ຊາວບ້ານເລີ້ມຍ້າຍຈາກ ເຂື່ອນ ເຊປຽນ

ອຸ່ນແກ້ວ ສຸກສະຫວັນ
2017.03.27
F-Xepian ປະຊາຊົນ ຢູ່ບ້ານຫ້ວຍສອຍ ທີ່ຖືກຜົນກະທົບ ຈາກໂຄງການເຂື່ອນ ເຊປ່ຽນ-ເຊນໍ້ານ້ອຍ
Citizen Journalist

ຊາວບ້ານຫ້ວຍຊອຍ, ບ້ານນ້ຳເລງ, ແລະ ບ້ານເຊນ້ຳນ້ອຍ ເມືອງປາກຊ່ອງ ແຂວງຈຳປາສັກ ປະມານ 20 ຄອບຄົວ ໄດ້ຍ້າຍອອກຈາກ ເຂດບ້ານເກົ່າ ຂອງພວກຕົນ ຕາມແຜນ ຂອງທາງການ, ແຕ່ມີອີກປະມານ 80 ຄອບຄົວ ຍັງບໍ່ທັນຍ້າຍ ອອກໄປ ຍ້ອນເຂົາເຈົ້າເຫັນວ່າ ພື້ນທີ່ຈັດສັນໃໝ່ນັ້ນ ບໍ່ມີທີ່ດິນ ເຮັດກະສິກັມ ພຽງພໍ ແລະ ບໍ່ເໝາະສົມ. ດັ່ງຊາວບ້ານ ບ້ານຫ້ວຍຊອຍ ໄດ້ກ່າວຕໍ່ ເອເຊັຽເສຣີ ເມື່ອວັນທີ 27 ມິນາ ນີ້ວ່າ:

"ທາງໂຄງການນີ້ຢາກໃຫ້ ເຮົາຫັ້ນຍ້າຍ, ແຕ່ວ່າປະຊາຊົນນີ້ ດຽວນີ້ກະຈັບຈອງດິນ ຢູ່ຂ້າງເຂື່ອນ ຫັ້ນ, ແຕ່ວ່າປະຊາຊົນ ກະກຽມປຸກເຮືອນ ປຸກຊານເອງ ຫັ້ນແຫຼະ ເພາະວ່າ ບໍ່ຢູ່ເດ ບໍ່ຢາກຢູ່ເດ ຢູ່ຫັ້ນນ່າ. ແຕ່ວ່າຢູ່ຫັ້ນ ກະຄືວ່າຫັ້ນລະ ດິນດອນຕອນຫຍ້າ ຢູ່ຣາສະສິນ ເກົ່ານີ້ ກະ ບໍ່ຢາກເໝາະສົມ ປານໃດ. ບໍ່ເໝາະສົມນ່າ ປູກແຕງ ກະຍັງບໍ່ເກີດ".

ຊາວບ້ານທ່ານນີ້ ກ່າວຕື່ມອີກວ່າ ເຂົາເຈົ້າຕັດສິນໃຈ ບຸກເບີກເນື້ອທີ່ ດ້ວຍຕົນເອງ ແລະຕັ້ງເຮືອນໃໝ່ ຢູ່ໃກ້ກັບເຂື່ອນ ຊຶ່ງຫ່າງຈາກບ້ານ ເກົ່າ ເຂົາເຈົ້າປະມານ 10 ກິໂລແມັດ.
ເຖິງວ່າ ໄດ້ມີການຍົກຍ້າຍ ຈັດສັນ ປະຊາຊົນ ຈຳນວນນຶ່ງ ອອກຈາກເຂດ ດັ່ງກ່າວແລ້ວ, ແຕ່ ສະພາແຫ່ງຊາດ ຂັ້ນແຂວງ ກໍຍັງບໍ່ທັນຮູ້ ຣາຍລະອຽດ. ດັ່ງ ສະມາຊິກ ສະພາ ແຫ່ງຊາດ ແຂວງຈຳປາສັກ ຫລື ສສຊ ແຂວງ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 27 ມີນາວ່າ:

"ເອີ, ເພິ່ນກະດຳເນີນການຢູ່ເດ, ທາງເມືອງເພິ່ນກະໄດ້ຈັດສັນ, ທາງຣັຖບານ ເພິ່ນກະໄດ້ຈັດສັນລະເດ, ເຂົາກຳລັງຈັດສັນຢູ່ ດຽວນີ້. ຄື ຂ້າພະເຈົ້າ ກະໄດ້ຖາມວ່າດິນ ເພິ່ນ ຈັດສັນໃຫ້ ຫັ້ນພໍບໍ່? ຫຼືວ່າເພິ່ນຊິຫາ ໂຕໃດ? ແຕ່ວ່າຣາຍລະອຽດ ໃຫ້ຖາມເພິ່ນ ຣາຍລະອຽດສາ ຂ້າພະເຈົ້າ ກະບໍ່ສາມາດ ຕອບໄດ້ ເພາະວ່າ ບໍ່ຮູ້ໂຕຈິງປານໃດ ໂຕນີ້ເດີ້".

ທີ່ຜ່ານມາ ເອເຊັຽເສຣີ ພຍາຍາມຕິດຕໍ່ ສອບຖາມເຈົ້າໜ້າທີ່ໂຄງການ ຜູ້ທີ່ຮັບຜິດຊອບ ວຽກງານຈັດສັນ ແລະ ຍົກຍ້າຍ ປະຊາຊົນ ເພື່ອ ສອບຖາມ ຂໍ້ມູນເພີ້ມເຕີມ, ແຕ່ ເຈົ້າໜ້າທີ່ ທ່ານນັ້ນ ບໍ່ຮັບ ໂທຣະສັບ.

ໂຄງການເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ມີກຳລັງການຜລິດ 410 ເມກາວັດ ແລະ ມີມູນຄ່າ ປະມານ 1 ຕື້ ໂດລາ, ຊຶ່ງຈະຂາຍໄຟຟ້າ ໃຫ້ປະເທດໄທ 90% ແລະ ຂາຍໃຫ້ ຣັດວິສາຫະກິດ ໄຟຟ້າລາວ 10%. ອີງຕາມຂໍ້ມູນ ຈາກບໍຣິສັດ ເຊປຽນ-ເຊນ້ຳນ້ອຍ.

ບໍຣິສັດ ເຊປຽນ ເຊນ້ຳນ້ອຍ ຈະເປັນຜູ້ດຳເນີນການ ແລະ ບໍຣິຫານ ໂຄງການເປັນເວລາ 27 ປີ ຫລັງຈາກ ທີ່ສ້າງສໍາເຣັດ ໃນປີ 2019 ເປັນຕົ້ນໄປ ແລະ ຫລັງຈາກຄົບກຳນົດ ເວລາແລ້ວ, ບໍຣິສັດ ຈະມອບໂອນ ໂຄງການດັ່ງກ່າວ ໃຫ້ແກ່ຣັຖບານລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.