ທາງການໄປພົບຊາວບ້ານ ທີ່ ຮ້ອງທຸກ
2017.02.21

ເຈົ້າໜ້າທີ່ຈາກກະຊວງ ພລັງງານແລະບໍ່ແຮ່ ຜູ້ຂໍສງວນ ຊື່ແລະສຽງ ທ່ານນຶ່ງ ໄດ້ກ່າວຕໍ່ ຜູ້ຊື່ຂ່າວ ເອເຊັຽເສຣີ ເມື່ອທ້າຍສັປດາ ທີ່ຜ່ານ ມາວ່າ ທາງກະຊວງ ພລັງງານແລະບໍ່ແຮ່ ໄດ້ສັ່ງໃຫ້ ພາກສ່ວນ ກ່ຽວຂ້ອງ ລົງໄປພົບ ກັບຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກໂຄງການ ກໍ່ສ້າງ ເຂື່ອນ ເຊປຽນ-ເຊນ້ຳນ້ອຍ ເປັນທີ່ ຮຽບຮ້ອຍແລ້ວ ເພື່ອຮິບໂຮມ ຂໍ້ມູນຕ່າງໆ ແລ້ວຫາ ວິທີແກ້ໄຂ ໃນຂັ້ນຕອນຕໍ່ໄປ, ພາຍຫຼັງທີ່ ຊາວບ້ານ ບ້ານຫ້ວຍຊອຍ, ເມືອງປາກຊ່ອງ, ແຂວງຈຳປາສັກ ໄດ້ສະແດງ ຄວາມກັງວົນ ຂອງພວກເຂົາ ຜ່ານສື່ສັງຄົມ ອອນລາຍ:
"ທ່ານເວົ້າວ່າ: ລົງໄປແລ້ວ ເພິ່ນສົ່ງຄນະກົມ ລົງໄປແລ້ວ, ລົງໄປຫາ ປະຊາຊົນ ເພື່ອຮິບໂຮມຂໍ້ມູນ ແລະ ຫາວິທີແກ້ໄຂ ບັນຫາ ໃນຂັ້ນຕໍ່ໄປ".
ໃນຂນະດຽວກັນ, ຊາວບ້ານຫ້ວຍຊອຍ ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກໂຄງການ ກໍ່ສ້າງເຂື່ອນ ດັ່ງກ່າວ ກໍ່ໄດ້ກ່າວ ຕໍ່ຜູ້ສື່ຂ່າວ ເອເຊັຽເສຣີ ເມື່ອວັນທີ 19 ກຸມພາ 2017 ກ່ຽວກັບ ສະພາບການ ຫຼ້າສຸດວ່າ ພາກສ່ວນກ່ຽວຂ້ອງ ກໍ່ໄດ້ລົງມາ ພົບພໍ້ຊາວບ້ານ, ແຕ່ກໍ່ພຽງ ບອກໃຫ້ ຊາວບ້ານ ພາກັນ ຍ້າຍອອກ, ແຕ່ສິ່ງທີ່ ປະຊາຊົນ ໄດ້ສເນີໄປ ເພື່ອໃຫ້ແກ້ໄຂ ຊ້ຳພັດຖືກ ເມີນເສີຍ. ດັ່ງທ່ານເວົ້າວ່າ:
"ຫາກລົງຢູ່, ມີແຕ່ປະສານໃຫ້ເຮົາຍ້າຍ ຫັ້ນແຫຼະ. ແຕ່ວ່າການແກ້ໄຂ ເທົ່າທີ່ ປະຊາຊົນສເນີ ຄືວ່າບໍ່ຢາກມີ ນ່າທ່ານ. ບັນຫາໂຕນີ້ ກະ ຢາກໃຫ້ ຂັ້ນເທິງຫັ້ນແຫຼະ ຊ່ວຍແກ້ໄຂ ພິຈາຣະນາ ນ່າທ່ານ. ໄທເຮົາ ປະຊາຊົນ ກະໂອ້ຍ! ດຽວນີ້ ກະອຸກໃຈຫຼາຍ ເພາະວ່າ ຄັນເຮົາ ບໍ່ມີຢູ່ມີກິນ ບໍ່ມີດິນດອນ ຕອນຫຍ້າ ກະຖືວ່າເຮົາ ບໍ່ມີຢູ່ມີກິນ ຫັ້ນແຫຼະທ່ານ".
ຊາວບ້ານທ່ານນີ້ ກ່າວຕື່ມວ່າ ຂໍ້ກັງວົນ ທີ່ຊາວບ້ານມີນັ້ນ ກໍ່ແມ່ນວ່າ ສະຖານທີ່ ທີ່ປະຊາຊົນ ຖືກໂຍກຍ້າຍ ໄປຢູ່ນັ້ນ ກໍຫ່າງໄກ ຈາກ ແຫຼ່ງນ້ຳ, ໂດຍຈະໂຍກຍ້າຍ ປະຊາຊົນ ໄປຢູ່ໃກ້ ກັບເຂດ ຈັດສັນທີ່ດິນ ທີ່ໃກ້ກັບ ໝູ່ບ້ານ ທີ່ຖືກຈັດສັນ ໄວ້ຈາກເຂື່ອນ ຫ້ວຍເຫາະ, ຊຶ່ງຊາວບ້ານ ກໍ່ຢ້ານວ່າ ຊາວບ້ານກຸ່ມເກົ່າ ແລະ ຊາວບ້ານກຸ່ມໃໝ່ ທີ່ຈະໂຍກຍ້າຍໄປ ຈະເກີດມີຂໍ້ ຂັດແຍ່ງກັນ. ນອກຈາກນີ້, ດິນຈັດສັນ ເພື່ອປູກຝັງ ແລະ ທຳການຜລິດ ທີ່ທາງການ ແລະ ເຈົ້າຂອງ ໂຄງການ ສເນີໃຫ້ ເປັນຄ່າ ຊົດເຊີຍນັ້ນ ກໍ່ມີໜ້ອຍ ແລະ ບໍ່ອຸດົມສົມບູນ. ຊາວບ້ານ ອີກທ່ານນຶ່ງ ເວົ້າວ່າເນື້ອທີ່ດິນ ປ້າຂອງລາວ ໄດ້ຮັບຜົລກະທົບ ເຊັ່ນກັນ ແລະໄດ້ຮຽກຮ້ອງ ວ່າຢາກໃຫ້ ພາກຣັຖ ມີການຊົດເຊີຍ ທີ່ສົມມູລຄ່າ ແລະ ຕ້ອງຄຳນຶງເຖິງ ຜົລກະທົບ ລະຍະຍາວ ນຳດ້ວຍ:
"ມັນມາຖືກໂຄງການໂຕນີ້ ກໍຢາກໃຫ້ທາງ ພັກ-ຣັຖ ເພິ່ນຫັ້ນແຫຼະ ເບິ່ງຄືນ. ຄັນມີດິນ ມີນາກໍ່ໃຫ້ ເອົາດິນນາ ຊົດເຊີຍຄືນ, ຖ້າວ່າບໍ່ມີດິນ ມີຫຍັງ ກໍຊົດເຊີຍ ຄ່າດິນ ກະໃຫ້ມັນ ສົມມູລຄ່າ ໃຫ້ເບິ່ງທາງ ລະຍະຍາວ ຫັ້ນນ່າ ມັນຈະມີ ຜົລກະທົບຫຼາຍ".
ກ່ຽວກັບຜົລກະທົບ ຈາກໂຄງການກໍ່ສ້າງ ເຂື່ອນ ເຊປຽນ-ເຊນ້ຳນ້ອຍ ທີ່ມີຕໍ່ຊາວບ້ານ ຈຳນວນຫຼາຍ ຄອບຄົວ ທີ່ບ້ານຫ້ວຍຊອຍ, ເມືອງ ປາກຊ່ອງ, ແຂວງຈຳປາສັກ ນັ້ນ, ປະຊາຊົນ ຈຳນວນຫຼາຍ ຍັງບໍ່ຫມັ້ນໃຈວ່າ ທາງການລາວ ແລະພາກສ່ວນ ເຈົ້າຂອງໂຄງການ ຍັງຈະ ຍຶດຖື ແລະ ປະຕິບັດ ຕາມດຳຣັຖ ນາຍົກ ຣັຖມົນຕຼີ ກ່ຽວກັບ ການໃຫ້ ຄ່າຊົດເຊີຍ ຕໍ່ຊາວບ້ານ ຢ່າງໃດ.