ຊາວບ້ານຈາກເຂື່ອນນໍ້າຄານ ລໍາບາກ
2017.03.16
ປັດຈຸບັນປະຊາຊົນ ທີ່ອາສັຍຢູ່ ບໍລິເວນ ເຂື່ອນນໍ້າຄານ2 ແລະ ເຂື່ອນນໍ້າຄານ3 ເມືອງຊຽງເງິນ ແຂວງຫຼວງພຣະບາງ ຍັງປະສົບກັບ ບັນຫາ ຫຍູ້ງຍາກຫຼາຍຢ່າງ ໃນການຜລິດ ກະສິກັມ ຍ້ອນວ່າຕັ້ງແຕ່ ໄດ້ໂຍກຍ້າຍ ມາຢູ່ບ້ານຈັດສັນໃໝ່ ການເດີນທາງ ໄປມາຫາບ່ອນ ທຳມາຫາກິນໃໝ່ ມີຄວາມລໍາບາກຫຼາຍ ໂດຍສະເພາະ ປະຊາຊົນ ຜູ້ທຸກຍາກ ບໍ່ມີີພາຫະນະ ແນວໃດ ພໍທີ່ຈະຂີ່ໄປໄດ້, ຕ້ອງໄດ້ຍ່າງໄປ ຫຼາຍຫລັກກິໂລແມັດ. ຕາມການເປີດເຜີຍ ຂອງຊາວບ້ານ ຕໍ່ RFA ໃນວັນທີ 15 ມິນາ ນີ້:
"ມັນຫຍູ້ງຍາກ ໃນການດໍາຣົງຊີວິດ ຂອງພໍ່ແມ່ ປະຊາຊົນ ມາຢູ່ໃນຕົວເມືອງ ບ່ອນຕົວເມືອງແລ້ວ ບ່ອນທໍາການຜລິດ ມັນຢູ່ຂອບເຂດ ບ່ອນເກົ່າ ແລ້ວພໍ່ແມ່ ປະຊາຊົນ ກໍໄດ້ໄປຕັ້ງຖິ່ນ ສນາມຢູ່ບ່ອນເກົ່າ ພຸ້ນແຫຼະ".
ປະຊາຊົນ ທີ່ຖືກໃຫ້ໂຍກຍ້າຍ ຈາກເຂື່ອນນໍ້າຄານ2 ແລະ ເຂື່ອນນໍ້າຄານ3 ມີ 10 ບ້ານ, 655 ຫລັງເຮືອນ, ຖືກໃຫ້ໂຍກຍ້າຍ ໄປຢູ່ ຮວມກັນ ເປັນບ້ານດຽວ ຢູ່ບ່ອນໃໝ່ ໃນຕົວເມືອງຊຽງເງິນ. ໃນນັ້ນບາງຄອບຄົວ ຈຳຕ້ອງໄດ້ເດີນທາງ ໄປຫາບ່ອນ ທໍາການຜລິດ ໃນ ເຂດບ້ານເກົ່າ ຂອງເຂົາເຈົ້າ ໄກເຖິງ 10 ປາຍຫລັກ.
ນອກຈາກນີ້ ການຈັດສັນອາຊີບ ໃຫ້ປະຊາຊົນ ກໍຍັງບໍ່ທັນມີເທື່ອ ຫລັງຈາກ ທີ່ທາງໂຄງການເຂື່ອນ ໄດ້ໂອ້ລົມກັບ ປະຊາຊົນວ່າ ຈະມີ ການຈັດສັນ ອາຊີບໃຫ້ ຢູ່ບ່ອນໃໝ່ ເພື່ອພັທນາ ຄຸນນະພາບຊີວິດ ຂອງປະຊາຊົນ ໃຫ້ດີຂຶ້ນ. ດັ່ງປະຊາຊົນ ເວົ້າວ່າ:
"ເພາະວ່າອອກຈາກ ຍ້າຍຈາກບ່ອນເກົ່າ ມາຢູ່ທີ່ບ່ອນໃໝ່ ກໍໃຫ້ມີການ ດໍາຣົງຊີວິດກໍໃຫ້ດີຂຶ້ນ ແຕ່ບົນພື້ນຖານ ອັນດີກໍ່ມີອັນບໍ່ດີ ຍ້ອນວ່າ ເຣື່ອງການຈັດສັນອາຊີບ ນີ້ແຫຼະ ຝຶກຝີມື ແຮງງານຕ່າງໆ ຍັງບໍ່ທັນມີນະ ມີແຕ່ຝຶກອົບຮົມ ເຣື່ອງການປູກເຫັດ ນັ້ນ ມີແຕ່ 3 ຊຸດ ຊຸດລະ 30-40 ຄົນ".
ປະຊາຊົນເວົ້າຕື່ມວ່າ ທາງໂຄງການເຂື່ອນ ນໍ້າຄານ2 ແລະ ນໍ້າຄານ3 ໄດ້ເຂົ້າມາພັທນາ ພື້ນຖານໂຄງລ່າງ ໃຫ້ແກ່ຊຸມຊົນ ເຮັດໃຫ້ການ ເປັນຢູ່ການເດີນທາງ ໄປມາຂອງປະຊາຊົນ ສະດວກຂຶ້ນກວ່າເກົ່າ ແຕ່ກໍຍັງຂັດສົນ ໃນການປະກອບອາຊີບ ທີ່ປະຊາຊົນ ສ່ວນຫລາຍ ທີ່ ຖືກໃຫ້ໂຍກຍ້າຍ ມາຢູ່ບ້ານຈັດສັນ ໃໝ່ນັ້ນ ຍັງບໍ່ມີອາຊີບ ທີ່ໝັ້ນຄົງ.
ໂຄງການເຂື່ອນນໍາຄານ ຢູ່ເມືອງຊຽງເງິນ ແຂວງຫລວງພຣະບາງ ເປັນໂຄງການເຂື່ອນ ໄຟຟ້າ ຂນາດໃຫຍ່, ມີທັງໝົດ 3 ເຂື່ອນ ຊຶ່ງ ປັດຈຸບັນ ການກໍ່ສ້າງສໍາເຣັດ ເສັດສິ້ນໄປແລ້ວ ໂດຍມີກໍາລັງ ການຜລິດໄຟຟ້າ 95 ຫາ 130 ແມັກກາວັດ.