດັ່ງກ່າວ ສົ່ງຜົນກະທົບ ໃສ່ ປະຊາຊົນ 5 ບ້ານ 205 ຄອບຄົວໃນເມືອງງອຍ ແລະ ເມືອງນໍ້າບາກ.