ຂ.ອຸດົມໄຊເຂື່ອນປາກແບງ ຍັງບໍ່ ລົງມື

ສຸພັດຕາ
2017.11.16
F-pakbeng ແຜນທີ່ ບອກທີ່ຕັ້ງຂອງ ເຂື່ອນປາກແບງ ຢູ່ ແຂວງອຸດົມໄຊ
RFA Graphic

ເມື່ອບໍ່ດົນມານີ້ ເຈົ້າໜ້າທີ່ ຜແນກພລັງງານແລະບໍ່ແຮ່ ແຂວງອຸດົມໄຊ ກ່າວວ່າປັດຈຸບັນໂຄງການເຂື່ອນປາກແບງ ຢູ່ເມືອງປາກແບງ ແຂວງ ອຸດົມໄຊ ຍັງບໍ່ທັນໄດ້ເຣີ້ມ ລົງມືກໍ່ສ້າງເທື່ອ ຍ້ອນຣັຖບານລາວ ຍັງບໍ່ອະນຸຍາດໃຫ້ເຣີ້ມເທື່ອ ເນື່ອງຈາກ ໂຄງການນີ້ ຍັງຢູ່ໃນຂັ້ນຕອນ ພິຈາ ຣະນາຢ່າງຣະອຽດຢູ່ ເຖິງແມ່ນວ່າ ຂະບວນປຶກສາຫາລືລ່ວງໜ້າ 6 ເດືອນ ໄດ້ສຳເຣັດໄປແລ້ວກໍຕາມ, ດັ່ງທ່ານກ່າວໃນວັນທີ 16 ພຶສຈິກາ ນີ້ວ່າ:

“ບໍ່ທັນໄດ້ມີຫຍັງເກີດຂຶ້ນນະ ຍັງບໍ່ທັນມີຫຍັງ ມີຄວາມຄືບໜ້າວ່າຊິເຮັດ ຫຍັງຕໍ່ໄປ ຍັງບໍ່ທັນໄດ້ ມີແຜນການຫຍັງເພາະວ່າ ໂຄງການນີ້ຍັງ ບໍ່ທັນມີການຣິເຣີ້ມ ບໍ່ທັນໄດ້ຮັບ ອະນຸຍາດ ຈາກຣັຖບານ ຖືວ່າບໍ່ໄດ້ເຮັດ ຫຍັງເນາະ.”

ທ່ານກ່າວຕື່ມວ່າຜ່ານມາ ບໍຣິສັດຜູ້ຮັບເໝົາກໍ່ສ້າງ ໄດ້ເຮັດພຽງແຕ່ ສ້າງທາງເບຕົງ ຈາກເສັ້ນທາງໃຫຍ່ ເຂົ້າໄປຫາບ່ອນກຽມກໍ່ສ້າງ ແລະໄດ້ ສ້າງສຳເຣັດແລ້ວ ແຕ່ເນື້ອທີ່ບໍຣິເວນຈະສ້າງ ເຂື່ອນປາກແບງນັ້ນ ຍັງເປົ່າວ່າງຢູ່ ແຕ່ມີແຄັມສຳລັບຄົນງານ. ສ່ວນເຈົ້າໜ້າທີ່ວິຊາການ ຂອງ ໂຄງການ ກໍບໍ່ໄດ້ລົງມາ ສຳຣວດເນື້ອທີ່ ເປັນເວລາດົນແລ້ວ.

ເມື່ອເດືອນມິຖຸນາ 2017 ອົງການແມ່ນໍ້າສາກົນ ທີ່ມີສຳນັກງານໃຫຍ່ ຢູ່ສະຫະຣັດອະເມຣິກາ ແນະນຳໃຫ້ຣັຖບານລາວ ແລະຄນະກັມມາທິ ການແມ່ນໍ້າຂອງ ຫຼື MRC ແກ້ໄຂປັນຫາ ແລະສຶກສາຜົນກະທົບຂ້າມຊາຕ ທີ່ອາດຈະເກີດຂຶ້ນ ຫຼັງຈາກສ້າງເຂື່ອນ ນັ້ນແລ້ວ.

ຜ່ານມາ ອົງການຂອງຊຸມຊົນຊາວໄທ ລຸ່ມນໍ້າຂອງ ຮ່່ວມກັບອົງການ ທີ່ບໍ່ຂຶ້ນກັບຣັຖບານ ວຽດນາມແລະກຳພູຊາ ໄດ້ຮຽກຮ້ອງໃຫ້ ທາງການ ລາວ ຂຍາຍໄລຍະເວລາ ສຶກສາຜົນກະທົບ ຈາກໂຄງການເຂື່ອນປາກແບງເພີ່ມຕື່ມ ແລະຫາລືກັບພາກ ປະຊາຊົນ ໃຫ້ຫຼາຍກວ່ານີ້ ຍ້ອນວ່າ ການສຶກສາຜົນກະທົບ ທີ່ຜ່ານມານັ້ນສັ້ນເກີນໄປ ແລະບໍ່ມີຄວາມຈະແຈ້ງ ຈຶ່ງຢ້ານວ່າເຂື່ອນດັ່ງກ່າວ ຈະສົ່ງຜົນກະທົບ ຕໍໍ່ປະຊາຊົນ ທີ່ອາໃສ ຢູ່ໃຕ້ເຂື່ອນລົງມາ ແລະຈະຮຸນແຮງຫຼາຍກວ່າ ຜົນກະທົບ ຈາກ ເຂື່ອນໄຊຍະບູລີ ນັ້ນ.

ໂຄງການສ້າງເຂື່ອນປາກແບງ ແມ່ນ ບໍຣິສັດ ( Datang Overseas Investment) ຈາກປະເທສຈີນ ເປັນຜູ້ລົງທຶນ ເປັນມູນຄ່າ 2 ພັນ ລ້ານໂດລ້າ ສະຫະຣັຖ. ຕາມແຜນການ ເຂື່ອນແຫ່ງນີ້ ມີຄວາມຍາວປະມານ 1 ພັນແມັດ ສູງ 64 ແມັດ, ມີກຳລັງ ການຜລິດກະແສໄຟຟ້າ 912 ເມກາວັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.