ຊາວເມືອງປາກແບງກັງວົນ ເຣື້ອງ ຄ່າຊົດເຊີຍ

ສິດນີ
2017.05.04
f-pakbeng ຮູບຈໍາລອງ ເຂື່ອນປາກແບງ ຊຶ່ງເປັນເຂື່ອນທີ 3 ໃນແມ່ນໍ້າຂອງ ຂົງເຂດປະເທດລາວ
Screen captured from MRC video

ປະຊາຊົນຜູ້ທີ່ຖືກຜົລກະທົບ ຈາກໂຄງການເຂື່ອນປາກແບງ ຢູ່ແຂວງອຸດົມໄຊ ຍັງບໍ່ໄດ້ ຮັບຄວາມ ກະຈ່າງແຈ້ງ ຈາກ ທາງໂຄງການ ໃນ ເຣື້ອງ ຄ່າຊົດເຊີຍ ແລະເນື້ອທີ່ ທຳມາຫາກີນ ຫລັງຈາກ ທາງໂຄງການ ໄດ້ລົງມາ ເກັບກຳຂໍ້ມູນ ກ່ຽວກັບ ຜົລກະທົບ ຂອງ ປະຊາຊົນ ຫຼາຍຄັ້ງເມື່ອສອງປີຜ່ານມາ. ປະຊາຊົນຜູ້ທີ່ໄດ້ຮັບຜົລກະທົບ ຕ້ອງການຢາກຮູ້ ຣາຍລະອຽດກ່ຽວກັບເຣື້ອງນີ້. ດັ່ງປະຊາຊົນ ບ້ານລອງໂຕ່ງ ເມືອງປາກແບງ ທ່ານນຶ່ງ ກ່າວວ່າ:

"-ຍັງມີອໍ ຄືອັນນັ້ນການໄປການມານີ້ນະ ຫລືການດູແລ ການຊົດເຊີຍນີ້ນະ ຢາກໃຫ້ເພິ່ນເບິ່ງແຍງ ໃຫ້ມັນສມ່ຳສເມີກັນ ຫລືໃຫ້ມັນ ກວດກັນ ຖີ່ຊີ້ນະ ບໍ່ໃຫ້ມັນແບບວ່າ ບ່ຽງໆນະ".

ທ່ານວ່າ ສຳລັບທີ່ຢູ່ອາສັຍບ່ອນໃຫມ່ ຂອງປະຊາຊົນ ບ້ານລອງໂຕ່ງນັ້ນ ຈະຖືກຈັດສັນໃຫ້ໄປຢູ່ ບໍຣິເວນຫນ້າເຂື່ອນ ແຕ່ຍັງບໍ່ຮູ້ວ່າ ເມື່ອໃດ ຈະຖືກໂຍກຍ້າຍ ຊຶ່ງປະຊາຊົນ ປະມານ 85 ຄອບຄົວປາຍ ຍັງມີຄວາມກັງວົນ ກ່ຽວກັບ ເຣື້ອງນີ້, ໃນປັດຈຸບັນ ປະຊາຊົນ ກໍໄດ້ຍື່ນຂໍ້ສເນີ ໄປຫາໂຄງການ ກ່ຽວກັບ ຄ່າຊົດເຊີຍ ຖ້າຖືກໃຫ້ໂຍກຍ້າຍ:

"ເອີ ປີທີ່ແລ້ວເພີ່ນຈັດຢູ່ ພໍດີຖືກຕົວຫນ້າເຂື່ອນເລີຍ ຊາວບ້ານນັ້ນ ຄັນວ່າໃຫ້ໄປຢູ່ ທີ່ອືື່ນກະບໍ່ໄປ ຄັນວ່າໃຫ້ໄປຢູ່ບ່ອນ ຕົກລົງກັນ ເບື້ອງຕົ້ນ ຫນ້າເຂື່ອນນັ້ນ ເພິ່ນກະສິໄປ ວ່າແນວນີ້ ຕົກລົງນຳກັນ ແລ້ວເພິ່ນສິໃຫ້ບ້ານ ຫລັງໃຫມ່ເລີຍ ແລ້ວມີການລ້ຽງດູ ໄປເຖິງສາມປີ ແລ້ວມີ ເບັ້ຽລ້ຽງ ໄປໃຫ້ແຕ່ລະມື້".

ກ່ຽວກັບບັນຫາຄ່າຊົດເຊີຍ ໃນໂຄງການສ້າງເຂື່ອນໄຟຟ້າ ໂດຍທົ່ວໄປໃນລາວ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີລາວ ໄດ້ກ່າວຕໍ່ ສະພາແຫ່ງຊາດ ໃນມື້ວັນທີ 27 ເມສາ ຜ່ານມາວ່າ:

"ການໂຍກຍ້າຍ ຂອງບາງເຂຶ່ອນໄຟຟ້ານີ້ ໂຍກຍ້າຍຈັດສັນ ໃຫ້ປະຊາຊົນ ປະຊາຊົນພົບຂໍ້ຫຍຸ້ງຍາກຫລາຍ ຍ້ອນເຂົາໄປໄກ ເປັນບ້ານທີ່ ຂະເຈົ້າຢູ່ໄກ ຈາກບ່ອນການຜລິດ ຈະໃຫ້ເຂົາທຽວໄປ ແນວໃດ ຖ້າວ່າຈັດສັນບໍ່ໄດ້ ກໍຕ້ອງຈັດສັນໃຫມ່ ຕ້ອງເວົ້ານຳ ຜູ້ປະກອບການ ຜູ້ລົງທຶນໃຫ້ເຂົ້າໃຈ ບັນຫາຂອງມັນ ຕ້ອງໃຫ້ລົງທຶນໃສ່".

ຄວາມຄືບຫນ້າຂອງໂຄງການເຂື່ອນປາກແບງ ໃນປັດຈຸບັນ ກຳລັງຢູ່ໃນຂັ້ນຕອນ ການປືກສາຫາລື ກັນລ່ວງຫນ້າ ແລະ ໃນວັນທີ 5 ພຶສພາ ຈະມີການປະຊຸມກັນ ເປັນຄັ້ງທີ 3 ຢູ່ນະຄອນຫລວງວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.